ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ເລກທີ 03 /ສປປ
ລັດຖະບັນຍັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາຕິປະໄຕ ປະຊາຊົນລາວ
ວ່າດ້ວຍການອະນຸລັກມໍລະດົກແຫ່ງຊາດ
ທາງດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ
- ອີງຕາມ ລັດຖະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາດຕາ17, 19 ແລະ 53 ຂໍ້ 2;
- ອີງຕາມ ກົດໝາຍປ່າໄມ້ ສະບັບເລກທີ 01-96/ສພຊ, ລົງວັນທີ 11/10/1996;
- ອີງຕາມ ກົດໝາຍວ່າດ້ວຍນ້ຳ ແລະຊັບພະຍາກອນແຫຼ່ງນ້ຳ ສະບັບເລກທີ 02-96/ສພຊ, ລົງວັນທີ 11/10/ 1996;
- ອີງຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 19/ຄປຈ ລົງວັນທີ 12 ມີຖູນາ 1997 ວ່າດ້ວຍການອະນຸລັກມໍລະດົກແຫ່ງຊາດດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ.
ປະທານປະເທດ
ສາທາລະນະລັດ ປະຊາຕິປະໄຕ ປະຊາຊົນລາວ ອອກລັດຖະບັນຍັດ:
ໝວດທີ I
ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງຂອງລັດຖະບັນຍັດ
ລັດຖະບັນຍັດວ່າດ້ວຍການອະນຸລັກມໍລະດົກແຫ່ງຊາດທາງດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ ມີໜ້າທີ່ກຳນົດຫຼັກການ ລະບຽບການ ແລະມາດຕະການຕ່າງໆກ່ຽວກັບການຄຸ້ມຄອງ, ການອະນຸລັກ, ການປົກປັກຮັກສາ ແລະນຳໃຊ້ມໍລະດົກແຫ່ງຊາດ ລວມທັງການຫັນເອົາອະສັງຫາລິມະຊັບ, ສັງຫາລິມະຊັບທີ່ມີຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ ເປັນມໍລະດົກແຫ່ງຊາດ ເພື່ອແນໃສ່ຍົກສູງນ້ຳໃຈຮັກຊາດ ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກ ແລະຫວງແຫນວັດທະນະທຳອັນດີງາມຂອງຊາດ ແລະຂອງເຜົ່າລາວເຮົາ.
ມາດຕາ 2. ມໍລະດົກແຫ່ງຊາດ
ມໍລະດົກແຫ່ງຊາດທາງດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ ແມ່ນບັນດາຊັບສົມບັດຂອງລັດ, ຂອງລວມໝູ່ ຫຼື ສ່ວນບຸກຄົນ ທີ່ມີຄຸນຄ່າທາງດ້ານວັດທະນະທຳ ຫຼື ມີຄວາມໝາຍທາງດ້ານປະຫວັດສາດ ແລະ ເປັນຫຼັກຖານຢັ້ງຢືນກ່ຽວກັບປະເທດລາວ, ກ່ຽວກັບບັນພະບູລຸດຜູ້ໃຫ້ກຳເນີດ ແລະສ້າງຊາດລາວລວມທັງວັດຖຸບູຮານເກົ່າແກ່ທີ່ມີຄຸນຄ່າສູງທາງດ້ານປະຫວັດສາດ, ສິລະປະກຳ ຊຶ່ງມີອາຍຸແຕ່ ຫ້າສິບປີ ຂື້ນໄປ ແລະສະຖານທີ່ທຳມະຊາດກໍລ້ວນແລ້ວແຕ່ແມ່ນມໍລະດົກແຫ່ງຊາດ ຕາມຄວາມໝາຍຂອງລັດຖະບັນຍັດສະບັບນີ້.
ມາດຕາ 3. ການຄຸ້ມຄອງມໍລະດົກແຫ່ງຊາດ
ລັດຖະບານມີນະໂຍບາຍຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ແລະເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະຂອງເຜົ່າລວມທັງການປະຕິສັງຂອນວັດຖຸບູຮານ ແລະບູຮານສະຖານທີ່ເປັນຮ່ອງຮອຍປະຫວັດສາດຂອງຊາດ.
ມາດຕາ 4. ພັນທະຂອງພົນລະເມືອງໃນການອະນຸລັກປົກປັກຮັກສາມໍລະດົກແຫ່ງຊາດ
ບຸກຄົນ ຫຼື ການຈັດຕັ້ງມີພັນທະປະກອບສ່ວນເຂົ້າໃນການຄຸ້ມຄອງ, ການອະນຸລັກ, ການປົກປັກຮັກສາ ແລະການປະຕິສັງຂອນມໍລະດົກແຫ່ງຊາດ ເພື່ອໃຫ້ຍືນຍົງ ແລະຮັກຄຸນຄ່າທາງດ້ານປະຫວັດສາດ, ສິລະປະ ແລະ ວັດທະນະທຳ ທີ່ເປັນເອກະລັກຂອງຊາດໄວ້.
ໝວດທີ II
ປະເພດມໍລະດົກແຫ່ງຊາດ
ມາດຕາ 5. ການແບ່ງປະເພດມໍລະດົກແຫ່ງຊາດ
ມໍລະດົກແຫ່ງຊາດທາງດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ ແບ່ງອອກເປັນ ສາມ ປະເພດຄື:
- ມໍລະດົກແຫ່ງຊາດທີ່ເປັນອະສັງຫາລິມະຊັບ;
- ມໍລະດົກແຫ່ງຊາດທີ່ເປັນສັງຫາລິມະຊັບ;
- ມໍລະດົກແຫ່ງຊາດທີ່ເປັນທຳມະຊາດ.
ມາດຕາ 6. ມໍລະດົກແຫ່ງຊາດທີ່ເປັນອະສັງຫາລິມະຊັບ
ມໍລະດົກແຫ່ງຊາດທີ່ເປັນອະສັງຫາລິມະຊັບ ປະກອບດ້ວຍວັດຖຸບູຮານ, ບູຮານສະຖານ, ຮ່ອງຮອຍປະຫວັດສາດຂອງຊາດ ທີ່ບໍ່ສາມາດເຄື່ອນຍ້າຍໄປມາໄດ້ເຊັ່ນ: ທາດຫຼວງວຽງຈັນ, ວັດພະແກ້ວ, ວັດຊຽງທອງ ຫຼວງພະບາງ ທົ່ງໄຫຫີນ ແລະ ອື່ນໆ.
ມາດຕາ 7. ມໍລະດົກແຫ່ງຊາດ
ມໍລະດົກແຫ່ງຊາດ ທີ່ເປັນສັງຫາລິມະຊັບປະກອບກອບດ້ວຍວັດຖຸບູຮານທີ່ເຄື່ອນຍ້າຍໄປມາໄດ້ ເຊັ່ນ: ພະພຸດທະຮູບ, ຄ້ອງບ້າງ, ຫອກ, ງ້າວ, ກ້ອງແຂນ, ໝໍ້-ໄຫເກົ່າແກ່ ແລະ ອື່ນໆ.
ມາດຕາ 8. ມໍລະດົກແຫ່ງຊາດທີ່ເປັນທຳມະຊາດ
ມໍລະດົກແຫ່ງຊາດທີ່ເປັນທຳມະຊາດ ແມ່ນສະຖານທີ່ ທີ່ປະກອບດ້ວຍສິ່ງແວດລ້ອມອັນສວຍງາມ ຊຶ່ງລວມມີທິວທັດທຳມະຊາດທີ່ປະກອບສ້າງຂຶ້ນໂດຍທຳມະຊາດເອງ, ທິວທັດທຳມະຊາດປະສົມປະສານກັບສິ່ງກໍ່ສ້າງ ແລະສະຖາປັດຕະຍະກຳທີ່ມີຄຸນຄ່າສູງທາງດ້ານປະຫວັດສາດ, ສິລະປະ, ວັດທະນະທຳ, ວິທະຍາສາດ, ເຕັກນິກ, ຊົນເຜົ່າວິທະຍາ ຫຼື ທາງດ້ານສະພາບແວດລ້ອມ ແລະ ຊຶ່ງເຫັນສົມຄວນທີ່ຕ້ອງສະຫງວນຮັກສາໄວ້ ເພື່ອເປັນມໍລະດົກຂອງຊາດ ເຊັ່ນ: ຄອນພະເພັງ, ຕາດກວາງຊີ, ຖ້ຳຕິ່ງຫຼວງພະບາງ ແລະອື່ນໆ.
ພາກທີ III
ການຄຸ້ມຄອງມໍລະດົກແຫ່ງຊາດ
ມາດຕາ 9. ອົງການຄຸ້ມຄອງມໍລະດົກແຫ່ງຊາດ
ອົງການຄຸ້ມຄອງມໍລະດົກແຫ່ງຊາດ ປະກອບດ້ວຍ ກະຊວງຖະແຫຼງຂ່າວ ແລະວັດທະນະທຳ, ພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ, ກຳແພງນະຄອນ ແລະເຂດພິເສດ, ຫ້ອງການຖະແຫຼງຂ່າວ ແລະວັດທະນະທຳເມືອງ ແລະອຳນາດການປົກຄອງບ້ານ.
ເພື່ອເຮັດໃຫ້ການຄຸ້ມຄອງ, ການອະນຸລັກ ແລະການປົກປັກຮັກສາມໍລະດົກແຫ່ງຊາດ ມີປະສິດທິຜົນດີນັ້ນກໍອາດຈະສ້າງຕັ້ງອົງການໃດໜື່ງຂື້ນ ເພື່ອໃຫ້ຄຳປຶກສາຫາລື ຫຼື ປະກອບຄວາມຄິດ ຄວາມເຫັນກ່ຽວກັບວຽກງານດັ່ງກ່າວ.
ມາດຕາ 10. ສິດ ແລະໜ້າທີ່ຂອງອົງການຄຸ້ມຄອງມໍລະດົກແຫ່ງຊາດ
ອົງການຄຸ້ມຄອງມໍລະດົກແຫ່ງຊາດມີສິດ ແລະໜ້າທີ່ດັ່ງນີ້:
1. ຄົ້ນຄວ້າທິດທາງ, ແຜນການ ແລະລະບຽບການກ່ຽວກັບການຄຸ້ມຄອງ ການອະນຸລັກ ແລະການປົກປັກຮັກສາ ມໍລະດົກແຫ່ງຊາດ ດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ;
2. ສຳຫຼວດຂຶ້ື້ນບັນຊີອະສັງຫາລິມະຊັບ, ສັງຫາລິມະຊັບ ແລະສະຖານທີ່ທຳມະຊາດ ທີ່ເປັນມໍລະດົກແຫ່ງຊາດ ຫຼື ທີ່ເຫັນສົມຄວນໃຫ້ເປັນມໍລະດົກແຫ່ງຊາດ ເພື່ອສະເໜີເອົາເປັນມໍລະດົກທ້ອງຖິ່ນ, ມໍລະດົກແຫ່ງຊາດ ຫຼື ມໍລະດົກໂລກ;
3. ແກ້ໄຂບັນຫາ ແລະຂໍ້ຂັດແຍ່ງທີ່ນອນຢູ່ໃນສິດ ແລະໜ້າທີ່ຂອງຕົນ;
4. ພົວພັນຮ່ວມມື ແລະແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງ, ການອະນຸລັກ ແລະການປົກປັກຮັກສາ ມໍລະດົກແຫ່ງຊາດກັບຕ່າງປະເທດ;
5. ຂົນຂວາຍຊອກຫາແຫຼ່ງທຶນຈາກພາຍໃນ ແລະຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານການຄຸ້ມຄອງ, ການອະນຸລັກ ແລະການປົກປັກຮັກສາ ມໍລະດົກແຫ່ງຊາດ;
6. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 11. ກການສຳຫຼວດ
ການສຳຫຼວດມໍລະດົກແຫ່ງຊາດ ແມ່ນການລົງເກັບກຳຂໍ້ມູນທາງດ້ານວິຊາການ ກ່ຽວກັບມໍລະດົກແຫ່ງຊາດເຊັ່ນ: ທີ່ຕັ້ງ, ຂະໜາດ, ນ້ຳໜັກ, ຈຳນວນ, ລັກສະນະຮູບປະພັນ, ຄຸນຄ່າ, ຈາກນັ້ນຈຶ່ງດຳເນີນການຂຶ້ນບັນຊີທຸກໆ ຫ້າປີ.
ມາດຕາ 12. ການຂຶ້ນບັນຊີມໍລະດົກແຫ່ງຊາດ
ການຂຶ້ນທະບຽນມໍລະດົກແຫ່ງຊາດ ແມ່ນການຈົດ, ນັບຈຳນວນມໍລະດົກແຫ່ງຊາດ ທີ່ເປັນອະສັງຫາລິມະຊັບ ແລະ ສັງຫາລິມະຊັບ ລວມທັງສະຖານທີ່ທຳມະຊາດ, ຮ່ອງຮອຍປະຫວັດສາດ, ຂອງການປະຕິວັດທີ່ຄົ້ນພົບຢູ່ໜ້າດິນ, ໃຕ້ດິນ ຫຼື ຢູ່ພື້ນນ້ຳ ໃນດິນແດນຂອງ ສປປ ລາວ ຊຶ່ງຕ້ອງດຳເນີນໃນທຸກໆ ຫ້າ ປີ.
ມາດຕາ 13. ການເຄື່ອນຍ້າຍ
ທຸກການເຄື່ອນຍ້າຍສັງຫາລິມະຊັບ ທີ່ເປັນມໍລະດົກແຫ່ງຊາດ ຢູ່ພາຍໃນປະເທດກໍຄືການສົ່ງອອກໄປຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ ແລະວັດທະນະທຳ ແລະການນຳເອົາວັດຖຸທາງດ້ານວັດທະນະທຳ, ວັດຖຸບູຮານຕ່າງໆເຂົ້າປະເທດກໍຕ້ອງໄດ້ຮັບອະນຸຍາດຈາກະຊວງຖະແຫຼງຂ່າວ ແລະວັດທະນະທຳເຊັ່ນດຽວກັນ.
ມາດຕາ 14. ການບູລະນະ ແລະ ສ້ອມແປງ
ການບູລະນະ, ການສ້ອມແປງ ຫຼື ການດັດແປງຮູບປະພັນຂອງມໍລະດົກແຫ່ງຊາດ ທີ່ເປັນອະສັງຫາລິມະຊັບ, ສັງຫາລິມະຊັບ ແລະສະຖານທີ່ທຳມະຊາດ ຈະດຳເນີນໄດ້ກໍຕໍ່ເມື່ອຫາກໄດ້ຮັບອະນຸຍາດຈາກະຊວງຖະແຫຼງຂ່າວ ແລະວັດທະນະທຳເທົ່ານັ້ນ.
ມາດຕາ 15. ການຫ້າມທຳລາຍມໍລະດົກແຫ່ງຊາດ
ຫ້າມບຸກຄົນ ຫຼື ການຈັດຕັ້ງກໍ່ຄວາມເສຍຫາຍແກ່ວັດຖຸບູຮານ, ສະຖານທີ່ກໍ່ສ້າງສິລະປະກຳທີ່ເປັນອະສັງຫະລິມະຊັບ, ສັງຫະລິມະຊັບ ຫຼື ສະຖານທີ່ທຳມະຊາດທີ່ເປັນມໍລະດົກແຫ່ງຊາດ ຈະແມ່ນການກະທຳໂດຍເຈຕະນາ ຫຼື ດ້ວຍຄວາມບໍ່ລະມັດລະວັງກໍຕາມ.
ຫ້າມປຸກສິ່ງກໍ່ສ້າງ, ຮ້ານອາຫານ ຫຼື ຈັດສະຖານທີ່ບັນເທີງໃສ່ໃນບໍລິເວນສະຖານບູຮານ ຫຼື ສະຖານທີ່ທິວທັດທຳມະຊາດທີ່ເປັນມໍລະດົກແຫ່ງຊາດ ເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ ແລະວັດທະນະທຳເທົ່ານັ້ນ.
ການນຳໃຊ້, ການສ້ອມແປງ ຫຼື ການດັດແປງອະສັງຫະລິມະຊັບ, ສັງຫະລິມະຊັບ ຫຼື ສະຖານທີ່ທຳມະຊາດທີ່ເປັນມໍລະດົກແຫ່ງຊາດ ຊຶ່ງເປັນກຳມະສິດຂອງບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ຂຶ້ນບັນຊີເປັນມໍລະດົກແຫ່ງຊາດແລ້ວຕ້ອງໄດ້ຮັບອະນຸຍາດ ແລະປະຕິບັດຕາມລະບຽບການທີ່ກະຊວງຖະແຫຼງຂ່າວ ແລະວັດທະນະທຳໄດ້ກຳນົດອອກ.
ມາດຕາ 16. ການຊື້ຂາຍວັດຖຸບູຮານທີ່ເປັນມໍລະດົກແຫ່ງຊາດ
ຫ້າມບຸກຄົນ ແລະການຈັດຕັ້ງທຳການຊື້ຂາຍ ຫຼື ໂອນວັດຖຸບູຮານທີ່ເປັນມໍລະດົກແຫ່ງຊາດ ເວັ້ນເສຍແຕ່ໄດ້ຮັບອະນຸຍາດສະເພາະຈາກກະຊວງຖະແຫຼງຂ່າວ ແລະວັດທະນະທຳເທົ່ານັ້ນ.
ບຸກຄົນ ຫຼື ການຈັດຕັ້ງໃດຫາກມີຈຸດປະສົງຢາກຂາຍ ຫຼື ໂອນວັດຖຸບູຮານທີ່ໄດ້ສະຫງວນເປັນມໍລະດົກແຫ່ງຊາດ ຊຶ່ງເປັນກຳມະສິດຂອງຕົນນັ້ນ ຕ້ອງຂໍອະນຸຍາດຈາກກະຊວງຖະແຫຼງຂ່າວ ແລະວັດທະນະທຳເສຍກ່ອນ. ການຂໍອະນຸຍາດນັ້ນຕ້ອງສະເໜີຕໍ່ກະຊວງຖະແຫຼງຂ່າວ ແລະວັດທະນະທຳລ່ວງໜ້າໜຶ່ງເດືອນ ກ່ອນມື້ຊື້ຂາຍ ຫຼື ໂອນກຳມະສິດ. ພາຍຫຼັງທີ່ໄດ້ຂາຍ ຫຼື ໂອນກຳມະສິດ ກໍຕ້ອງແຈ້ງໃຫ້ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຊາບພາຍໃນກຳນົດ ສາມເດືອນ ນັບແຕ່ມື້ຂາຍ ຫຼື ໂອນເປັນຕົ້ນໄປ.
ໃນກໍລະນີທີ່ເຫັນວ່າວັດຖຸບູຮານນັ້ນມີຄວາມສຳຄັນທາງດ້ານວັດທະນະທຳ ລັດມີບຸລິມະສິດຊື້ເອົາວັດຖຸດັ່ງກ່າວນັ້ນໃນລາຄາທີ່ເມາະສົມ.
ການຊື້ຂາຍວັດຖຸບູຮານເກົ່າແກ່ ທີ່ບໍ່ໄດ້ຈັດເຂົ້າໃນບັນຊີມໍລະດົກແຫ່ງຊາດ ກໍຕ້ອງປະຕິບັດຕາມລະບຽບການສະເພາະທີ່ກະຊວງຖະແຫຼງຂ່າວ ແລະວັດທະນະທຳກຳນົດອອກ.
ມາດຕາ 17. ກອງທຶນອະນຸລັກມໍລະດົກແຫ່ງຊາດ
ເພື່ອຮັບປະກັນໃຫ້ວຽກງານການຄຸ້ມຄອງ, ການອະນຸລັກ ແລະການປົກປັກຮັກສາມໍລະດົກແຫ່ງຊາດ ດຳເນີນໄປຢ່າງມີປະສິດທິພາບດີນັ້ນ ລັດຈະຕ້ອງສ້າງກອງທຶນອະນຸລັກມໍລະດົກແຫ່ງຊາດຂຶ້ນ. ແຫຼ່ງກອງທຶນມໍລະດົກແຫ່ງຊາດ ໄດ້ມາຈາກງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ. ນິຕິບຸກຄົນ, ລວມໝູ່, ຂອງອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນ ແລະຈາກແຫຼ່ງທຶນອື່ນໆອີກ.
ໝວດທີ IV
ການຄົ້ນພົບ ແລະການຂຸດຄົ້ນວັດຖຸບູຮານ
ມາດຕາ 18. ການຄົ້ນພົບວັດຖຸບູຮານ
ບຸກຄົນ ຫຼື ການຈັດຕັ້ງໃດ ຫາກໄດ້ພົບເຫັນວັດຖຸບູຮານ, ບູຮານສະຖານ, ຮ່ອງຮອຍປະຫວັດສາດເກົ່າແກ່ທີ່ມີຄຸນຄ່າທາງດ້ານປະຫວັດສາດ, ສິລະປະວັດທະນະທຳ, ບູຮານວິທະຍາ ຕ້ອງແຈ້ງຕໍ່ອຳນາດການປົກຄອງ, ຫ້ອງການຖະແຫຼງຂ່າວ ແລະວັດທະນະທຳເມືອງ ຫຼືພະແນກຖະແຫຼງຂ່າວ ແລະວັດທະນະທຳແຂວງ, ກຳແພງນະຄອນ ແລະເຂດພິເສດ ບ່ອນທີ່ວັດຖຸບູຮານຕັ້ງຢູ່ ຫຼືຕໍ່ກະຊວງຖະແຫຼງຂ່າວ ແລະວັດທະນະທຳໃນກຳນົດ ສາມວັນ ນັບແຕ່ມື້ໄດ້ພົບເຫັນເປັນຕົ້ນໄປ.
ມາດຕາ 19. ການຂຸດຄົ້ນ
ຫ້າມບຸກຄົນ ຫຼືການຈັດຕັ້ງຂຸດຄົ້ນວັດຖຸບູຮານ ຫຼືວັດຖຸທີ່ມີຄ່າທາງດ້ານປະຫວັດສາດ, ສິລະປະ, ວິທະຍາສາດ, ເຕັກນິກ ຫຼືບູຮານວິທະຍາຈະແມ່ນຢູ່ໃນທີ່ດິນຂອງຕົນ ຫຼືຂອງຜູ້ອື່ນກໍຕາມ ຖ້າຫາກບໍ່ໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ ແລະວັດທະນະທຳ.
ການຂຸດຄົ້ນວັດຖຸບູຮານ ຈະດຳເນີນໄດ້ກໍຕໍ່ເມື່ອມີຈຸດປະສົງ ເພື່ອຮັບໃຊ້ການສຶກສາຄົ້ນຄ້ວາທາງວິທະຍາສາດ, ປະຫວັດສາດ ຫຼືເພື່ອອະນຸລັກ ແລະ ປົກປັກຮັກສາວັດຖຸບູຮານດັ່ງກ່າວເທົ່ານັ້ນ.
ມາດຕາ 20. ການຮ້ອງຂໍອະນຸຍາດຂຸດຄົ້ນວັດຖຸບູຮານ
ບຸກຄົນ ຫຼືການຈັດຕັ້ງໃດ ຫາກມີຈຸດປະສົງຢາກຂຸດຄົ້ນ ຫຼື ຊອກຫາວັດຖຸບູຮານ ຕ້ອງຍື່ນຄຳຮ້ອງຕໍ່ກະຊວງຖະແຫຼງຂ່າວ ແລະວັດທະນະທຳ. ໃນສຳນວນຄຳຮ້ອງຂໍນັ້ນ ຕ້ອງຊີ້ແຈງເຖິງທີ່ຕັ້ງ, ຄວາມໝາຍສຳຄັນ ແລະກຳນົດເວລາໃນການຂຸດຄົ້ນໃຫ້ຈະແຈ້ງ.
ໃນກໍລະນີທີ່ຂຸດການຂຸດຄົ້ນຫາກຈະດຳເນີນຢູ່ໃນເນື້ອທີ່ດິນຂອງບຸກຄົນອື່ນນັ້ນ ກໍຕ້ອງໃຫ້ມີໃບຢັ້ງຢືນຄວາມເຫັນດີເຫັນພ້ອມຂອງຜູ້ເປັນເຈົ້າຂອງທີ່ດິນນັ້ນຄັດຕິດນຳພ້ອມ.
ມາດຕາ 21. ການດຳເນີນການຂຸດຄົ້ນ
ການຂຸດຄົ້ນຕ້ອງດຳເນີນໄປຕາມເງື່ອນໄຂ ແລະ ມາດຕະການຕ່າງໆທີ່ກະຊວງຖະແຫຼງຂ່າວ ແລະວັດທະນະທຳກຳນົດໃຫ້. ຜູ້ທີ່ໄດ້ຮັບບອະນຸຍາດຂຸດຄົ້ນຕ້ອງທຳການຂຸດຄົ້ນດ້ວຍຕົນເອງ ແລະຮັບຜິດຊອບຮອບດ້ານຕໍ່ການຂຸດຄົ້ນນັ້ນ.
ໃນເວລາດຳເນີນການຂຸດຄົ້ນນັ້ນ ຜູ້ທີ່ໄດ້ຮັບອະນຸຍາດຕ້ອງເຮັດບົດລາຍງານໃຫ້ກະຊວງຖະແຫຼງຂ່າວ ແລະວັດທະນະທຳຢ່າເປັນປະຈຳ.
ທຸກຄັ້ງທີ່ຂຸດຄົ້ນພົບວັດຖຸບູຮານ ຫຼື ບູຮານສະຖານທີ່ສຳຄັນ ຜູ້ຂຸດຄົ້ນຕ້ອງປົກປັກຮັກສາໄວ້ໃຫ້ດີ ແລະລາຍງານຢ່າງຄົບຖ້ວນໃຫ້ກະຊວງຖະແຫຼງຂ່າວ ແລະວັດທະນະທຳຊາບໃນທັນໃດ ເພື່ອສຶກສາພິຈາລະນາ ແລະ ຕັດສິນຊີ້ຂາດກ່ຽວກັບວັດຖຸບູຮານເຫຼົ່ານັ້ນ.
ເມື່ອສິ້ນສຸດການຂຸດຄົ້ນແລ້ວກໍຕ້ອງເຮັດບົດລາຍງານຜົນທີ່ໄດ້ຮັບພ້ອມດ້ວຍເອກະສານຕິດຄັດເຊັ່ນ: ຮູບແຕ້ມ, ຖ່າຍຮູບ ແລະ ເອກະສານບັນທຶກຕ່າງໆ.
ພາຍໃນກຳນົດ ສາມ ປີ ນັບແຕ່ມື້ສິ້ນສຸດການຂຸດຄົ້ນເປັນຕົ້ນໄປ, ຜູ້ຂຸດຄົ້ນຕ້ອງພິມເຜີຍແຜ່ຜົນຂອງການຂຸດຄົ້ນຂອງຕົນທາງດ້ານວິທະຍາສາດ ແລະ ປະຫວັດສາດໃຫ້ມະຫາຊົນຊາບ.
ຖ້າຫາກກາຍກຳນົດ ສາມ ປີແລ້ວຜູ້ຂຸດຄົ້ນຫາກຍັງບໍ່ທັນພິມເຜີຍແຜ່ ກະຊວງຖະແຫຼງຂ່າວ ແລະວັດທະນະທຳມີສິດພິມເຜີຍແຜ່ຜົນງານທາງວິທະຍາສາດ ແລະປະຫວັດສາດກ່ຽວກັບການຂຸດຄົ້ນດັ່ງກ່າວ.
ມາດຕາ 22. ກຳມະສິດຕໍ່ວັດຖຸທີ່ຄົ້ນພົບ
ທຸກວັດຖຸທີ່ເປັນອະສັງຫາລິມະຊັບ ຫຼື ສັງຫາລິມະຊັບ ທີ່ຄົ້ນພົບໃນເວລາຂຸດຄົ້ນນັ້ນແມ່ນ ເປັນກຳມະສິດຂອງລັດ. ພາຍຫຼັງສິ້ນສຸດການຂຸດຄົ້ນແລ້ວ ຜູ້ຂຸດຄົ້ນຕ້ອງໄດ້ມອບວັດຖຸທັງໝົດທີ່ຄົ້ນພົບພ້ອມດ້ວຍຂໍ້ມູນເອກະສານທີ່ກ່ຽວຂ້ອງໃຫ້ກະຊວງຖະແຫຼງຂ່າວ ແລະວັດທະນະທຳຢ່າງຄົບຖ້ວນ.
ເຈົ້າຂອງທີ່ດິນບໍ່ມີສິດເປັນເຈົ້າຂອງວັດຖຸທີ່ຄົ້ນພົບນັ້ນແຕ່ຈະໄດ້ຮັບການທົດແທນຄ່າເສຍຫາຍຈາກລັດຕາມສົມຄວນ.
ມາດຕາ 23. ການປົດວັດຖຸບູຮານອອກຈາກບັນຊີມໍລະດົກແຫ່ງຊາດ
ອະສັງຫາລິມະຊັບ, ສັງຫາລິມະຊັບ ຫຼື ສະຖານທີ່ທຳມະຊາດທີ່ເປັນມໍລະດົກແຫ່ງຊາດນັ້ນ ເມື່ອເຫັນວ່າໝົດຄຸນຄ່າໃນການເປັນວັດຖຸບູຮານ, ວັດທະນະທຳ, ສິລະປະກຳ, ວັນນະກຳ ຫຼື ປະຫວັດສາດແຫ່ງຊາດ ແລ້ວອາດຈະຖືກປົດອອກຈາກບັນຊີມໍລະດົກແຫ່ງຊາດ ໂດຍລັດຖະບານເປັນຜູ້ຕົກລົງຕາມການສະເໜີຂອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະວັດທະນະທຳ.
ສຳລັບມໍລະດົກທ້ອງຖິ່ນນັ້ນ ແມ່ນລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະວັດທະນະທຳ ເປັນຜູ້ຕົກລົງຕາມການສະເໜີຂອງພະແນກຖະແຫຼງຂ່າວ ແລະວັດທະນະທຳແຂວງ, ກຳແພງນະຄອນ ຫຼື ເຂດພິເສດ ພາຍຫຼັງທີ່ໄດ້ົ້ມທົບ ແລະເຫັນດີເປັນເອກະພາບກັບອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງນັ້ນແລ້ວ.
ມາດຕາ 24. ການຖອນໃບອະນຸຍາດຂຸດຄົ້ນ
ກະຊວງຖະແຫຼງຂ່າວ ແລະວັດທະນະທຳ ມີສິດຖອນໃບອະນຸຍາດຂຸດຄົ້ນ ແລະສັ່ງຢຸດການຂຸດຄົ້ນໃນກໍລະນີດັ່ງນີ້:
1. ການຂຸດຄົ້ນ ຫຼື ການປົກປັກຮັກສາວັດຖຸບູຮານຫາກດຳເນີນໄປໂດຍບໍ່ຖືກຕ້ອງຕາມມາດຕະຖານດ້ານວິຊາການ ຫຼືລະບຽບການຕ່າງໆທີ່ລັດວາງອອກ;
2. ສະຖານທີ່ ທີ່ໄດ້ອະນຸຍາດໃຫ້ຂຸດຄົ້ນນັ້ນມີຄວາມສຳຄັນຫຼາຍ ແລະ ການຂຸດຄົ້ນນັ້ນກະຊວງຖະແຫຼງຂ່າວ ແລະວັດທະນະທຳ ມີຄວາມຈຳເປັນະຕ້ອງໄດ້ສືບຕໍ່ດ້ວຍຕົນເອງ;
ນັບແຕ່ມື້ໄດ້ຮັບໃບແຈ້ງການຂອງກະຊວງຖະແຫຼງຂ່າວ ແລະວັດທະນະທຳ ໃຫ້ຢຸດຕິການຂຸດຄົ້ນແລ້ວ ຜູ້ຂຸດຄົ້ນຕ້ອງຢຸດເຊົາການຂຸດຄົ້ນນັ້ນໃນທັນໃດ.
ມາດຕາ 25. ການທົດແທນຄ່າເສຍຫາຍໃນການຂຸດຄົ້ນ
ບຸກຄົນ ຫຼືການຈັດຕັ້ງໃດ ຫາກຖືກຖອນໃບອະນຸຍາດຂຸດຄົ້ນ ຍ້ອນບໍ່ປະຕິບັດຕາມມາດຕະຖານວິຊາການ ຫຼື ລະບຽບການຕ່າງໆ ທີ່ໄດ້ກຳນົດໄວ້ໃນມາດຕາ 24 ເທິງນັ້ນຈະບໍ່ມີສິດຮ້ອງຂໍເອົາຄ່າປ່ວຍການ ຫຼືການທົດແທນຄ່າໃຊ້ຈ່າຍຕ່າງໆໃນການດຳເນີນການຂຸດຄົ້ນນັ້ນ. ໃນກໍລະນີການຖອນໃບອະນຸຍາດນັ້ນຫາກດຳເນີນ ຍ້ອນສະຖານທີ່ຂຸດຄົ້ນນັ້ນມີຄວາມສຳຄັນຫຼາຍ ຊຶ່ງກະຊວງຖະແຫຼງຂ່າວ ແລະວັດທະນະທຳ ມີຄວາມຈຳເປັນຈະຕ້ອງດຳເນີນການຂຸດຄົ້ນດ້ວຍຕົນເອງຜູ້ດຳເນີນການຂຸດຄົ້ນຈະໄດ້ຮັບການທົດແທນຄ່າໃຊ້ຈ່າຍໃນການຂຸດຄົ້ນນັ້ນແຕ່ຫາກບໍ່ມີສິດຮ້ອງຂໍເອົາຄ່າປ່ວຍການ.
ມາດຕາ 26. ສິດຂອງກະຊວງຖະແຫຼງຂ່າວ ແລະວັດທະນະທຳ
ກະຊວງຖະແຫຼງຂ່າວ ແລະວັດທະນະທຳມີສິດຈັດຕັ້ງດຳເນີນການຂຸດຄົ້ນຊອກຫາວັດຖຸບູຮານທຸກແຫ່ງໃນດິນແດນຂອງ ສປປ ລາວ.
ໃນກໍລະນີທີ່ຂຸດຄົ້ນນັ້ນຫາກດຳເນີນຢູ່ໃນເນື້ອທີ່ດິນທີ່ຢູ່ໃນການຄອບຄອງຂອງບຸກຄົນ ຫຼື ການຈັດຕັ້ງອື່ນການຂຸດຄົ້ນຈະດຳເນີນໄດ້ກໍຕໍ່ເມື່ອໄດ້ຮັບຄວາມເຫັນດີຈາກຜູ້ເປັນເຈົ້າຂອງທີ່ດິນນັ້ນເສຍກ່ອນ ແລະການຂຸດຄົ້ນຕ້ອງໃຫ້ສຳເລັດພາຍໃນກຳນົດ ຫ້າ ປີຢ່າງຊ້າ ນັບແຕ່ມື້ລົງມືຂຸດຄົ້ນເປັນຕົ້ນໄປ.
ມາດຕາ 27. ການປົວແປງສະຖານທີ່ຂຸດຄົ້ນ
ບຸກຄົນ ຫຼື ອົງການຈັດຕັ້ງພາຍຫຼັງໄດ້ດຳເນີນການຂຸດຄົ້ນຫາວັດຖຸບູຮານສຳເລັດແລ້ວຕ້ອງເຮັດໃຫ້ສະຖານທີ່ດັ່ງກ່າວຄືນສູ່ສະພາບດີເໝືອນເດີມເຊັ່ນ: ເອົາດິນທີ່ຂຸດອອກນັ້ນຖົມຄືນ, ປູກຕົ້ນໄມ້ຄືນ ແລະ ອື່ນໆ.
ໝວດທີ V
ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ
ມາດຕາ 28. ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ ຫຼືການຈັດຕັ້ງທີ່ມີຜົນງານໃນການຄຸ້ມຄອງ, ການອະນຸລັກ, ການປົກປັກຮັກສາມໍລະດົກແຫ່ງຊາດທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດນັ້ນ ຈະຕ້ອງໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນໆ ຊຶ່ງລັດຖະບານເປັນຜູ້ກຳນົດ.
ມາດຕາ 29. ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ ຫຼືການຈັດຕັ້ງໃດຫາກລະເມີດລັດຖະບັນຍັດສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໄໝ ຫຼືລົງໂທດຕາມລະບຽບກົດໝາຍ ແລ້ວແຕ່ກໍລະນີໜັກ ຫຼື ເບົາ.
ໝວດທີ VI
ບົດບັນຍັດສຸດທ້າຍ
ມາດຕາ 30. ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີໜ້າທີ່ຈັດຕັ້ງປະຕິບັດລັດຖະບົນຍັດສະບັບນີ້.
ມາດຕາ 31. ຜົນສັກສິດ
ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ນັບແຕ່ມື້ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງລາຍເຊັນເປັນຕົ້ນໄປ.
ທຸກໆຂໍ້ກຳນົດທີ່ຂັດກັບລັດຖະບັນຍັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.
ວຽງຈັນ, ວັນທີ 26 ມິຖຸນາ 1997
ປະທານປະເທດ
(ເຊັນ ແລະ ປະທັບຕາ)
ຫນູຮັກ ພູມສະຫວັນ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ການອະນຸລັກ ມໍລະດົກແຫ່ງຊາດ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເລກທີ 03/ປທທ |
# | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
---|---|---|---|---|---|---|---|
1 | ການເກືອດຫ້າມ ການສົ່ງອອກ: ວັດຖຸບູຮານທີ່ເກົ່າແກ່ | ສິນຄ້າເກືອດຫ້າມ | ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ | ວັດຖຸບູຮານທີ່ເກົ່າແກ່, ລວມທັງພະພຸດທະຮູບ, ເທວະຮູບ ແລະ ສິ່ງສັກກາລະບູຊາ, ວັດຖຸມໍລະ ດົກແຫ່ງຊາດ ທີ່ມີຄຸນຄ່າສູງ ທາງດ້ານປະຫວັດສາດ ບູຮານຄະດີ ແລະ ວັດທະນະທຳເຊິ່ງມີອາ ຍຸແຕ່ 50 ປີ ຂື້ນໄປ ແມ່ນຫ້າມສົ່ງອອກ. ໃນກໍລະນີມີຄວາມຈຳເປັນສົ່ງອອກ, ຜູ້ສົ່ງອອກ ຕ້ອງຍື່ນຄຳຮ້ອງຫາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອພິຈາລະນາ ແລະ ນຳສະເໜີຫາ ລັດຖະບານຂອງ ສປປ ລາວ ອະນຸມັດ. | 9999-12-31 | ALL |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.