ດ່ານ​ສາກົນຂົວ​ມິດຕະພາບ 1 (ວຽງຈັນ-ໜອງຄາຍ) ໄດ້ອອກ​ແຈ້ງ​ການເລກທີ 006/ດຂມ1, ລົງວັນທີ 20 ຕຸລາ 2014  ກ່ຽວກັບ ການ​ເກັບ​ຄ່າ​ຄຸ້ມ​ຄອງ ​ແລະ ບໍລິການ ລົດ​ບັນທຸກ​ເຂົ້ົ້າລານ​ຈອດລົດ​ຂາ​ເຂົ້າ​ເມືອງ​ຢູ່ດ່ານ​ສາກົນ​ຂົວ​ມິດຕະພາບ 1 ​ເຊິ່ງຈະ​ໄດ້ຈັດຕັ້ງການເກັບເງິນຄຸ້ມຄອງ ແລະ ບໍລິການລານຈອດລົດບັນທຸກ ຂາເຂົ້າເມືອງ ຢູ່ດ່ານສາກົນມິດຕະພາບ 1 ​ເຊິ່ງມີ​ລາຍ​ລະອຽດດັ່ງ​ລຸ່ມ​ນີ້:

ລຳດັບ

ປະ​ເພດ​ລົດ

ລາຄາ​ຈອດ​ປົກກະຕິ/ຄັນ

ລາຄາ​ຈອດ​ຄ້ງຄືນ/ຄັນ

1

2

3

4

ລົດ​ກະບະ​ທົ່ວ​ໄປ

ລົດ​ບັນທຸກ 4 ລໍ້

ລົດ​ບັນທຸກ 6 ລໍ້ - 10 ລໍ້

ລົດ​ບັນທຸກ​ເກີນ 10 ລໍ້

20,000 ກີບ/ຄັນ

50,000 ກີບ/ຄັນ

60,000 ກີບ/ຄັນ

130,000 ກີບ/ຄັນ

30,000 ກີບ/ຄັນ

75,000 ກີບ/ຄັນ

90,000 ກີບ/ຄັນ

195,000 ກີບ/ຄັນ

 

 

ການ​ເກັບ​ຄ່າ​ຄຸ້ມ​ຄອງ ​ແລະ ບໍລິການ​ລົດ​ບັນທຸກ​ເຂົ້າລານ​ຈອດ​ລົດ​ຂາ​ເຂົ້າ​ເມືອງ​ຢູ່​ດ່ານ​ດັ່ງກ່າວ​ ​ແມ່ນ​ຈະ​ໄດ້​ເລິ່ມການຈັດຕັ້ງປະຕິ​ບັດ​ເລິ່ມ​ແຕ່​ວັນ​ທີ 1 ພະຈິກ 2014 ​ເປັນຕົ້ນ​ໄປ.

Click here to view the full Notification.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.