ກອງປະຊຸມປຶກສາຫາລື ກ່ຽວກັບ “ຜົນຂອງການສັງລວມ ແລະ ຈັດປະເພດມາດຕະການ ທາງດ້ານການຄ້າທີ່ບໍ່ແມ່ນພາສີ ຫຼື NTM” ໄດ້ຈັດຂື້ນໃນວັນທີ 25 ພຶດສະພາ 2014, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ນາງ ບານສະຕິ ເທບພະວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ຊຶ່ງມີນັກສຳມະນາກອນຈາກຂະແໜງການທີ່ເຮັດວຽກປິ່ນ​ອ້ອມ​ວຽກງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າເຂົ້າ​ຮ່ວມ ທົງໝົດ 45 ທ່ານ ທີ່ຕາງໜ້າໃຫ້ 21 ຂະແໜງການ ທີ່ເປັນຈຸດປະສານງານຂອງວຽກງານ NTM.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຄືນໂດຍຫຍໍ້ເຖິງຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ
ໃນໄລຍະທີ່ຜ່ານມາ. ພ້ອມດຽວກັນນັ້ນ, ກໍ່ເປັນກອງປະຊຸມປຶກສາຫາລື ກ່ຽວກັບ ກົນໄກການປະສານງານ ແລະ ທົບທວນຄືນຜົນການເຮັດວຽກຂອງທີມງານທົບທວນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ.

ໂຄງການທົບທວນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຫຼື NTMs Review and Rationalization component ທີ່ໄດ້ຮັບທຶນສະໜັບສະໜູນ ຈາກກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາການຄ້າ (TDF 2)
ໄດ້ດຳເນີນມາເປັນເວລາ 9 ເດືອນ ແລະ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ກຳ
ນົດໄວ້. ໃນໄລຍະຜ່ານມາ ທີມງານດັ່ງກ່າວໄດ້ເຮັດວຽກຮ່ວມກັນຫຼາຍຄັ້ງ ໂດຍໄດ້ຈັດກອງປະຊຸມປຶກສາຫາລືຢ່າງ
ເປັນທາງການເຖິງ 02 ຄັ້ງ.

ກອງປະຊຸມຄັ້ງນີ້ຍັງໄດ້ຮັບຝັງການບັນຍາຍ ກ່ຽວກັບ ບົດຮຽນຂອງປະເທດອື່ນໃນການສ້າງຕັ້ງ, ການເຄື່ອນໄຫວ ແລະ ພາລະບົດບາດຂອງຄະນະກຳມະການແຫ່ງຊາດ ເພື່ອທົບທວນຄືນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ
(National NTMs Committee) ໂດຍ ທ່ານ Fabio Artuso, ຊ່ຽວຊານທາງດ້ານການຄ້າ ແລະ ການເຊື່ອມ
ໂຍງພາກພື້ນຈາກທະນາຄານໂລກ ຊຶ່ງເປັນຜູ້ຮັບຜິດຊອບໂຄງການ NTMs ຢູ່ປະເທດກຳປູເຈຍ. ເພື່ອເປັນຂໍ້ມູນ
ແລະ ບົດຮຽນໃນການສ້າງກົນໄກການປະສານງານ ແລະ ການເຮັດວຽກຂອງທີມງານ ທົບທວນມາດຕະການ
ທາງດ້ານການຄ້າທີ່ບໍ່ແມ່ນພາສີຂອງ ສ​ປ​ປ ລາວ.

ທ່ານ ຊຽວຊານ ​ໄດ້​ນຳສະເໜີ ກ່ຽວກັບ ຂັ້ນຕອນຂອງການທົບທວນຄືນ ແລະ ຄົ້ນຄ້ວາ ພິຈາລະນາມາດຕະການດ້ານ
ການຄ້າທີ່ບໍ່ແມ່ນພາສີ ຂອງ​ຕ່າງປະເທດເກົາຫຼີໃຕ້, ກຳປູເຈຍ, ອິນໂດເນເຊຍ, ເບຼຊິນ ແລະ ມຽນມ້າ ຊຶ່ງໄດ້ແບ່ງອອກ
ເປັນ 05 ຂັ້ນຕອນຄືື: 1) ການສັງລວມຄໍາເຫັນຈາກຜູ້ປະກອບການເຊັ່ນ: ນັກທຸລະກິດທີ່ພົບເຫັນບັນຫາໂດຍກົງ ຫຼື ອົງກອນຂອງລັດທີ່ກ່ຽວຂ້ອງ; 2) ພິຈາລະນາຕີລາຄາຄໍາເຫັນວ່າ ຄວນຈະມີການທົບທວນມາດຕະການໃດໜຶ່ງບໍ່ ຊຶ່ງຈະສ້າງແບບສອບຖາມທີ່ມີລັກສະນະສະເພາະ ບົນພື້ນຖານການອຳນວຍຄວາມສະດວກທາງດ້ານການຄ້າສາກົນ; 3) ເກັບກໍາຄໍາເຫັນຈາກໜ່ວຍງານ ທີ່ປະຕິບັດມາດຕະການ ຕາມຫຼັກການຢ່າງສົມເຫດສົມຜົນ; 4) ເລີ່ມການວິເຄາະ
ມາດຕະການວ່າມີ ຜົນກະທົບຫຍັງບໍ່ ໂດຍການນຳໃຊ້ເຕັກນິກ ແລະ ວິທີການຕ່າງໆທີ່ເໝາະສົມ; ແລະ 5) ສະເໜີ
ຄໍາຄິດເຫັນໄປຫາຄະນະກໍາມະການທົບທວນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ເພື່ອພິຈາລະນາເປັນ
ຄັ້ງສຸດທ້າຍ.

ໂດຍລວມແລ້ວ ຄະນະກຳມະການ NTM ຄວນມີການນຳພາໂດຍພະນັກງານຂັ້ນອາວຸໂສທີ່ມີຕຳແໜ່ງເພື່ອໃຫ້ສາມາດ
ຕັດສິນບັນຫາໄດ້ ພ້ອມດ້ວຍພະນັກງານວິຊາການ ຫຼື ຊ່ຽວຊານ ທີ່ສັງກັດໃນຂະແໜງການຂອງລັດ, ມະຫາວິທະຍາໄລ
ຫຼື  ສະຖາບັນຕ່າງໆ ພ້ອມນີ້, ຄວນມີຊ່ຽວຊານຈາກພາກເອກະຊົນເຂົ້າຮ່ວມ ເພື່ອສະດວກໃນການຄົ້ນຄ້ວາ ແລະ
ລົງເລິກບັນຫາຕົວຈິງ, ຮູ້ຈັກຊອກຫາຫຼັກຖານອ້າງອີງຕ່າງໆທີ່ເປັນໄປໃນແງ່ວິທະຍາສາດ ຫຼື ຄວາມເປັນຈິງ. ໃນການ
ເຮັດວຽກຕົວຈິງອາດມີທັງພະນັກງານທີ່ເຮັດປະຈຳ ແລະ ພະນັກງານທີ່ມາເຮັດເປັນໄລຍະ.

ນອກ​ນັ້ນ, ກອງ​ປະ​ຊຸມ​ຍັງໄດ້ນຳສະເໜີພາລະບົດບາດຂອງ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງເປັນໜ່ວຍງານໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍລັດຖະບານແຫ່ງ ສປປ ລາວ ໂດຍມີທ່ານ ລັດຖະມົນຕີຊ່ວຍ
ວ່າການກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫົວໜ້າ ແລະ ຜູ້ຕາງໜ້າຈາກບັນດາກະຊວງອ້ອມຂ້າງເປັນຄະນະ
ແລະ ສະມາຊິກ ເພື່ອເຮັດໜ້າທີ່ສ້າງກົນໄກປະສານງານໃນ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແນໃສ່
ຫຼຸດຜ່ອນຂັ້ນຕອນ ແລະ ສິ່ງກີດຂວາງທາງດ້ານການຄ້າ ເພື່ອຊຸກຍູ້ສົ່ງເສີມການຄ້າໃຫ້ມີການຂະຫຍາຍຕົວ. ເພື່ອໃຫ້
ຜູ້ເຂົ້າຮ່ວມທຸກທ່ານສາມາດຮັບຮູ້ວ່າ ກອງ​ເລຂາ​ອຳນວຍ​ຄວາມ​ສະດວກ​ທາງດ້ານ​ການ​ຄ້າ​ສາມາດ​​ເປັນ​ກົນ​ໄກ​ໜຶ່ງ
ໃນ​ການ​ຄົ້ນຄວ້າພິຈາລະນາ ​ແລະ ຕັດສິນ​ບັນຫາ​ ກ່ຽວກັບ ມາດ​ຕະການ​ດ້ານ​ການ​ຄ້າ​ທີ່​ບໍ່​ແມ່ນ​ພາສີ​​ໄດ້​ໃນ​ຂັ້ນ​ຕໍ່​ໄປ.

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ຊຶ່ງໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປ
ກົງມາ, ພິ​ເສດຜູ້​ເຂົ້າ​ຮ່ວມ​ໃຫ້​ຄວາມ​ສົນ​ໃຈ ກ່ຽວ​ກັບ ຂໍ້​ມູນ ແລະ ບົດ​ຮຽນ​ຈາກ​ບັນ​ດາ​ປະ​ເທດ​ທີ່ໄດ້​ສ້າງ​ໜ່ວຍ​ງານ NTM ມາກ່ອນ ສ​ປ​ປ ລາວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.