ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້    ເລກທີ 6013/ກປ.05
ນະຄອນຫຼວງວຽງຈັນ,ວັນທີ 08 ກໍລະກົດ 2005

ຄຳສັ່ງ
ຂອງລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້
ວ່າດ້ວຍ ການຄຸ້ມຄອງ ແລະ ນ້ຳໃຊ້ ຂີ້ເຈຽ ຢູ່ພາຍໃນປະເທດ

ເຖິງ: ຫົວຫນ້າ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ເຂດພິເສດ

  • ອີງຕາມ ກົດຫມາຍ ວ່າດ້ວຍ ກະສິກຳ ເລກທີ 01/98/ສພຊ, ລົງວັນທີ 10/10/1995, ມາດຕາ 52ຝຸ່ແລະ ອາຫານສັດ.
  • ອີງຕາມ ຄຳສັ່ງແນະນຳເພີ່ມເຕີມ ວ່າດ້ວຍການເກືອດຫ້າມ ບໍ່ໃຫ້ຂຸດຄົ້ນຂີ້ເຈຍ ສົ່ງອອກຂາຕ່າງປະເທດ ສະບັບ ເລກທີ 2058/ກປ,99, ລົງວັນທີ 20/12/1999
  • ອີງໃສ່ ຄວາມຮຽກຮ້ອງຕ້ອງການ ທາງດ້ານວັດຖຸດິບ ເຂົ້າໃນການຜະລິດຝຸ່ນຊີວະພາບ ພາຍໃນປະເທດເຮົາ.

ເພື່ອຍົກຜະລິດຕະພາບ ໃນການປູກຝັງ ປະຈຸບັນ ສປປ ລາວ ໄດ້ນຳເຂົ້າ ຝຸ່ນເຄມີ ມາໃຊ້ໃນການຜະລິດກະສິກຳ ຢ່າງຫຼວງຫຼາຍ ປີຫນຶ່ງຕົກເປັນເງິນ 2-3 ລ້ານກວ່າໂດລາ. ສະນັ້ນ ຈຶ່ງເຮັດໃຫ້ ຜົນຜະລິດການປູກຝັງ ຂອງ ປະເທດເຮົາ ໄດ້ເພີ່ມຂຶ້ນ ຫຼາຍແສນໂຕນຕໍ່ປີ ແລະ ຄຽງຄູ່ກັບ ການເພີ່ມຂຶ້ນຂອງຜົນຜະລິດຈາກການປູກຝັງ ດັງກ່າວມານັ້ນ ໄດ້ເຮັດໃຫ້ ທາດອາຫານ N, P2O5, K2O ແລະ ທາດອື່ນໆ ໃນດິນໄປຫລໍ່ລ້ຽງຕົນພືດ ກໍສູນເສຍຫຼາຍແສນໂຕນ ຕໍ່ປີ ເຊັ່ນດຽວກັນ. ສະນັ້ນ ເພື່ອເປັນການປັບປຸງດິນ ໃຫ້ມີຄວາມອຸດົມ ສົມບູນ ຈຶ່ງມີຄວາມຈຳເປັນ ຕ້ອງໄດ້ໃຊ້ຝຸ່ນອິນຊີວັດຖຸ ປະເພດຕ່າງໆເຊັນ: ຂີ້ເຈຽ, ຂີ້ອ້ອຍ, ຂີ້ແກບ ຂີ້ສັດ ຊຶ່ງແມ່ນ ຝຸນທຳມະຊາດ ທີ່ມີຢູ່ໃນຊົນນະບົດ ຂອງ ສປປ ລາວ ແລະ ເຫມາະສົມ ທີ່ເປັນ ທາດອາຫານ ຂອງພືດ ແລະ ທັງເປັນການຊ່ວຍໃນການປັບປຸງດິນ ໂດຍໃຊ້ຄວບຄູ່ກັບ ຝຸ່ນວິທະຍາສາດເພື່ອເຮັດໃຫ້ດິນ ມີຄວາມອຸດົມ ສົມບູນດີຂື້ນ, ສຳລັບ ຂີ້ເຈຽ ແມ່ນ ຝຸ່ນອິນຊີວັດຖຸ ທີ່ມີຄຸນນະພາບດີ ຊຶ່ງປະກອບດ້ວຍ ທາດອາຫານຫຼັກ ຫຼາຍທາດ ເຊັ່ນ : ທາດອາສົດ (N), ພົດສະຟໍ (P2O5), ໂປຕາສ (K2O) ແລະ ກາກບອນ (C) ນອກຈາກນັນ ຍັງບັນຈຸ ອິນຊີ ວັດຖຸອື່ນໆອີກ ໃນປະຈຸບັນ ຝຸ່ນຂີ້ເຈຍ ໄດ້ຖືກລັກລອບ ສົ່ງໄປຂາຍຕ່າງປະເທດ ອັນໄດ້ເຮັດໃຫ້ ຝຸ່ນດັງກ່າວ ບໍ່ພຽງພໍ ສຳລັບການຜະລິດຢູ່ພາຍໃນປະເທດເຮົາ.

ໂດຍເຫັນໄດ້ຄວາມສຳຄັນ ຂອງວຽກງານ ການປັບປຸງບຳລຸງດິນເຮັດໃຫ້ດິນ ມີຄວາມອຸດົມສົມບູນ ເຮັດການຜະລິດໄດ້ຢ່າງຍາວນານ ແລະ ຫມັ້ນຄົງ ທັງເປັນການປະຢັດ ຫຼຸດຜ່ອນ ເງິນຕາໃນການຊື້ຝຸ່ນເຄມີຈາກຕ່າງປະເທດເພື່ອປົກປັກຮັກສາ ຂີ້ເຈຽ ໄວ້ນຳໃຊ້ເຂົາໃນ ການປັບປຸງ ບາລຸງດິນ ໃຫ້ດິນມີຄວາມອຸດົມສົມບູນ ຕາມແຜນນະໂຍບາຍ ການຜະລິດ ກະສິກຳສະອາດ ຂອງ ລັດຖະບານ.

ລັດຖະມົນຕີວ່າການກະຊວງ ກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກຄຳສັ່ງດັ່ງນີ້:

1. ໃຫ້ສືບຕໍ່ປະຕິບັດ ຕາມຄຳສັ່ງແນະນຳຂອງ ລັດຖະມົນຕີ ສະບັບ ເລກທີ 2058/ກປ.99, ລົງວັນທີ20/12/1999 ວ່າດ້ວຍ ການເກືອດຫ້າມ ການຂຸດຄົ້ນ ຂີ້ເຈຽ ສົ່ງອອກຂາຍ ຕ່າງປະເທດ.

2. ຫ້າມອົງການຈັດຕັ້ງຂອງລັດ, ລວມຫມູ່, ເອກະຊົນ, ລັດວິສາຫະກິດ ສົ່ງຂີ້ເຈຍອອກຂາຍຕ່າງປະເທດຖ້າທ້ອງຖິ່ນ, ກົມກອງ, ຫົວຫນ່ວຍທຸລະກິດໃດ ຫາກຂຸດຄົ້ນຂີ້ເຈຍ ອອກຂາຍຕ່າງປະເທດ ໃຫ້ຢຸດ ເຊົານັບແຕ່ມື້ໄດ້ຮັບຄຳສັ່ງແນະນຳສະບັບນີ້ ກໍລະນີຂຸດຄົ້ນມາໄວ້ແລ້ວໃນສາງ ກໍ່ໃຫ້ນຳໄປບໍລິການ ຮັບໃຊ້ການຜະລິດ ກະສິກຳ ຢູ່ພາຍໃນປະເທດ.

3. ຊຸກຍູ້ ໃຫ້ບັນດາ ຊາວກະສິກອນ ນຳໃຊ້ຂີ້ເຈຽ ເຂົ້າສູ່ການປະຕິບັດ ເຕັກນິກກະເສດສຸມ ລະດັບສູງ ເພື່ອຍົກຜະລິດຕະພາບການປູກຝັງໃຫ້ສູງຂຶ້ນ ຕາມແນວທາງ ກະສິກຳສະອາດ ທີ່ພັກໄດ້ກຳນົດໄວ້.

4. ໃຫ້ຮັກສາຂີ້ເຈຍເປັນວັດຖຸດິບ ເພື່ອການຕອບສະຫນອງໃຫ້ແກ່ການຜະລິດຝຸ່ນຊີວະພາບຂອງບັນດາໂຮງງານຝຸ່ນຊີວະພາບ ພາຍໃນປະເທດທີ່ລັດຖະບານໄດ້ ອະນຸມັດ ສ້າງຕັ້ງ ມາກ່ອນແລ້ວນັ້ນເພື່ອປັບປຸງ ຄຸນນະພາບຂອງຝຸ່ນຊີວະພາບ ໃຫ້ດີຂຶ້ນ.

5. ມອບໃຫ້ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງ ແລະ ເຂດພິເສດ ປະສານສົມທົບ

ກັບ ອຳນາດການປົກຄອງທ້ອງຖິ່ນ ແລະ ຮາກຖານ ດຳເນີນການເຜີຍແຜ່ ສຶກສາອົບຮົມປະຊາຊົນ ໃຫ້ເຊື່ອມຊຶມ ແລະ ເຂົ້າໃຈ ເຖິງຄຸນປະໂຫຍດ ຂອງ ຂີ້ເຈຍ ເພື່ອນຳໃຊ້ເປັນ ຝຸ່ນຊີວະພາບທີ່ດີ.

6. ເມື່ອໄດ້ຮັບ ຄຳສັ່ງ ສະບັບນີ້ແລ້ວ ໃຫ້ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດພິເສດ ສົມທົບກັບ ອຳນາດການປົກຄອງທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ. ພ້ອມກັນນັ້ນ ໃນແຕ່ລະໄລຍະ ຂອງການ ຈັດຕັ້ງ ປະຕິບັດແມ່ນໃຫ້ລາຍງານມາຍັງ ກະຊວງ ກະສິກຳ ແລະ ປ່າໄມ້ ຊາບ.

ເຊັນແທນ ລັດຖະມົນຕີ ວ່າການ ກະຊວງກະສິກຳ ແລະ ປ່າໄມ້

(ເຊັນ ແລະ ປະທັບຕາ)
ນ. ວິໄລພອນ ວໍລະພີມ

ບ່ອນນຳສົ່ງ :

  • ຫ້ອງວ່າການສຳນັກງານນາຍົກ   1 ສະບັບ  “ເພື່ອໃຊ້ຕາງລາຍງານ”
  • ຫ້ອງການ ກະຊວງ ການຄ້າ   1 ສະບັບ  “ເພື່ອຂໍຄວາມຮ່ວມມື "
  • ຫ້ອງການ ກະຊວງ ການເງິນ   1 ສະບັບ
  • ກອງສົ່ງເສີມ ກປ   1 ສະບັບ  “ເພື່ອຊຸກຍູ ແລະ ຕິດຕາມ”
  • - ກົມປູກຝັງ  1 ສະບັບ  “ເພື່ອຕິດຕາມແລະກວດກາ”      
  • - ກົມແຜນການ  1 ສະບັບ  “ເພື່ອຕິດຕາມ”             
  • - ກົມກວດກາ   1 ສະບັບ  "ເພື່ອກວດກາ”             
  • - ເກັບມ້ຽນ     1 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ຄຳສັ່ງ ຂອງລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ ຂີ້ເຈຍ ຢູ່ພາຍໃນປະເທດ ເລກທີ 0613/ກປ.05 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການເກືອດຫ້າມ ການສົ່ງອອກ ຂີ້ເຈຍ ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ຫ້າມອົງການຈັດຕັ້ງຂອງລັດ, ລວມຫມູ່, ເອກະຊົນ, ລັດວິສາຫະກິດ ສົ່ງຂີ້ເຈຍອອກຂາຍຕ່າງປະເທດຖ້າທ້ອງຖິ່ນ, ກົມກອງ, ຫົວຫນ່ວຍທຸລະກິດໃດ ຫາກຂຸດຄົ້ນຂີ້ເຈຍ ອອກຂາຍຕ່າງປະເທດ ໃຫ້ຢຸດ ເຊົານັບແຕ່ມື້ໄດ້ຮັບຄຳສັ່ງແນະນຳສະບັບນີ້ ກໍລະນີຂຸດຄົ້ນມາໄວ້ແລ້ວໃນສາງ ກໍ່ໃຫ້ນຳໄປບໍລິການ ຮັບໃຊ້ການຜະລິດ ກະສິກຳ ຢູ່ພາຍໃນປະເທດ ຄຳສັ່ງ ຂອງລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ ຂີ້ເຈຍ ຢູ່ພາຍໃນປະເທດ ເລກທີ 0613/ກປ.05 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.