ເພື່ອແນ­ໃສ່​ຍົກ​ລະ­ດັບ​ບັນ­ດາ​ໜ້າ​ວຽກສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ ​ໃຫ້​ແກ່​ຮູບແບບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ກະກຽມ​ວຽກ​ງານ​ກວດ­ກາ​ສິນ­ຄ້າ​ຜ່ານ​ປະຕູ​ດຽວ, ຈຸດ​ດຽວ​ຮ່ວມ​ກັນ​ຢູ່​ທີ່​ດ່ານ​ສາກົນ​ແດນ​ສະ­ຫວັນລາວ​ບາວລະ­ຫວ່າງ ແຂວງ​ສະ­ຫວັນ​ນະ​ເຂດ ແລະ ກວາງ​ຈິ ດັ່ງ­ນັ້ນ ມາ​ໃນ​ວັນ​ທີ 20 ຕຸ­ລາ 2014 ນີ້, ຢູ່​ເມືອງ​ເຊ​ໂປນ ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ຈັດ​ກອງ​ປະ­ຊຸມ​ໜ່ວຍ​ປະ­ຕິ­ບັດ​ງານຂັ້ນ​ແຂວງ ​ກ່ຽວ​ກັບ​ການ​ກະ­ກຽມ​ຮູບແບບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ກວດ­ກາປະ­ຕູ​ດຽວ, ຄັ້ງ​ດຽວ​ ທີ່​ດ່ານ​ສາ­ກົນ​ແດນສະ­ຫວັນລາວ​ບາວ​ຄັ້ງ​ທີ 2 ຂຶ້ນ.

ເຂົ້າ​ຮ່ວມ​ໃນ​ພິ­ທີ​ຄັ້ງ​ນີ້, ຝ່າຍ​ລາວ​ນຳ ໂດຍ​ທ່ານ ດຣ. ຄຳ​ເຜີຍ ຜັນ​ທະ​ຈອນ ຮອງ​ເຈົ້າ­ແຂວງໆ​ສະ​ຫວັນ​ະ​ເຂດ ແລະ ຝ່າຍ​ຫວຽດ­ນາມ​ນຳ​ໂດຍ​ທ່ານ ຫງວ​ຽນ ຫວຶ ຢຸ່ງ ຮອງ​ປະ­ທານ​ຄະ­ນະ​ກຳມະ​ການ​ປະ­ຊາ­ຊົນ​ແຂວງ​ກວາງ​ຈິ, ນອກຈາກນີ້ ​ກໍ​ມີ​ພາກ­ສ່ວນ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ທັງຂັ້ນ​ແຂວງ ແລະ ເມືອງ​ຂອງ​ສອງ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ໂອ­ກາດ​ນີ້ ທັງ​ສອງ​ຝ່າຍ​ໄດ້​ຜັດ­ປ່ຽນກັນ​ຂຶ້ນ​ລາຍ​ງານ ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ກະ­ກຽມ ວຽກ​ງານ​ກວດ­ກາ​ສິນ­ຄ້າ​ຜ່ານ​ປະ­ຕູດຽວ, ຈຸດ​ດຽວ​ຮ່ວມ​ກັນ​ຢູ່​ທີ່​ດ່ານ​ສາ­ກົນແດນ​ສະ­ຫວັນ-ລາວ​ບາວ ໃນ​ໄລ­ຍະ​ຜ່ານມາ ຊຶ່ງ​ສອງ​ຝ່າຍ​ໄດ້​ເປັນ​ເອ­ກະ​ພາບ​ກັນລາຍ​ງານ​ບາງ​ເນື້ອ​ໃນ ເພື່ອ​ເລັ່ງ​ຊຸກ­ຍູ້​ໃນການ​ສ້າງ​ເງື່ອນ­ໄຂ​ທີ່​ຈຳ­ເປັນ​ແນ­ໃສ່​ຈັດຕັ້ງ​ປະ­ຕິ­ບັດ​ບັນ­ດາ​ຂັ້ນ​ຕອນ​ຮູບ​ແບບກວດ­ກາ​ປະ­ຕູ​ດຽວ, ຄັ້ງ​ດຽວ​ໃຫ້​ສຳ­ເລັດກ່ອນ​ວັນ​ທີ 1 ມັງ­ກອນ 2015.

ໃນ​ກອງ​ປະ­ຊຸມ​ຍັງ​ໄດ້​ປືກ​ສາ​ຫາ­ລື​ຫຼາຍ​ບັນ­ຫາ​ກ່ຽວ​ກັບ​ວຽກ​ງານ​ກວດກາ​ປະ­ຕູ​ດຽວ, ຄັ້ງ​ດຽວ ໂດຍ​ໄດ້​ຕົກ­ລົງເຫັນ​ດີ​ຮັບ­ຮອງ​ເອົາ​ບົດ​ບັນ­ທຶກ​ກອງ​ປະຊຸມ​ໜ່ວຍ​ສະ­ເພາະ​ກິດຂອງ​ສອງ​ປະ­ເທດລາວ-ຫວຽດ­ນາມ ທີ່​ໄດ້​ລົງ​ນາມ​ໃນ​ວັນທີ 25 ມິ­ຖຸ­ນາ 2014 ທີ່​ນະ­ຄອນ​ດົງ​ຮ່າ ແຂວງ​ກວາງ​ຈິ ຊຶ່ງ​ອຳ­ນາດ​ການ​ປົກຄອງ ແຂວງ​ສະ­ຫວັນ​ນະ​ເຂດ​ຕົກ­ລົງ​ເຫັນດີ​ໃຫ້​ພະ​ແນກ​ໄປ­ສະ­ນີ​ໂທລະ​ຄົມ​ມະ​ນາຄົມ ແລະ ການ​ສື່­ສານ​ຮ່ວມ​ກັບ​ບໍ­ລິ­ສັດ​ສະກາຍ​ລາວ ​ເປັນ​ຜູ້​ຮັບ­ຜິດ­ຊອບ​ໃນ​ການ​ຕິດຕັ້ງ​ສາຍ​ກາບ​ໃຍ​ແກ້ວ ເພື່ອ​ສ້າງ​ລະ­ບົບການ​ເຊື່ອມ​ຕໍ່​ອິນ​ເຕິ​ເນັດ​ຂອງ​ຂະ­ແໜງຕຳ­ຫຼວດ​ກວດ​ຄົນ​ເຂົ້າ​ເມືອງ, ຫົວ­ໜ້າດ່ານ​ສາ­ກົນ​ແດນ​ສະ­ຫວັນ​ມີ­ໜ້າ​ທີ່​ອຳນວຍ​ຄວາມ​ສະ­ດວກ​ໃຫ້​ບັນ­ດາ​ຂະ­ແໜງການ​ທີ່​ກ່ຽວ­ຂ້ອງ​ຂອງ​ແຂວງ​ກວາງ​ຈິ ໃນ​ການ​ຂໍ­ອະ­ນຸ­ຍາດ​ເໜັ່ງ​ສາຍ​ກາບ​ໃຍແກ້ວ​ໄປ​ຍັງ​ອາ­ຄານ​ກວດ­ກາ​ຮ່ວມ (CCA) ໃຫ້​ສຳ­ເລັດ​ກ່ອນ​ວັນ​ທີ 15 ພະຈິກ 2014, ສ່ວນ​ລັດ​ວິ​ສາ​ຫະ​ກິດ​ລາວ ໂທລະ​ຄົມ​ເປັນ​ຜູ້​ຮັບ­ຜິດ­ຊອບ​ໃນ​ການ​ຕິດຕັ້ງ​ຂອງ​ຂະ­ແໜງ­ການ​ອື່ນໆ​ໃຫ້​ສຳ­ເລັດກ່ອນ​ວັນ​ທີ 1 ມັງ­ກອນ 2015.

ຄະ­ນະ​ຊີ້​ນຳ​ທັງ​ສອງ​ແຂວງ​ ເຫັນ​ດີ​ເປັນ​ເອ­ກະ​ພາບ​ໃຫ້​ຫ້ອງ​ວ່າ­ການປົກ­ຄອງ​ທັງ​ແຂວງ​ສະ​ຫວັນ​ະ​ເຂດ ແລະ ແຂວງ​ກວາງ​ຈິ ​ເປັນ​ຈຸດ​ໃຈ­ກາງ​ໃນ​ການປະ­ສານ​ງານ​ການ​ຜັນ​ຂະ­ຫຍາຍ​ຮູບ​ການກວດ­ກາ​ປະ­ຕູ​ດຽວ, ຄັ້ງ​ດຽວ, ສ່ວນ​ກອງບັນ­ຊາ​ການ​ທະ­ຫານ​ຊາຍ​ແດນ​ແຂວງກວາງ​ຈິ​ຍິນ​ດີ​ຊ່ວຍ­ເຫຼືອ​ກະ­ກຽມ​ເຄື່ອງມື​ອຸ­ປະ­ກອນ​ຮັບ​ໃຊ້ ​ໃຫ້​ແກ່​ເຈົ້າ​ໜ້າ­ທີ່ ກວດ­ກາ​ຄົນ​ເຂົ້າ-ອອກ​ເມືອງ​​ແຂວງສະ­ຫວັນ​ນະ​ເຂດ​ທີ່​ດ່ານ​ສາ­ກົນ​ລາວບາວ, ເຈົ້າ​ໜ້າ­ທີ່​ກວດ­ກາ​ຄົນ​ເຂົ້າ-ອອກ ເມືອງ​ແຂວງ​ສະ­ຫວັນ​ນະ​ເຂດ​ມີ­ໜ້າ​ທີ່ຮັບຕິດ​ຕັ້ງ ແລະ ນຳ​ໃຊ້ ເພື່ອ​ຮັບ​ໃຊ້​ວຽກງານ​ກວດ­ກາ​ປະ­ຕູ​ດຽວ, ຄັ້ງ​ດຽວ​ໃຫ້ ສອດ­ຄ່ອງ ແລະ ມີ​ປະ​ສິດ­ທິ​ຜົນ.

   ນອກ​ນັ້ນ ຄະ­ນະ​ຊີ້​ນຳ​ທັງ​ສອງ​ແຂວງຍັງ​ເຫັນ​ດີ​ຈັດ​ກອງ​ປະ­ຊຸມ​ໜ່ວຍ​ສະເພາະ​ກິດ​ລາວ-ຫວຽດ­ນາມ ແລະ ກອງປະ­ຊຸມ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງການ​ຕ່າງ­ປະ­ເທດ​ລາວ-ຫວຽດ­ນາມ ໃນເດືອນ​ທັນ­ວາ 2014 ທີ່​ແຂວງ​ກວາງ​ຈິ, ສສ ຫວຽດ­ນາມ ເພື່ອ​ກະ­ກຽມ​ໃຫ້​ແກ່ການ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນເດືອນ​ມັງ­ກອນ 2015.

ທີ່​ມາ: ໜັງສືພິມເສດຖະກິດ-ສັງຄົມ  http://www.sedthakid.la/home/khao/20904.html

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.