ຂຽນໂດຍ: ບົວວັນ ວິລະວົງ, ມະຫາວິທະຍາໄລແຫ່ງຊາດອົສຕາລີ

ການເຄື່ອນຍ້າຍສະຖານທີ່ຜະລິດ ໄປສູ່ອາຊີຕາເວັນອອກສຽງໃຕ້ ໄດ້ນຳເອົາ ການປ່ຽນແປງທີ່ສຳຄັນ ໃນການຈັດຕັ້ງສູນກາງ ດ້ານອຸດສາຫະກຳ ແລະ ການຄ້າ ດັ່ງທີ່ທ່ານ Richard Baldwin ໄດ້ກ່າວວ່າ “ການແຍກການຜະລິດ” ແມ່ນເປັນໄປໄດ້ ດ້ວຍການຜະລິດເປັນສີ້ນສ່ວນ ແລະ ການປັບປຸງ ໃນດ້ານຂໍ້ມູນ ແລະ ພື້ນຖານໂຄງລ່າງການເຊື່ອມຕໍ່.

ຄ່າແຮງງານຕ່ຳ ແລະ ນະໂຍບາຍເອື້ອອຳນວຍດ້ານການຄ້າ ແລະ ການລົງທຶນໄດ້ເປັນແຮງຂັບເຂື່ອນໃຫ້ອາຊຽນມີການຂະຫຍາຍຕົວ ໃນດ້ານເຄືອຂ່າຍການຜະລິດຂອງໂລກ. ຊຶ່ງກົກເຄົ້າແມ່ນເລີ່ມມາແຕ່ປີ 1968 ທີ່ມີສອງບໍລິສັດຂອງສະຫະລັດອາເມລິກາຄື: National Semiconductors ແລະ Texas Instruments ໄດ້ເລີ່ມປະກອບແຜ່ນອີເລັກໂຕຣນິກ ຢູ່ປະເທດສິງກະໂປ. ມາຮອດຊຸມປີ 1980 ປະເທດມາເລເຊຍ, ໄທ ແລະ ຟີລິປິນກໍ່ໄດ້ເຮັດຕາມ ໄດ້ເຮັດໃຫ້ການສົ່ງອອກສິ້ນສ່ວນ ແລະ ສ່ວນປະກອບກວມເອົາເຖິງ 70% ຂອງການສົ່ງອອກດ້ານອຸດສາຫະກຳໃນປີ 2009-2010 ຈາກ 57% ໃນຕົ້ນປີ 1990. ເຊັ່ນດຽວກັນເຄືອຂ່າຍການຄ້າຂອງພາກພື້ນ ກໍ່ມີຄວາມຫຼາກຫຼາຍເພີ່ມຂື້ນເລີ່ມຈາກຂະແໜງການທີ່ມີເຕັກໂນໂລຊີຕ່ຳ (ເສື້ອຜ້າ), ຫາກາງ (ເຄື່ອງໃຊ້ໄຟຟ້າ), ແລະ ສູງ (ລົດຍົນ, ເຄື່ອງອີເລັກໂຕຣນິກ).

ອາຊຽນມີສອງພາບໃນເຄືອຂ່າຍການຜະລິດລະດັບໂລກ. ໃນອີກດ້ານໜຶ່ງ ອາຊຽນຍອມຮັບຕົນເອງວ່າ ເປັນຂົງເຂດໜຶ່ງທີ່ມີເຄືອຂ່າຍການຜະລິດຫຼາຍທີ່ສຸດ ຊຶ່ງສາມາດເຫັນຈາກປະເທດສິງກະໂປ, ມາເລເຊຍ, ໄທ ແລະ ຟີລິບປິນ. ປະມານ 60% ຂອງບໍລິສັດໃນປະເທດມາເລເຊຍ ແລະ ໄທ ກ່ຽວຂ້ອງກັບເຄືອຂ່າຍການຜະລິດ ສ່ວນໃຫຍ່ແມ່ນຂະແໜງ ອີເລັກໂຕຣນິກ ແລະ ລົດຍົນ. ປະເທດສິງກະໂປ ກໍ່ໄດ້ພະຍາຍາມພັດທະນາໄປຫາອຸດສາຫະກຳທີມີເຕັກໂນໂລຊີສູງ ເຊັ່ນ ອຸປະກອນການແພດ ແລະ ກາຍເປັນສູນບໍລິການໃນ R&D, ການອອກແບບສິນຄ້າ ແລະ ການຕະຫຼາດ.

ກົງການຂ້າມ ອາຊຽນກໍ່ມີບາງຈຸດເຊື່ອມຕໍ່ ທີ່ອອ່ນທີ່ສຸດ ຈົນເຖິງປະຈຸບັນ ສປປ ລາວ ແລະ ກໍາປູເຈຍ ໄດ້ເລີ່ມມີສ່ວນໃນເຄືອຄ່າຍການຜະລິດ ເຖິງແນວນັ້ນກໍ່ຕາມ ເຂົາເຈົ້າ ກໍ່ຍັງຢູ່ໃນລະບົບຕ່ອງໂສ້ມູນຄ່າເພີ່ມທີ່ຕ່ຳເຊັນ: ການຕັດຫຍິບ. ສິ່ງທີ່ເຂົາເຈົ້າໄດ້ປຽບຕົ້ນຕໍ ແມ່ນມາຈາກຄ່າແຮງງານຕ່ຳ ແລະ ການມີສິດທິພິເສດໃນການເຂົ້າຫາຕະຫຼາດ ຂອງສະຫະພາບເອີລົບ ແລະ ສະຫະລັດອາເມລິກາ.

ເປັນທີ່ໜ້າສົນໃຈຫຼາຍ ທີ່ຫວຽດນາມເປັນສະມາຊິກອາຊຽນໃໝ່ ແຕ່ພັດມີການພັດທະນາຢ່າງໄວວາ ປະຈຸບັນ ປະມານໜຶ່ງສ່ວນສາມຂອງບໍລິສັດຫວຽດນາມ ແມ່ນມີສ່ວນຮ່ວມໃນເຄືອຂ່າຍການຄ້າ ຖ້າທຽບໃສ່ພຽງແຕ່ 14,5% ໃນອິນໂດເນເຊຍ. ປະເທດຫວຽດນາມ ບໍ່ພຽງແຕ່ມີແຮງງານຂະຫນາດໃຫຍ່ທີ່ຫ້າວຫັນໃນການເຮັດວຽກ, ແຕ່ວ່າ ກໍຍັງສ້າງນະໂຍບາຍທີ່ກ່ຽວຂ້ອງ ໃນດ້ານດັ່ງກ່າວເພື່ອຈະດຶງດູດການລົງທຶນໂດຍກົງ ຂອງຕ່າງປະເທດທີ່ມີຄຸນນະພາບ. ພາຍຫຼັງທີ່ມີການປະຕິຮູບນະໂຍບາຍດ້ານການຕະຫຼາດໃນທ້າຍຊຸມປີ  1980 ໄດ້ມີບໍລິສັດອາຊີຕາເວັນອອກຈໍານວນໜຶ່ງເລີ່ມໄປລົງທຶນໃນປະເທດ. ຢ່າງໃດກໍ່ຕາມ ທຸລະກິດເຫຼົ່ານີ້ຍັງບໍ່ທັນໃຫຍ່ເປັນລະດັບນາໆຊາດ.

ການປ່ຽນແປງຄັ້ງຍິ່ງໃຫຍ່ມີຂື້ນໃນປີ 2006 ເມື່ອບໍລິສັດ Intel ໄດ້ຕັດສິນໃຈມາຕັ້ງໂຮງງານປະກອບ ເພື່ອທົດລອງຢູ່ນະຄອນຫຼວງໂຮຈີມິນ ເວລານັ້ນຫວຽດນາມກຳລັງຢູ່ໃນຂັ້ນຕອນຂອງການກະກຽມຈະເຂົ້າຮ່ວມອົງການການຄ້າໂລກ (WTO), ເຊິ່ງໄດ້ສົ່ງເສີມໃຫ້ນັກລົງທຶນມີຄວາມເຊື່ອໝັ້ນໃນລະບອບການລົງທຶນທີສາມາດຄາດຄະເນໄດ້ຂອງປະເທດຫວຽດນາມ ພາຍໃຕ້ການນຳພາຂອງບໍລິສັດ Intel ເຮັດໃຫ້ເກີດມີຫຼາຍໆບໍລິສັດທີ່ສຳຄັນໄດ້ເຂົ້າມາລົງທຶນເຊັ່ນ: Taiwanese Hon Hai Precision ແລະ Compact Electronics, ເຊິ່ງເປັນບໍລິສັດທີ່ໃຫຍ່ທີ່ສຸດ ແລະ ເປັນອັນດັບສອງໃນການຜະລິດເຄື່ອງອີເລັກໂຕຣນິກ. ບໍລິສັດ Nidec Corpoation ເປັນບໍລິສັດຍີ່ປຸ່ນ ທີ່ຜະລິດ hard disk drives ແລະ ເຄື່ອງປະກອນອີເລັກໂຕຣນິກຊະນິດອື່ນໆ ກໍໄດ້ມາລົງທຶນຢູ່ຫວຽດນາມເຊັ່ນກັນ. ບໍລິສັດ Likewise ເຊິ່ງເປັນບໍລິສັດຜະລິດເຄື່ອງໄຟຟ້າ ຊາມຊຸມ ຂອງເກົາຫຼີກໍໄດ້ມາຕັ້ງໂຮງງານຜະລິດຢູ່ ຮາໂນ້ຍ ໃນປີ 2009 ເພື່ອປະກອບຜະລິດຕະພັນທີ່ເຮັດດ້ວຍມື.

ເຖິງຈະເປັນເຂດເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍຍັງນຳບໍ່ທັນ ໃນການຄ້າເຄືອຂ່າຍ. ເຖິງແມ່ນວ່າຈະເປັນປະເທດທີ່ຕິດພັນກັບຄ່າການສະຫນອງຕ່ໍ່າໃນພາກພື້ນຖ້າທຽບໃສ່ຫຼາຍໆປະເທດ, ການຜະລິດຂອງອິນໂດເນເຊຍສ່ວນໃຫຍ່ແມ່ນເພື່ອຮັບໃຊ້ຕະຫຼາດພາຍໃນປະເທດ ແທນທີ່ຈະສົ່ງອອກ. ເຊື່ອກັນວ່າປັດໄຈໜຶ່ງທີ່ສໍາຄັນໃນກໍລະນີນີ້ ແມ່ນລະບອບການລົງທຶນທີ່ບໍ່ເອື້ອອໍານວຍ ພ້ອມກັບຄ່າໃຊ້ຈ່າຍໃນການຂົນສົ່ງທີ່ສູງ ແລະ ນະໂຍບາຍແຮງງານທີເຂັ້ມງວດ.

ແມ່ນຫຍັງທີ່ເຮັດໃຫ້ເສດຖະກິດຂອງອາຊຽນປະສົບຜົນສຳເລັດຫຼາຍແທ້ ໃນດ້ານການແລກປ່ຽນຜະລິດຕະພັນລະດັບໂລກ?

ບົດຮຽນໜຶ່ງທີ່ໄດ້ຈາກປະເທດອິນໂດເນເຊຍ ແມ່ນຄ່າແຮງງານທີ່ຕ່ຳບໍ່ແມ່ນສິ່ງທີ່ຈຳເປັນ ໃນການກຳນົດຄວາມສົນໃຈຂອງການລົງທຶນຕ່າງປະເທດ ແລະ ການສົ່ງເສີມເຄືອຂ່າຍການຄ້າ. ໃນຂະນະທີ່ຄ່າແຮງງານແມ່ນສວ່ນທີ່ສຳຄັນ ບວກ​ກັບ ປັດໄຈອື່ນໆເຊັ່ນ: ສະພາບແວດລ້ອມດ້ານທຸລະກິດ, ຄວາມສາມາດດ້ານເຕັກໂນໂລຊີ, ພື້ນຖານໂຄງລ່າງ, ແລະ ນະໂຍບາຍອື່ນໆ ຈະເປັນຕົວກຳນົດການຕັດສີນໃຈກ່ຽວກັບສະຖານທີ່ການລົງທຶນ.

ໂດຍການເບິ່ງດ້ານສະພາບແວດລ້ອມທຸລະກິດທີ່ເປັນຕົວແບບ, ສິງກະໂປ ຖືກຈັດອັນດັບທໍາອິດທີ່ເປັນປະເທດທີ່ການເຮັດທຸລະກິດເປັນມິດທີ່ສຸດ ອິງໃສ່ການສໍາຫຼວດຂອງທະນາຄານໂລກໃນ 189 ເຂດເສດຖະກິດ. ມາເລເຊຍຢູ່ໃນອັນດັບ 6 ໃນຂະນະທີ່ໄທຢູ່ໃນອັນດັບທີ່ 18 ແລະ ປະເທດເຫຼົ່ານີ້ກໍນ້ອຍກ່ວາປະເທດອິນໂດເນເຊຍໃນດ້ານປະຊາກອນ ຫຼື ດ້ານຊັບພະຍາກອນທຳມະຊາດ ແຕ່ເຂົາເຈົ້າສາມາດເຮັດໄດ້ດີກ່ວາ ແລະ ໄດ້ປະສົບຜົນສໍາເລັດໃນການເປັນຜູ້ສະໜອງແບບຕ່ອງໂສ້ລະດັບໂລກ.

ອີກປັດໄຈໜຶ່ງຂອງການໃຫ້ຄວາມສຳຄັນເທົ່າທຽມແມ່ນຄວາມສາມາດດ້ານເຕັກໂນໂລຊີ ການຂະຫຍາຍຕົວຂອງຈີນໃນເບື້ອງຕົ້ນໄດ້ສ້າງຄວາມກັງວົນວ່າ ການລົງທຶນນາໆຊາດຈະຍ້າຍຈາກອາຊຽນໄປຫາປະເທດຈີນທີ່ໜ້າສົນໃຈກ່ວາ ແຕ່ວ່າໄລຍະຜ່ານມາປະກົດວ່າຄວາມວິຕົກກັງວົນດັ່ງກ່າວເປັນໄປບໍ່ໄດ້. ປະເທດສິງກະໂປໄດ້ຫັນ​ຕົນ​ເອງຈາກຄວາມສາມາດໜ້ອຍໃນການປະກອບມາເປັນສ່ວນອອກແບບ ແລະ ໄດ້ກາຍເປັນສູນບໍລິການສຳລັບໜວ່ຍງານການຜະລິດ ທີ່ຕັ້ງຢູ່ປະເທດເພື່ອນບ້ານຕ່າງໆ ແລະ ຕ້ອງຂອບໃຈສຳລັບນະໂຍບາຍຂອງລັດຖະບານໃນການເນັ້ນຄວາມສຳຄັນໃນການຍັກລະດັບເຕັກໂນໂລຊີ ພ້ອມກັບການເສີມຄວາມສາມາດດ້ານຊັບພະຍາກອນມະນຸດ ແລະ ການພັດທະນະພື້ນຖານໂຄງລ່າງ.

ພ້ອມກັບການເພີ່ມຂື້ນຂອງຄ່າແຮງງານຢູ່ປະເທດຈີນ ປະເທດຕ່າງໆທີ່ມີຄ່າແຮງງານຕ່ຳເຊັ່ນ: ຫວຽດນາມ ແລະ ປະເທດອາຊຽນອື່ນໆ ຄາດວ່າຈະໄດ້ຮັບຜົນປະໂຫຍດຫຼາຍກວ່າທາງດ້ານສະຖານທີ່ຕັ້ງທາງດ້ານອຸດສາຫະກຳ ນອກຈາກປະເທດຈີນ ແຕ່ຂະບວນການດັ່ງກ່າວຈະບໍ່ເກີດຂື້ນໂດຍອັດຕະໂນມັດ, ສປປລາວ ຢູ່ໃນອັນດັບທີ່ 159 ຕາມອັນດັບຄວາມສະດວກດ້ານການເຮັດທຸລະກິດ ໃນຂະນະທີ່ມຽນມາຢູ່ໃນອັນດັບທີ່ 182 ການແລ່ນເອກະສານການສົ່ງອອກ ແລະ ຈັດການກັບສິນຄ້າຈະໃຊ້ເວລາ 25 ວັນ ທຽບກັບຢູ່ໄທທີ່ໃຊ້ເວລາ 14 ວັນ

ອັນນີ້ຮຽກຮ້ອງໃຫ້ມີການປະຕິຮູບຂັ້ນສຳຄັນ ໂດຍສະເພາະກ່ຽວກັບການອໍານວຍຄວາມສະດວກການຄ້າຂອງບັນດາສະມາຊິກໃຫມ່ເຫຼົ່ານີ້, ຖ້າຫາກວ່າພວກເຂົາເຈົ້າຢາກຈະເຊື່ອມໂຍງກັບການເຂົ້າເປັນເຄືອຂ່າຍການຜະລິດ. ມຽນມາກໍາລັງຢູ່ໃນຂັ້ນຕອນການຖືກຕິດຕາມກຽ່ວກັບການປະຕິຮູບດ້ານການເມືອງ ແລະ ເສດຖະກິດ ແລະ ກໍເປັນເລື່ອງທີ່ໜ້າສົນໃຈ ທີ່ຈະຕິດຕາມວ່າປະເທດດັ່ງກ່າວຈະເຮັດຖືກຕ້ອງແບບປະເທດຫວຽດນາມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.