ປະຈຸບັນ ການຈັດຕັ້ງປະຕິບັດວຽກງານມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ ຖືວ່າເປັນໜ້າວຽກໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສາມາຊິກອົງການການຄ້າໂລກ. ຊຶ່ງກອງປະຊຸມຄັ້ງນີ້ ໄດ້ນຳສະເໜີຜົນການຈັດຕັ້ງປະຕິບັດວຽກງານ ການສັງລວມມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ ທີ່ໄດ້ມີການລີ້ເລີ່ມມາຕັ້ງແຕ່ເດືອນ ຕຸລາ 2013 ມາເຖິງປະຈຸບັນ ເຫັນວ່າໄດ້ຮັບຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະແມ່ນການສັງລວມບັດດາມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ທີ່ຕິດພັນກັບນຳເຂົ້າ ແລະ ສົ່ງອອກ. ລວມທັງການສ້າງຖານຂໍ້ມູນ NTMs ໃນສູນຂໍ້ມູນຂ່າວສານທາງດ້ານການຄ້າ ຫຼື Lao PDR Trade Portal ເພື່ອເກັບກໍາບັນດາມາດຕະການດັ່ງກ່າວ ແລະ ແຍກອອກເປັນປະເພດ ຕາມວິທີການຂອງອົງການ UNCTAD. ຢ່າງໃດກໍ່ຕາມ ຄຽງຄູ່ກັບຈຸດດີນັ້ນກໍ່ຍັງມີຈຸດອ່ອນບາງດ້ານເຊັ່ນ: ການປະສານງານລະຫວ່າງຂະແໜງການກ່ຽວຂ້ອງ ບາງຄັ້ງຍັງມີຄວາມຊັກຊ້າ ແລະ ການຈັດຕັ້ງປະຕິບັດຕົວຈິງຍັງມີທາງອັນບໍ່ສອດຄ່ອງກັບລະບຽບການທີ່ມີ.

ນອກຈາກນີ້ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຮຽນຮູ້ວິທີການໃນການວິເຄາະມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ໂດຍການມີສ່ວນຮ່ວມຈາກຂະແໜງການທີ່ກ່ຽວຂ້ອງ ຫຼື ອົງການຈັດຕັ້ງຂອງລັດ ເພື່ອພິຈາລະນາເຫດຜົນ ແລະ ຄວາມຈຳເປັນໃນການນຳໃຊ້ມາດຕະການ NTMs ດັ່ງກ່າວ. ເປັນທີ່ຈະແຈ້ງວ່າໃນບາດກ້າວຕໍ່ໄປ ການວິເຄາະແມ່ນຈະລົງເລິກເຖິງຜົນກະທົບຂອງມາດຕະການ NTMs ໃດໜຶ່ງທີ່ມີຕໍ່ເສດຖະກິດ ເວົ້າສະເພາະກໍ່ແມ່ນດ້ານການນຳເຂົ້າ ແລະ ສົ່ງອອກ. ປະເມີນຜົນປະໂຫຍດ ແລະ ຜົນເສຍທີ່ຈະໄດ້ຮັບຈາກການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ. 

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ສະແດງອອກໃນການໃຫ້ຄວາມສົນໃຈຂອງຜູ້ເຂົ້າຮ່ວມຕໍ່ເນື້ອໃນຂອງກອງປະຊຸມ ໂດຍໄດ້ມີການປະກອບຄຳຄິດເຫັນຕໍ່ທີ່ປະຊຸມຢ່າງກົງໄປກົງມາ ແລະ ຕັ້ງຄໍາຖາມເຈາະຈີ້ມໃນຫຼາຍໆດ້ານ ທີ່ຕິດພັນກັບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ. ພ້ອມນີ້ຫຼາຍຂະແໜງ ການໄດ້ເຫັນດີເປັນເອກະພາບ ໃຫ້ເຜີຍແຜ່ລະບຽບການທີ່ຂະແໜງການຂອງຕົນຄຸ້ມຄອງ ຫຼື ວາງອອກລົງໃນເວັບໄຊທ໌ ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ.

ໃນຕອນທ້າຍ, ກອງປະຊຸມໄດ້ເຫັນດີເປັນເອກະພາບໃຫ້ຈັດມີການປຶກສາຫາລືສອງຝ່າຍລະຫວ່າງ ໜ່ວຍງານ NTMs ປະຈຳຢູ່ກົມການນຳເຂົ້າ ແລະ ສົ່ງອອກ ກັບບັນດາຈຸດປະສານງານ ເພື່ອວິເຄາະມາດຕະການທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ, ສືບຕໍ່ເກັບກໍາລາຍຊື່ການແຕ່ງຕັ້ງພະນັກງານຈາກຂະແໜງການກ່ຽວຂ້ອງ ມາເປັນຈຸດປະສານງານ ເພື່ອທີ່ຈະກະກຽມຮ່າງຂໍ້ຕົກລົງໃນການແຕ່ງຕັ້ງຈຸດປະສານງານຢູ່ຂະແໜງການທີ່ກ່ຽວຂ້ອງຢ່າງ ເປັນທາງການ. ສະເໜີໃຫ້ບັນດາຈຸດປະສານງານ ໃຫ້ຄວາມຮ່ວມມືຢ່າງໃກ້ສິດ ແລະ ສະຫຼະເວລາເຂົ້າຮ່ວມກອງປະຊຸມແຕ່ລະຄັ້ງຂອງຄະນະໜ່ວຍງານຍ່ອຍ ເພື່ອທົບທວນຄືນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ແນໃສ່ການສ້າງຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ກະກຽມການຈັດພິມປຶ້ມຄູ່ມືກ່ຽວກັບ ມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີຂອງອົງການ UNCTAD ເພື່ອເຜີຍແຜ່.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.