ກອງປະຊຸມອະນຸກຳມະການ ວ່າດ້ວຍແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ຄັ້ງທີ 16 ​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 20 - 21 ຕຸລາ 2014 ທີ່​ໂຮງ​ແຮມ ດອນ​ຈັນ​ພາ​​ເລດ, ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ໄດ້​ຮັບ​ກຽດ​ເປັນ​ປະທານ​ກອງ​ປະຊຸມຂອງ​ທ່ານ ​ເຂັມ​ເດັດ ສີ​ຫາ​ວົງ ຮອງ​ຫົວໜ້າ​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​, ກະຊວງອຸດສາຫະກຳ ​ແລະ ການ​ຄ້າ, ​ແລະ ມີ​ຜູ້​ແທນ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ 10 ປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ການ​ປະຊຸມ​ດັ່ງກ່າວ​ນີ້ ​ແມ່ນ​ເພື່ອຕິດຕາມ​ຂໍ້ຕົກລົງ​ຕ່າງໆ ທີ່​​ເປັນຜົນຈາກ​ກອງ​ປະຊຸມ​ຄັ້ງຜ່ານ​ມາຄື: (1) ກອງ​ປະຊຸມ​ຄັ້ງທີ 15 ຂອງກຳມະການ​ປະສານ​ງານ ​ໃນ​ການຈັດຕັ້ງປະຕິບັ​ດ ສົນທິສັນຍາການຄ້າດ້ານສິນຄ້າອາຊຽນ, 11-13 ມິຖຸນາ 2014, ຊຽງ​ໃໝ່, ປະ​ເທດ​ໄທ, (The 15th Coordinating Committee on the Implementation of the ATIGA, 11-13 June 2014, Chiang Mai, Thailand); (2) ກອງ​ປະຊຸມ​ຄັ້ງທີ 3 ຂອງ ກອງ​ປະ​ຊຸມ​ເສດຖະກິດ​ອາວຸ​ໂສຄັ້ງທີ 45 (SEOM 3/45), 19-21 ກໍລະກົດ 2014, ຢາງ​ກຸງ, ປະ​ເທດ​ມຽນມາ (The Third Meeting of 45th Senior Economic Official Meeting (SEOM 3/45), 19-21 July 2014, Yangon, Myanmar); (3) ກອງ​ປະຊຸມ​ກຸ່ມ​ປະຕິ​ບັດ​ງານ​ກ່ຽວກັບ​ເລື່ອງ​ເຕັກນິກ, 12-15 ສິງຫາ 2014, ຍົກ​ຍາ​ກາ​ຕາ, ປະ​ເທດ​ອິນ​ໂນ​ເຊຍຄັ້ງທີ 28, (The 28th Meeting of the Working Group on Technical Matters for the ASW (TWG), 12-15 August 2014, Yogyakarta, Indonesia); (4) ກອງ​ປະຊຸມ​ສະພາ AFTA  ຄັ້ງທີ 28, 25 ສິງຫາ 2014, ​ເນ​ປີ​ຕໍ, ປະທດມຽນມາ, (The 28th AFTA Council Meeting, 25 August 2014, Nay Pyi Taw, Myanmar) ​ແລະ; (5) ກອງ​ປະຊຸມກຳ​ມະ​ການ​ນຳ​ທາງສູ່​ອາຊຽນປະຕູ​ດຽວຄັ້ງທີ 13, 16-18 ກັນຍາ 2014, ປະ​ເທດ​ສິງກະ​ໂປ, (13th ASEAN Single Window Steering Committee (ASWSC), 16-18 September 2014. Singapore).

ຈຸດປະສົງ​ຂອງ​ກອງ​ປະຊຸມ​ ແມ່ນ​ເພື່ອ​ປຶກສາ​ຫາລືກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ (ASEAN Member State: AMS) ​ກ່ຽວ​ກັບ​ການ​ປັບປຸງ​ລະບຽບ​ການ​ຕ່າງໆ​ ໃນ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ​ (ATIGA) ໃຫ້​ມີ​ເນື້ອ​​ໃນ​ຄົບ​ຖ້ວນ ​ແລະ ຮັດກຸມ​ກ່ວາເກົ່າ ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າ (Rule of Origin : ROO) ​ເຊັ່ນ: ການ​ປັບປຸງ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ​ ໃຫ້​ສາມ​າດ​ຮອງ​ຮັບ​ການ​ອອກ​​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ​ຜ່ານ​ລະບົບ​ອີ​ເລັກ​ໂຕຼນິກ, ຄວາມຕໍ່ເນື່ອງຂອງການປະຕິຮູບ ລະບຽບແຫຼ່ງກຳເນີດສິນຄ້າ ແລະ OCP, ການ​ເຈລະຈາ​ເພື່ອ​ລົບ​ລ້າງ​ມູນ​ຄ່າ FOB ອອກ​ຈາກ From D ​ໃນ​ທຸກ​ກໍລະນີ ທີ່​ໄດ້​ຍົກ​ຂຶ້ນ​​ໂດຍ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເຊັ່ນ: ສິງກະ​ໂປ​, ບຼູ​ໃນ ​ແລະ ມາ​ເລ​ເຊຍ. ອີກ​ດ້ານ​ໜຶ່ງ​ໃນ​ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້ ກໍ່​ເປັນ​ການປັບ​ປຸ່ງ​ຂັ້ນ​ຂອດ​ການ​ດຳ​ເນີ​ນ​ເອກະສານ ​ໃຫ້​ກະທັດ​ຮັດ ​ແລະ ມີ​ຄວາມ​ສະດວກ​ຂຶ້ນ​. ພ້ອມນັ້ນ​ ກໍ່​​ເພື່ອ​ລາຍ​ງານ​ຄວາມ​ຄືບ​ໜ້າ​ ກ່ຽວ​ກັບ​ວຽກ​ງານ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ​ເຊັ່ນ: ​ໂຄງການ​ທົດ​ລອງ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດດ້ວຍ​ເອງ (Self - Certification Pilot Project) ​ແລະ ​​ໄດ້ປຶກສາ​ຫາລື​ກ່ຽວກັບ ບັນ​ຫາ​ໃນ​ການຈັດຕັ້ງປະຕິບັດ, ​ແລະ ອື່ນໆ. ນອກ​ນີ້ ກອງ​ປະຊຸມ​ຍັງ​ໄດ້ຮັບ​ເອົາແຜນ​ວຽກຂອງ ອະນຸກຳມະການ ວ່າດ້ວຍແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ​ ໃນ​ປີ 2015.

ຜົນ​ສຳ​ເລັດ​ການ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ໄດ້ນຳໄປ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມຄະນະ​ກຳມະການ​ປະສານ​ງານ ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ການ​ຄ້າ​ດ້ານ​ສິນຄ້າ​ອາ​ຊຽນ ຄັ້ງ​ທີ 16 (The 16th Meeting of the Coordination Committee on The Implementation of the ATIGA: CCA) ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 22 - 24 ຕຸລາ 2014 ​ເພື່ອ​ຮັບຮອງ​ເອົາ ຜົນ​ການ​ປຶກສາ​ຫາລື​ຂອງ​ກອງ​ປະຊຸມອະນຸກຳມະການ ວ່າດ້ວຍແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາການຄ້າດ້ານ​ສິນຄ້າ​ອາຊຽນ (SC-AROO).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.