ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມພາສີ                       ເລກທີ:  06304/ກພສ
ນະຄອນຫຼວງວຽງຈັນ, ວັນທີ: 08 ກັນຍາ 2014

ແຈ້ງການ

ເຖິງ: ຫົວໜ້າພະແນກອ້ອມຂ້າງກົມພາສີ, ຫົວໜ້າດ່ານພາສີຊາຍແດນ ໃນທົ່ວປະເທດ.
ເລື່ອງ: ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ການນຳເຂົ້າ, ການຂົນສົ່ງຜ່ານແດນ ແລະ ການເຄື່ອນຍ້າຍນ້ຳມັນພາຍໃນ ສປປ ລາວ.

- ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011.
-
ອີງຕາມ ຄຳສັ່ງເລກທີ: 2667/ກງ, ລົງວັນທີ: 22 ສິງຫາ 2014 ກ່ຽວກັບມາດຕາການ ກວດກາການຈັດ ເກັບລາຍຮັບໃນທ້າຍສົກປີງົບປະມານ 2013-2014 ຂອງຂະແໜງການພາສີ.

ກົມພາສີແຈ້ງການມາຍັງ ພະແນກອ້ອມຂ້າງກົມພາສີ, ດ່ານພາສີຊາຍແດນ ໃນທົ່ວປະເທດຊາບວ່າ: ເພື່ອຮັບປະກັນໃນການຄຸ້ມຄອງ, ຕິດຕາມກວດກາການນຳເຂົ້າການຂົນສົ່ງຜ່ານແດນ ແລະ ການເຄື່ອນຍ້າຍນ້ຳມັນເຊື້ອໄຟພາຍໃນ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍພາສີ ແລະ ລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງ.

ກົມພາສີຈຶ່ງໄດ້ອອກແຈ້ງການ ດັ່ງນີ້:

I.     ການປະກອບໃບແຈ້ງພາສີເປັນລາຍລະອຽດ ໃຫ້ປະຕິບັດຄືດັ່ງນີ້:
1.    ການນຳເຂົ້ານໍ້າມັນເສຍພາສີທົ່ວໄປ.
1.1 ການອະນຸຍາດໃຫ້ຄ້ຳປະກັນເອົານ້ຳມັນອອກຈາກດ່ານພາສີຊາຍແດນແມ່ນການອຳນວຍຄວາມສະດວກ ໃຫ້ບໍລິສັດເອົານໍ້າມັນລົງໄວ້ສາງເປັນການຊົ່ວຄາວ ເພື່ອລໍຖ້າການປະກອບໃບແຈ້ງພາສີເປັນລາຍລະອຽດພາຍໃນກໍານົດ 07ວັນ ຫາ 15 ວັນ ຕາມມາດຕາ 24 ຂອງກົດໝາຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011 ແລະບໍ່ອະນຸຍາດໃຫ້ບໍລິສັດຂາຍຍົກ ແລະຂາຍຍອຍໄດ້ຈົນກ່າວນໍ້າມັນໄດ້ເສຍພາສີ-ພັນທະອື່ນຖືກຕ້ອງຄົບຖ້ວນ ຈຶ່ງສາມາດຊື້-ຂາຍໄດ້. ໃນນັ້ນການຊື້-ຂາຍຕ້ອງມີສັນຍາກັບລູກຄ້າພ້ອມທັງອອກໃບບົງສັ່ງຈ່າຍ ແລະໃບບິນອາກອນອອກໃຫ້ເພື່ອສະດວກໃນການຕິດຕາມກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງ.

1.2 ຫາກບໍລິສັດທີ່ມີຈຸດປະສົງຕ້ອງການແຈ້ງພາສີກ່ອນ ນ້ຳມັນມາຮອດດ່ານພາສີຊາຍແດນ ແມ່ນສາມາດດຳເນີນການໄດ້ຕາມ ມາດຕາ 29 ຂອງກົດໝາຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011 ແຕ່ຕ້ອງໄດ້ນຳເອົານ້ຳມັນດັ່ງກ່າວ ລົງໄວ້ສາງກ່ອນ ໂດຍບໍ່ອະນຸຍາດໃຫ້ລົດຂົນສົ່ງນ້ຳມັນຂອງຕ່າງປະເທດ ນຳເອົານ້ຳມັນໄປລົງປ້ຳຂາຍຍົກ-ຂາຍຍ່ອຍ ແລະ ຕ້ອງໄດ້ປະຕິບັດຕາມລະບຽບຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ. ໃນກໍລະນີມີການລະເມີດລະບຽບການຂ້າງເທິງນີ້ ມອບໃຫ້ເຈົ້າໜ້າທີ່ພາສີ ດຳເນີນການຕາມລະບຽບກົດໝາຍ ແລະ ໃຫ້ປະສານສົມທົບກັບຂະແໜງສ່ວຍສາອາກອນ, ຂະແໜງ ອຸດສາຫະກຳ ແລະ ການຄ້າ ເພື່ອປຶກສາຫາລື ໃນການດຳເນີນມາດຕະການຕ່າງໆ ຕາມລະບຽບກົດ    ໝາຍຂອງຂະແໜງການກ່ຽວຂ້ອງ. ເທິງ

II.    ການນຳເຂົ້ານໍ້າມັນຍົກເວັ້ນພາສີ-ອາກອນ:
-  ການນຳເຂົ້ານໍ້າມັນຍົກເວັ້ນພາສີ-ອາກອນຂອງບັນດາໂຄງການລົງທຶນຕ່າງໆ ແມ່ນໃຫ້ເອົາໃຈໃສ່ໃນການຄຸ້ມຄອງການນຳເຂົ້າ ຕາມແຈ້ງການຂອງຫ້ອງການກະຊວງການເງິນ ສະບັບເລກທີ: 1556/ຫກ.ກງ, ລົງວັນທີ: 08 ກໍລະກົດ 2009 ກ່ຽວກັບການຈັດຕັ້ງປະຕິບັດ ແລະການຄຸ້ມຄອງການນໍານໍ້າມັນຍົກ ເວັ້ນທີ່ນໍາເຂົ້າມາຮັບໃຊ້ໂຄງການຕ່າງໆໃນທົ່ວປະເທດ ແລະ ແຈ້ງການຂອງກົມພາສີ ສະບັບເລກທີ: 1483/ກພສ, ລົງວັນທີ: 19 ເມສາ 2011 ກ່ຽວກັບການຄຸ້ມຄອງການນໍາເຂົ້ານໍ້າມັນຍົກເວັ້ນຂອງບັນດາໂຄງການລົງທຶນ
-  ສຳລັບການເຄື່ອນຍ້າຍນໍ້າມັນທຸກປະເພດຈາກແຂວງໜຶ່ງ ໄປຫາແຂວງໜຶ່ງ ຕ້ອງໄດ້ປະກອບເອກະສານໃຫ້ຄົບຖ້ວນ ເຊັ່ນ: ໃບແຈ້ງພາສີເປັນລາຍລະອຽດນຳເຂົ້າເບື້ອງຕົ້ນ, ສັນຍາຊື້ຂາຍລະຫວ່າງບໍລິສັດແມ່ ແລະ ສາຂາ, ໃບບິນອາກອນ ແລະ ອື່ນໆ. ການອອກເອກະສານເຄື່ອນຍ້າຍນໍ້າມັນໃຫ້ພົວພັນ ຢູ່ໜ່ວຍງານຕ້ານ ແລະ ສະກັດກັ້ນສິນຄ້າລັກລອບໜີພາສີປະຈຳແຕ່ລະແຂວງ (ແຂວງຕົ້ນທາງ) ເພື່ອອອກເອກະສານກໍາກັບການເຄື່ອນຍ້າຍ, ເວລາໄປຮອດແຂວງປາຍທາງຕ້ອງໄດ້ເອົາເອກະສານການເຄື່ອນຍ້າຍນໍ້າມັນໄປແຈ້ງຕໍ່ໜ່ວຍງານຕ້ານ ແລະ ສະ ກັດກັ້ນສິນຄ້າລັກລອບໜີພາສີປາຍທາງ ເພື່ອຢັ້ງຢືນ ແລະ ຕິດຕາມນ້ຳມັນນຳເອົາໄປລົງສາງໃຫ້ສອດ ຄ່ອງກັບລະບຽບການຂະແໜງການກ່ຽວຂ້ອງ.            

III.  ການນຳເຂົ້ານ້ຳມັນ ເພື່ອນຳເຂົ້າສົ່ງອອກຕໍ່:
3.1.   ການນຳເຂົ້ານ້ຳມັນ  ເພື່ອສົ່ງອອກຕໍ່ ພາຍຫລັງທີ່ໄດ້ເຊັ່ນສັນຍາກັບກົມພາສີແລ້ວ ເວລາມີການນຳເຂົ້າ ນ້ຳມັນຢູ່ດ່ານພາສີຊາຍແດນ ຕ້ອງໃຫ້ປະກອບໃບແຈ້ງພາສີ ເປັນລາຍລະອຽດ ແລະ ມອບຄ່າທໍານຽມຕາມລະບຽບການກົດໝາຍຄົບຖ້ວນ ຈິ່ງປະກອບເອກະສານກຳກັບການເຄື່ອນຍ້າຍຕາມລະ ບຽບການ ພ້ອມທັງໜີບກົວ ຫລັງຈາກນັ້ນ ຈິ່ງປະສານກັບດ່ານປາຍທາງ ເພື່ອຕິດຕາມຄຸ້ມຄອງຕາມລະບຽບກົດໝາຍ.

IV.  ການການນຳເຂົ້ານໍ້າມັນຜ່ານແດນສາກົນ:
4.1.   ການນຳເຂົ້ານ້ຳມັນ ຜ່ານແດນສາກົນ ແມ່ນໃຫ້ປະຕິບັດຕາມໜັງສືລັດຖະການ ສະບັບເລກທີ 1242/ກພສ, ລົງວັນທີ 06 ເມສາ 2010.

V. ວິທີການກວດການໍ້າມັນນຳເຂົ້າ: ແມ່ນໃຫ້ຈັດຕັ້ງປະຕິດບັດຕາມ ແຈ້ງການແນະນຳຂອງກົມພາສີ ສະບັບເລກທີ: 07144/ກພສ, ລົງວັນທີ: 11 ມັງກອນ 2013 ລະບຽບການຂົນສົ່ງຜ່ານແດນ.

        ແຈ້ງການສະບັບນີ້ ແມ່ນໃຫ້ຈັດຕັ້ງປະຕິບັດນັບແຕ່ມີລົງລາຍເຊັນເປັນຕົ້ນໄປ. ເທີງ

ຫົວໜ້າກົມພາສີ

# ຫົວຂໍ້ ດາວໂຫຼດ
1 Notification on paying close attention on controlling the import, transit, and removal of fuel in Lao PDR No. 06304/CD , dated 08 Sep 2014 PDF
2 ແຈ້ງການ ກ່ຽວກັບ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ ການນຳເຂົ້າ, ການຂົນສົ່ງຜ່ານແດນ ແລະ ການເຄື່ອນຍ້າຍນ້ຳມັນພາຍໃນ ສປປ ລາວ ສະບັບເລກທີ: 06304/ກພສ, ລົງວັນທີ 08 ກັນຍາ 2014. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.