ຈຸດປະສົງຂອງກອງປະຊຸມ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ແນວຄວາມຄິດຂອງການສ້າງ ສູນຂໍ້ມູນຂ່າວສານດ້ານການຄ້າແຫ່ງຊາດ ຫຼື National Trade Repository/NTR ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າອາຊຽນ ຫຼື ASEAN Trade Repository/ATR ໂດຍການປະຕິບັດພັນທະຂອງ ບັນດາປະເທດສະມາຊິກອາຊຽນ ໃນຂອບສັນຍາ ATIGA ກ່ຽວກັບ ການສ້າງຄວາມໂປ່ງໃສ ແລະ ບັນດາມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs). ພ້ອມນີ້, ກໍຈະນຳສະເໜີກ່ຽວກັບ ໂຄງສ້າງໂດຍລວມຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຫຼື Lao Trade Portal ທີ່ ສປປ ລາວ ມີຢູ່ ເພື່ອສົມທຽບ ກັບ NTR.

ກອງປະຊຸມສຳມະນາຄັ້ງນີ້ ຈະໄດ້ເຊື້ອເຊີນ ບັນດາຈຸດປະສານງານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (Lao PDR Trade Portal Focal Points) ຈາກບັນດາຂະແໜງກ່ຽວຂ້ອງ ເພື່ອເຂົ້າຮ່ວມຮັບຟັງ ການນຳສະເໜີຂອງ ຊ່ຍວຊານ ຈາກອົງການ ARISE (ASEAN Regional Integration Support from the EU).

ດາວໂຫຼດ ວາລະກອງປະຊຸມ ແລະ ເອກະສານກ່ຽວຂ້ອງ ໄດ້ຂ້າງລຸ່ມນີີ້:

ດາວໂຫຼດບົດບັນຍາຍ:

ຕິດຕໍ່:

ກົມການນຳເຂົ້າ ແລະ ສົ່ງອອກ

-     ນ. ພູສົມພອນ, 020 23456056

-     ນ. ວິມາລາ, 020 76543888

-     ໂທ/ແຟັກ: 021 454224

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.