ໃນ​ພິທີຮ່ວມ​ລົງ​ນາມຄັ້ງນີ້ ຕາງໜ້າຈາກຂະແໜງການພາສີ​ ແມ່ນທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ ຫົວໜ້າກົມ​ພາສີ ​ແລະ ຕາງໜ້າບໍລິສັດ​ ບຣູ​ໂລ​ເວີ​ລິ​ຕັສ ​ແມ່ນ​ທ່ານ  Frederic Lamy  ພ້ອມດ້ວຍຄະນະ.

ການເຊັນສັນຍາດັ່ງກ່າວ ແມ່ນເພື່ອຜັນຂະຫຍາຍສັນຍາແມ່ ທີ່ລັດຖະະບານໄດ້ຕົກລໍົງອະນຸມັດ ແລະ ເຊັນສັນຍາໃນວັນທີ: 15-17 ມັງກອນ ປີ 2013. ສະນັ້ນ, ກະຊວງການເງິນ ຈຶ່ງໄດ້ດຳເນີນການມອບຮັບໃຫ້ກົມພາສີ ເປັນຜູ້ຕາງໜ້າເຊັນສັນຍາເພີ່ມເຕີ່ມດັ່ງກ່າວ  ເຊີ່ງໃນສັນຍາເພີ່ມເຕີ່ມ ໄດ້ແບ່ງອອກເປັນ 2 ພາກຄື:

· ກຳນົດໜ້າວຽກໂດຍລວມ, ໜ້າວຽກທາງດ້ານເຕັກນິກ, ວັດຖຸອຸປະກອນ ແລະ ມາດຕະການຕ່າງໆ ໃນການຈັດຕັ້ງປະຕິບັດ.
· ວຽກງານການເງິນ ເຊີ່ງກຳນົດອັດຕາຄ່າບໍລິການ, ຄ່າພາກຫລວງ, ການເຊື່ອມໂຍງກັບຂະແໜງການອື່ນ, ການແລກປ່ຽນຂໍ້ມູນຂ່າວສານ, ກຳນົດເວລາ ແລະ ການຖືຫຸ້ນສ່ວນຂອງລັດ.

ລະບົບ​ແຈ້ງ​ພາສີ​ປະຕູ​ດຽວ ​ແມ່ນ​ລະບົບ​ແຈ້ງ​ເອກະສານ​ ທີ່​ກ່ຽວຂ້ອງ​ກັບ​ການ​ຄຸ້ມ​ຄອງ​ກາ​ນ ນຳ​ເຂົ້າ - ສົ່ງ​ອອກ ​ແລະ ການ​ຂົນ​ສົ່ງ​ສິນຄ້າ​ຜ່ານ​ແດນ​ ຜ່ານ​ລະບົບ​ແບບ​ເອ​ເລັກ​ໂຕຣນິກ ​ເຊິ່ງ​ເຮັດ​ໃຫ້​ຂະ​ແໜງການ​ລັດ ​ແລະ ພາກສ່ວນ​ທຸລະ​ກິດ ສາມາດ​ແລກປ່ຽນຂໍ້​ມູນ ​ແລະ ​ເອກະ​ສານ ​ເພື່ອ​ດຳ​ເນີນ​ຂັ້ນຕອນ​ອະນຸມັດ​ຕາມ​ລະບຽບກົດໝາຍ. ຊຶ່ງ​ຜູ້​ປະກອບ​ການ​ ສາມາດ​ດຳ​ເນີນ​ຂັ້ນຕອນ​ດ້ານ​​ເອກະສານ​ຜ່ານ​ຈຸດ​ດຽວ ​ແລະ ​ໄດ້​ຮັບ​ການ​ແຈ້ງ​ຕອບ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຜ່ານ​ຈຸດ​ດຽວ;  ​ເປົ້າໝາຍສູງ​ສຸດ​ຂອງ​ການ​ສ້າງ​ລະບົບ​ແຈ້ງ​ພາສີ ​ປະຕູ​ດຽວ​ແຫ່ງ​ຊາດ ​​ແມ່ນ​ເພື່ອ​ເພີ່ມ​ທະວີ​ການ​ອຳນວຍ​ຄວາມ​ສະ ດວກ​ທາງ​ດ້ານ​ການ​ຄ້າ​ສາກົນ, ຍົກ​ຂີດ​ຄວາມ​ສາມາດ​ໃນ​ການ​​ແຂ່ງຂັນ​ດ້ານ​ການ​ຄ້າ ​ແລະ ສ້າງ​ເງື່ອນ​ໄຂ​ເຊື່​ອມ​ໂຍງ​ ເຂົ້າ​ເກັບ​ເສດຖະກິດ​ກັບ​ພາກພື້ນ ​ແລະ ສາກົນ.

ແຫຼ່ງຂໍ້ມູນ: ກົມພາສີ, ກະຊວງການເງິນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.