ສາທາລະນະລັດ ເກົາຫຼີ ຢືນຢັນຈະຊ່ວຍສະໜັບສະໜູນດ້ານລະບົບພາສີ ທັນສະໄໝທີ່ສຸດລະດັບໂລກເຂົ້າຊ່ວຍຂະແໜງພາສີລາວ ພ້ອມຍົກລະດັບວິຊາ ສະເພາະຂອງຂະແໜພາສີທົ່ວປະເທດ ເພື່ອເພີ່ມທະວີການເກັບລາຍຮັບເຂົ້າງົບປະມານໃຫ້ໂປ່ງໃສ ແລະ ກວດສອບໄດ້, ພ້ອມສະເໜີໃຫ້ຂະແໜງພາສີລາວ ກັບ ສ.ເກົາຫຼີ ມີການຮ່ວມມືສູງຂື້ນໃນລະດັບເວທີສາກົນ. ປັດຈຸບັນ ກົມພາສີ, ກະຊວງການເງິນ ໄດ້ນຳໃຊ້ລະບົບອາຊີກູດາ (Asycuda) ເຊິ່ງເປັນລະບົບທີ່ທັນສະໄໝທີ່ສຸດໃນຍຸກນີ້ ເຂົ້າມາຊ່ວຍໃນການເກັບ ລາຍຮັບຕາມດ່ານທັງໝົດ 11 ດ່ານ ແລະ ຈະເພີ່ມເປັນ 12 ດ່ານ ໃນທ້າຍປີ 2014 ນີ້ ໂດຍລະບົບດັ່ງກ່າວໄດ້ຊ່ວຍຫຼຸດຜ່ອນເວລາ ແລະ ອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການໄດ້ຢ່າງວ່ອງໄວ, ແຕ່ເຖິງຢ່າງໃດກໍ່ຕາມ ລັດຖະບານ ກໍ່ຄືກະຊວງການເງິນ ກໍ່ຍັງສືບຕໍ່ຊອກທຸກວິທີທາງເພື່ອນຳເອົາລະບົບຕ່າງໆ ສອດແຊກເຂົ້າຊ່ວຍໃນການປະຕິບັດງານຂອງເຈົ້າໜ້າທີ່ທຸກຂັ້ນ.

ເມື່ອໃນບໍ່ດົນມານີ້ ທ່ານ ດຣ. ອາດສະພັງທອງ ສີພັນດອນ ຫົວໜ້າກົມພາສີ, ກະຊວງການເງິນ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ຄິມ ນັກ ໂຮ (Kim Nak Hoe) ຫົວໜ້າກົມພາສີ ສ.ເກົາຫຼີ ພ້ອມດ້ວຍຄະນະ ແລະ ກໍໍ່ໄດ້ຈັດກອງປະຊຸມພົບປະສອງຝ່າຍຂື້ນ. ກອງປະຊຸມຄັ້ງນີ້ຈັດຂື້ນເປັນຄັ້ງທີ 03 ເພາະກ່ອນໜ້ານີ້ໄດ້ຈັດມາແລ້ວ 02 ຄັ້ງ ທີ່ນະຄອນຫຼວງເຊອູນ ສ.ເກົາຫຼີ ນັບແຕ່ປີ 2012 ເປັນຕົ້ນມາ, ເພື່ອປຶກສາຫາລືຮ່ວມກັນຍົກລະດັບຂີດຄວາມສາມາດ ຂອງຂະແໜງການພາສີຂອງສອງຝ່າຍ ໃຫ້ມີການຈັດຕັ້ງປະຕິບັດ ເປັນຮູບປະທຳຍິ່ງຂື້ນ.  ໃນໄລຍະຜ່ານມາທັງສອງຝ່າຍກໍ່ໄດ້ມີການຮ່ວມມືກັນທາງດ້ານວິຊາການເຊັ່ນ: ການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດການຄ້າເສລີອາຊຽນ-ສ.ເກົາຫຼີ; ການສະກັດກັ້ນການຄ້າທີ່ຜິດກົດໝາຍ; ການກວດສອບແຫຼ່ງກຳເນີດສິນຄ້າ; ການປະສານງານ ແລະ ແລກປ່ຽນຂໍ້ມູນ-ຂ່າວສານ ເຊິ່ງສາມາດບັນລຸໄດ້ຕາມຈຸປະສົງ ແລະ ເປົ້າໝາຍ ທີ່ໄດ້ຕົກລົງກັນ.

ສຳລັບກອງປະຊຸມຄັ້ງນີ້ໄດ້ສືບຕໍ່ປຶກສາຫາລື, ປະກອບຄຳຄິດເຫັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານໃໝ່ ເປັນຕັ້ນແມ່ນການຫັນວຽກງານພາສີເປັນທັນສະໄໝ, ການແກ້ໄຂຂໍ້ຫຍຸ້ງຍາກສຳລັບການແຈ້ງພາສີຢູ່ດ່ານພາສີຊາຍແດນ, ການພັດທະນາ ບຸກຄະລາກອນ, ການແລກປ່ຽນດ້ານວິຊາການ ລະຫວ່າງ ສອງລັດຖະການພາສີ ແລະ ການຮ່ວມມືໃນລະດັບສາກົນ.

ທ່ານ ດຣ. ອາດສະພັງທອງ ສີພັນດອນ ຫົວໜ້າກົມພາສີ ກໍ່ໄດ້ລາຍງານການປະຕິບັດວຽກງານແຜນຍຸດທະສາດຂອງກົມພາສີ ເຊິ່ງນອນຢູ່ໃນແຜນການ 05 ປີ (2012-2017) ຈາກການປະຕິບັດຜ່ານມາເຫັນວ່າລາຍຮັບຈາກຂະແໜງພາສີເພີ່ມຂື້ນ 15%-25% ຕໍ່ປີ ເຊິ່ງລາຍໄດ້ສ່ວນໃຫຍ່ແມ່ນພາສີຂາເຂົົ້າກວມ 30% ສ່ວນອີກ 70% ແມ່ນການສົ່ງອອກ, ພາສີຊົມໃຊ້ ແລະ ອື່ນໆ ເຊິ່ງໄດ້ນຳໃຊ້ລະບົບອາຊີກູດາເຂົ້າຊ່ວຍໃນການເກັບລາຍຮັບຢູ່ໃນ 11 ດ່ານ ໃນປັດຈຸບັນ ແລະ ຈະເພີ່ມເປັນ 12 ດ່ານ ໃນທ້າຍປີນີ້. ໄລຍະຜ່ານມາກໍ່ໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກຫຼາຍພາກສ່ວນ ພິເສດແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສ.ເກົາຫຼີ ເພື່ອຍົກລະດັບຂິດຄວາມສາມາດຂອງພາສີໃຫ້ສູງຂື້ນ.

ທ່ານ ຄິມ ນັກ ໂຮ ກໍ່ໄດ້ອະທິບາຍເຖິງການເກັບລາຍຮັບຂອງຂະແໜງການພາສີຂອງ ສ.ເກົາຫຼີ ໂດຍນຳໃຊ້ລະບົບເອເລັກໂຕຣນິກ ເຂົ້າຊ່ວຍ 100% ເຊິ່ງສາມາດຫຼຸດຜ່ອນການນຳໃຊ້ບຸກຄະລາກອນ, ໂດຍລະບົບດັ່ງກ່າວເປັນລະບົບທີ່ທັນສະໄໝທີ່ສຸດລະດັບໂລກ ທີ່ ສ.ເກົາຫຼີ ນຳໃຊ້ໃນປັດຈຸບັນ. ສຳລັບລັດຖະການພາສີລາວນັ້ນ ສ.ເກົາຫຼີ ກໍ່ຍິນດີທີ່ຈະຊ່ວຍຍົກລະດັບຄວາມສາມາດ ຂອງພະນັກງານພາສີ ແລະ ນຳເອົາລະບົບຊອບແວທັນສະໄໝຂອງພາສີ ສ.ເກົາຫຼີ ເຂົ້າມາຊ່ວຍໃນການເກັບລາຍຮັບຂອງພາສີລາວ ໂດຍເປັນການຊ່ວຍເຫຼືອລ້າ, ໃນຕອນທ້າຍຂອງພິທີຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສອງລັດຖະການພາສີ ຄັ້ງທີ 03 ຕື່ມອີກ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.