ໃນວັນທີ 30 ກັນຍາ 2014, ທີ່ ​ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຂື້ນ ໂດຍການເປັນປະທານຂອງ ທ່ານ ນາງ ບານ​ສະຕິ ​ເທບ​ພະ​ວົງ, ຫົວໜ້າ​ ກົມ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມຄັ້ງນີ້ ໄດ້ຍົກສອງບັນຫາເພື່ອມາປຶກສາຫາຫຼື ເຊິ່ງກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ແລະ ການຜະລິດຖ່ານຂາວ. ໂດຍກອງປະ ຊຸມດັ່ງກ່າວນີ້ ທາງພາກລັກ ແລະ ພາກທຸລະກິດ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານ ບົນເນື້ອໃນຈິດໃຈຂອງ ບົດສະຫຼຸບກອງປະຊຸມດັ່ງ ນີ້:

ການປຶກສາຫາລື ກ່ຽວກັບ ບັນຫາການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ແມ່ນເພື່ອແນໃສ່ຫຼຸດຜ່ອນຂັ້ນຂອດ ແລະ ຫຼຸດຜ່ອນເອກະ ສານປະກອບໃນການຂໍອະນຸຍາດສົ່ງອອກ, ການຈັດຕັ້ງປະຕິບັດບັນດານິຕິກຳທີ່ພາກລັດວາງອອກ ໃຫ້ສອດຄ່ອງກັບການສົ່ງອອກຕົວ ຈິງຂອງພາກທຸລະກິດ ແລະ ເພື່ອແນໃສ່ສົ່ງເສີມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ຂອງ ສປປ ລາວ ເຊັ່ນວ່າ: ຜະລິດ​ຕະພັນ​ໄມ້​ທີ່​ນໍາ​ໄປ​ວາງສະ​ແດງ​ຢູ່​ສູນ​ການ​ຄ້າ​ຕ່າງ​ໆ ທີ່ມີຈຳນວນບໍ່ຫຼາຍໃນ ສປປ ລາວ ແມ່ນຈະໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອໃຫ້ສາມາດ​ດໍາ​ເນີນ​ເອກະສານ​ການ​ສົ່ງ​ອອກ​ກັບ​ທີ່​ ແລະ ແຈ້ງເອກະສານພາສີໄດ້ເລີຍ ໃນເວລາທີ່ລູກຄ້າຕ່າງປະເທດຕ້ອງການຊື້.

ບັນ​ຫາ​ການ​​ປັບປຸງຂັ້ນ​ຕອນການສົ່ງ​ອອກຜະ​ລິດ​ຕະພັນ​ໄມ້​ສໍາ​ເລັດ​ຮູບທົ່ວ​​ໄປ ຫຼື ທີ່ເປັນຈໍານວນຫຼາຍ ປະຈຸບັນ​ແມ່ນ​ລໍຖ້າ​ການ​ປັບ​ປຸງຄຳ ສັ່ງຂອງນາຍົກລັດຖະມົນຕີ ເລກທີ 17/ນຍ, ລົງວັນທີ 22 ກັນຍາ 2008 ແລະ ຂໍ້​ຕົກລົງ​ຂອງ​ນາຍົກ​ລັດຖະມົນຕີ ​ເລກທີ 32/ນຍ, ລົງ​ວັນ​ທີ 06 ມີນາ 2012. ຈົນກວ່າຈະສຳເລັດ ແລະ ປະກາດໃຊ້.

ການກຳນົດຮູບແບບ ແລະ ຂະໜາດຜະລິດຕະພັນໄມ້ ເພື່ອສົ່ງອອກ ແມ່ນສືບຕໍ່ປະຕິບັດຕາມ ຂໍ້ຕົກລົງຂອງ ລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ວ່າດ້ວຍຮູບແບບ ແລະ ຂະໜາດ ຜະລິດຕະພັນໄມ້ ສະບັບເລກທີ 1415/ອຄ.ກຂອ, ລົງວັນ: 28/08/2008 ຈົນກວ່າຈະມີການປັບປຸງໃໝ່.

ນອກນັ້ນ, ໃນກອງປະຊຸມກໍ່ ເປັນ​ເອກະ​ພາບ​ກັນ​ສະ​ເໜີ​ໃຫ້ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ປະສານໄປຍັງ ບັນດາແຂວງຕາມສາຍ ຂອງຕົນ ເພື່ອກວດກາບັນດາຫົວໜ່ວຍທຸກິດຜະລິດຖ່ານຂາວ ວ່າມີການຂຶ້ນທະບຽນ ແລະ ມີການເຄື່ອນໄຫວດໍາເນີນທຸລະກິດຖືກຕ້ອງ ຕາມລະບຽບຫຼັກການແລ້ວ ຫຼື ບໍ່ ເປັນຕົ້ນບັນດາຫົວໜ່ວຍທຸລະກິດ ທີ່ຕ່າງປະເທດມາລົງທຶນໂດຍຂຶ້ນ ທະບຽນອອກຊື່ເປັນຄົນລາວ ແລະ ການນໍາໃຊ້ແຮງງານຕ່າງປະ​ເທດຢູ່​ໃນໂຮງງານ. ພ້ອມກັນນັ້ນ, ​ໃຫ້ປະສານກັບຂະ ແໜງກະສິກໍາ ​ແລະ ປ່າ​ໄມ້ ກ່ຽວກັບ ການອອກທະບຽນວິ ສາຫະກິດ ໃຫ້ແກ່ບັນດາໂຮງງານ ​ເພື່ອ​ຮັບປະກັນການ​ຕອບ​ສະໜອງ​ດ້ານ​ວັດ​ຖຸດິບ.

ສະເໜີໃຫ້ ກົມປ່າ​ໄມ້, ກະຊວງ​ກະສິກໍາ​ ​ແລະ ປ່າ​ໄມ້ ກວດ​​ກາ​ເບິ່ງ​ຄືນ​​ການ​ແບ່ງ​ໂກ້​ຕາຂຸດ​ຄົ້ນວັດຖຸດິບ​ໃຫ້​ບັນດາ​ໂຮງງານ​​. ພ້ອມ​ກັນນັ້ນ, ​ຊ່ວຍປະສານໄປຍັງບັນດາແຂວງຕາມສາຍຂອງຕົນ ​​ກ່ຽວ​ກັບ ການ​ເຫັນ​ດີ​​ອະນຸຍາດດໍາ​ເນີນທຸລະ​ກິດ​ຖ່ານ​ຂາວ​ ຄວນ​ຈະ​ກວດ​ເບິ່ງ​ຄືນ​ຄວາມ​ສາມາດ​ຕອບ​ສະໜອງ​ທາງ​ດ້ານ​ແຫຼ່ງວັດຖຸ​ດິບ​, ກວດຄືນບັນດາ​​ໂຮງ ງານ​ທີ່​ມີ​ຢູ່​ແລ້ວ​​ເປັນ​ແນວ​​ໃດ ​ຄວນ​ຈະມີ​ການ​ກໍານົດມາ​ດຕະຖານ​ໃຫ້​ບັນດາ​​ໂຮງງານ​ ​ແລະ ຄວນ​ຈະ​​ເຫັນ​ດີ​ອະນຸຍາດ​ໃຫ້​ສ້າງ​ຕັ້ງ​ໂຮງງານ​ໃໝ່​ເພີ່ມ​ອີກ ຫຼື ບໍ ​ເພື່ອ​ຮັບ​ປະກັນ​ໃຫ້​ຜູ້ດໍາເນີນທຸລະ​ກິດ​ຖ່ານ​ຂາວ​ເຄື່ອນ​ໄຫວ​​​ສະດວກ ​ແລະ ຍືນ​ຍົງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.