ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ປັບປຸງ ຄຳແນະນຳ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບເລກທີ 2225/ອຄ.ກຂອ, ລົງວັນທີ 5 ທັນວາ 2014 ເພື່ອປ່ຽນແທນບົດຄຳແນະນຳສະບັບເລກທີ 2386/ອຄ.ກຂອ, ລົງວັນທີ 23 ທັນວາ 2013, ເພື່ອຜັນຂະຫຍາຍເນື້ອໃນຂອງໜວດທີ 2 ຂອງດໍາລັດວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010 ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ ແລະ ເຮັດໃຫ້ວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ ສປປ ລາວ ໄດ້ຮັບສິດທິພິເສດຖືກຈັດຕັ້ງປະຕິບັດ ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ ພ້ອມທັງຖືກຕ້ອງສອດຄ່ອງກັບ ລະບຽບກົດໝາຍ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ຈຸດປະສົງໃນການປັບປຸງບາງເນື້ອໃນ ກໍ່ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ເຊັ້່ນ: ຖ້າຫາກວ່າ ປະເທດນຳເຂົ້າ ທີ່ໃຫ້ສິດທິພິເສດທາງການຄ້າ ຫາກບໍ່ຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ບໍລີສັດ/ໂຮງງານ ຜູ້ຜະລິດ, ຜູ້ສົ່ງອອກ ບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ກົດ​ທີ່​ນີ້ ​ເພື່ອ​ເບິ່ງ​ຄຳ​ແນະນຳ ສະບັບ​ເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.