ສາລະບານ

 

ພາກທີ I - ບົດບັນຍັດທົ່ວໄປ

               ມາດຕາ 1 ຈຸດປະສົງ
               ມາດຕາ 2 ຢາເສບຕິດ
               ມາດຕາ 3 ການອະທິບາຍຄໍາສັບ
               ມາດຕາ 4 ນະໂຍບາຍກ່ຽວກັບການແກ້ໄຂບັນຫາຢາເສບຕິດ
               ມາດຕາ 5 ຫຼັກການກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ພາກທີ II - ປະເພດ ແລະ ຜົນຮ້າຍຂອງຢາເສບຕິດ

ໝວດທີ 1 - ປະເພດຢາເສບຕິດ

ມາດຕາ 8 ປະເພດຢາເສບຕິດ
ມາດຕາ 9 ຢາເສບຕິດເກືອດຫ້າມ
ມາດຕາ 10 ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້

ໝວດທີ 2 ຜົນຮ້າຍຂອງຢາເສບຕິດເກືອດຫ້າມ

ມາດຕາ 11 ຜົນຮ້າຍຕໍ່ຜູ້ເສບ
ມາດຕາ 12 ຜົນຮ້າຍຕໍ່ຜູ້ຜະລິດ ແລະ ຜູ້ກະທໍາອື່ນ
ມາດຕາ 13 ຜົນຮ້າຍຕໍ່ຄອບຄົວ
ມາດຕາ 14 ຜົນຮ້າຍຕໍ່ສັງຄົມ
ມາດຕາ 15 ຜົນຮ້າຍຕໍ່ປະເທດຊາດ

ພາກທີ III ການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ໝວດທີ 1  ການຄວບຄຸມຢາເສບຕິດ ແລະ ສານເຄມີ

ມາດຕາ 16 ການຄວບຄຸມຢາເສບຕິດ ແລະ ສານເຄມີ
ມາດຕາ 17 ການຄວບຄຸມການຜະລິດ, ປຸງແຕ່ງ
ມາດຕາ 18 ການຄວບຄຸມການຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ,ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານ
ມາດຕາ 19 ການຄວບຄຸມການນໍາໃຊ້

ໝວດທີ 2 ການສະກັດກັ້ນຢາເສບຕິດເກືອດຫ້າມ

ມາດຕາ 20 ວິທີການສະກັດກັ້ນຢາເສບຕິດເກືອດຫ້າມ
ມາດຕາ 21 ການໂຄສະນາ
ມາດຕາ 22 ການສຶກສາອົບຮົມ
ມາດຕາ 23 ການບໍ່ອະນຸຍາດໃຫ້ປູກ, ຜະລິດ ແລະ ປຸງແຕ່ງຢາເສບຕິດ
ມາດຕາ 24 ການບໍ່ອະນຸຍາດໃຫ້ ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານຢາເສບຕິດ
ມາດຕາ 25 ການບໍ່ອະນຸຍາດໃຫ້ນໍາໃຊ້ຢາເສບຕິດເກືອດຫ້າມ
ມາດຕາ 26 ການມີສ່ວນຮ່ວມຂອງຄອບຄົວ ແລະ ສັງຄົມ

ໝວດທີ 3 ການຕ້ານຢາເສບຕິດເກືອດຫ້າມ

ມາດຕາ 27 ການຕ້ານຢາເສບຕິດເກືອດຫ້າມ
ມາດຕາ 28 ເປົ້າໝາຍການຕ້ານຢາເສບຕິດເກືອດຫ້າມ
ມາດຕາ 29 ວິທີການຕ້ານຢາເສບຕິດເກືອດຫ້າມ

ໝວດທີ 4 ການດໍາເນີນຄະດີ ກ່ຽວກັບຢາເສບຕິດ

ມາດຕາ 30 ຄວາມສໍາຄັນຂອງການດໍາເນີນຄະດີ
ມາດຕາ 31 ການດໍາເນີນຄະດີກ່ຽວກັບຢາເສບຕິດ
ມາດຕາ 32 ຄວາມຊັດເຈນ ຖືກເປົ໊າໝາຍ ແລະ ຄວາມໂປ່ງໃສ
ມາດຕາ 33 ການກວດຄົ້ນເຄຫະສະຖານ
ມາດຕາ 34 ຂອງກາງ
ມາດຕາ 35 ການຍຶດ, ການອາຍັດ ແລະ ການຮິບວັດຖຸສິ່ງຂອງ
ມາດຕາ 36 ການຊັດທອດ
ມາດຕາ 37 ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຄະດີ

ໝວດທີ 5 ການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບແກ່ຜູ້ຕິດຢາເສບຕິດ

ມາດຕາ 38 ການປິ່ນປົວຜູ້ຕິດຢາເສບຕິດ
ມາດຕາ 39 ການປິ່ນປົວໃນຄອບຄົວ
ມາດຕາ 40 ການປິ່ນປົວໃນຊຸມຊົນ
ມາດຕາ 41 ການປິ່ນປົວຢູ່ໃນສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ
ມາດຕາ 42 ການຝຶກວິຊາຊີບ

ໝວດທີ 6 ການຕິດຕາມຊ່ວຍເຫຼືອຜູ້ອອກຢາເສບຕິດ

ມາດຕາ 43 ການຕິດຕາມຊ່ວຍເຫຼືອຜູ້ອອກຢາເສບຕິດ
ມາດຕາ 44 ໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ
ມາດຕາ 45 ໜ້າທີ່ຂອງໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ

ໝວດທີ 7 ສູນວິໄຈຢາເສບຕິດ

ມາດຕາ 46 ຄວາມຈໍາເປັນຂອງການສ້າງສູນວິໄຈຢາເສບຕິດ
ມາດຕາ 47 ສິດ ແລະ ໜ້າທີ່ຂອງສູນວິໄຈຢາເສບຕິດ

ໝວດທີ 8 ກອງທຶນສະກັດກັ້ນ ແລະ ຕ້ານຢາເສບຕິດ

ມາດຕາ 48 ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
ມາດຕາ 49 ແຫຼ່ງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
ມາດຕາ 50 ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ພາກທີ IV ໜ້າທີ່ ແລະ ຄວາມຮັບຜິດຊອບ ກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ມາດຕາ 51 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດ
ມາດຕາ 52 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ
ມາດຕາ 53 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສັງຄົມ ແລະ ຊຸມຊົນ
ມາດຕາ 54 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄອບຄົວ

ພາກທີ V ຂໍ້ຫ້າມກ່ຽວກັບຢາເສບຕິດ

ມາດຕາ 56 ຂໍ້ຫ້າມສໍາລັບບຸກຄົນ ແລະ ຄອບຄົວ
ມາດຕາ 57 ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ປົກປ້ອງກົດໝາຍ
ມາດຕາ 58 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຂອງການຈັດຕັ້ງ ກ່ຽວກັບຢາເສບຕິດ

ພາກທີ VI ການພົວພັນ ແລະ ຮ່ວມມືສາກົນກ່ຽວກັບຢາເສບຕິດ

ມາດຕາ 59 ການພົວພັນ ແລະ ຮ່ວມມືສາກົນກ່ຽວກັບຢາເສບຕິດ
ມາດຕາ 60 ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທໍາ

ພາກທີ VII ການຄວບຄຸມ ແລະ ກວດກາຢາເສບຕິດ

ໝວດທີ 1 ການຄວບຄຸມຢາເສບຕິດ

ມາດຕາ 61 ອົງການຄວບຄຸມຢາເສບຕິດ
ມາດຕາ 62 ທີ່ຕັ້ງ ແລະ ພາລະບົດບາດຂອງ ກຄສ
ມາດຕາ 63 ສິດ ແລະ ໜ້າທີ່ຂອງ ກຄສ
ມາດຕາ 64 ຄະນະກໍາມະການແຂວງ, ນະຄອນ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ
ມາດຕາ 66 ໜ່ວຍງານຂະແໜງການ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ

ໝວດທີ 2 ການກວດກາຢາເສບຕິດ

ມາດຕາ 67 ອົງການກວດກາຢາເສບຕິດ
ມາດຕາ 68 ສິດ ແລະ ໜ້າທີ່ຂອງອົງການກວດກາຢາເສບຕິດ

ພາກທີ VIII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ໝວດທີ 1 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 70 ນະໂຍບາຍຕໍ່ພະນັກງານ, ເຈົ້າໜ້າທີ່
ມາດຕາ 71 ນະໂຍບາຍຕໍ່ຜູ້ໃຫ້ຄວາມຮ່ວມມື

ໝວດທີ 2 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 72 ມາດຕະການຕໍ່ຜູ້ລະເມີດ
ມາດຕາ 73 ມາດຕະການສຶກສາອົບຮົມ
ມາດຕາ 74 ການປະຕິບັດວິໄນ
ມາດຕາ 75 ມາດຕະການທາງອາຍາ
ມາດຕາ 76 ມາດຕະການຕໍ່ຜູ້ທີ່ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່
ມາດຕາ 77 ມາດຕະການໂທດເພີ່ມ
ມາດຕາ 78 ມາດຕະການທາງແພ່ງ

ພາກທີ IX ບົດບັນຍັດສຸດທ້າຍ

ມາດຕາ 79 ການຈັດຕັ້ງປະຕິບັດ
ມາດຕາ 80 ຜົນສັກສິດ

ພາກທີ IX ບົດບັນຍັດສຸດທ້າຍ

ມາດຕາ 79 ການຈັດຕັ້ງປະຕິບັດ
ມາດຕາ 80 ຜົນສັກສິດ

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ    ເລກທີ 10/ສພຊ
ນະຄອນຫຼວງວຽງຈັນ

ກົດໝາຍ
ວ່າດ້ວຍຢາເສບຕິດ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ກົດໝາຍວ່າດ້ວຍຢາເສບຕິດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບຄຸມ, ສະ ກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ສັງຄົມລາວ ປອດຈາກຢາເສບຕິດເກືອດຫ້າມ, ປະຊາຊົນລາວບັນດາເຜົ່າມີສຸຂະພາບເຂັ້ມແຂງ ສາມາດປະກອບສ່ວນເປັນກໍາລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ມາດຕາ 2 ຢາເສບຕິດ

ຢາເສບຕິດ ແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດ ທີ່ໄດ້ມາຈາກພືດທີ່ໃຫ້ສານເສບຕິດ ຫຼື ຈາກການສັງເຄາະສານເຄມີ, ເມື່ອເສບແລ້ວຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ, ຈິດປະສາດ ແລະ ຈະມີຄວາມຕ້ອງການເສບເພີ່ມຂຶ້ນເລື້ອຍໆ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:

1.     ເຄມີຕົ້ນ ໝາຍເຖິງ ສານເຄມີທີ່ນໍາໃຊ້ ເພື່ອຜະລິດຢາເສບຕິດ;

2.    ອະນຸພັນຂອງຢາເສບຕິດ ໝາຍເຖິງ ສາຍພັນຂອງຢາເສບຕິດຊະນິດນັ້ນ;

3.    ນໍ້າໜັກສຸດທິ ໝາຍເຖິງ ນໍ້າໜັກສານບໍລິສຸດຂອງຢາເສບຕິດ ລວມທັງນໍ້າໜັກຂອງສ່ວນປະສົມເຈືອປົນທີ່ບໍ່ແມ່ນສິ່ງເສບຕິດ;

4.    ນໍ້າໜັກສານບໍລິສຸດ ໝາຍເຖິງ ປະລິມານຄວາມເຂັ້ມຂຸ້ນຂອງຢາເສບຕິດ ຫຼື ນໍ້າຫນັກຂອງສານເສບຕິດອອກລິດຕໍ່ຈິດ-ປະສາດພຽງຢ່າງດຽວ ໂດຍບໍ່ນັບເອົາສິ່ງປະສົມເຈືອປົນອື່ນໆ ເຂົ້ານໍາ;

5.    ການວິໄຈຄຸນນະພາບຂອງຢາເສບຕິດ ໝາຍເຖິງ ການວິໄຈຊອກຫາຊະນິດຂອງຢາເສບຕິດ;

6.    ການວິໄຈປະລິມານຂອງຢາເສບຕິດຊະນິດໃດໜຶ່ງ ໝາຍເຖິງ ການວິໄຈຊອກຫາປະລິມານຄວາມເຂັ້ມຂຸ້ນຂອງຢາເສບຕິດ ຫຼື ຊອກຫາປະລິມານຂອງສານບໍລິສຸດຂອງຢາເສບຕິດຊະນິດນັ້ນ;

7.    ການຄວບຄຸມຢາເສບຕິດ ໝາຍເຖິງ ການຄຸ້ມຄອງ, ການຈໍາກັດການຜະລິດ, ການປຸງແຕ່ງ, ການຄົ້ນຄວ້າວິທະຍາ ສາດ, ການນໍາເຂົ້າ, ການສົ່ງອອກ, ການນໍາຜ່ານ ແລະ ການນໍາໃຊ້ສານເສບຕິດ;

8.    ການສະກັດກັ້ນຢາເສບຕິດ ໝາຍເຖິງ ການປ້ອງກັນບໍ່ໃຫ້ຢາເສບຕິດມີຢູ່ ສປປ ລາວ ດ້ວຍວິທີການຕ່າງໆ;

9.    ການຕ້ານຢາເສບຕິດ ໝາຍເຖິງ ການປາບປາມຢາເສບຕິດເກືອດຫ້າມ ລວມທັງກາານແກ້ໄຂຜົນຮ້າຍຈາກຢາເສບຕິດ;

10.  ພືດທີ່ໃຫ້ຢາເສບຕິດ ໝາຍເຖິງ ຕົ້ນຝິ່ນ, ຕົ້ນກັນຊາ, ຕົ້ນໂກກາ ແລະ ຕົ້ນອື່ນໆ ທີ່ໃຫ້ສານເສບຕິດ;

11.   ສານເສບຕິດ ໝາຍເຖິງ ສານກະຕຸ້ນ ຫຼື ລະງັບລະບົບປະສາດ ເຮັດໃຫ້ຜູ້ນໍາໃຊ້ຕິດ ໄດ້ຢ່າງງ່າຍດາຍ;

12.  ຢາເສບຕິດເກືອດຫ້າມ ໝາຍເຖິງ  ຢາເສບຕິດທີ່ບໍ່ອະນຸຍາດໃຫ້ປູກ, ຜະລິດ, ປຸງແຕ່ງ, ຊື້-ຂາຍ, ຈໍາໜ່ຍ, ມີໄວ້ໃນຄອບຄອງ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານ ສປປ ລາວ, ນໍາໃຊ້ ຫຼື ເສບ ຢ່າງເດັດຂາດ;

13.  ການນໍາໃຊ້ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້ ຢ່າງຖືກຕ້ອງ ໝາຍເຖິງ ການນໍາໃຊ້ວັດຖຸດັ່ງກ່າວ ໂດຍຖືກຕາມມາດຕະຖານ ແລະ ຕາມຫຼັກການວິຊາສະເພາະ;

14.  ຜູ້ທີ່ມີຄວາມສ່ຽງຕໍ່ຢາເສບຕິດ ໝາຍເຖິງ ຜູ້ທີ່ມີທ່າອ່ຽງ  ແລະ ຈະກ້າວໄປເປັນຜູ້ຕິດຢາເສບຕິດ ເຊັ່ນ: ກຸ່ມໄວໜຸ່ມທີ່ຂາດຄວາມອົບອຸ່ນຈາກຄອບຄົວ;

15.  ຜູ້ຕິດຢາເສບຕິດ ໝາຍເຖິງ ຜູ້ເສບ ແລະ ມີຄວາມຕ້ອງການຢາເສບຕິດເພີ່ມຂຶ້ນເລື້ອຍໆ;

16.  ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໝາຍເຖິງ ບ່ອນບໍາບັດປິ່ນປົວ ເພື່ອອອກຈາກຢາເສບຕິດ ພ້ອມທັງມີການຝຶກວິຊາຊີບເບື້ອງຕົ້ນ;

17.  ການຖອດຮີດ ໝາຍເຖິງ ການສະກັດ, ການກັ່ນຕອງ, ການແຍກເອົາສານເສບຕິດ ອອກຈາກພືດທີ່ໃຫສານເສບຕິດ ຫຼື ສານເຄມີເຊັ່ນ: ຢາງຄັນຊາ;

18.  ການເສບໝາຍເຖິງ ການນໍາໃຊ້ຢາເສບຕິດດ້ວຍວິທີການກິນດ ດື່ມ, ດົມ, ສູບ, ສັກເຂົ້າໃນເສັ້ນເລືອດ ຫຼື ດ້ວຍວິທີການອື່ນ.

ມາດຕາ 4 ນະໂຍບາຍກ່ຽວກັບການແກ້ໄຂບັນຫາຢາເສບຕິດ

ລັດເອົາໃຈໃສ່ໂຄສະນາ, ສຶກສາອົບຮົມທົ່ວປວງຊົນດ້ວຍຫຼາຍຮູບການ ເພື່ອສ້າງຈິດສໍານຶກໃຫ້ຄົນໃນສັງຄົມ ເຫັນໄດ້ ຜົນຮ້າຍ ແລະ ພິດໄພຂອງຢາເສບຕິດ, ມີນະໂຍບາຍຊຸກຍູ້ສົ່ງເສີມບຸກຄົນ, ຄອບຄົວ, ການຈັດຕັ້ງທຸກພາກສ່ວນ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວຂອງລັດ ເພື່ອຄຸ້ມຄອງ, ຄວບຄຸມ, ກວດກາ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ລວມທັງ ການແກ້ໄຂຜົນຮ້າຍຂອງມັນ; ສະໜອງງົບປະມານ, ພາຫະນະ ແລະ ວັດຖຸອຸປະກອນ ໃຫ້ແກ່ວຽກງານຢາເສບຕິດ ພ້ອມທັງຮັກສາຄວາມລັບ, ປົກປ້ອງ ແລະ ຄຸ້ມຄອງຄວາມປອດໄພ ໃຫ້ແກ່ຜູ້ທີ່ໃຫ້ການຮ່ວມມືໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ມາດຕາ 5 ຫຼັກການກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ຫຼັກການຕົ້ນຕໍ ກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ມີດັ່ງນີ້:

1.     ລັດເປັນຜູ້ຄຸ້ມຄອງ, ຄວບຄຸມ, ກວດກາ ຢ່າງລວມສູນເປັນເອກະພາບ ກ່ຽວກັບຢາເສບຕິດ ໃນທົ່ວປະເທດ;

2.    ການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແມ່ນໜ້າທີ່ຂອງໝົດທຸກຄົນ ແລະ ການຈັດຕັ້ງໃນທົ່ວສັງຄົມ;

3.    ໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຕ້ອງຖືເອົາການສະກັັດກັ້ນເປັນຕົ້ນຕໍ, ການຕ້ານເປັນສໍາຄັນ ແລະ ການຄວບຄຸມເປັນສິ່ງທີ່ຂາດບໍ່ໄດ້;

4.    ການແກ້ໄຂຜົນຮ້າຍຂອງຢາເສບຕິດ ຕ້ອງເລີ່ມຈາກບຸກຄົນ, ຄອບຄົວ ໂດຍມີສ່ວນຮ່ວມຂອງການຈັດຕັ້ງ ແລະ ສັງຄົມ;

5.    ຜູ້ຕິດຢາເສບຕິດ ໃຫ້ຖືເປັນຜູ້ຖືກເຄາະຮ້າຍທີ່ຕ້ອງໄດ້ຮັບການປິ່ນປົວ.

ມາດຕາ 6 ພັນທະກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ຢູ່ ສປປ ລາວ ຕ້ອງເປັນເຈົ້າການໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ມີພັນທະໃຫ້ຂໍ້ມູນຂ່າວສານ ແລະ ຄວາມຮ່ວມມື ແກ່ເຈົ້າໜ້າທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານດັ່ງກ່າວ.

ຊາວຕ່າງປະເທດທີ່ເຂົ້າມາ, ອອກໄປ, ເດີນທາງຜ່ານ ຫຼື ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ມີພັນທະປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ມາດຕາ 7 ການພົວພັນ ແລະ ຮ່ວມມືສາກົນ

ລັດສົ່ງເສີມການພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ການພົວພັນ ແລະ ຮ່ວມມືສາກົນ ຕ້ອງສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ພາກທີ II
ປະເພດ ແລະ ຜົນຮ້າຍຂອງຢາເສບຕິດ

ໝວດທີ 1
ປະເພດຢາເສບຕິດ

ມາດຕາ 8 ປະເພດຢາເສບຕິດ

ຢາເສບຕິດ ແບ່ງອອກເປັນສອງປະເພດດັ່ງນີ້:

1.     ຢາເສບຕິດເກືອດຫ້າມ;

2.    ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້.

ມາດຕາ 9 ຢາເສບຕິດເກືອດຫ້າມ

ຢາເສບຕິດເກືອດຫ້າມ ແມ່ນຢາເສບຕິດ ຊຶ່ງມີທັງຊະນິດກະຕຸ້ນ ຫຼື ລະງັບປະສາດຢ່າງຮ້າຍແຮງເຊັ່ນ: ເຮໂຣອິນ, ຢາບ້າ, ໂຄເຄນ, ຢາອີ ແລະ ອື່ນໆ ຕາມທີ່ໄດ້ກໍານົດໄວ້ ໃນເອກະສານສະເພາະ.

ຢາເສບຕິດເກືອດຫ້າມ ແມ່ນບໍ່ອະນຸຍາດໃຫ້ນໍາໃຊ້ຢ່າງເດັດຂາດ.

ມາດຕາ 10 ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້

ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້ ແມ່ນຢາເສບຕິດຊຶ່ງມີທັງຊະນິດກະຕຸ້ນ ຫຼື ລະງັບປະສາດ ທີ່ໄດ້ກໍານົດໄວ້ໃນເອກະສານສະເພາະ ເຊັ່ນ: ມອກຟີນ, ຢາຝິ່ນ, ໂກເດອີນ, ເມຕາໂດນ, ແຟນແຕກມີນ, ມີດາໂຊລໍາ, ອາໂມບາກບີຕານ, ອາເຊຕິກແອນຮາຍໄດຣ, ອາເຊຕີນກລໍຣາຍ, ອາເຊີຕີນກລໍຣາຍ ແລະ ອື່ນໆ.

ຢາເສບຕິດ ແລະ ສານເຄມີດັ່ງກ່າວ ຖືກນໍາໃຊ້ເຂົ້າໃນວິທະຍາສາດການແພດ, ອຸດສາຫະກໍາ, ກະສິກໍາ ແລະ ອື່ນໆ ໂດຍມີການຄວບຄຸມຢ່າງເຂັ້ມງວດ.

ໝວດທີ 2
ຜົນຮ້າຍຂອງຢາເສບຕິດເກືອດຫ້າມ

ມາດຕາ 11 ຜົນຮ້າຍຕໍ່ຜູ້ເສບ

ຢາເສບຕິດເກືອດຫ້າມ ມີຜົນຮ້າຍທີ່ເປັນອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ, ເຮັດໃຫ້ບົດບາດ, ກຽດສັກສີ ແລະ ອະນາຄົດຂອງຕົນຕົກຕໍ່າ, ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງ, ທໍາລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນ.

ມາດຕາ 12 ຜົນຮ້າຍຕໍ່ຜູ້ຜະລິດ ແລະ ຜູ້ກະທໍາອື່ນ

ຜູ້ຜະລິດ, ປຸງແຕ່ງ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານ ສປປ ລາວ ຢາເສບຕິດເກືອດຫ້າມຈະເສຍບົດບາດ, ກຽດສັກສີ, ອະນາຄົດ, ຈະຖືກດໍາເນີນຄະດີ ແລະ ລົງໂທດຕາມກົດໝາຍ.

ມາດຕາ 13 ຜົນຮ້າຍຕໍ່ຄອບຄົວ

ຜູ້ຕິດຢາເສບຕິດ ຈະເຮັດໃຫ້ຄອບຄົວເກີດມີຄວາມວຸ້ນວາຍ, ແຕກແຍກ, ເສຍຊື່ສຽງຄອບຄົວ ແລະ ວົງຕະກຸນ, ທໍາລາຍສຸຂະພາບ, ຊີວິດ ແລະ ຊັບສິນໃນຄອບຄົວ.

ມາດຕາ 14 ຜົນຮ້າຍຕໍ່ສັງຄົມ

ຜູ້ຕິດຢາເສບຕິດ ກໍ່ໃຫ້ເກີດມີສິ່ງຫຍໍ່ທໍ້ ແລະ ອດຊະຍາກໍາ, ທໍາລາຍ ແລະ ຂົ່ມຂູ່ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ມາດຕາ 15 ຜົນຮ້າຍຕໍ່ປະເທດຊາດ

ຢາເສບຕິດເກືອດຫ້າມ ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ປະຊາຊົນ ເປັນຕົ້ນ: ຊາວໜຸ່ມດ ເຍົາວະຊົນທີ່ເປັນອະນາຄົດຂອງຊາດ, ຜູ້ຕິດຢາເສບຕິດ ບໍ່ສາມາດປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບໍ່ສາມາດເປັນກໍາລັງແຮງ ໃນການສ້າງສາພັດທະນາປະເທດຊາດ.

ພາກທີ III
ການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ໝວດທີ 1
ການຄວບຄຸມຢາເສບຕິດ ແລະ ສານເຄມີ

ມາດຕາ 16 ການຄວບຄຸມຢາເສບຕິດ ແລະ ສານເຄມີ

ການຄວບຄຸມຢາເສບຕິດ ແລະ ສານເຄມີ ປະກອບມີດັ່ງນີ້:

1.     ການຄວບຄຸມການຜະລິດ, ປຸງແຕ່ງ;

2.    ການຄວບຄຸມການຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານ;

3.    ການຄວບຄຸມການນໍາໃຊ້.

ມາດຕາ 17 ການຄວບຄຸມການຜະລິດ, ປຸງແຕ່ງ

ການຜະລິດ, ການປຸງແຕ່ງຢາເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຊຶ່ງມີຄວາມຈໍາເປັນ ເພື່ອນໍາໃຊ້ເຂົ້າໃນວຽກງານສາທາລະນະສຸກ ແລະ ວຽກງານວິທະຍາສາດ, ການຄົ້ນຄວ້າທົດລອງ, ການອຸດສາຫະກໍາ, ການກະສິກໍາແມ່ນອະນຸຍາດ ແຕ່ຕ້ອງມີການຄຸ້ມຄອງ, ກວດກາ ແລະ ຄວບຄຸມຢ່າງເຂັ້ມງວດ ຈາກອົງການທີ່ກ່ຽວຂ້ອງຂອງລັດ.

ມາດຕາ 18 ການຄວບຄຸມການຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ,ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານ

ການຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ,ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານ ສປປ ລາວ ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້ ຊຶ່ງມີຄວາມຈໍາເປັນ ເພື່ອນໍາໃຊ້ເຂົ້າໃນວຽກວານສາທາລະນະສຸກ ແລະ ວຽກງານວິທະ ຍາສາດ, ການຄົ້ນຄວ້າທົດລອງ, ການອຸດສາຫະກໍາ, ການກະສິກໍາແມ່ນອະນຸຍາດ ແຕ່ຕ້ອງມີການຄຸ້ມຄອງ, ກວດກາ ແລະ ຄວບຄຸມຢ່າງເຂັ້ມງວດ ຈາກອົງການທີ່ກ່ຽວຂ້ອງຂອງລັດ.

ມາດຕາ 19 ການຄວບຄຸມການນໍາໃຊ້

ການນໍາໃຊ້ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້ ໃນຂົງເຂດສາທາລະນະສຸກ, ອຸດສາຫະກໍາ, ກະສິກໍາ ແລະ ຂົງເຂດອື່ນ ຕ້ອງມີການຄຸ້ມຄອງ, ກວດກາ ແລະ ຄວບຄຸມຢ່າງເຂັ້ມງວດ.

ໃນກໍລະນີທີ່ມີການນໍາໃຊ້ຢາເສບຕິດ ແລະ ສານເຄມີດັ່ງກ່າວ ບໍ່ຖືກຕ້ອງ ຕາມຫຼັກວິຊາການ ແລະ ລະບຽບການກໍຈະເປັນໄພອັນຕະລາຍຕໍ່ບຸກຄົນ, ຄອບຄົວ, ສັງຄົມ ແລະ ຈະຖືກລົງໂທດຕາມກົດໝາຍ.

ໝວດທີ 2
ການສະກັດກັ້ນຢາເສບຕິດເກືອດຫ້າມ

ມາດຕາ 20 ວິທີການສະກັດກັ້ນຢາເສບຕິດເກືອດຫ້າມ

ວິທີການສະກັດກັ້ນຢາເສບຕິດເກືອດຫ້າມ ມີດັ່ງນີ້:

1.     ການໂຄສະນາ;

2.    ການສຶກສາອົບຮົມ;

3.    ການບໍ່ອະນຸຍາດໃຫ້ປູກ, ຜະລິດ ແລະ ປຸງແຕ່ງຢາເສບຕິດ;

4.    ການບໍ່ອະນຸຍາດໃຫ້ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານ ສປປ ລາວ;

5.    ການບໍ່ອະນຸຍາດໃຫ້ນໍາໃຊ້;

6.    ການມີສ່ວນຮ່ວມຂອງຄອບຄົວ ແລະ ສັງຄົມ;

7.    ການພົວພັນ ແລະ ຮ່ວມມືສາກົນ.

ມາດຕາ 21 ການໂຄສະນາ

ເພື່ອປ້ອງກັນບໍ່ໃຫ້ຄົນໃນສັງຄົມຕົກເປັນທາດຂອງຢາເສບຕິດ ລັດ ແລະ ສັງຄົມ ຕ້ອງໄດ້ດໍາເນີນການໂຄສະນາຢ່າງກວ້າງຂວາງ ດ້ວຍຫຼາຍຮູບການ, ຫຼາຍວິທີການ ແລະ ຫຼາຍລະດັບ ເພື່ອສ້າງຈິດສໍານຶກໃຫ້ສັງຄົມເຫັນໄດ້ເຖິງພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ ເພື່ອເປັນເຈົ້າການປະກອບສ່ວນເຂົ້າໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ມາດຕາ 22 ການສຶກສາອົບຮົມ

ລັດ ແລະ ສັງຄົມຈັດຕັ້ງການສຶກສາອົບຮົມ, ໃຫ້ຄໍາປຶກສາ ແລະ ແນະນໍາຕໍ່ກຸ່ມເປົ້າໝາຍ ແລະ ກຸ່ມທີ່ມີຄວາມສ່ຽງຕໍ່ຢາເສບຕິດ ເພື່ອໃຫ້ເຫັນໄດ້ໄພອັນຕະລາຍ ແລະ ຜົນຮ້າຍ, ຢູ່ຫ່າງໄກ ແລະ ບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ.

ມາດຕາ 23 ການບໍ່ອະນຸຍາດໃຫ້ປູກ, ຜະລິດ ແລະ ປຸງແຕ່ງຢາເສບຕິດ

ລັດບໍ່ອະນຸຍາດໃຫ້ປູກ, ຜະລິດ ແລະ ປຸງແຕ່ງຢາເສບຕິດເກືອດຫ້າມ. ພ້ອມກັນນັ້ນ ລັດກໍຕ້ອງສົ່ງເສີມ, ແນະນໍາ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນຫັນປ່ຽນໄປສູ່ອາຊີບອື່ນ ທີ່ໝັ້ນຄົງ, ຖາວອນ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ມາດຕາ 24 ການບໍ່ອະນຸຍາດໃຫ້ ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ນໍາຜ່ານຢາເສບຕິດ

ລັດບໍ່ອະນຸຍາດໃຫ້ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ຜ່ານແດນ ສປປ ລາວ ຢາເສຍຕິດເກືອດຫ້າມ.

ມາດຕາ 25 ການບໍ່ອະນຸຍາດໃຫ້ນໍາໃຊ້ຢາເສບຕິດເກືອດຫ້າມ

ລັດບໍ່ອະນຸຍາດໃຫ້ນໍາໃຊ້ຢາເສບຕິດເກືອດຫ້າມ ບໍ່ວ່າໃນຂົງເຂດສາທາລະນະສຸກ, ອຸດສາຫະກໍາ, ກະສິກໍາ ແລະ ຂົງ ເຂດອື່ນ.

ມາດຕາ 26 ການມີສ່ວນຮ່ວມຂອງຄອບຄົວ ແລະ ສັງຄົມ

ຄອບຄົວມີສ່ວນຮ່ວມໃນການສະກັດກັ້ນຢາເສບຕິດເກືອດຫ້າມ ຊຶ່ງສະແດງອອກດ້ວຍການໃຫ້ຄວາມອົບອຸ່ນແກ່ສະມາ ຊິກພາຍໃນຄອບຄົວ, ໃກ້ຊິດຕິດແທດ, ສຶກສາອົບຮົມ, ແນະນໍາ ພ້ອມທັງປຶກສາຫາລື ແລກປ່ຽນບົດຮຽນ ແລະ ຄໍາຄິດເຫັນຊຶ່ງກັນ ແລະ ກັນ ເພື່ອໃຫ້ຮູ້ເຖິງໄພອັນຕະລາຍ ແລະ ຜົນຮ້າຍຂອງຢາເສບຕິດເກືອດຫ້າມ, ຕິດຕາມການເຄື່ອນໄຫວ ແລະ ການພົວພັນກັບພາຍນອກຂອງສະມາຊິກຄອບຄົວ ເພື່ອຫຼີກເວັ້ນຈາກການຕົກເປັນທາດຂອງຢາເສບຕິດ.

ສັງຄົມມີສ່ວນຮ່ວມ ໃນການສະກັດກັ້ນຢາເສບຕິດເກືອດຫ້າມ ຊຶ່ງສະແດງອອກໃນການໂຄສະນາ, ສຶກສາອົບຮົມໃຫ້ສະມາຊິກ ໃນການຈັດຕັ້ງຂອງຕົນຮູ້ເຖິງໄພອັນຕະລາຍ ແລະ ຜົນຮ້າຍຂອງຢາເສບຕິດເກືອດຫ້າມ,ສ້າງກິດຈະກໍາຕ່າງໆ ເປັນຕົ້ນ ກິລາ-ກາຍຍະກໍາ, ສິນລະປະວັນນະຄະດີ, ຫໍສະໝຸດ, ການທ່ອງທ່ຽວ ເພື່ອສົ່ງເສີມໃຫ້ສະມາຊິກຂອງຕົນໄດ້ເຂົ້າຮ່ວມ ແລະ ພາກັນຢູ່ຫ່າງໄກຈາກຢາເສບຕິດດັ່ງກ່າວ, ຕິດຕາມການເຄື່ອນໄຫວຂອງສະມາຊິກຕົນ, ໃຫ້ຂໍ້ມູນຂ່າວ ສານກ່ຽວກັບຢາເສບຕິດນັ້ນພ້ອມທັງ ຕິດຕາມຄົນບໍ່ດີທີ່ເຂົ້າມາເຄື່ອນໄຫວຢູ່ໃນສັງຄົມຂອງຕົນ.

ໝວດທີ 3
ການຕ້ານຢາເສບຕິດເກືອດຫ້າມ

ມາດຕາ 27 ການຕ້ານຢາເສບຕິດເກືອດຫ້າມ

ຢາເສບຕິດເກືອດຫ້າມ ເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດໄພ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ ຈຶ່ງຕ້ອງນໍາໃຊ້ມາດຕະການຕ່າງໆຢ່າງເດັດຂາດ ແລະ ເຂັ້ມງວດ ເພື່ອຕ້ານຢາເສບຕິດເກືອດຫ້າມ.

ມາດຕາ 28 ເປົ້າໝາຍການຕ້ານຢາເສບຕິດເກືອດຫ້າມ

ເປົ້າໝາຍການຕ້ານຢາເສບຕິດເກືອດຫ້າມ ມີດັ່ງນີ້:

1.     ຕົວການທີ່ເຮັດທຸລະກິດຢາເສບຕິດ;

2.    ຜູ້ປູກ, ຜະລິດ, ປຸງແຕ່ງ;

3.    ຜູ້ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ຂົນສົ່ງ, ນໍາເຂົ້າ, ສົ່ງອອກ, ນໍາຜ່ານ ສປປ ລາວ ຢາເສບຕິດ;

4.    ຜູ້ໃຫ້ການບໍລິການ;

5.    ຜູ້ເສບ;

6.    ຜູ້ເຂົ້າຮ່ວມຂະບວນການ ຢາເສບຕິດເກືອດຫ້າມ.

ມາດຕາ 29 ວິທີການຕ້ານຢາເສບຕິດເກືອດຫ້າມ

ການຕ້ານຢາເສບຕິດເກືອດຫ້າມ ມີວິທີການຕົ້ນຕໍດັ່ງນີ້:

1.     ອອກລະບຽບການ ກ່ຽວກັບຢາເສບຕິດເກືອດຫ້າມ ຢ່າງຮັດກຸມ ແລະ ເປັນລະບົບຄົບຊຸດ;

2.    ສ້າງ, ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ກ່ຽວກັບວຽກງານຢາເສບຕິດ ໃຫ້ຄົບຖ້ວນ ແຕ່ສູນກາງຮອດຮາກຖານ ໃຫ້ມີຄຸນນະພາບທາງດ້ານວິຊາການ ແລະ ມີຄວາມໂປ່ງໃສ;

3.    ສົ່ງເສີມການສ້າງວຽກເຮັດງານທໍາ ແລະ ປະກອບອາຊີບອື່ນ ທົດແທນການປູກພືດໃຫ້ສານເສບຕິດ;

4.    ສ້າງບ້ານພັດທະນາໃຫ້ມີຄວາມເຂັ້ມແຂງ ປອດຈາກການປູກພືດ ໃຫ້ສານເສບຕິດ, ການຜະລິດ, ປຸງແຕ່ງ, ເສບ, ຄ້າຂາຍ ແລະ ຈໍາໜ່າຍຢາເສບຕິດ;

5.    ສະໜອງງົບປະມານ, ປະກອບພາຫະນະ, ອຸປະກອນ, ພື້ນຖານວັດຖຸເຕັກນິກທີ່ຈໍາເປັນ ໃຫ້ແກ່ການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ລວມທັງສູນ ຫຼື ຫ້ອງວິໄຈ, ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ອື່ນໆ;

6.    ເກັບກໍາ, ຄົ້ນຄວ້າຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍທີ່ກ່ຽວຂ້ອງກັບຢາເສບຕິດ;

7.    ເປີດຂະບວນການຕ້ານ, ກວາດລ້າງເປົ້າຫມາຍ ໂດຍມີການເຂົ້າຮ່ວມຂອງປວງຊົນ, ກໍາລັງປະກອບອາວຸດ, ໃນນັ້ນ ອົງການກວດກາ ແລະ ຄວບຄຸມຢາເສບຕິດເປັນຫຼັກແຫຼ່ງ;

8.    ດໍາເນີນຄະດີ, ລົງໂທດຜູ້ກະທໍາຜິດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ;

9.    ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ແລະ ບັນດາປະເທດໃກ້ຄຽງ ເປັນຕົ້ນ ຕາມບໍລິເວນຊາຍແດນ ເພື່ອແກ້ໄຂບັນຫາຢາເສບຕິດ;

10.  ສະຫຼຸບ, ຖອດຖອນບົດຮຽນເປັນແຕ່ລະບັ້ນ ແລະ ເປັນແຕ່ລະໄລຍະ ກ່ຽວກັບວຽກງານການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ໝວດທີ 4
ການດໍາເນີນຄະດີ ກ່ຽວກັບຢາເສບຕິດ

ມາດຕາ 30 ຄວາມສໍາຄັນຂອງການດໍາເນີນຄະດີ

ການດໍາເນີນຄະດີ ກ່ຽວກັບຢາເສບຕິດ ມີຄວາມສໍາຄັນ, ຫຍຸ້ງຍາກ, ສັບສົນເປັນພິເສດ ແລະ ເປັນອັນຕະລາຍ ຊຶ່ງຕ້ອງ ດໍາເນີນໃຫ້ຖືກເປົ້າໝາຍ, ຄ່ອງແຄ້ວ, ວ່ອງໄວທັນການ, ຊັດເຈນ, ເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ.

ມາດຕາ 31 ການດໍາເນີນຄະດີກ່ຽວກັບຢາເສບຕິດ

ການດໍາເນີນຄະດີ ກ່ຽວກັບຢາເສບຕິດ ແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ແຕ່ຕ້ອງເອົາ ໃຈໃສ່ບັນຫາທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ຄື: ຄວາມຊັດເຈນຖືກເປົ້າໝາຍ, ຂອງກາງ, ການຊັດທອດ, ຄວາມວ່ອງໄວ, ຄວາມໂປ່ງໃສ, ການປັບໃໝແລ້ວປ່ອຍຕົວ.

ມາດຕາ 32 ຄວາມຊັດເຈນ ຖືກເປົ໊າໝາຍ ແລະ ຄວາມໂປ່ງໃສ

ການດໍາເນີນຄະດີກ່ຽວກັບຢາເສບຕິດ ຕ້ອງຊັດເຈນ, ຖືກເປົ້າໝາຍ, ຜູ້ກະທໍາຜິດຕົວຈິງ, ວ່ອງໄວ ໂດຍມີພະຍານ, ຫຼັກຖານທີ່ໜັກແໜ້ນ, ຮັດກຸມ.

ການດໍາເນີນຄະດີ ຕ້ອງໂປ່ງໃສ ແລະ ຫ້າມທໍາການປັບໃໝແລ້ວປ່ອຍຕົວຜູ້ຖືກຫາ ໂດຍບໍ່ດໍາເນີນຄະດີຕາມລະບຽບກົດໝາຍ.

ມາດຕາ 33 ການກວດຄົ້ນເຄຫະສະຖານ

ກ່ອນຈະມີການກວດຄົ້ນເຄຫະສະຖານນັ້ນ ຕ້ອງໃຫ້ມີຄໍາສັ່ງກວດຄົ້ນຂອງໄອຍະການປະຊາຊົນ ຫຼື ສານປະຊາຊົນ ເວັ້ນເສຍແຕ່ໃນກໍລະນີມີຄວາມຈໍາເປັນອັນຮີບດ່ວນ ແຕ່ກໍຕ້ອງລາຍງານໃຫ້ໄອຍະການປະຊາຊົນຊາບ ພາຍໃນກໍານົດເວລາຊາວສີ່ຊົ່ວໂມງ ພາຍຫຼັງທີ່ການກວດຄົ້ນໄດ້ສິ້ນສຸດແລ້ວ.

ການກວດຄົ້ນ ຕ້ອງເຮັດຊ້ອງໜ້າເຈົ້າຂອງເຄຫະສະຖານ, ອົງການປົກຄອງບ້ານ ແລະ ພະຍານຢ່າງໜ້ອຍສອງຄົນ.

ກ່ອນ ແລະ ຫຼັງການກວດຄົ້ນນັ້ນ ເຈົ້າໜ້າທີ່ຕ້ອງສະແດງຄວາມບໍລິສຸດໃຈຕໍ່ບຸກຄົນ ແລະ ການຈັດຕັ້ງດັ່ງກ່າວ.

ການກວດຄົ້ນໃນແຕ່ລະຄັ້ງ ຕ້ອງເຮັດບົດບັນທຶກຢາເສບຕິດ, ຂອງກາງ ແລະ ສິ່ງອື່ນໆທີ່ຜິດກົດໝາຍ ຢ່າງລະອຽດຄົບຖ້ວນ ໂດຍໃຫ້ບຸກຄົນ ແລະ ການຈັດຕັ້ງທີ່ເຂົ້າຮ່ວມທັງໝົດເຊັນ ແລະ ແປະໂປ້ຢູ່ກັບທີ່ ເພື່ອຮັບຮູ້ ແລະ ຢັ້ງຢືນ.

ມາດຕາ 34 ຂອງກາງ

ຂອງກາງກ່ຽວກັບຄະດີຢາເສບຕິດ ເປັນພື້ນຖານໃຫ້ແກ່ການຈັບຕົວ, ການດໍາເນີນຄະດີ ແລະ ຕັດສິນລົງໂທດຜູ້ກະທໍາຜິດ.

ຂອງກາງທີ່ເປັນຢາເສບຕິດ ຊຶ່ງພົບເຫັນ ແລະ ຍຶດໄດ້ ຕ້ອງກວດກາ, ຕິດຊັ່ງ, ບັນທຶກແລ້ວສົ່ງໄປວິໄຈໃຫ້ວ່ອງໄວ, ຂອງກາງດັ່ງກ່າວ ຕ້ອງຄຸ້ມຄອງ ແລະ ເກັບມ້ຽນຢູ່ບ່ອນທີ່ຮັບປະກັນ ບໍ່ໃຫ້ຕົກເຮ່ຍເສຍຫາຍ ຫຼື ຖືກປ່ຽນແທນ. ການມອບຮັບຂອງກາງ ກ່ຽວກັບຄະດີຢາເສບຕິດໃຫ້ກັນແຕ່ລະຄັ້ງ ຕ້ອງມີການກວດກາຄືນ ແລະ ຢັ້ງຢືນໃຫ້ຖືກຕ້ອງ ຕາມບົດບັນ ທຶກເບື້ອງຕົ້ນ.

ຂອງກາງກ່ຽວກັບຄະດີຢາເສບຕິດ ເປັນຕົ້ນ ເງິນ, ຄໍາ, ພາຫະນະ ແລະ ຊັບສິນອື່ນໆ ແມ່ນບໍ່ໃຫ້ນໍາໃຊ້ ແລະ ໃຫ້ປະຕິ ບັດຕາມກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ.

ໃນກໍລະນີທີ່ມີການຮັບສາລະພາບຂອງຜູ້ຖືກຫາ ແຕ່ບໍ່ມີຂອງກາງນັ້ນ ຕ້ອງໄດ້ຊອກຫາພະຍານ, ຫຼັກຖານອື່ນໃນຄະດີ ມາຢັ້ງຢືນ ເພື່ອຕັດສິນ.

ມາດຕາ 35 ການຍຶດ, ການອາຍັດ ແລະ ການຮິບວັດຖຸສິ່ງຂອງ

ຊັບສິນ, ພາຫະນະ, ອຸປະກອນທີ່ພົວພັນກັບຄະດີຢາເສບຕິດ ຕ້ອງຖືກຍຶດ ແລະ ອາຍັດມາເປັນຂອງກາງ ຕາມລະບຽບກົດໝາຍ ເພື່ອລໍຖ້າການຕັດສິນຂອງສານ.

ຂອງກາງທີ່ສາມາດເສື່ອມຄຸນນະພາບໄວ, ສັດລ້ຽງ ຕ້ອງໄດ້ຂາຍຕາມລາຄາໃນທ້ອງຕະຫຼາດ ໃນເວລານັ້ນ ໂດຍມີການຕົກລົງເຫັນດີຂອງຄະນະກໍາມະການກວດສອບຊັບສິນ ແລ້ວເອົາເງິນຈາກການຂາຍຊັບສິນນັ້ນ ໄປຝາກໄວ້ຢູ່ທະນາຄານ.

ສໍາລັບຂອງກາງທີ່ມີຄ່າ ເປັນຕົ້ນ: ເພັດ, ຄໍາ, ເງິນ ແລະ ວັດຖຸມີຄ່າອື່ນໆ ຕ້ອງເຮັດບົດບັນທຶກ ໂດຍບົ່ງບອກຈໍານວນ, ປະເພດ. ຊະນິດ, ຮູບປະພັນ, ລັກສະນະ, ນໍ້າໜັກ, ຄຸນນະພາບ ແລະ ອື່ນໆ ຢ່າງລະອຽດ ແລ້ວນໍາໄປຝາກໄວ້ຢູ່ທະນາຄານ.

ຊັບສິນ, ພາຫະນະ, ອຸປະກອນ ແລະ ຂອງກາງອື່ນ ທີ່ພົວພັນກັບຢາເສບຕິດ ຈະຖືກຮິບຕາມຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ, ຖ້າຫາກສານບໍ່ຕັດສິນຮິບແລ້ວ ກໍຈະຖືກສົ່ງຄືນໃຫ້ແກ່ຜູ້ເປັນເຈົ້າຂອງ.

ຂອງກາງທີ່ເປັນຢາເສບຕິດ ຕ້ອງໄດ້ທໍາລາຍ ຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.

ມາດຕາ 36 ການຊັດທອດ

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍບໍ່ມີຂອງກາງ,ບໍ່ມີຫຼັກຖານຮັດກຸມ ແລະ ບຸກຄົນນີ້ ປະຕິເສດບໍ່ຮັບຮູ້ ກໍໃຫ້ຖືວ່າບໍ່ມີການກະທໍາຜິດ.

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍມີຂອງກາງ ແລະ ບຸກຄົນນີ້ ຮັບສາລະພາບ ກໍໃຫ້ດໍາເນີນຄະດີຕາມກົດໝາຍ.

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍມີຂອງກາງໜັກແໜ້ນ ຮັດກຸມ ແຕ່ບຸກຄົນນີ້ ຫາກປະຕິເສດບໍ່ຮັບຮູ້ ກໍໃຫ້ດໍາເນີນຄະດີຕາມກົດໝາຍ.

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍບໍ່ມີຂອງກາງ ແຕ່ມີຫຼັກຖານຮັດກຸມ ແລະ ບຸກຄົນນີ້ ປະຕິເສດບໍ່ຮັບຮູ້ ກໍໃຫ້ດໍາເນີນຄະດີຕາມກົດໝາຍ.

ມາດຕາ 37 ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຄະດີ

ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຄະດີ ລັດຕ້ອງປະກອບພາຫະນະ, ວັດຖຸອຸປະກອນ, ສະໜອງງົບປະ ມານ ໃຫ້ແກ່ວຽກງານດໍາເນີນຄະດີຢາເສບຕິດ ຢ່າງເໝາະສົມ.

ໝວດທີ 5
ການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບແກ່ຜູ້ຕິດຢາເສບຕິດ

ມາດຕາ 38 ການປິ່ນປົວຜູ້ຕິດຢາເສບຕິດ

ການປິ່ນປົວຜູ້ຕິດຢາເສບຕິດ ໄດ້ຮັບການສົ່ງເສີມໃນຄອບຄົວ, ຊຸມຊົນ, ໂຮງໝໍ, ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ລວມທັງການປິ່ນປົວຢູ່ໃນຄ້າຍຄຸມຂັງ-ດັດສ້າງ.

ມາດຕາ 39 ການປິ່ນປົວໃນຄອບຄົວ

ການປິ່ນປົວອອກຢາເສບຕິດ ຕ້ອງເລີ່ມຈາກຄອບຄົວເປັນຜູ້ຮັບຜິດຊອບໃນການຮັກສາ ຕາມຄໍາແນະນໍາຂອງແພດ, ນອກຈາກນີ້ ຍັງຕ້ອງໄດ້ເບິ່ງແຍງຢ່າງໃກ້ຊິດ, ໃຫ້ຄວາມອົບອຸ່ນ, ໃຫ້ກໍາລັງໃຈ ເພື່ອຊ່ວຍໃຫ້ຜູ້ຕິດຢາເສບຕິດອອກຢາໄດ້ ພ້ອມທັງຟື້ນຟູສຸຂະພາບ, ສືບຕໍ່ຮໍ່າຮຽນ ຫຼື ຊອກວຽກເຮັດງານທໍາໃຫ້ຜູ້ອອກຢາເສບຕິດ ທັງຕິດຕາມບໍ່ໃຫ້ກັບຄືນໄປເສບໃໝ່ອີກ.

ມາດຕາ 40 ການປິ່ນປົວໃນຊຸມຊົນ

ການປິ່ນປົວຜູ້ຕິດຢາເສບຕິດໃນຊຸມຊົນ ກໍຕ້ອງໄດ້ຮັບການສົ່ງເສີມເຊັ່ນດຽວກັນ ແລະ ຕ້ອງດໍາເນີນດ້ວຍການສ້າງສະ ຖານທີ່ປິ່ນປົວ, ຊອກຫາຢາພື້ນເມືອງ, ຢາຫຼວງມາບໍາບັດ, ປຸກລະດົມການປະກອບສ່ວນດ້ານແຮງງານ, ສະບຽງອາຫານວັດຖຸເງິນຄໍາຕ່າງໆ. ພາຍຫຼັງທີ່ອອກຢາເສບຕິດແລ້ວ ຊຸມຊົນຊອກວຽກເຮັດງານທໍາ, ຕິດຕາມ, ສຶກສາອົບຮົມ ແລະ ເບິ່ງແຍງຜູ້ອອກຢາເສບຕິດ ເພື່ອບໍ່ໃຫ້ກັບຄືນໄປເສບໃໝ່ອີກ.

ມາດຕາ 41 ການປິ່ນປົວຢູ່ໃນສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

ເພື່ອກອບກູ້ເອົາຜູ້ຕິດຢາເສບຕິດນັ້ນ ຕ້ອງສ້າງ ແລະ ປັບປຸງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ບ່ອນທີ່ມີເງື່ອນໄຂ.

ສູນດັ່ງກ່າວຮັບເອົາຜູ້ຕິດຢາເສບຕິດເຂົ້າມາປິ່ນປົວ ຈາກການມອບສິ່ງຂອງເຈົ້າໜ້າທີ່, ຈາກການຝາກຂອງຄອບຄົວ ຫຼື ຈາກຄວາມສະໝັກໃຈຂອງຜູ້ຕິດຢາເສບຕິດເອງ.

ເມື່ອຮັບເອົາຜູ້ຕິດຢາເສບຕິດແລ້ວ ສູນດັ່ງກ່າວ ມີໜ້າທີ່ສຶກສາອົບຮົມ, ປິ່ນປົວ, ບໍາບັດ, ຟື້ນຟູສຸຂະພາບ ລວມທັງຕິດ ຕາມ ເພື່ອໃຫ້ຄໍາປຶກສາແນະນໍາແກ່ຜູ້ອອກຢາເສບຕິດ.

ສູນດັ່ງກ່າວ ປະກອບດ້ວຍພະນັກງານຂອງຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ, ເຈົ້າໜ້າທີ່ ແລະ ພະນັກງານວິຊາສະເພາະຈາກຂະແໜງການ ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ-ສັງຄົມ.

ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນດັ່ງກ່າວ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ການປິ່ນປົວຜູ້ອອກຢາເສບຕິດ ຢູ່ໃນຄ້າຍຄຸມຂັງ-ດັດສ້າງ ກໍໄດ້ຮັບການສົ່ງເສີມເຊັ່ນດຽວກນັ.

ມາດຕາ 42 ການຝຶກວິຊາຊີບ

ການຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ ດໍາເນີນຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເພື່ອໃຫ້ສາມາດກັບຄືນເຂົ້າສູ່ສັງຄົມໄດ້ຢ່າງເປັນປົກກະຕິ. ການຝຶກວິຊາຊີບ ຕ້ອງໄປຄຽງຄູ່ກັບການຊອກຕະຫຼາດ ເພື່ອຂາຍຜະລິດຕະພັນ ແນໃສ່ເຮັດໃຫ້ຜູ້ອອກຢາເສບຕິດມີລາຍໄດ້ ເພື່ອເປັນພື້ນຖານໃຫ້ແກ່ການສ້າງຊີວິດໃໝ່.

ສູນດັ່ງກ່າວຍັງມີໜ້າທີ່ຕິດຕໍ່ພົວພັນ, ຊອກວຽກເຮັດງານທໍາ ໃຫ້ຜູ້ອອກຢາເສບຕິດໃນສັງຄົມ ຕາມເງື່ອນໄຂຕົວຈິງ.

ໝວດທີ 6
ການຕິດຕາມຊ່ວຍເຫຼືອຜູ້ອອກຢາເສບຕິດ

ມາດຕາ 43 ການຕິດຕາມຊ່ວຍເຫຼືອຜູ້ອອກຢາເສບຕິດ

ພາຍຫຼັງໄດ້ຮັບການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນແລ້ວ ຜູ້ອອກຢາເສບຕິດ ຕ້ອງໄດ້ຮັບການຕິດຕາມຊ່ວຍເຫຼືອ, ການໃຫ້ຄໍາແນະນໍາ, ຄໍາປຶກສາ ແລະ ການຊອກວຽກເຮັດງານທໍາ ເພື່ອເຮັດໃຫ້ຜູ້ອອກຢາເສບຕິດ ມີຊີວິດການເປັນຢູ່ຢ່າງເປັນປົກກະຕິ.

ສໍາລັບຜູ້ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່ນັ້ນ ຈະໄດ້ຮັບໂທດ ຕາມມາດຕາ 76 ຂອງກົດໝາຍສະບັບນີ້.

ມາດຕາ 44 ໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ

ເພື່ອຮັບປະກັນການອອກຢາເສບຕິດຢ່າງຖາວອນນັ້ນ ຕ້ອງໄດ້ສ້າງໜ່ວຍງານຊ່ວຍເຫຼືອ ຜູ້ອອກຢາເສບຕິດ ໂດຍຢູ່ພາຍໃຕ້ການຄຸ້ມຄອງ, ຊີ້ນໍາຂອງຄະນະກໍາມະການ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດຂັ້ນນັ້ນ.

ມາດຕາ 45 ໜ້າທີ່ຂອງໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ

ໜ່ວຍງານຊ່ວຍເຫຼືອຜູ້ອອກຢາເສບຕິດ ມີໜ້າທີ່ຕົ້ນຕໍ ໃນການເກັບກໍາຂໍ້ມູນສະຖິຕິ, ຕິດຕາມກວດກາ, ໃຫ້ຄໍາແນະນໍາ, ຄໍາປຶກສາ ແລະ ການຊ່ວຍເຫຼືອທີ່ຈໍາເປັນແກ່ຜູ້ອອກຢາເສບຕິດ ລວມທັງ ການຕິດຕໍ່ພົວພັນຊອກວຽກເຮັດງານທໍາ ໃຫ້ຕາມເງື່ອນໄຂຕົວຈິງ ເພື່ອເຮັດໃຫ້ຜູ້ອອກຢາເສບຕິດ ກັບຄືນເຂົ້າສູ່ສັງຄົມໄດ້ຢ່າງເປັນປົກກະຕິ.

ໝວດທີ 7
ສູນວິໄຈຢາເສບຕິດ

ມາດຕາ 46 ຄວາມຈໍາເປັນຂອງການສ້າງສູນວິໄຈຢາເສບຕິດ

ເພືອຢັ້ງຢືນວ່າວັດຖຸໃດໜຶ່ງ ແມ່ນຢາເສບຕິດ, ເປັນຢາເສບຕິດປະເພດໃດ, ຊະນິດໃດ, ມີປະລິມານຄວາມເຂັ້ມຂຸ້ນຂອງສານເສບຕິດເທົ່າໃດ ຊຶ່ງຈະເປັນບ່ອນອີງໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ລວມທັງ ການນໍາໃຊ້ມາດຕະການລົງໂທດຕໍ່ຜູ້ກະທໍາຜິດຢ່າງຖືກຕ້ອງ ກັບຄວາມຈິງ ແລະ ຍຸຕິທໍານັ້ນ ມີຄວາມຈໍາເປັນຕ້ອງໄດ້ສ້າງສູນວິໄຈຢາເສບຕິດ ໃນຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ເຫັນວ່າມີຄວາມຈໍາເປັນ ເຊັ່ນ: ຂະແໜງການປ້ອງກັນຄວາມສະຫງົບ, ຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດ.

ສໍາລັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນວິໄຈຢາເສບຕິດ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ 47 ສິດ ແລະ ໜ້າທີ່ຂອງສູນວິໄຈຢາເສບຕິດ

ສູນວິໄຈຢາເສບຕິດ ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

-        ກວດ, ພິສູດ, ວິໄຈ ເພື່ອຊອກຫາສານເສບຕິດ, ປະເພດ, ຊະນິດ ແລະ ຄວາມເຂັ້ມຂຸ້ນຂອງສານເສບຕິດ;

-        ສະຫຼຸບຜົນຂອງການພິສູດ, ວິໄຈ ເພື່ອຢັ້ງຢືນແກ່ອົງການລັດທີ່ມີໜ້າທີ່ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ລວມທັງອົງການດໍາເນີນຄະດີ ແລະ ຜູ້ຖືກຫາ ກ່ຽວກັບຢາເສບຕິດ ຕາມຄໍາສະເໜີຂອງບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ;

-        ຮັບຜິດຊອບຕໍ່ໜ້າກົດໝາຍ ກ່ຽວກັບຜົນວິໄຈຢາເສບຕິດຂອງຕົນ;

-        ປະສານງານ, ແລກປ່ຽນຂໍ້ມູນຂ່າວສານພາຍໃນ, ຕ່າງປະເທດ ແລະ ສາກົນ ກ່ຽວກັບວຽກງານຢາເສບຕິດ ເປັນຕົ້ນ: ການພິສູດ ແລະ ວິໄຈຢາເສບຕິດ ຕາມການມອບໝາຍຂອງຂັ້ນເທິງ.

ໝວດທີ 8
ກອງທຶນສະກັດກັ້ນ ແລະ ຕ້ານຢາເສບຕິດ

ມາດຕາ 48 ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ລັດສົ່ງເສີມໃຫ້ສ້າງຕັ້ງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ສູນກາງ, ແຂວງ, ນະຄອນ ເພື່ອຮັບໃຊ້ວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ລວມທັງ ວຽກງານປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝືກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ.

ມາດຕາ 49 ແຫຼ່ງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ແຫຼ່ງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ມາຈາກ:

-        ງົບປະມານຂອງລັດ ລວມທັງສ່ວນແບ່ງ ຕາມລະບຽບກົດໝາຍງົບປະມານ ຈາກລາຍຮັບທີ່ໄດ້ມາຈາກຊັບສິນ, ພາຫະນະ ແລະ ອຸປະກອນ ທີ່ພົວພັນກັບຢາເສບຕິດຊຶ່ງສານປະຊາຊົນໄດ້ຕັດສິນຮິບ;

-        ການຂາຍຜະລິດຕະພັນຂອງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ;

-        ການຊ່ວຍເຫຼືອຈາກຕ່າງປະເທດ;

-        ການປະກອບສ່ວນຈາກບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ;

-        ການເຄື່ອນໄຫວກິດຈະກໍາຫາລາຍໄດ້ໃດໜຶ່ງ ເຊັ່ນ: ການແຂ່ງຂັນກິລາ-ກາຍຍະກໍາ, ການສະແດງສິນລະປະວັນນະ ຄະດີ ແລະອື່ນໆ.

ມາດຕາ 50 ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂັ້ນສູນກາງ ແມ່ນຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຫ່ງຊາດ ເປັນຜູ້ຄຸ້ມຄອງ, ສ່ວນຢູ່ຂັ້ນທ້ອງຖິ່ນ ແມ່ນຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງ, ນະຄອນ ເປັນຜູ້ຄຸ້ມຄອງ. ກອງທຶນດັ່ງກ່າວ ແມ່ນນໍາໃຊ້ເຂົ້າໃນວຽກງານທີ່ໄດ້ກໍານົດໄວ້ໃນ ມາດຕາ 48 ຂອງກົດໝາຍສະບັບນີ້.

ການຈັດຕັ້ງ ແລະ ການເຄອື່ນໄຫວຂອງກອງທຶນສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ພາກທີ IV
ໜ້າທີ່ ແລະ ຄວາມຮັບຜິດຊອບ ກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ມາດຕາ 51 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດ

ລັດຖະບານວາງນະໂຍບາຍ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນ ໃຫ້ແກ່ຜູ້ອອກຢາເສບຕິດ ລວມທັງ ການສະໜອງງົບປະມານ, ປະກອບພາຫະນະ, ອຸປະກອນ ແລະ ບຸກຄະລາກອນ ໃຫ້ແກ່ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ລັດຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ກວດກາ ລວມທັງວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 16, 20 ແລະ 29 ຂອງກົດໝາຍສະບັບນີ້.

ອົງການປົກຄອງທ້ອງຖິ່ນ ມີໜ້າທີ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນຕົ້ນ ແມ່ນ ໂຄສະນາສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍ ໃຫ້ທຸກພາກ ສ່ວນໃນສັງຄົມເຂົ້າຮ່ວມໃນວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ.

ມາດຕາ 52 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ

ພາກສ່ວນຕ່າງໆທີ່ກ່ຽວຂ້ອງກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງຍຸຕິທໍາ, ກະຊວງແຮງງານ ແລະ ສະ ຫວັດດີການ-ສັງຄົມ, ກະຊວງສຶກສາທິການ, ກະຊວງສາທາລະນະສຸກດ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາ ຊົນສູງສຸດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນສູນກາງ ແລະ ອົງການຈັດຕັ້ງອື່ນ ທີ່ກ່ຽວຂ້ອງ ມີໜ້າທີ່ຈັດຕັ້ງໜ່ວຍງານສະເພາະ ແລະ ຊີ້ນໍາ, ກວດກາສາຍຕັ້ງ ໃນການປະຕິບັດວຽກງາ່ນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ.

ມາດຕາ 53 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສັງຄົມ ແລະ ຊຸມຊົນ

ສັງຄົມ ແລະ ຊຸມຊົນມີໜ້າທີ່ ແລະ ຄວາມຮັບຜດຊອບໃນການໂຄສະນາ, ປຸກລະດົມ ໃຫ້ທຸກຊັ້ນຄົນເຫັນໄດ້ໄພອັນ ຕະລາຍຂອງຢາເສບຕິດ ແລະ ພ້ອມກັນກັດກັ້ນດ ຊອກຮູ້ຜູ້ປູກ, ຜູ້ຜະລິເ, ຜູ້ປຸງແຕ່ງ, ຜູ້ຂາຍ, ຜູ້ຈໍາໜ່າຍ, ຜູ້ຂົນສົ່ງ, ຜູ້ເສບຢາເສບຕິດແລ້ວລາຍງານ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ໃຫ້ຄວາມຮ່ວມມືໃນການປິ່ນປົວ, ຟື້ນຟູ, ຝຶກວິຊາຊີບເບື້ອງຕົ້ນ ແລະ ຊອກວຽກເຮັດງານທໍາໃຫ້ແກ່ຜູ້ອອກຢາເສບຕິດ.

ມາດຕາ 54 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄອບຄົວ

ຄອບຄົວມີບົດບາດສໍຄັນ, ມີໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ການສຶກສາອົບຮົມ, ຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກ ພາຍໃນຄອບຄົວ ແລະ ຍາດພີ່ນ້ອງຂອງຕົນ ໃຫ້ຮູ້ເຖິງໄພອັນຕະລາຍຂອງຢາເສບຕິດ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ທັງເປັນແບບຢ່າງ, ໃກ້ຊິດຕິດແທດ, ໃຫ້ຄວາມອົບອຸ່ນ, ປຶກສາຫາລື, ໃຫ້ຄໍາແນະນໍາແກ່ສະມາຊິກພາຍໃນຄອບຄົວ, ເຂົ້າຮ່ວມຂະບວນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ໃຫ້ຄວາມຊ່ວຍເຫຼືອ ເພື່ອບໍາບັດ-ປິ່ນປົວ ເມື່ອສະມາຊິກຄອບຄົວຫາກຕິດຢາເສບຕິດ ພ້ອມກັນນັ້ນ ກໍໃຫ້ຕິດຕາມສະມາຊິກຄອບຄົວທີ່ອອກຢາເສບຕິດແລ້ວ.

ມາດຕາ 55 ໜ້າທີ່ ແລະ ຄວາມຮັບຜິດຊອບຂອງບຸກຄົນ

ພົນລະເມືອງລາວທຸກຄົນ ໂດຍສະເພາະຊາວໜຸ່ມ-ເຍົາວະຊົນ ຕ້ອງເປັນເຈົ້າການຕົນເອງໃນການສະກັດກັ້ນ ແລະ ຕ້ານຢາເສບຕິດດ ຕ້ານແນວຄິດຢາກທົດລອງເສບຢາເສບຕິດ, ຕ້ອງຟັງຄໍາແນະນໍາຂອງພໍ່ແມ່, ຜູ້ປົກຄອງ, ຄູ-ອາຈານ. ເມື່ອຕິດຢາເສບຕິດແລ້ວ ກໍຕ້ອງຕັດສິນໃຈເຂົ້າຮັບການປິ່ນປົວອອກຢາເສບຕິດ.

ພົນລະເມືອງທຸກຄົນ ມີໜ້າທີ່ລາຍງານຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມື່ອໄດ້ຮັບຂໍ້ມູນຂ່າວສານກ່ຽວກັບຜູ້ປູກ, ຜູ້ຜະລິດ, ຜູ້ປຸງແຕ່ງ, ຜູ້ຂາຍ, ຜູ້ຈໍາໜ່າຍ, ຜູ້ຂົນສົ່ງ, ຜູ້ເສບ ແລະ ແຫຼ່ງທີ່ມາ, ບ່ອນຊຸກເຊື່ອງຢາເສບຕິດ ແລະ ຕ້ອງໄດ້ຮັບການປົກປ້ອງ, ຄຸ້ມຄອງຄວາມປອດໄພຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.

ພາກທີ V
ຂໍ້ຫ້າມກ່ຽວກັບຢາເສບຕິດ

ມາດຕາ 56 ຂໍ້ຫ້າມສໍາລັບບຸກຄົນ ແລະ ຄອບຄົວ

ຂໍ້ຫ້າມສໍາລັບບຸກຄົນ ແລະ ຄອບຄົວມີດັ່ງນີ້:

1.     ຫ້າມປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຄອບຄອງ, ຂົນສົ່ງ, ນໍາເຂົ້າ, ສົ່ງອອກ ຫຼື ນໍາຜ່ານ ສປປ ລາວ ຢາເສບຕິດ ໂດຍບໍ່ຖືກຕ້ອງຕາມກົດໝາຍ;

2.    ຫ້າມເສບ ຫຼື ຈັດບໍລິການໃຫ້ເສບ, ຊຸກຍູ້ສົ່ງເສີມ, ຫຼອກລວງ ແລະ ບັງຄັບ ໃຫ້ຜູ້ອື່ນໃຊ້ຢາເສບຕິດ ໂດຍບໍ່ຖືກ ຕ້ອງຕາມກົດໝາຍ;

3.    ຫ້າມປິດບັງ, ປົກປ້ອງ ຫຼື ຊຸກເຊື່ອງສະມາຊິກຄອບຄົວ ຫຼື ບຸກຄົນອື່ນທີ່ຕິດຢາເສບຕິດ;

4.    ຫ້າມຂັດຂວາງ, ນາບຂູ່, ແກ້ແຄ້ນ ຜູ້ເຂົ້າຮ່ວມໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ການປິ່ນປົວຜູ້ຕິດຢາເສບຕິດ;

5.    ຫ້າມໂຄສະນາ ເພື່ອກະຕຸກຊຸກຍູ້ການເສບຢາເສບຕິດ ໂດຍບໍ່ຖືກຕ້ອງຕາມກົດໝາຍທຸກຮູບແບບ ລວມທັງອິນເຕີເນັດ;

6.    ຂໍ້ຫ້າມອື່ນ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 57 ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ປົກປ້ອງກົດໝາຍ

ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ປົກປ້ອງກົດໝາຍມີດັ່ງນີ້:

1.     ຫ້າມປະຕິບັດວຽກງານດ້ວຍຄວາມບໍ່ໂປ່ງໃສ ເຊັ່ນ: ຮັບສິນບົນ, ປັບໃໝແລ້ວປ່ອຍຕົວຜູ້ຖືກຫາ, ສັບປ່ຽນຂອງກາງຢາເສບຕິດ, ເຮັດບົດບັນທຶກປອມ ຫຼື ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ຍາດພີ່ນ້ອງ;

2.    ຫ້າມປິດບັງ, ຊຸກເຊື່ອງ ແລະ ປົກປ້ອງຜູ້ຖືກຫາກ່ຽວກັບຢາເສບຕິດ;

3.    ຫ້າມນໍາໃຊ້ຂອງກາງຄະດີທີ່ພົວພັນກັບຢາເສບຕິດ ເຊັ່ນ: ຍານພາຫະນະ, ອຸປະກອນສື່ສານ, ເງິນ, ຄໍາ ແລະ ຊັບສິນອື່ນໆ;

4.    ຫ້າມໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່ຜູ້ຖືກຫາ ເພື່ອໃຫ້ຮັບສາລະພາບ;

5.    ຫ້າມປົກປ້ອງ, ແຊກແຊງການດໍາເນີນຄະດີ ກ່ຽວກັບຢາເສບຕິດຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;

6.    ຫ້າມເຂົ້າຮ່ວມ ແລະ ພົວພັນກັບການຜະລິດ, ຄ້າຂາຍ, ຂົນສົ່ງຢາເສບຕິດ ໂດຍບໍ່ຖືກຕ້ອງຕາມກົດໝາຍ;

7.    ຂໍ້ຫ້າມອື່ນ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 58 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຂອງການຈັດຕັ້ງ ກ່ຽວກັບຢາເສບຕິດ

ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຂອງການຈັດຕັ້ງ ກ່ຽວກັບຢາເສບຕິດມີດັ່ງນີ້:

1.     ຫ້າມເຈົ້າໜ້າທີ່ສູນວິໄຈຢາເສບຕິດ ແຈ້ງຜົນວິໄຈ ໂດຍບໍ່ຖືກກັບຕົວຈິງ ຫຼື ສັບປ່ຽນສິ່ງເສບຕິດ;

2.    ຫ້າມເຈົ້າໜ້າທີ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ປ່ອຍປະລະເລີຍ, ທໍາຮ້າຍຮ່າງກາຍຜູ້ມາບໍາບັດ, ຮຽກຮ້ອງຜົນປະໂຫຍດຈາກຄອບຄົວ ຫຼື ຜູ້ຕິດຢາເສບຕິດ;

3.    ຫ້າມເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ ທໍາຮ້າຍຮ່າງກາຍຜູ້ຖືກຫາ ຫຼື ຜູ້ກະທໍາຜິດກ່ຽວກັບຢາເສບຕິດ;

4.    ຫ້າມເຈົ້າໜ້າທີ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ອອກໃບຢັ້ງຢືນສຸຂະພາບທີ່ບໍ່ຖືກຕ້ອງຕາມຕົວຈິງ;

5.    ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ພາກທີ VI
ການພົວພັນ ແລະ ຮ່ວມມືສາກົນກ່ຽວກັບຢາເສບຕິດ

ມາດຕາ 59 ການພົວພັນ ແລະ ຮ່ວມມືສາກົນກ່ຽວກັບຢາເສບຕິດ

ລັດສົ່ງເສີມໃຫ້ມີການພົວພັນ ແລະ ຮ່ວມມືສອງຝ່າຍ, ຫຼາຍຝ່າຍ ທັງໃນພາກພື້ນ ແລະ ສາກົນກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ດ້ວຍຫຼາຍຮູບການເຊັ່ນ: ການໂຄສະນາ, ສຶກສາອົບຮົມ ເພື່ອປ້ອງກັນບໍ່ໃຫ້ຄົນໃນສັງຄົມຕົກເປັນທາດຂອງຢາເສບຕິດ, ການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກ ພາຍຫຼັງປະຊາຊົນຢຸດເຊົາປູກພືດທີ່ໃຫ້ສານເສບຕິດ, ການປິ່ນປົວ-ບໍາບັດ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນໃຫ້ຜູ້ອອກຢາເສບຕິດ, ການປະຕິບັດມາດຕະການທາງດ້ານກົດໝາຍ, ການແລກປ່ຽນຂໍ້ມູນຂ່າວສານ, ເຕັກໂນໂລຊີ, ບົດຮຍນ, ການສ້າງບຸກຄະລາກອນ ແລະ ອື່ນໆ.

ມາດຕາ 60 ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທໍາ

ໃນການຮ່ວມມືດ້ານກົດໝາຍ ແລະ ຍຸຕິທໍານັ້ນ ອົງການທີ່ມີສິດອໍານາດຂອງ ສປປ ລາວ ສະໜອງຂໍ້ມູນຂ່າວສານກ່ຽວກັບຢາເສບຕິດ, ປະຕິບັດມາດຕະການສືບສວນ-ສອບສວນ ແລະ ມດາຕະການຄວບຄຸມ, ສະກັດກັ້ນ ແລະ ຕ້ານ, ການສັ່ງຟ້ອງ ແລະ ການຕັດສິນຄະດີກ່ຽວກັບຢາເສບຕິດ ຕາມການຮ້ອງຂໍຂອງປະເທດພາຄີ.

ສໍາລັບການສົ່ງຜູ້ຮ້າຍຂ້າມແດນນັ້ນ ໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ VII
ການຄວບຄຸມ ແລະ ກວດກາຢາເສບຕິດ

ໝວດທີ 1
ການຄວບຄຸມຢາເສບຕິດ

ມາດຕາ 61 ອົງການຄວບຄຸມຢາເສບຕິດ

ອົງການຄວບຄຸມຢາເສບຕິດປະກອບດ້ວຍ:

-        ຄະນະກໍາມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ (ກຄສ);

-        ຄະນະກໍາມະການແຂວງ, ນະຄອນ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ (ກຄສຂ);

-        ຄະນະກໍາມະການເມືອງ, ເທດສະບານ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ (ກຄສມ);

-        ໜ່ວຍງານຂະແໜງການ ເພືອກວດກາ ແລະ ຄວບຄຸມຢາເສບຕິດ.

ມາດຕາ 62 ທີ່ຕັ້ງ ແລະ ພາລະບົດບາດຂອງ ກຄສ

ຄະນະກໍາມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແມ່ນອົງການຈັດຕັ້ງຂອງລັດຖະບານ ຊຶ່ງປະກອບດ້ວຍຫຼາຍພາກສ່ວນເຂົ້າຮ່ວມ, ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານແຫ່ງ ສປປ ລາວ ໃນການກວດກາ ແລະ ຄວບຄຸມຢາເສບຕິດ ຢ່າງລວມສູນເປັນເອກະພາບທົ່ວປະເທດ ໂດຍມີກອງເລຂາປະຈໍາ ເພື່ອຊ່ວຍວຽກຊຶ່ງມີຖານະເທົ່າກັບກົມ.

ສໍາລັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກຄສ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ 63 ສິດ ແລະ ໜ້າທີ່ຂອງ ກຄສ

ຄະນະກໍາມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ມີສິດ ແລະ ໜ້າທີ່ດັ່ງນີ້:

1.     ຄົ້ນຄວ້າແຜນຍຸດທະສາດ, ຮ່າງກົດໝາຍ, ລະບຽບການ, ແຜນການ, ໂຄງການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;

2.    ໂຄສະນາເຜີຍແຜ່ ສຶກສາອົບຮົມແນວທາງນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບຢາເສບຕິດ ແລະ ເກັບກໍາຂໍ້ມູນຂ່າວສານກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;

3.    ຊີ້ນໍາ, ຊຸກຍູ້, ກວດກາການຈັດຕັ້ງປະຕິບັດວຽກງານ ກ່ຽວກັບຢາເສບຕິດ ໃນຂອບເຂດທົ່ວປະເທດ;

4.    ຂົນຂວາຍ, ຍາດແຍ່ງການຊ່ວຍເຫຼືອ ຈາກພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງກອງທຶນ ເພື່ອວຽກງາ່ນສະກັດກັ້ນ ແລະ ຕ້ານຢາເສບຕິດ;

5.    ສ້າງ ແລະ ກວດກາແຜນການ ການນໍາໃຊ້ກອງທຶນສະກັດກັ້ນ ແລະ ຕ້ານຢາເສບຕິດ;

6.    ກໍ່ສ້າງ, ບໍາລຸງ, ຍົກລະດັບບຸກຄະລາກອນ ກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;

7.    ເປັນໃຈກາງປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ສູນຝຶກວິຊາຊີບເບື້ອງຕົ້ນ ເພື່ອເຮັດໃຫ້ຜູ້ອອກຢາເສບຕິດ ມີວິຊາຊີບ ແລະ ມີວຽກເຮັດງງານທໍາ;

8.    ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການສ້າງສູນປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ສູນຝຶກວິຊາຊີບເບື້ອງຕົ້ນ ໃຫ້ຜູ້ອອກຢາເສບຕິດ;

9.    ສະຫຼຸບ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອລາຍງານໃຫ້ລັດຖະບານ;

10.  ປະຕິບັດ ສິດ ແລະ ໜ້າທີ່ອືນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 64 ຄະນະກໍາມະການແຂວງ, ນະຄອນ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ

ຄະນະກໍາມະການແຂວງ, ນະຄອນ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແມ່ນອົງການຈັດຕັ້ງຂອງແຂວ, ນະຄອນ ຊຶ່ງປະກອບດ້ວຍຫຼາຍພາກສ່ວນເຂົ້າຮ່ວມ, ມີພາລະບົດບາດເປັນເສນາທິການໃຫ້ອົງການປົກຄອງແຂວງ, ນະຄອນ ໃນການກວດກາ ແລະ ຄວບຄຸມຢາເສບຕິດ ໃນຂອບເຂດແຂວງ, ນະຄອນ ໂດຍມີກອງເລຂາຊ່ວຍວຽກປະຈໍາ ຊຶ່ງມີຖານະເທົ່າກັບພະແນກການຂອງແຂວງ, ນະຄອນ

ຄະນະກໍາມະການແຂວງ, ນະຄອນ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ມີສິດ ແລະ ໜ້າທີ່ດັ່ງນີ້:

1.     ຜັນຂະຫຍາຍແຜນການຂອງຂັ້ນເທິງ, ລະບຽບກົດໝາຍ ກ່ຽວກັບຢາເສບຕິດມາເປັນລະບຽບການ, ແຜນການ, ໂຄງການຂອງຕົນພ້ອມທັງຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ;

2.    ໂຄສະນາເຜີຍແຜ່, ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;

3.    ຊີ້ນໍາ, ຊກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານຢາເສບຕິດ ຂອງຄະນະກໍາມະການເມືອງ, ເທດສະບານ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ;

4.    ສໍາຫຼວດເກັບກໍາຂໍ້ມູນ ກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

5.    ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຢາເສບຕິດ

6.    ສະຫຼຸບ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຢາເສບຕິດ ໃນຂັ້ນຂອງຕົນ ໃຫ້ອົງການປົກຄອງແຂວງ, ນະຄອນ ແລະ ຄະນະກໍາມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຢ່າງເປັນປົກກະຕິ;

7.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 65 ຄະນະກໍາມະການເມືອງ, ເທດສະບານ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ

ຄະນະກໍາມະການເມືອງ, ເທດສະບານ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແມ່ນອົງການຈັດຕັ້ງຂອງເມືອງ, ເທດ ສະບານ ຊຶ່ງປະກອບດ້ວຍຫຼາຍພາກສ່ວນເຂົ້າຮ່ວມ, ມີພາລະບົດບາດເປັນເສນາທິການ ໃຫ້ອົງການປົກຄອງເມືອງ, ເທດສະບານ ໃນການກວດກາ ແລະ ຄວບຄຸມຢາເສບຕິດ ໂດຍມີກອງເລຂາຊ່ວຍວຽກປະຈໍາ ຊຶ່ງມີຖານະເທົ່າກັບຫ້ອງການວິຊາສະເພາະອື່ນ ຂອງເມືອງ, ເທດສະບານ.

ຄະນະກໍາມະການເມືອງ, ເທດສະບານ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ມີສິດ ແລະ ໜ້າທີ່ດັ່ງນີ້:

1.     ຈັດຕັ້ງປະຕິບັດລະບຽບກົດໝາຍ, ແຜນການ, ໂຄງການກ່ຽວກັບຢາເສບຕິດ;

2.    ໂຄສະນາເຜີຍແຜ່, ສຶກສາອົບຮົມແນວທາງນະໂຍບາຍ, ລະບຽບກົດໝາຍກ່ຽວກັບຢາເສບຕິດ;

3.    ສໍາຫຼວດ, ເກັບກໍາຂໍ້ມູນກ່ຽວກັບຢາເສບຕິດ ໃນຂອບເຂດຂຄວາມຮັບຜິດຊອບຂອງຕົນ;

4.    ຊີ້ນໍາ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດວຽກງານຢາເສບຕິດ ຂັ້ນລຸ່ມຂອງຕົນ;

5.    ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຢາເສບຕິດ;

6.    ສະຫຼຸບ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຢາເສບຕິດ ໃນຂັ້ນຂອງຕົນ ໃຫ້ອົງການປົກຄອງເມືອງ, ເທດສະບານ ແລະ ຄະນະກໍາມະການແຂວງ, ນະຄອນ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດຢ່າງເປັນປົກກະຕິ;

7.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 66 ໜ່ວຍງານຂະແໜງການ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ

ໜ່ວຍງານຂະແໜງການ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແມ່ນການຈັດຕັ້ງໜຶ່ງຂອງກະຊວງ, ອົງການທີ່ກ່ຽວຂ້ອງ ຊຶ່ງມີສິດ ແລະ ໜ້າທີ່ກວດກາ ແລະ ຄວບຄຸມຢາເສບຕິດ ຕາມພາລະບົດບາດຂອງຂະແໜງການຕົນ.

ໝວດທີ 2
ການກວດກາຢາເສບຕິດ

ມາດຕາ 67 ອົງການກວດກາຢາເສບຕິດ ແມ່ນອົງການດຽວກັນກັບອົງການຄວບຄຸມຢາເສບຕິດ ທີ່ໄດ້ກໍານົດໄວ້ໃນມາດຕາ 61 ຂອງກົດໝາຍສະບັບນີ້.

ມາດຕາ 68 ສິດ ແລະ ໜ້າທີ່ຂອງອົງການກວດກາຢາເສບຕິດ

ສິດ ແລະ ໜ້າທີ່ຂອງອົງການກວດກາຢາເສບຕິດ ມີສິດ ແລະ ໜ້າທີ່ກວດກາການຈັດຕັ້ງປະຕິຍັດວຽກງານ ການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍລົງເລິກບາງບັນຫາດັ່ງນີ້:

1.     ກວດກາການຈັດຕັ້ງປະຕິບັດແຜນການ, ໂຄງການ, ລະບຽບກົດໝາຍ ກ່ຽວກັບຢາເສບຕິດ ລວມທັງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ສູນຝຶກວິຊາຊີບເບ້ອງຕົ້ນ ໃຫ້ຜູ້ອອກຢາເສບຕິດ;

2.    ຕິດຕາມ, ຊີ້ນໍາ, ກວດກາ ການແກ້ໄຂບັນຫາຢາເສບຕິດ ຕາມລະບຽບກົດໝາຍ;

3.    ປະສານສົມທົບກັບພາກສ່ວນອື່ນ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໃນການກວດກາ, ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ການແກ້ໄຂບັນຫາຢາເສບຕິດ;

4.    ສະເໜີວິທີ, ມາດຕະການແກ້ໄຂຜົນຂອງການຕິດຕາມກວດກາ ໃຫ້ຂັ້ນເທິງຕົກລົງ;

5.    ສະຫຼຸບ, ປະເມີນຜົນ, ຖອດຖອນບົດຮຽນ ແລະ ລາຍງານຂັ້ນເທິງ ກ່ຽວກັບວຽກງານກວດກາຢາເສບຕິດ;

6.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 69 ຮູບການ ການກວດກາຢາເສບຕິດ

ການກວດກາຢາເສບຕິດ ມີສາມຮູບການດັ່ງນີ້:

-        ການກວດກາຕາມລະບົບປົກກະຕິ;

-        ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

-        ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິ ແມ່ນການກວດກາທີ່ມີລັກສະນະເປັນປະຈໍາ ແລະ ມີກໍານົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງເທື່ອຕໍ່ປີ.

ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດກາ ເມື່ອຫາກເຫັນວ່າມີຄວາມຈໍາເປັນ ໂດຍແຈ້ງໃຫ້ຮູ້ລ່ວງໜ້າກ່ອນຢ່າງໜ້ອຍຊາວສີ່ຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນການກວດກາ ທີ່ມີການດໍາເນີນຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າກ່ອນ.

ພາກທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ໝວດທີ 1
ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 70 ນະໂຍບາຍຕໍ່ພະນັກງານ, ເຈົ້າໜ້າທີ່

ພະນັກງານ, ເຈົ້າໜ້າທີ່ ແລະ ການຈັດຕັ້ງທີ່ມີຜົນງານ ໃນການປະຕິບັດກົດໝາຍວ່າດ້ວຍ ຢາເສບຕິດ ເປັນຕົ້ນ ກ່ຽວກັບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຈະໄດ້ຮັບການຍ້ອງຍໍ, ບໍາເນັດ ຫຼື ນະໂຍບາຍອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ 71 ນະໂຍບາຍຕໍ່ຜູ້ໃຫ້ຄວາມຮ່ວມມື

ບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຂົ້າໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ດ້ວຍການເຂົ້າຮ່ວມງານ, ໃຫ້ຂໍ້ມູນ-ຂ່າວສານ ແລະອື່ນໆ ຈະໄດ້ຮັບການຍ້ອງຍໍ, ບໍາເນັດ, ການປິ່ນປົວ ແລະ ນະໂຍບາຍອື່ນຢ່າງ
ເໝາະສົມ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ໝວດທີ 2
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 72 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ມາດຕະການທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກລວມທັງການໃຊ້ແທນຄ່າເສຍຫາຍທາງແພ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 146 ຂອງກົດໝາຍອາຍາ ແລະ ກົດໝາຍສະບັບນີ້.

ມາດຕາ 73 ມາດຕະການສຶກສາອົບຮົມ

ບຸກຄົນທີ່ໄດ້ເສບຢາເສບຕິດ ຫຼື ມີວິໄນຄອບຄອງເຄມີຢາງຄັນຊາ ແລະ ອະນຸພັນຕ່າງໆຂອງເຄມີຢາງຄັນຊາ ແຕ່ 0,3 ກຣາມ ລົງມາ ຖືວ່າເປັນຜູ້ຖືກເຄາະຮ້າຍ, ເປັນຜູ້ສ່ຽງຕໍ່ການຕິດຢາ, ເປັນຜູ້ຕິດຢາ ຈະຖືກສຶກສາອົບຮົມ ແລະ ຈະຖືກນໍາໄປປິ່ນປົວຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ.

ບຸກຄົນ, ຄອບຄົວ ຫຼື ການຈັດຕັ້ງ ທີ່ບໍ່ໃຫ້ຄວາມຮ່ວມມືໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍຈະຖືກສຶກສາອົບຮົມ.

ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໜ້ອຍ, ຈິງໃຈລາຍງານ, ຮັບສາລະພາບຄວາມຜິດຂອງຕົນຕໍ່ການຈັດຕັ້ງ ແລະ ສົ່ງຊັບທີ່ໄດ້ເອົາໄປ ໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ແກ່ການຈັດຕັ້ງຢ່າງຄົບຖ້ວນແລ້ວ ກໍຈະໄດ້ຮັບການສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 74 ການປະຕິບັດວິໄນ

ພະນັກງານ, ລັດຖະກອນ ຫຼື ເຈົ້າໜ້າທີ່ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບຢາເສບຕິດ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນາກນກະທໍາຜິດທາງອາຍາ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຈາກຄວາມຜິດຂອງຕົນ ກໍຈະຖືກປະຕິບັດວິໄນ ຕາມແຕ່ລະກໍລະນີດັ່ງນີ້:

1.     ຕິຕຽນ, ກ່າວເຕືອນຄວາມຜິດ ແລະ ບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ;

2.    ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;

3.    ປົດຕໍາແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ຕໍ່າກວ່າເກົ່າ;

4.    ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງນັ້ນຢ່າງຄົບຖ້ວນ.

ມາດຕາ 75 ມາດຕະການທາງອາຍາ

ເຄມີຢາງຄັນຊາ (tetrahydrocannabinol, Hashish) ແລະ ອະນຸພັນຕ່າງໆຂອງເຄມີຢາງຄັນຊາ:

-        ນໍ້າໜັກສຸດທິ ເກີນກວ່າ 0,3 ກຣາມ ຫາ 50 ກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ສີ່ປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 9.000.000 ກີບ;

-        ນໍ້າໜັກສຸດທິ ເກີນກວ່າ 50 ກຣາມ ຫາ 100 ກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ເຈັດປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 29.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ;

-        ນໍ້າໜັກສຸດທິ ເກີນກວ່າ 100 ກຣາມ ຫາ 200 ກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ແປດປີ ຫາ ສິບສີ່ປີ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບ ຫາ 59.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ;

-        ນໍ້າໜັກສຸດທິ ເກີນກວ່າ 200 ກຣາມ ຫາ 500 ກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສິບຫ້າປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 60.000.000 ກີບ ຫາ 99.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ;

-        ນໍ້າໜັກສຸດທິ ເກີນກວ່າ 500 ກຣາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝ ແຕ່ 100.000.000 ກີບ ຫາ 200.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.

ມາດຕາ 76 ມາດຕະການຕໍ່ຜູ້ທີ່ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່

ຜູ້ທີ່ອອກຢາເສບຕິດແລ້ວ ກັບຄືນມາຕິດໃໝ່ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 100.000 ກີບ ຫາ 300.000 ກີບ.

ມາດຕາ 77 ມາດຕະການໂທດເພີ່ມ

ໃນການດໍາເນີນຄະດີອາຍາຕໍ່ຜູ້ກະທໍາຜິດ ກ່ຽວກັບຢາເສບຕິດ, ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາ 73 ຫາ 76 ຂອງກົດໝາຍສະບັບນີ້ແລ້ວ ທຸກຊັບສິນທີ່ພົວພັນກັບການກະທໍາຜິດ ກ່ຽວກັບຢາເສບຕິດ ຊຶ່ງແມ່ນຊັບສິນທີ່ຮັບໃຊ້ ແລະ ໄດ້ມາຈາກການກະທໍາຜິດ ເຊັ່ນ: ເງິນ, ຄໍາ, ຊັບສິນມີຄ່າ, ທີ່ດິນ, ເຮືອນ, ພາຫະນະ, ອຸປະກອນ ຈະຖືກຮິບເປັນຂອງລັດ.

ສໍາລັບຢາເສບຕິດນັ້ນ ໃຫ້ທໍາລາຍຖິ້ມ ຕາມລະບຽບກົດໝາຍ.

ມາດຕາ 78 ມາດຕະການທາງແພ່ງ

ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາ 75 ຂອງກົດໝາຍສະບັບນີ້ແລ້ວ ຜູ້ກະທໍາຜິດ ຍັງຈະໄດ້ໃຊ້ແທນຄ່າເສຍຫາຍຕ່າງໆ ເຊັ່ນ: ຄ່າປິ່ນປົວ, ຄ່າປົວແປງຈິດໃຈ, ຄ່າປ່ວຍການ, ຄ່າເດີນທາງ, ຄ່າກິນຢູ່ພັກເຊົາ ແລະ ຄ່າເສຍຫາຍອື່ນ ຕາມລະບຽບກົດໝາຍ.

ພາກທີ IX
ບົດບັນຍັດສຸດທ້າຍ

ມາດຕາ 79 ການຈັດຕັ້ງປະຕິບັດ

ລັດຖະບານແຫ່ງ ສາທາລະນະລັດ ປະຊາທິິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 80 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງເກົ້າສິບວັນ ນັບແຕ່ວັນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

 

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ເກືອດຫ້າມການນຳເຂົ້າ ຢາເສບຕິດ ສິນຄ້າເກືອດຫ້າມ ກະຊວງ ປ້ອງກັນຄວາມສະຫງົບ ປະເພດ ຢາເສບຕິດ ເຊັ່ນ: ໄຮໂລອິນ,ໂຄເຄນ, ຢາອີ, ຢາບ້າ,ຢາໄອສ, ເຄຕາມິນ, ຝິ່ນ, ຄັນຊາ ແລະ ຢາເສບຕິດອື່ນໆ ຕາມທີ່ກຳນົດໄວ້ໃນເອກະສານສະເພາະ ແມ່ນຫ້າມນຳເຂົ້າ ຜ່ານ ສປປ ລາວ ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007 9999-12-31 ALL
2 ຕ້ອງຂໍອະນຸຍາດນຳເຂົ້າ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ການນຳເຂົ້າ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006
  2. ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007
9999-12-31 ALL
3 ຕ້ອງຂໍອະນຸຍາດສົ່ງອອກ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ການສົ່ງອອກ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006
  2. ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007
9999-12-31 ALL
4 ເກືອດຫ້າມການສົ່ງອອກ ຢາເສບຕິດ ສິນຄ້າເກືອດຫ້າມ ກະຊວງ ປ້ອງກັນຄວາມສະຫງົບ ປະເພດ ຢາເສບຕິດ ເຊັ່ນ: ໄຮໂລອິນ,ໂຄເຄນ, ຢາອີ, ຢາບ້າ,ຢາໄອສ, ເຄຕາມິນ, ຝິ່ນ, ຄັນຊາ ແລະ ຢາເສບຕິດອື່ນໆ ຕາມທີ່ກຳນົດໄວ້ໃນເອກະສານສະເພາະ ແມ່ນຫ້າມສົ່ງອອກ
  1. ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007
  2. ກົດໝາຍ ວ່າດ້ວຍ ການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ເລກທີ 02/ສພຊ, ລົງວັນທີ 09 ສິງຫາ 2021
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.