ໂດຍອິງຕາມການເຊື້ອເຊີນຂອງ ທ່ານ ອາດສະພັງທອງ ສີພັນດອນ, ຫົວໜ້າກົມພາສີ, ກະຊວງການເງິນ ສປປ ລາວ,  ທ່ານ ກູມິໂອ ມີກຸຣິຢາ, ເລຂາທິການໃຫຍ່ ອົງການພາສີໂລກ ໄດ້ເດີນທາງມາຢ້ຽມຢາມ ແລະ ລົງເຮັດວຽກຢູ່ວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2014 ເພື່ອສະໜັບສະໜຸນ ສປປ ລາວ ໃນການເຂົ້າຮ່ວມສົນທິສັນຍາກຽວໂຕສະບັບປັບປຸງ.

ພາສີລາວ ໄດ້ຈັດການສຳມະນາກ່ຽວກັບສົນທິສັນຍາກຽວໂຕສະບັບປັບປຸງຂຶ້ນ ໃນວັນທີ 5 ພະຈິກ 2014 ໃຫ້ແກ່ບັນດາເຈົ້າໜ້າທີ່ພາສີ, ຕາງໜ້າພະນັກງານຈາກກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ, ແລະ ກະຊວງຍຸດຕິທຳ. ໃນໂອກາດດັ່ງກ່າວຝ່າຍລາວໄດ້ສະເໜີຄວາມຄືບໜ້າ ກ່ຽວກັບການ​ນຳ​ໃຊ້ລະບົບພາສີ​ແບບທັນສະໃໝ ແລະ ການເຂົ້າຮ່ວມສົນທິສັນຍາໂຕກຽວສະບັບປັບປຸງ. ທ່ານ ກູມິໂອ ມີກຸຣິຢາ ໄດ້ອະທິບາຍໃຫ້ຮູ້ເຖິງ ຄວາມມຸ່ງໝັ້ນຂອງອົງການພາສີໂລກ, ໂດຍສະເພາະແມ່ນການສະໜັບສະໜຸນເຄື່ອງມືການອຳນວຍຄວາມສະດວກທາງການຄ້າ​ເຂົ້າ​ໃນ ສົນທິສັນຍາກຽວໂຕສະບັບປັບປຸງ ແລະ Mercator Programme ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ພາສີ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສົນທິສັນຍາກຽວໂຕສະບັບປັບປຸງ ແລະ ພາລະບົດບາດຂອງເຈົ້າໜ້າທີ່ພາສີ​ ເພື່ອທີ່ຈະສາມາດແຂ່ງຂັນທາງດ້ານເສດຖະກິດ. ນອກນັ້ນ, ທ່ານ ກູມິໂອ ມີກຸຣິຢາ ໄດ້ລົງຢ້ຽມຢາມເບິ່ງຂະບວນການທາງດ້ານພາສີ ແລະ ສັງເກດການເບິ່ງຄວາມຄືບໜ້າຂອງລະບົບພາສີທັນສະໄໝ ທີ່ດ່ານສາກົນຂົວມິດຕະພາບ I . ພ້ອມນັ້ນ, ທ່ານ ກໍຍັງໄດ້ພົບປະກັບ ທ່ານ ນາງ ທິບພະກອນ ຈັນທະວົງສາ, ລັດຖະມົນຕີຊ່ວຍວ່າການຊ່ວຍກະຊວງການເງິນ ເພື່ອປຶກສາຫາລືກ່ຽວກັບການປັບປຸງພາສີໃນຕໍ່ໜ້າ.

ທ່ານ ກູມິໂອ ມີກຸຣິຢາ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບຫຼາຍພາກສ່ວນ ເພື່ອເປັນການລວບລວມການສະໜັບສະໜູນການ​ນຳ​ໃຊ້ລະບົບພາສີ​ແບບທັນສະໄໝ ແລະ ການເຂົ້າຮ່ວມສົນທິສັນຍາກຽວໂຕສະບັບປັບປຸງ ຄື ໄດ້ເຂົ້າພົບ ທ່ານ ດຣ. ສຸວັນເພັງ ບຸບພານຸວົງ, ປະທານຄະນະກຳມະການແຜນການ ແລະ ການເງິນ, ສະພາເສດຖະກິດແຫ່ງຊາດ, ເຊິ່ງທ່ານໄດ້ມີຄວາມປິຕິຍິນດີທີ່ຈະໄດ້ເຫັນບົດບາດຂອງພາສີ ມີການເຊື່ອມຕໍ່ກັບບັນດາຊາຍແດນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຮ່ວມມືເລື່ອງການນໍາໃຊ້ກົນໄກທາງດ້ານກົດໝາຍ. ທ່ານ ດຣ. ລຽນ ທີແກ້ວ, ລັດຖະມົນຕີວ່າການກະຊວງການເງິນ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳແນະນຳ ແລະ ຄວາມຊ່ວຍເຫຼືອຈາກອົງການພາສີໂລກ (World Customs Organization) ແລະ ຫ້ອງການພາກພຶ້ນ ເພື່ອການສ້າງຄວາມສາມາດສຳລັບອາຊີ/ປາຊິຟິກ ທີ່ບາງກອກ (Regional Office for Capacity Building for Asia/Pacific in Bangkok). ທ່ານ ດຣ. ບຸນປອນ ບຸດຕະນະວົງ, ຮອງນາຍົກລັດຖະມົນຕີ ຊີ້ນຳເສດຖະກິດມະຫາພາກ ແລະ ຫົວໜ່ວຍການບໍລິການ ເຫັນດີກັບທັດສະນະຄະຕິ ໃນຂັ້ນຕອນການປັບປຸງພາສີ, ລວມທັງ ຄວາມຕໍ່ເນື່ອງຂອງການປັບປຸງລະບຽບການພາສີແຫ່ງຊາດ, ແລະ ກໍຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ​ ຈະ​ສືບຕໍ່ຊ່ວຍເຫຼືອວຽກງານພາສີ. ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ການຮັບຮອງຢ່າງເປັນທາງການວ່າ ສົນທິສັນຍາກຽວໂຕສະບັບປັບປຸງ ຖືເປັນການປັບປຸງການຂົນສົ່ງຜ່ານປະເທດບໍ່ມີທາງອອກສູ່ທະເລ ລວມເຖິງ ສປປ ລາວ, ໂດຍສະເພາະ ໃນສະພາບແວດລ້ອມທີ່ປະຊາຄົມເສດຖະກິດອາຊຽນ ທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015. ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ອະທິບາຍວ່າ ວຽກງານພາສີ ແມ່ນເປັນວຽກງານຮ່ວມມື ຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າທີ່ມີຢູ່ແລ້ວ ແລະ ເຫັນດີສະໜັບສະໜຸນ ໃຫ້ການຮ່ວມມືກັບຂະແໜງພາສີ ເພື່ອຊ່ວຍປັບປຸງບັນຍາກາດທາງດ້ານທຸລະກິດ.

ໃນໂອກາດດຽວກັນນີ້  ທ່ານ ກູມິໂອ ມີກຸຣິຢາ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ໃຫ້ຄໍາແນະນໍາໃຫ້ແກ່ເຈົ້າໜ້າທີ່ພາສີລາວ, ໂດຍຜ່ານຫ້ອງການພາກພຶ້ນ ເພື່ອການສ້າງຄວາມສາມາດສຳລັບອາຊີ/ປາຊິຟິກທີ່ບາງກອກ. ນອກນັ້ນ ກໍຍັງໄດ້ຮຽກຮ້ອງເຖິງບັນດາ ທ່ານ ຜູ້ທີ່ມີບົດບາດຊີ້ນຳວຽກງານທາງດ້ານພາສີ ແລະ ການລົງທຶນໃຫ້ເສີມສ້າງຄວາມເຂັ້ມແຂງພາຍໃນອົງການຈັດຕັ້ງຂອງຕົນ ເຊັ່ນ ທາງດ້ານບຸກຄະລາກອນ, ກໍຄືການບໍລິຫານການຮ່ວມມືຊາຍແດນ.

ແຫຼ່ງຂ່າວ: ອົງການພາສີໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.