ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງີນ         ເລກທີ 2667/ກງ
ລົງວັນທີ 22 ສິງຫາ 2014

ຄຳສັ່ງ
ກ່ຽວກັບມາດຕະການກວດກາການຈັດເກັບລາຍຮັບ
ທ້າຍສົກປີງົບປະມານ 2013-14 ຂອງຂະແຫນງພາສີ

 

  • ອີງຕາມດຳລັດນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງີນ
  • ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 241/ລບ, ລົງວັນທີ 12 ກັນຍາ 2013 ວ່າດ້ວຍການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ສົກປີ 2013-2014.
  • ອີງຕາມຄຳສັ່ງແນະນຳຂອງຄະນຳເລຂາທິການສູນກາງພັກ ສະບັບເລກທີ 09/ຄລສພ. ລົງວັນທີ 04 ມີນາ 2014 ວ່່າດ້ວຍໃຫ້ຄະນະພັກທຸກຂັ້ນເພີ້ມທະວີຄວາມຮັບຜິດຊອບນຳພາ ຊິ້ນຳວຽກງານເສດຖະກິດ-ການເງິີນ ເພື່ອຮັກສາສະຖຽນນະພາບຂອງເສດຖະກິດມະຫາພາກ, ຊຸກຍູ້ຈັງຫວະເຕີບໂຕ ຂອງເສດຖະກິດຢ່າງຕໍ່ເນື່ອງຕາມທິດຍືນຍົງ.

ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບຂອງຂະແຫນງພາສີ ໃນສົກປີ 2013-2014 ເຫົນວ່າມີລັກສະນະຕັ້ງຫນ້າສົມຄວນ ສາມາດດຸນດ່ຽງແຜນລາຍຈ່າຍຂອງລັດຖະບານໃນລະດັບໃດນື່ງ, ແຕ່ຄວາມຮຽກຮ້ອງຕ້ອງການທາງດ້ານລາຍຮັບງົບປະມານແຫ່ງລັດຍັງສູງ ເພື່ອຕອບສະຫນອງເຂົ້າໃນການການພັດທະນາປະເທດຊາດໃນໄລຍະປະຈຸບັນ. ກະຊວງການເງິນ ສັງເກດເຫັນວ່າ ທ່າແຮງບົ່ມຊ້ອນໃນການຈັດເກັບລາຍຮັບຂອງແຫນງພາສີ ຍັງມີຫລາຍ, ສະນັ້ນ ເພື່ອເປັນການສ້າງຂະບວນຮັກຊາດ ແລະ ພັດທະນາໃນຂົງເຂດງານພາສີໃຫ້ມີຄວາມຟົດຟຶ້ນໂດຍຖືເອົາວຽກດີຄົນເດັ່ນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍສະເພາະ ການສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ລື່ນແຜນການ ຫລາຍເທົ່່າທີ່ຈະຫລາຍໄດ້.

ລັດຖະມົນຕີວ່າການກະຊວງການເງີນ ອອກຄຳສັ່ງ, ຄື:

1.  ມອບໃຫ້ການນຳພາສີແຕ່ລະຂັ້ນ ເພີ່ມທະວີວຽກງານສຶກສາອົບຮົບການເມືອງແນວຄິດ, ປຸກລະດົມຈິດໃຈໃຫ້ພະນັກງານ-ສະມາຊິກພັກ ມີຄວາມຫ້າວຫັນ, ບຸກບືນ ສຸມຈິດໃຈການຈັດຕັ້ງປະຕິບັດຫນ້າທີ່ດ້ວຍຄວາມຮັບຜິດຊອບສູງ ໃຫ້ສຳເລັດວຽກງານທີ່ໄດ້ຮັບມອບຫມາຍ, ມີຈັນຍາບັນ, ຍົກສູງສະຕິຄວາມຮັບຜິດຊອບຫນ້າທີ່ການເມຶອງ ຖືເອົາຜົນປະໂຫຍດປະເທດຊາດເປັນຫລັກ, ມີນ້ຳໃຈເສຍສະຫລະ, ຕັດສິນໃຈສູງ ໃນການປະຕິບັດພາລະກິດ ທີ່ຂັ້ນເທຶງມອບຫມາຍໃຫ້ສຳເລັດ.

2.  ບັນດາຫນ້າວຽກງານຕົ້ນຕໍ ຕ້ອງໄດ້ຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດ, ຄື :

  • ເອົາໃນໃສ່ຄຸ້ມຄອງ, ກວດກາ ລາຄາແຈ້ງເສຍພາສີ ແລະ ພັນທະອື່ນໆ ຂອງສິນຄ້ານຳເຂົ້າ ໃຫ້ຖືກຕ້ອງກົບລາຄາຊື້ຂາຍຕົວຈິງ ທີ່ລະບຽບກົດຫມາຍໄດ້ກຳນົດ ແລະ ຈັດຕັ້ງປະຕິບັດເປັນເອກະພາບ ໃນຂອບເຂດທົວປະເທດ;
  • ໃຫ້ກວດການຄືນຈຳນວນລົດຄ້າງສາງ, ຖ້າກາຍກຳນົດ 4 ເດຶອນ ບໍ່ມາພົວພັນແຈ້ງພາສີເປັນລາຍລະອຽດຕ້ອງໄດ້ດຳເນີນການ ຕາມລະບຽບກົດຫມາຍ;
  • ໃຫ້ປະສານສົມທົບກັບຂະແຫນງ ປກສ ແລະ ຂະແຫນງການກ່ຽວຂ້ອງ ເພື່ອກວດລົດນຳເຂົ້າບໍ່ຖືກຕ້ອງ, ລົດທີ່ບໍ່ມີທະບຽນນຳໃຊ້ ຫລືອ ປອມແປງ ເອກະສານ ເພື່ອດຳເນີນການແກ້ໄຂໂດຍໄວເປັນແຕ່ລະກໍລະນີຮັບປະກັນການປະຕິບັດລະບຽບກົດຫມາຍຢ່າງເຂັ້ມງວດ;
  • ຂູ້ນຂ້ຽວແກ້ໄຂຄະດີທາງພາສີທີ່ຍັງຄ້າງສະສາງ ໃຫ້ສຳເລັດໂດຍໄວ ໂດຍສະເພາະຄະດີໄມ້ຮີບເປັນຂອງລັດຕ້ອງຈັດຕັ້ງຄະນະກຳມະການ ປະມູນຂາຍຕາມລະບຽບການ ເພື່ອເອົາລາຍຮັບເຂົ້າງົບປະມານ;
  • ໃຫ້ໂຈະການນຳເຂົ້ານ້ຳມັນດຳ, ນ້ຳມັນດິບ ຂອງບັນດາໂຮງງານປຸງແຕ່ງ ຈົນກວ່າຈະມີການປັບປຸງຂັ້ນຕອນການຜະລິດຂອງໂຮງງານ ໃຫ້ໄດ້ມາດຖານສາກົນ.
  • ເພີ່ມທະວີການຄຸ້ມຄອງກວດກາ ວັດຖຸອຸປະກອນ, ນ້ຳມັນເຊື້ອໄຟ ແລະ ອື່ນໆ ທີ່ນຳເຂົ້າດ້ວຍຮູບການຍົກເວັ້ນພາສີ ຂອງໂຄງການລົງທຶນ ເພື່ອຮັບປະກັນໃຫ້ນຳໃຊ້ຖືກຕ້ອງຕາມເປົ້າຫມາຍ.

3.  ມອບໃຫ້ຫົວຫນ້າກົມພາສີ ເປັນເຈົ້າການ ສ້າງແຜນການເຄື່ອນໄຫວ, ກຳນົດເປົ້າຫມາຍ ໃນການລົງຕິດຕາມ, ກວດກາ, ແນະນຳທາງດ້ານວິຊາສະເພາະ ແນໃສ່ເພື່ອກະຕູກຊຸກຍູ້ ບັນດາດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ

4.  ຮັບປະກັນການດຳເນີນແຜນການດັ່ງກ່າວ, ກະຊວງການເງິີນ ມອບສິດໃຫ້ຫົວຫນ້າກົມພາສີ ໃນການສ້າງຕັ້ງຄະນະສະເພາະກິດຂອງຂະແຫນງພາສີ ຊຶ່ງປະກອບດ້ວຍຫົວຫນ້າ, ຮອງຫົວຫນ້າພະແນກການກົມພາສີ; ຫົວຫນ້າ, ຮອງຫົວຫນ້າພາສີປະຈຳເຂດ ເພື່ອຈັດຕັ້ງເຄື່ອນໄຫວຕາມແຜນການທີ່ໄດ້ກຳນົດໃນຂອບເຂດທົ່ວປະເທດ.

ພາຍຫລັງຈັດຕັ້ງປະຕິບັດໃນໄລຍະນື່ງແລ້ວ, ກົມພາສີ ຕ້ອງໄດ້ສັງລວມລາຍງານ ໃຫ້ຄະນະກະຊວງການເງີນຊາບ ເພື່ອມີຄຳເຫັນຊີ້ນຳ.

5.  ໃນກໍລະນີພົບເຫັນການກະທຳຜິດຂອງເຈົ້າຫນ້າທີ່ພາສີ ທີ່ສົ່ງຜົນເສຍຫາຍຮ້າຍແຮງຕໍ່ຄວາມຫມັ້ນຄົງທາງດ້ານເສດຖະກິດ-ສັງຄົມ ກໍ່ຄືມີຜົນກະທົບໂດຍກົງຕໍ່ການຕົກເຮັ່ຍເສຍຫາຍຂອງລາຍຮັບງົບປະມານແຫ່ງຊາດ, ມອບສິດໃຫ້ຫົວຫນ້າກົມພາສີ ອອກແຈ້ງການ ຍົກຍ້າຍຜູ້ກ່ຽວໃນທັນທີ ເພື່ອບໍ່ໃຫ້ຕິດພັນກັບວຽກລາຍຮັບ ຫລື ໂຈະການປະຕິບັດງານຊົ່ວຄາວ ແລ້ວລາຍງານໃຫ້ກະຊວງການເງີນຮັບຊາບພາຍຫລັງ, ໃນໄລຍະລໍຖ້າດຳເນີນຕາມຂັ້ນຕອນກວດສອບຄວາມເປັນຈິງ ແລະປະຕິບັດວິໄນ ຕາມລະບຽບລັດຖະກອນ.

6.  ສຳລັບຫົວຫນ່ວຍທຸລະກິດ ບຸກຄົນ ນິຕິບຸກຄົນ ທີ່ມີເຈດຕະນາລັກລອບຫນີພາສີ, ເຊື່ອງອຳຄ່າພາສີ ແລະ ພັນທະອື່ນ ດ້ວຍຮຸບການລະເມີດຕໍ່ລະບຽບກົດຫມາຍພາສີ ແລະ ກົດຫມາຍທີ່ກ່ຽວຂ້ອງ ຊຶ່ງມີຜົນກະທົບຮ້າຍແຮງຕໍ່ລາຍຮັບງົບປະມາຍແຫ່ງຊາດ ແລະ ເປັນການກະທຳທີ່ບໍ່ເຂັດລາບ, ມອບໃຫ້ກົມພາສີ ອອກແຈ້ງການ ງົດການນຳເຂົ້າ-ສົ່ງອອກ ສິນຄ້າເຄື່ອງຂອງ ຂອງຫົວຫນ່ວຍທຸລະກິດດັ່ງກ່າວ ຫລື ຖອນທະບຽນດຳເນີນທຸລະກິດ.

7.  ໃນສົກປີ 2014-2015, ລັດຖະການພາສີທຸກຂັ້ນ ຕ້ອງໄດ້ອອກແຮງເພີ່ມທະວີວຽກງານຕ້ານສະກັດກັ້ນການລັກລອບຫນີພາສີທັງໃນດ່ານ ແລະ ນອກດ່ານ ໃຫ້ມີຄວາມເຂັ້ມແຂງ; ຈຳກັດບັນດາຊ່ອງວ່າງທີ່ພາໃຫ້ມີການເຊື່ອງອຳຄ່າພາສີ ແລະ ພັນທະອື່ນ ໂດຍການແຈ້ງຂໍ້ມູນສິນຄ້າບໍ່ຖືກ ເປັນຕົ້ນຂໍ້ມູນດ້ານຊະນິດ, ຈຳນວນ, ນ້ຳຫນັກ, ລາຄາ ແລະ ປະເທດຜະລິດ; ສືບຕໍ່ຫັນວຽກງານພາສີ ເປັນທັນສະໄຫມ ຢ່າງຫນັກແຫນ້ນ ໂດຍສະເພາະການຜັນຂະຫຍາຍລະບົບແຈ້ງພາສີແບບເອເລັກໂຕລນິກ ຢູ່ບັນດາດ່ານພາສີຊາຍແດນໃນທົ່ວປະເທດ ໃຫ້ເປັນລະບົບຄົບຊູດສາມາດເຊື່ອມຕໍ່ກັບຂະແຫນງການກ່ຽວຂ້ອງ ເພື່ອເປັນການກະກຽມສ້າງລະບົບການແຈ້ງພາສີປະຕູດຽວແຫ່ງຊາດ; ເອົາໃຈໃສ່ສ້າງເງື່ອນໄຂໃນການອຳນວຍຄວາມສະດວກທາງດ້ານການຄ້າ, ການກຳນົດມູນຄ່າແຈ້ງພາສີ, ການຂົນສົ່ງສິນຄ້າຜ່ານແດນສາກົນ, ການຈັດຕັ້ງປະຕິບັດແຜນຫລຸດຜ່ອນອັດຕາພາສີຂອງອາຊຽນ ແລະ ອື່ນໆ.

8.  ມອບໃຫ້ກົມພາສີ, ກົມຈັດຕັ້ງ, ຫ້ອງການກະຊວງການເງີນ ແລະ ບັນດາກົມອ້ອມຂ້າງກະຊວງການເງິນ ຈົ່ງໄດ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ໃຫ້ໄດ້ຮັບຜົນຕາມຄາດຫມາຍ.

9.  ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ

ລັດຖະມົນຕີວ່າການກະຊວງການເງີນ

(ເຊັນ ແລະ ປະທັບຕາ)
ດຣ ລຽນ ທີແກ້ວ

ນຳສົ່ງ :

  • ທ່ານນາຍົກລັດຖະມົນຕີ     1 ສະບັບ “ໃຊ້ຕາງລາຍງານ”
  • ທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ  1 ສະບັບ “ໃຊ້ຕາງລາຍງານ”
  • ຫ້ອງວ່າການສູນກາງພັກ     1 ສະບັບ “ລາຍງານເພື່ອຊາບ”
  • ຫ້ອງວ່າການລັດຖະບານ    1 ສະບັບ “ລາຍງານເພື່ອຊາບ”
  • ກົມພາສີ     1 ສະບັບ “ເພື່ອຈັດຕັ້ງປະຕິບັດ”
  • ບັນດາກົມອ້ອມຂ້ອງກະຊວງການເງີນ, ກົມລະ 1 ສະບັບ “ເພື່ອປະສານສົມທົບ”
  • ບັນດາພະແນກການເງີນປະຈຳແຂວງ, ນະຄອນຫລວງ, ພະແນກລະ 1 ສະບັບ “ເພື່ອປະສານສົບທົບ”

ຂ້າງເທິງ

 

# ຫົວຂໍ້ ດາວໂຫຼດ
1 Order on Inspection Measure on Revenue Collection at the end of fiscal year 2013-2014 of Customs Department No. 2667/MOF, Dated 22 August 2014 PDF
2 ຄຳສັ່ງ ກ່ຽວກັບ ມາດຕະການກວດກາການຈັດເກັບລາຍຮັບ ທ້າຍສົກປີງົບປະມານ 2013-2014 ຂອງຂະແໜງພາສີ ເລກທີ 2667/ກງ, ລົງວັນທີ 22 ສິງຫາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.