ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ​ຮ່ວມ​ກັບ ສະພາການຄ້າ ​ແລະ ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມ​ແກ່​ຜູ້ປະກອບ​ການ ວິທີການນໍ​າໃຊ້ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼື Lao PDR Trade Portal. ໃນວັນທີ 18 ກັນຍາ 2014 ທີ່ ໂຮງແຮມວຽງຈັນພລາຊ່າ, ນະຄອນຫຼວງວຽງຈັນ.

ຜົນ​ປະ​ໂຫຍ​ດຈາກ​ການ​ເຂົ້າ​ຮ່ວມ:

1.   ຜູ້​ປະ​ກອບ​ການ​ທຸລະ​ກິດ ຈະ​ສາມາ​ດຮູ້​​ເຖິງ​ບັນດາ​ນິຕິ​ກໍາ, ກົດ​ລະບຽບ, ຂັ້ນ​ຕອນ​ການ​ນໍາ​ເຂົ້າ​-ສົ່ງ​ອອກ ​ສິນຄ້າ ​ໂດຍ​ຜ່ານເວັບໄຊ໌ ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (www.laotradeportal.gov.la),

2.   ຂໍ້​ມູນ​ຂ່າວສານ ​ກ່ຽວກັບ ​ຕະຫລາດ​​ໃນ​ອາ​ຊຽນ - ບັນດາ​ປະ​ເທດ​ຄູ່​ຮ່ວມ​ອາ​ຊຽນ,

3.   ​​ເງື່ອນ​ໄຂການ​ນໍາ​ເຂົ້າ - ສົ່ງ​ອອກ ​ແລະ ​ອັດຕາ​ພາສີ ນໍາ​ເຂົ້າ ຂອງ​ບັນດາ​ປະ​ເທດ​ອາຊຽນ ​ແລະ​ ປະ​ເທດ​ຄູ່​ຮ່ວມ​ອາ​ຊຽນ.

ບັນດາ​ທ່ານ​ທີ່​ເຂົ້າ​ຮ່ວມ ຈະ​ສາມາດ​ນໍາ​​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ ​ແລະ​ ວາງ​ແຜນ​ວຽກ​ງານ​ການ​ນໍາ​ເນີນ​ທຸລະ​ກິດ ການ​ນໍາ​ເຂົ້າ-​ສົ່ງ​ອອກ, ພ້ອມ​ທັງ​ຊອກ​ໂອກາດ ນໍາ​ສະ​ເໜີ​ສິນຄ້າ​ຂອງ​ຕົນສູ່​ບັນດາປະ​ເທດສະມາຊິກ​ອາ​ຊຽນ ​ໂດຍ​ຜ່ານ​ການ​ນໍາ​ສະ​ເໜີຂໍ້​ມູນ ​ຈາກ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.