ຈຸດປະສົງຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້ ແມ່ນເພື່ອທົບທວນຄືນ ສະພາບການຈັດຕັ້ງປະຕິບັດວຽກງານການນໍາເຂົ້າ ແລະ ສົ່ງອອກ​, ພ້ອມ​ທັງຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ການຈັດຕັ້ງປະຕິບັດ​ລະບຽບການ​ກ່ຽວກັບ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ແລະ ການ​ປະສານ​ງານລະຫວ່າງ​ຂະ​ແໜງອຸດ​ສະຫະ​ກຳ ​ແລະ ການ​ຄ້າ ​ກັບ​ຂະ​​ແໜງການ​ອື່ນໆ ຢູ່​ຂັ້ນທ້ອງ​ຖິ່ນ, ລວມທັງລາຍ​ງານ​ການ​ປັບ​ປຸງ​ໃບ​ອະນຸຍາດ​ນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ​ທີ່​ແຂວງ​ເປັນ​ຜູ້​ຄຸ້ມ​ຄອງ. ນອກ​ນີ້ ກໍ​ຈະ​ມີ​ການລາຍ​ງານ​ສະພາບ​ການຊື້-ຂາຍ​ໄມ້ ​ແລະ ​ແນວ​ໂນ້ມລາຄາ​ໄມ້​ຢູ່​ຕະຫຼາດສາກົນ, ​ແລະ  ​​ປຶກສາ​ຫາລື ການ​ກຳນົດ​ລາຄາພັນທະ​ໄມ້ສຳລັບ ສົກ​ປີ 2014-2015.

ດາວ​ໂຫຼດ:  ວາລະກອງປະຊຸມປຶກສາຫາລື ພາຍໃຕ້ຫົວຂໍ້ ​​“​ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງວຽກງານການນຳເຂົ້າ ແລະ ສົ່ງອອກ ແລະ ປຶກສາຫາລືການກຳນົດລາຄາພັນທະໄມ້ ສົກປີ 2014-2015”

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.