ກະຊວງການເງິນ ອອກຄຳສັ່ງ ກ່ຽວກັບ ມາດຕະການກວດກາການຈັດເກັບລາຍຮັບ ທ້າຍສົກປີງົບປະມານ 2013 – 2014 ເພື່ອສູໍ້ຊົນເກັບລາຍຮັບຂອງຂະແໜງ ການພາສີໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຫຼັງພົບວ່າທ່າແຮງບົ່ມຊ້ອນ ດ້ານລາຍຮັບຂອງຂະແໜງການພາສີ ຍັງມີຫຼາຍແຕ່ບໍ່ສາມາດເກັບໄດ້ໝົດ, ສ່ວນເຈົ້າໜ້າທີ່ພາສີເອງ ຫາກກະທຳຜິດມີຜົນກະທົບໂດຍກົງຕໍ່ລາຍຮັບງົບປະມານໃຫ້ຍົກຍ້າຍ ທັນທີ.

ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບຂອງຂະແໜງພາສີໃນສົກປີ 2013-2014 ເຫັນວ່າມີລັກສະນະຕັ້ງໜ້າສົມຄວນ ສາມາດດຸ່ນດ່ຽງແຜນລາຍຈ່າຍຂອງລັດຖະບານໃນລະດັບໃດໜຶ່ງ, ແຕ່ຄວາມຮຽກຮ້ອງຕ້ອງການທາງດ້ານລາຍຮັບງົບປະມານແຫ່ງລັດ ຍັງສູງ.

ເພື່ອຕອບສະໜອງເຂົ້າໃນການພັດທະນາໃນປັດຈຸບັນ, ກະຊວງການເງິນ ສັງເກດເຫັນວ່າທ່າແຮງບົ່ມຊ້ອນໃນການ ຈັດເກັບລາຍຮັບ ຂອງຂະແໜງການພາສີຍັງມີຫຼາຍ, ສະນັ້ນ ເພື່ອເປັນການສ້າງຂະບວນການຮັກຊາດ ແລະ ພັດທະນາໃນຂົງເຂດວຽກງານພາສີ ໃຫ້ມີຄວາມຟົດຟື້ນ ໂດຍຖືເອົາວຽກດີຄົນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ
ວິຊາສະເພາະ ໂດຍສະເພາະການສູໍ້ຊົນເກັບລາຍຮັບຂອງຂະແໜງການພາສີໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ລັດຖະມົນຕີວ່າການກະຊວງການເງິນ ອອກຄຳສັ່ງສະບັບເລກທີ 2667/ກງ, ລົງວັນທີ 22 ສິງຫາ 2014 ກ່ຽວກັບ ມາດຕະການກວດກາການຈັດເກັບລາຍຮັບ ທ້າຍສົກປີງົບປະມານ 2013 – 2014 ຂອງຂະແໜງພາສີ ໂດຍມອບໃຫ້ການນຳພາສີແຕ່ລະຂັ້ນ ເອົາໃຈໃສ່ຄຸ້ມຄອງ, ກວດກາລາຄາແຈ້ງພາສີ ແລະ ພັນທະອື່ນໆ ຂອງສິນຄ້ານຳເຂົ້າ ໃຫ້ຖືກຕ້ອງກັບລາຄາຕົວຈິງ ແລະ ເປັນເອກະພາບກັນ ໃນເຂດຂອດທົ່ວປະເທດ; ໃຫ້ກວດຄືນ ບັນດາລົດທີ່ຄ້າງສາງ ຖ້າກາຍກຳນົດ 04 ເດືອນ ບໍ່ມາພົວພັນແຈ້ງພາສີ ຕ້ອງໄດ້ດຳເນີນຕາມລະບຽບກົດໝາຍ; ປະສານສົມທົບກັບ ປກສ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາບັນດາລົດນຳເຂົ້າບໍ່ຖືກຕ້ອງ, ບໍ່ມີທະບຽນນຳໃຊ້ ຫຼື ປອມແປງ ເອກະສານ ເພື່ອດຳເນີນການແກ້ໄຂຄະດີໂດຍໄວ;  ຂຸ້ນຂ້ຽວແກ້ໄຂຄະດີທາງພາສີ ທີ່ຍັງຄ້າງສາງໃຫ້ສຳເລັດດ້ວຍໄວ ໂດຍສະເພາະຄະດີຮິບໄມ້ເປັນຂອງລັດ ຕ້ອງແຕ່ງຕັ້ງຄະນະກຳມະການປະມູນຂາຍ ຕາມລະບຽບຫຼັັການ ເພື່ອເອົາລາຍຮັບເຂົ້າງົບປະມານ;

ນອກນັ້ນ ກໍ່ຍັງໃຫ້ໂຈະການນຳເຂົ້ານ້ຳມັນດຳ, ນ້ຳມັນດິບຂອງບັນດາໂຮງງານປຸງແຕ່ງ ຈົນກວ່າຈະມີການປັບປຸງຂັ້ນຕອນການຜະລິດຂອງໂຮງງານໃຫ້ໄດ້ມາດຖານສາກົນ; ເພີ່ມທະວີການຄຸ້ມຄອງກວດກາ ວັດຖຸອຸປະກອນນ້ຳມັນເຊື້ອໄຟ ແລະ ອື່ນໆ; ທີ່ນຳເຂົ້າດ້ວຍຮູບການຍົກເວັນພາສີຂອງໂຄງການລົງທຶນ ເພື່ອຮັບປະກັນໃຫ້ນຳໃຊ້ຖືກຕ້ອງຕາມເປົ້າໝາຍ. ມອບໃຫ້ກົມພາສີເປັນເຈົ້າການສ້າງແຜນການເຄື່ອນໄຫວ, ກຳນົດເປົ້າໝາຍໃນການລົງຕິດຕາມ, ກວດກາ, ແນະນຳທາງດ້ານວິຊາສະເພາະ ແນໃສ່ເພື່ອກະຕຸກຊຸກຍູ້ ບັນດາດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ.

ໃນກໍລະນີພົບເຫັນການກະທຳຂອງເຈົ້າໜ້າທີ່ພາສີ ທີ່ສົ່ງຜົນເສຍຫາຍຮ້າຍແຮງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດ-ສັງຄົມ ກໍ່ຄືຜົນກະທົບໂດບກົງຕໍ່ການຕົກເຮ່ຍເສຍຫາຍຂອງລາຍຮັບງົບປະມານແຫ່ງຊາດ, ມອບໃຫ້ສິດໃຫ້ຫົວໜ້າກົມພາສີອອກແຈ້ງການ ຍົກຍ້າຍ ຜູ້ກ່ຽວທັນທີ ເພື່ອບໍ່ໃຫ້ຕິດພັນກັບວຽກງານລາຍຮັບ ຫຼື ໂຈະການປະຕິບັດວຽກງານຊົ່ວຄາວ ແລ້ວລາຍງານໃຫ້ກະຊວງການເງິນຊາບ ພາຍຫຼັງ, ໃນໄລຍະລໍຖ້າດຳເນີນຕາມຂັ້ນຕອນກວດສອບຕົວຈິງ ແລະ ປະຕິບັດວິໃນຕາມລະບຽບລັດຖະກອນ.

ສຳລັບຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ທີ່ມີເຈດຕະນາລັກລອບໜີພາສີ, ເຊື່ອງອຳຄ່າພາສີ ແລະ ພັນທະອື່ນໆ ດ້ວຍຮູບການລະເມີດຕໍ່ລະບຽບກົດໝາຍພາສີ ແລະ ກົດໝາຍກ່ຽວຂ້ອງ ເຊິ່ງມີຜົນກະທົບຮ້າຍແຮງຕໍ່ງົບປະມານແຫ່ງຊາດ ແລະ ເປັນການກະທຳ ບໍ່ເຂັດຫຼາບ ມອບໃຫ້ກົມພາສີ ອອກແຈ້ງການງົດການນຳເຂົ້າ-ສົ່ງອອກສິນຄ້າ ຂອງຫົວໜ່ວຍທຸລະກິດດັ່ງກ່າວ ຫຼື ຖອນໃບທະບຽນດຳເນີນທຸລະກິດ.

ສ່ວນໃນສົກປີ 2014-2015, ລັດຖະການພາສີທຸກຂັ້ນ ຕ້ອງໄດ້ອອກແຮງເພີ່ມທະວີວຽກງານຕ້ານສະກັດກັ້ນການລັກລອບໜີພາສີ ທັງໃນດ່ານ ແລະ ນອກດ່ານ ໃຫ້ມີຄວາມເຂັ້ມແຂງ; ຈຳກັດບັນດາຊ່ອງວ່າງທີ່ພາໃຫ້ມີການເຊື່ອງອຳຄ່າພາສີ ແລະ ພັນທະອື່ນໆ ໂດຍການແຈ້ງຂໍ້ມູນສິນຄ້າບໍ່ຖືກ ເປັນຕົ້ນ: ຂໍ້ມູນດ້ານຊະນິດ, ຈຳນວນ, ນ້ຳໜັກ, ລາຄາ ແລະ ປະເທດຜະລິດ; ສືບຕໍ່ຫັນວຽກງານພາສີໃຫ້ທັນສະໃໝຢ່າງໜັກແໜ້ນ ໂດຍສະເພາະການຜັນຂະຫຍາຍລະບົບແຈ້ງພາສີແບບເອເລັກໂຕຣນິກ ຢູ່ບັນດາດ່ານພາສີຊາຍແດນໃນທົ່ວ ປະເທດໃຫ້ເປັນລະບົບຄົບຊຸດ ສາມາດເຊືຶ່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນການກະກຽມການສ້າງລະບົບການແຈ້ງພາສີ ປະຕູດຽວແຫ່ງຊາດ. ນອກນັ້ນ, ກໍ່ເອົາໃຈໃສ່ສ້າງເງື່ອນໄຂໃນການອຳນວຍຄວາມສະດວກທາງດ້ານການຄ້າ, ການກຳນົດມູນຄ່າ ແຈ້ງພາສີ, ການຂົນສົ່ງສິນຄ້າຜ່ານແດນສາກົນ, ການຈັດຕັ້ງປະຕິບັດແຜ່ນຫຼຸດຜ່ອນອັດຕາພາສີຂອງອາຊຽນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ:  ໜັງສືພິມ ເສດຖະກິດ-ສັງຄົມ

# ຫົວຂໍ້ ດາວໂຫຼດ
1 The Ministry of Finance is implementing the inspection measure on collecting revenue from import goods absolutely. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.