ສັນຍາ [ຂອບສັນຍາ] ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າຂ້າມແດນ ແບບບໍ່ນໍາໃຊ້ເອກະສານ ສໍາລັບພາກພື້ນອາຊີ ແລະ ປາຊີຟິກ (ຮ່າງເມື່ອວັນທີ 25/12/2013)


ບັນດາປະເທດສະມາຊິກຂອງຄະນະກໍາມາທິການເສດຖະກິດ-ສັງຄົມປະຈໍາພາກພື້ນອາຊີ ແລະ ປາຊີ ຟິກ (ESCAP) ທີ່ເປັນພາຄີຂອງສັນັຍາສະບັບນີ້ [ຂອບສັນຍາ] (ຕໍ່ໄປນີ້ເອີ້ນວ່າ ພາຄີ)

ໂດຍສໍານຶກເຫັນຄວາມສໍາຄັນຂອງການຄ້າປຽບເໝືອນເຄື່ອງມືແຫ່ງການຈະເລີນເຕີບໂຕ ແລະ ການພັດທະນາ ແລະ ຄວາມຕ້ອງການເພື່ອເພີ້ມທະວີປະສິດທິພາບ ຂອງການດໍາເນີນທຸລະກໍາການຄ້າສາ ກົນເພື່ອຮັກສາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມອາດສາມາດໃນການແຂ່ງຂັນຂອງພາກພື້ນ;

ໂດຍຮັບຮູ້ວ່າການຄ້າແບບບໍ່ນໍາໃຊ້ເອກະສານເຮັດໃຫ້ການຄ້າສາກົນມີປະສິດທິພາບ ແລະ ຄວາມໂປ່ງໃສສູງຂື້ນ ໃນຄະນະທີ່ປັບປຸງຄວາມສອດຄ່ອງທາງດ້ານລະບຽບການ, ໂດຍສະເພາະຖ້າຫາກຂໍ້ມູນທີ່ກ່ຽວຂ້ອງກັບການຄ້າ ແລະ ເອກະສານຕ່າງໆໃນຮູບແບບເອເລັກໂຕຣນິກໄດ້ຖືກແລກປ່ຽນຂ້າມແດນ;

ໂດຍສັງເກດເຫັນວ່າການຄ້າ ແລະ ບັນດາຂໍ້ລິເລີ້ມກ່ຽວກັບຄວາມປອດໄພຂອງການສະໜອງແບບຕ່ອງໂສ້ພາຍໃຕ້ການຈັດຕັ້ງປະຕິບັດໃນບັນດາຕະຫຼາດສົ່ງອອກທີ່ສໍາຄັນຕົ້ນຕໍ ຈະເຮັດໃຫ້ມີຄວາມຈໍາເປັນ ສໍາລັບທຸກພາກສ່ວນຂື້ນເລື້ອຍໆໃນຕ່ອງໂສ້ແຫ່ງການສະໜອງສາກົນເພື່ອແລກປ່ຽນຂໍ້ມູນ ແລະ ບັນດາເອກະສານດ້ວຍລະບົບເອເລັກໂຕຣນິກ;

ໂດຍເຫັນໄດ້ຄວາມເປັນຈິງວ່າຫຼາຍປະເທດໃນພາກພື້ນອາຊິ ແລະ ປາຊີຟິກ ປະຈຸບັນໄດ້ມີສ່ວນຮ່ວມເຂົ້າໃນການຈັດຕັ້ງປະຕິບັດລະບົບເອເລັກໂຕຣນິກໃນລະດັບຊາດ ເພື່ອກະຕຸກຊຸກຍູ້ການປັບປຸງຂໍ້ມູນ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງກັບການຄ້າ;

ໂດຍເຫັນໄດ້ຄວາມເປັນຈິງເຊັ່ນດຽວກັນວ່າຫຼາຍປະເທດໃນພາກພື້ນອາຊິ ແລະ ປາຊີຟິກ ໄດ້ບັນຈຸບົດບັນຍັດຕ່າງໆກ່ຽວກັບການແລກປ່ຽນຂໍ້ມູນທາງດ້ານເອເລັກໂຕຣນິກ ເຂົ້າໃນບັນດາສັນຍາກ່ຽວກັບການຄ້າຂອງຕົນ;

ໂດຍຮັບຮູ້ວ່າການອໍານວຍຄວາມສະດວກໃນການຮັບຮູ້ເຊິ່ງກັນແລະກັນ ແລະ ການແລກປ່ຽນຂໍ້ມູນ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງກັບການຄ້າໃນຮູບແບບຂອງເອເລັກໂຕຣນິກ ລະຫວ່າງ ບັນດາປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ປະເທດທາງຜ່ານຈະຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍຂອງສິນຄ້າຜ່ານແດນລົງຢ່າງຫຼວງຫຼາຍ ແລະ ເພີ້ມທະວີໂອກາດທາງດ້ານການຄ້າ ແລະ ການພັດທະນາຂອງບັນດາປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ຫຼາຍຂື້ນ;

ໂດຍຮັບຮູ້ອີກວ່າການອໍານວຍຄວາມສະດວກການແລກປ່ຽນຂໍ້ມູນ ແລະ ບັນດາເອກະສານທີ່ກ່ຽວຂ້ອງກັບການຄ້າໃນຮູບແບບເອເລັກໂຕຣນິກ ຈະສົ່ງເສີມໃຫ້ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ (SME) ສາມາດເຂົ້າຮ່ວມໃນການຄ້າສາກົນຢ່າງມີປະສິດທິຜົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມອາດສາມາດໃນການແຂ່ງຂັນໃຫ້ແກ່ເຂົາເຈົ້າ;

ໂດຍຄໍານຶງເຖິງລະດັບການພັດທະນາເສດຖະກິດ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີຂອງການຕິດຕໍ່ຊື່ສານ (ICT) ຂອງບັນດາປະເທດພາຄີທີ່ແຕກຕ່າງກັນ;

ໂດຍຮັບຮູ້ວ່າຄວາມພ້ອມທາງດ້ານເຕັກໂນໂລຊີຂອງການຕິດຕໍ່ສື່ສານ ICT ແລະ ພື້ນຖານໂຄງລ່າງທີ່ກ່ຽວຂ້ອງແມ່ນບໍ່ພຽງພໍໃນບາງປະເທດ ເພື່ອຮັບປະກັນການພັດທະນາທຸລະກິດແບບຍືນຍົງ;

ໂດຍສັງເກດຕື່ມຄວາມຈໍາເປັນໃນການສ້າງສະພາບແວດລ້ອມທາງດ້ານກົດໝາຍ ເພື່ອເພີ້ມທະວີຜົນປະ ໂຫຍດທີ່ຕິດພັນກັບການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ; ແລະ

ໂດຍມຸ້ງມາດປາດຖະໜາໃນການກໍານົດຂອບກົດໝາຍເພື່ອເຮັດໃຫ້ການຮ່ວມມື ລະຫວ່າງ ລັດພາຄີໃນການອໍານວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ ແບບບໍ່ນໍາໃຊ້ເອກະສານໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອປະເມີນການພັດທະນາໃນອະນາຄົດໃນຂົງເຂດນີ້.

ໄດ້ຕົກລົງດັ່ງຕໍ່ໄປນີ້:

ມາດຕາ 1: ຈຸດປະສົງ

ຈຸດປະສົງຂອງສັນຍາສະບັບນີ້ [ຂອບສັນຍາ] ແມ່ນເພື່ອສົ່ງເສີມການຄ້າຂ້າມແດນໂດຍບໍ່ນໍາໃຊ້ເອກະ ສານດ້ວຍການອະນຸຍາດໃຫ້ມີການແລກປ່ຽນ ແລະ ຮັບຮູ້ສອງຝ່າຍກ່ຽວກັບຂໍ້ມູນ ແລະ ເອກະສານທາງດ້ານການຄ້າໃນຮູບແບບເອເລັກໂຕຣນິກ ແລະ ເພື່ອອໍານວຍຄວາມສະດວກໃນການເຮັດວຽກຮ່ວມກັນລະຫວ່າງປະເທດ ແລະ ການບໍລິການປະຕູດຽວໃນຂົງເຂດອະນຸພາກພື້ນ ແລະ ລະບົບການຄ້າແບບບໍ່ນໍາໃຊ້ເອກະສານອື່ນໆ ເພື່ອບັນລຸຈຸດປະສົງການແລກປ່ຽນໃນການຄ້າສາກົນໃຫ້ມີປະສິດທິພາບ ແລະ ໂປ່ງໃສ ໃນຄະນະທີ່ປັບປຸງຂໍ້ກໍານົດກົດລະບຽບໃຫ້ສອດຄ່ອງ.

ມາດຕາ 2: ຂອບເຂດ

ສັນຍາສະບັບນີ້ [ຂອບສັນຍາ] ແມ່ນນໍາໃຊ້ກັບການຄ້າຂ້າມແດນໂດຍບໍ່ນໍາໃຊ້ເອກະສານ ລະຫວ່າງ ລັດພາຄີດ້ວຍກັນ.

ມາດຕາ 3: ຄໍານິຍາມ

ສໍາລັບຈຸດປະສົງຂອງສັນຍາສະບັບນີ້ [ຂອບສັນຍາ]:

1)  ການຄ້າແບບບໍ່ນໍາໃຊ້ເອກະສານ ໝາຍເຖິງການຄ້າທີ່ດໍາເນີນການໂດຍອີງໃສ່ພື້ນຖານການຕິດຕໍ່ສື່ສານຜ່ານລະບົບເອເລັກໂຕຣນິກ ເຊິ່ງລວມມີການແລກປ່ຽນຂໍ້ມູນຂ່າວສານທາງດ້ານການຄ້າ ແລະ ເອກະສານທາງດ້ານການຄ້າໃນຮູບແບບເອເລັກໂຕນິກ.

2)  ການຄ້າ ໝາຍເຖິງການຄ້າສິນຄ້າສາກົນ ເຊິ່ງລວມມີການນໍາເຂົ້າ, ສົ່ງອອກ, ຜ່ານແດນ ແລະ ການຄ້າບໍລິການທີ່ກ່ຽວຂ້ອງ.

3)  ການຕິດຕໍ່ສື່ສານຜ່ານທາງເອເລັກໂຕນິກ ໝາຍເຖິງທຸກຮູບແບບຂອງການຕິດຕໍ່ສື່ສານ ເຊິ່ງລັດພາຄີນໍາໃຊ້ລະບົບຂໍ້ຄວາມຂໍ້ມູນ.

4)  ຂໍ້ຄວາມຂອງຂໍ້ມູນ ໝາຍເຖິງການຜັນຂະຫຍາຍຂໍ້ມູນ, ການສົ່ງ, ການຮັບ ຫຼື ເກັບຮັກສາຂໍ້ມູນດ້ວຍລະບົບເອເລັກໂຕຣນິກ, ດຶງດູດ, ເບິ່ງເຫັນດ້ວຍຕາ ຫຼື ຮູບແບບທີ່ຄ້າຍຄືກັນ ແຕ່ບໍ່ໄດ້ຈໍາກັດການແລກປ່ຽນຂໍ້ມູນດ້ວຍເອເລັກໂຕຣນິກ.  

5)  ຂໍ້ມູນທີ່ຕິດພັນກັບການຄ້າ ໝາຍເຖິງຂໍ້ມູນທີ່ບັນຈຸເອົາ ຫຼື ສົ່ງຕໍ່ໃນການເຊື່ອມຕໍ່ກັບເອກະສານທີ່ຕິດພັນທາງດ້ານການຄ້າ.

6)  ເອກະສານທີ່ຕິດພັນກັບການຄ້າ ໝາຍເຖິງບັນດາເອກະສານ, ທັງການຄ້າ ແລະ ລະບຽບການທີ່ຕ້ອງການໃນການສໍາເລັດການແລກປ່ຽນທາງດ້ານການຄ້າ.

7)  ການແລກປ່ຽນຊື້ຂາຍທາງດ້ານການຄ້າ ໝາຍເຖິງການແລກປ່ຽນຊື້ຂາຍທີ່ຕິດພັນກັບການຂາຍສິນຄ້າ ລະຫວ່າງ ບັນດາພາຄີເຊິ່ງທີ່ຕັ້ງຂອງທຸລະກິດແມ່ນຢູ່ໃນອານາເຂດທີ່ຕ່າງກັນ.

8)  ການຮັບຮູ້ເຊິ່ງກັນ ແລະ ກັນຂອງສອງຝ່າຍ ໝາຍເຖິງການຮັບຮູ້ເຊິ່ງກັນແລະກັນຂອງຄວາມຖືກຕ້ອງຂອງຂໍ້ມູນ ແລະ ເອກະສານທາງດ້ານການຄ້າໃນຮູບແບບເອເລັກໂຕຣນິກ ທີ່ຖືກແລກປ່ຽນຂ້າມແດນລະຫວ່າງສອງ ຫຼື ຫຼາຍປະເທດ.

9)  ການບໍລິການປະຕູດຽວ ໝາຍເຖິງສິ່ງອໍານວຍຄວາມສະດວກເຊິ່ງອະນຸຍາດໃຫ້ບັນດາປະເທດ ພາຄີທີ່ເຂົ້າຮ່ວມໃນການແລກປ່ຽນຊື້ຂາຍໃນຮູບແບບຂອງຂໍ້ມູນ ແລະ ເອກະສານແບບເອເລັກໂຕຣນິກ ໂດຍນໍາໃຊ້ການເຂົ້າຫາຈຸດດຽວເພື່ອປະຂອບເອກະສານນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນໃຫ້ຄົບຖ້ວນຕາມຄວາມຕ້ອງການທາງດ້ານຂໍ້ກໍານົດກົດລະບຽບ.

10)         ການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ໝາຍເຖິງຄວາມອາດສາມາດຂອງສອງ ຫຼື ຫຼາຍລະບົບ ຫຼື ອົງປະຂອບຕ່າງໆເພື່ອແລກປ່ຽນຂໍ້ມູນ ແລະ ນໍາໃຊ້ຂໍ້ມູນທີ່ໄດ້ຖືກແລກປ່ຽນ.

ມາດຕາ 4: ການແປຄວາມໝາຍ

ການແປຄວາມໝາຍໃນສັນຍາສະບັບນີ້ [ຂອບສັນຍາ], ແມ່ນນໍາໃຊ້ບັນດາຫຼັກການທົ່ວໄປເປັນບ່ອນອີງ, ຮູບແບບຂອງສັນຍາສາກົນ ແລະ ຄວາມຕ້ອງການເພື່ອຊຸກຍູ້ຄວາມສະໝໍ່າສະເໝີໃນການສະແດງເຈດຈໍານົງຂອງສັນຍາສະບັນນີ້.

ມາດຕາ 5: ບັນດາຫຼັກການທົ່ວໄປ

1. ສັນຍາສະບັບນີ້ [ຂອບສັນຍາ] ຈະຖືກຊີ້ນໍາໂດຍບັນດາຫຼັກການທົ່ວໄປດ່ັງນີ້:

1)  ມີຄວາມເປັນກາງທາງດ້ານເຕັກໂນໂລຊີ: ກົດໝາຍຄວນບໍ່ໃຊ້ ຫຼື ບໍ່ເລືອກປະຕິບັດຕໍ່ກັບການນໍາໃຊ້ກັບຮູບແບບສະເພາະຂອງເຕັກໂນໂລຊີ ເພື່ອບັນລຸບັນດາຈຸດປະສົງຂອງສັນຍາ.

2)  ມີຄວາມເທົ່າທຽມທາງດ້ານການປະຕິບັດງານ: ການປະຕິບັດງານໂດຍການໃຊ້ຄວາມຕ້ອງ ການດ້ານເອກະສານຄວນຖືກວິເຄາະເພື່ອຕັດສິນໃຈວ່າ ການປະຕິບັດງານເຫຼົ່ານັ້ນສາມາດສໍາເລັດຜ່ານບັນດາຮູບແບບເອເລັກໂຕຣນິກ.

3)  ການບໍ່ເລືອກປະຕິບັດຂອງການນໍາໃຊ້ບັນດາລະບົບຕິດຕໍ່ສື່ສານ.

4)  ການສົ່ງເສີມເຊິ່ງກັນແລະກັນ.

5)  ການປັບປຸງການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຄວາມສອດຄ່ອງດ້ານຂໍ້ກໍານົດກົດລະບຽບ.

6)  ການຮ່ວມມື ລະຫວ່າງ ພາກລັດ ແລະ ບັນດາພາກເອກະຊົນ.

2. ລັດພາຄີເຫັນດີວ່າການຈັດຕັ້ງປະຕິບັດນິຕິກໍາແຫ່ງຊາດ ແລະ ຂໍ້ກໍານົດກົດລະບຽບ ເຊິ່ງນໍາໃຊ້ເຂົ້າໃນບັນດາຫຼັກການເຫຼົ່ານີ້ເພື່ອແລກປ່ຽນບັນດາຂໍ້ມູນ ແລະ ເອກະສານທີ່ຕິດພັນກັບການຄ້າໃນຮູບແບບເອເລັກໂຕຣນິກ ຈະສ້າງພື້ນຖານຄວາມເຊື່ອໝັ້ນ ແລະ ເພີ້ມຄວາມສາມາດໃນການແລກປ່ຽນຂໍ້ມູນເຊິ່ງກັນແລະກັນ.

ມາດຕາ 6: ຂອບນະໂຍບາຍລະດັບຊາດ, ເອື້ອອໍານວຍສະພາບແວດລ້ອມດ້ານນິຕິກໍາພາຍໃນ ແລະ ຄະນະກໍາມະການການຄ້າແບບບໍ່ນໍາໃຊ້ເອກະສານ

1. ລັດພາຄີ [ຈະພະຍາຍາມເພື່ອ] ສ້າງຕັ້ງຂອບນະໂຍບາຍລະດັບຊາດສໍາລັບການຄ້າແບບບໍ່ໃຊ້ເອ ກະສານ ເຊິ່ງອາດໃຫ້ນິຍາມບັນດາເປົ້າໝາຍ ແລະ ຍຸດທະສາດການຈັດຕັ້ງປະຕິບັດ, ຕອບສະໜອງທຶນຮອນ ແລະ ຂອບນິຕິກໍາ.

2. ລັດພາຄີຈະພະຍາຍາມສ້າງຕັ້ງສະພາບນິຕິກໍາພາຍໃນ ທີ່ເອື້ອອໍານວຍສໍາລັບການຄ້າແບບບໍ່ໃຊ້ເອ ກະສານທີ່ສອດຄ່ອງກັບບັນດາມາດຕະຖານສາກົນ ແລະ ການຈັດຕັ້ງປະຕິບັດທີ່ດີເດັ່ນ.

3. ລັດພາຄີສ້າງຕັ້ງຄະນະກໍາມະການທາງດ້ານການຄ້າແບບບໍ່ນໍາໃຊ້ເອກະສານ, ເຊິ່ງລວມມີຜູ້ຕາງໜ້າຈາກພາລັດ ແລະ ພາກເອກະຊົນທີ່ມີສ່ວນກ່ຽວຂ້ອງ ທີ່ຕິດພັນກັບສະພາບແວດລ້ອມພາຍໃນຂອງເຂົາເຈົ້າ. ຄະນະກໍາມະການທາງດ້ານການຄ້າແບບບໍ່ນໍາໃຊ້ເອກະສານ ຈະຊຸກຍູ້ສະພາບແວດລ້ອມທາງດ້ານນິຕິກໍາພາຍໃນທີ່ເອື້ອອໍານວຍ ເພື່ອແລກປ່ຽນກັບຂໍ້ມູນ ແລະ ເອກະສານທາງດ້ານການຄ້າທີ່ກ່ຽວຂ້ອງໃນຮູບແບບເອເລັກໂຕຣນິກ ເຊັ່ນດຽວກັບອໍານວຍຄວາມສະດວກເຊິ່ງກັນແລະກັນ ກ່ຽວກັບການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ. ລັດພາຄີອາດເລືອກອົງການຈັດຕັ້ງພາຍໃນເດີມເພື່ອເປັນບ່ອນອີງເພື່ອດໍາເນີນງານແທນທີ່ການສ້າງຕັ້ງຄະນະກໍາມະການຕ່າງຫາກ ແລະ ອາດແຕ່ງຕັ້ງອົງການ ຫຼື ໜ່ວຍງານອົງການຈັດຕັ້ງທີ່ເໝາະສົມ ຫຼື ຄະນະເຮັດວຽກພາຍໃນຄະນະກໍາມະການ ເຊິ່ງເຮັດໜ້າທີ່ເປັນຄະນະກໍາມະການທາງດ້ານການຄ້າ ແບບບໍ່ນໍາໃຊ້ເອກະສານຂອງສັນຍາສະບັບນີ້ [ຂອບສັນຍາ].

ມາດຕາ 7: ການອໍານວຍຄວາມສະດວກການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ ແລະ ການພັດທະ ນາການບໍລິການປະຕູດຽວແຫ່ງຊາດ

1.  ລັດພາຄີຈະພະຍາຍາມອໍານວຍຄວາມສະດວກ ການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ ໂດຍການເອື້ອອໍານວຍການແລກປ່ຽນຂໍ້ມູນ ແລະ ເອກະສານທາງດ້ານການຄ້າທີ່ກ່ຽວຂ້ອງໃນຮູບແບບເອເລັກໂຕຣນິກ, ນໍາໃຊ້ລະບົບທີ່ມີຢູ່ແລ້ວໃນການປະຕິບັດງານ ຫຼື ສ້າງລະບົບໃໝ່.

2.  ລັດພາຄີຄວນເພີີ້ມທະວີການພັດທະນາລະບົບ ການບໍລິການປະຕູດຽວແຫ່ງຊາດ ແລະ ນໍາໃຊ້ລະບົບດັ່ງກ່າວໃນການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ. ໃນການພັດທະນາລະບົບການບໍລິການປະຕູດຽວ, ລັດພາຄີຄວນເຮັດໃຫ້ລະບົບດັ່ງກ່າວມີຄວາມສອດຄ່ອງກັບບັນດາຫຼັກການລວມທີ່ໄດ້ລະບຸໄວ້ໃນສັນຍາສະບັບນີ້ [ຂອບສັນຍາ].

ມາດຕາ 8: ການຮັບຮູ້ສອງຝ່າຍກ່ຽວກັບຮູບແບບຂອງຂໍ້ມູນ ແລະ ເອກະສານທີ່ຕິດພັນກັບການຄ້າຂ້າມແດນ

1.  ລັດພາຄີຈະສະໜອງຮູບການຮັບຮູ້ສອງຝ່າຍກ່ຽວກັບຮູບແບບຂອງຂໍ້ມູນ ແລະ ເອກະສານທີ່ຕິດພັນກັບການຄ້າຂ້າມແດນ ທີ່ມີແຫຼ່ງມາຈາກບັນດາລັດພາຄີອີງຕາມລະດັບຄວາມສໍາຄັນເທົ່າທຽມຂອງຄວາມໜ້າເຊື່ອຖື.

2.  ລະດັບຄວາມສໍາຄັນເທົ່າທຽມຂອງຄວາມໜ້າເຊື່ອຖືຈະຖືກຕົກລົງກັນ ລະຫວ່າງ ລັດພາຄີໂດຍຜ່ານການຈັດການຂອງສະຖາບັນພາຍໃຕ້ສັນຍາສະບັບນີ້ [ຂອບສັນຍາ].

ມາດຕາ 9: ມາດຕະຖານສາກົນສໍາລັບການແລກປ່ຽນຮູບແບບຂອງຂໍ້ມູນ ແລະ ເອກະສານທີ່ຕິດພັນກັບການຄ້າຂ້າມແດນ

1.  ລັດພາຄີຈະພະຍາຍາມນໍາໃຊ້ມາດຕະຖານ ແລະ ການແນະນໍາສາກົນເພື່ອຮັບປະກັນການແລກປ່ຽນຂໍ້ມູນຂ່າວສານການຄ້າແບບບໍ່ນໍາໃຊ້ເອກະສານນໍາກັນພາຍໃນພາກພື້ນ ແລະ ສາກົນ.

2.  ລັດພາຄີຈະຖືກຊຸກຍູ້ຢ່າງເຂັ້ມແຂງ ເພື່ອປະຂອບສ່ວນເຂົ້າໃນການພັດທະນາມາດຕະຖານສາກົນ ແລະ ການຈັດຕັ້ງປະຕິບັດທີ່ດີທີ່ສຸດ ທີ່ກ່ຽວຂ້ອງກັບການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ.

ມາດຕາ 10: ບັນດາເຄື່ອງມືທາງດ້ານນິຕິກໍາອື່ນໆໃນການເອື້ອອໍານວຍການຄ້າຂ້າມແດນແບບບໍ່ໃຊ້ເອ ກະສານ

1.  ລັດພາຄີຈະຖືເປັນສໍາຄັນທຸກສິ່ງຢ່າງ ເມື່ອມີຄວາມໄປໄດ້ໃນການຮັບຮອງ, ບັນດາເຄື່ອງມືດ້ານກົດ ໝາຍສາກົນທີ່ຖືກສ້າງຂື້ນໂດຍອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆເຊັ່ນ: ສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍການນໍາໃຊ້ການຕິດຕໍ່ສື່ສານທາງດ້ານເອເລັກໂຕຣ ນິກໃນສັນຍາສາກົນ, 2005.

2.  ລັດພາຄີຈະພະຍາຍາມເພື່ອຮັບປະກັນວ່າການແລກປ່ຽນຂໍ້ມູນ ແລະ ເອກະສານທາງດ້ານການຄ້າໃນຮູບແບບບໍ່ນໍາໃຊ້ເອກະສານ ແມ່ນສອດຄ່ອງກັບກົດໝາຍພາກພື້ນ ແລະ ສາກົນ, ຂໍ້ກໍານົດກົດລະບຽບ ແລະ ແບບຢ່າງການປະຕິບັດທີີ່ດີເດັ່ນ. ລາຍລະອຽດຂອງກົດໝາຍພາກພື້ນ ແລະ ສາກົນ, ຂໍ້ກໍານົດກົດລະບຽບ ແລະ ການປະຕິບັດທີີ່ດີເດັ່ນ ຈະຖືກຈັດສັນໂດຍການຈັດການຂອງສະຖາບັນທີ່ຖືກສ້າງຕັ້ງຂື້ນພາຍໃນສັນຍາສະບັບນີ້ [ຂອບສັນຍາ].

ມາດຕາ 11: ຄວາມໜ້າເຊື່ອຖືຂອງຂອບນິຕິກໍາ

ລັດພາຄີຈະພະຍາຍາມສ້າງກົດໝາຍ ແລະ ຂອບລະບຽບການໃຫ້ຮັດກຸມເພື່ອແກ້ໄຂຄວາມໜ້າເຊື່ອຖື ແລະ ບັນຫາການບັງຄັບໃຊ້ກົດໝາຍ ເຊິ່ງອາດຖືກຍົກຂື້ນທີ່ຕິດພັນກັບການແລກປ່ຽນຂໍ້ມູນ ແລະ ເອກະສານທາງດ້ານການຄ້າໃນຮູບແບບບໍ່ນໍາໃຊ້ເອກະສານ.

ມາດຕາ 12: ການຈັດຕັ້ງ

1.  ອົງການສະຫະປະຊາຊາດວ່າດ້ວຍຄະນະກໍາມາທິການເສດຖະກິດ ແລະ ສັງຄົມສໍາລັບພາກພື້ນອາຊິ ແລະ ປາຊີຟິກ (UNESCAP) ຈະຮັບຜິດຊອບບັນດາຈຸດປະສົງຂອງສັນຍານີ້ [ຂອບສັນຍາ], ສ້າງຕັ້ງສະພາບໍລິຫານການຄ້າາແບບບໍ່ນໍາໃຊ້ເອກະສານລວມມີ 1 ທ່ານ ຖືກແຕ່ງຕັ້ງໃນລະດັບລັດຖະມົນຕີຈາກແຕ່ລະລັດພາຄີ ແລະ ກອງເລຂາທິການບໍລິຫານງານຂອງ ESCAP. ສະພາບໍລິຫານງານປະຊຸມ 1 ຄັ້ງຕໍ່ປີ.

2.  ໃນໝາກຜົນຂອງການປະຕິບັດງານ, ສະພາບໍລິຫານງານຈະໄດ້ຮັບການສະໜັບສະໜູນຈາກຄະນະກໍາມະການປະຈໍາ ເຊິ່ງຈະຊີ້ນໍາ ແລະ ປະສານສົມທົບການຈັດຕັ້ງປະຕິບັດຂອງສັນຍາ [ຂອບສັນຍາ] ແລະ ສົ່ງຄໍາຄິດເຫັນໃຫ້ສະພາບໍລິຫານເພື່ອທົບທວນຄືນ. ຄະນະກໍາມະການປະຈໍາຈະລວມມີຜູ້ຕາງໜ້າລະດັບອາວຸໂສຂອງແຕ່ລະລັດພາຄີ ແລະ ຈະປະຊຸມຢ່າງໜ້ອຍ 1 ຄັ້ງຕໍ່ປີ.

3.  ສໍາລັບຈຸດປະສົງຂອງການຈັດຕັ້ງປະຕິບັດສັນຍາ [ຂອບສັນຍາ], ຄະນະກໍາມະການປະຈໍາອາດຈະ ສ້າງຕັ້ງຄະນະເຮັດວຽກທີ່ລວມມີວິຊາການທີ່ກ່ຽວຂ້ອງ ແລະ ຊ່ຽວຊານກົດໝາຍ ເຊິ່ງຈະລາຍງານໃຫ້ ຄະນະກໍາມະການປະຈໍາ ວ່າດ້ວຍການຈັດຕັ້ງປະຕິບັດແຜນວຽກປະຕິບັດທີ່ກ່ຽວຂ້ອງ ພາຍໃຕ້ສັນຍາສະບັບນີ້ [ຂອບສັນຍາ].

4.  ອົງການ ESCAP ຈະຖືກແຕ່ງຕັ້ງເປັນກອງເລຂາຂອງສັນຍາ [ຂອບສັນຍາ] ຫຼື ອາດຈະເປັນກອງເລຂາໃຫ້ອົງການຈັດຕັ້ງຕ່າງໆທີ່ຖືກສ້າງຕັ້ງພາຍໃຕ້ສັນຍາສະບັບນີ້ [ຂອບສັນຍາ]. ກອງເລຂາຈະສະ ໜອງຄວາມຊ່ວຍເຫຼືອໃນການປະສານສົມທົບ, ທົບທວນ ແລະ ຊີ້ນໍາການຈັດຕັ້ງປະຕິບັດຂອງສັນຍາສະບັບນີ້ [ຂອບສັນຍາ] ເຊັ່ນດຽວກັນກັບບັນຫາອື່ນໆທີ່ກ່ຽວຂ້ອງ.

ມາດຕາ 13: ແຜນວຽກປະຕິບັດ

1.  ຄະນະກໍາມະການປະຈໍາພາຍໃຕ້ການຊີ້ນໍາ ຂອງສະພາບໍລິຫານງານຈະພັດທະນາ ແລະ ຈັດຕັ້ງປະຕິບັດແຜນວຽກປະຕິບັດສົມບູນແບບ ເຊິ່ງເລີ້ມຕົ້ນການປະຕິບັດງານລະອຽດ ແລະ ບັນດາມາດຕະການຕໍ່ເປົ້າໝາຍ ແລະ ເວລາຂອງການຈັດຕັ້ງປະຕິບັດທີ່ຊັດເຈນ ແລະ ຈໍາເປັນສໍາລັບການສ້າງຕັ້ງຄວາມສອດຄ່ອງ, ໂປ່ງໃສ ແລະ ບັນຍາກາດທີ່ໜ້າເຊື່ອຖືສໍາລັບການຈັດຕັ້ງປະຕິບັດສັນຍາສະບັບນີ້ [ຂອບສັນຍາ].

2.  ແຜນວຽກປະຕິບັດດັ່ງກ່າວຈະສົມທົບແຜນວຽກ ສໍາລັບການປະຕິບັດງານຂອງການຄ້າຂ້າມແດນແບບບໍ່ນໍາໃຊ້ເອກະສານ ເຊິ່ງລວມມີການຮັບຮອງບັນດາມາດຕະຖານສາກົນ, ການຈັດຕັ້ງປະຕິບັດຂອງບັນດາໂຄງການທົດລອງ ແລະ ການສ້າງຂີດຄວາມສາມາດສໍາລັບຈຸດປະສົງຂອງສັນຍານີ້ [ຂອບສັນຍາ]. ແຜນວຽກດັ່ງກ່າວຄວນລວມເອົາກົນໄກ ສໍາລັບການປະເມີນຜົນບັນດາຂອບນິຕິກໍາທີ່ມີຢູ່ແລ້ວ ແລະ ຊ່ອງວ່າງທາງດ້ານເຕັກນິກ ແລະ ສໍາລັບການປັບປຸງໃນອະນາຄົດເພື່ອເອື້ອອໍານວຍໃຫ້ການຄ້າແບບບໍ່ນໍາໃຊ້ເອກະສານ.

ມາດຕາ 14: ບັນດາໂຄງການທົດລອງ ແລະ ການຖອດຖອນບົດຮຽນ

1.  ລັດພາຄີຈະພະຍາຍາມ ເພື່ອລິເລີ້ມບັນດາໂຄງການທົດລອງວ່າດ້ວຍການແລກປ່ຽນຂໍ້ມູນ ແລະ ເອ ກະສານທາງດ້ານການຄ້າໃນຮູບແບບບໍ່ນໍາໃຊ້ເອກະສານ ໂດຍສະເພາະລະຫວ່າງໜ່ວຍງານພາສີ ແລະ ໜ່ວຍງານທີີ່ຄຸ້ມຄອງລະບຽບການຕ່າງໆ. ລັດພາຄີຈະປະສານສົມທົບກັບບັນດາໂຄງການທົດລອງດັ່ງກ່າວໂດຍຜ່ານການຈັດຕັ້ງທີ່ຖືກສ້າງຕັ້ງພາຍໃຕ້ສັນຍາສະບັບນີ້ [ຂອບສັນຍາ].

2.  ລັດພາຄີຈະລາຍງານ ອີງໃສ່ພື້ນຖານຄວາມສະໝັກໃຈ ຕໍ່ຄະນະກໍາມະການປະຈໍາວ່າດ້ວຍບາດ ກ້າວຂອງບັນດາໂຄງການທົດລອງເພື່ອອໍານວຍຄວາມສະດວກການແລກປ່ຽນຂໍ້ມູນ, ການຖອດຖອນບົດຮຽນ ແລະ ສ້າງຕັ້ງການເກັບກໍາບົດຮຽນການຈັດຕັ້ງປະຕິບັດທີ່ດີເດັ່ນສໍາລັບການແລກປ່ຽນຂໍ້ມູນ ແລະ ເອກະສານທາງດ້ານການຄ້າໃນຮູບແບບບໍ່ນໍາໃຊ້ເອກະສານເຊິ່ງກັນແລະກັນ. ການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຈະຖືກຜັນຂະຫຍາຍຄຽງຄູ່ກັບບັນດາລັດພາຄີຕໍ່ສັນຍາສະບັບນີ້ [ຂອບສັນຍາ] ເພື່ອຜັນຂະຫຍາຍຄວາມເປັນໄປໄດ້ ແລະ ຄວາມເໝາະສົມ ໃນຄວາມພະຍາຍາມເພື່ອສົ່ງ ເສີມການຈັດຕັ້ງປະຕິບັດລະບົບການຄ້າແບບບໍ່ນໍາໃຊ້ເອກະສານທົ່ວພາກພື້ນ ແລະ ສາກົນ.

ມາດຕາ 15: ການສ້າງຂີດຄວາມສາມາດ

1.  ລັດພາຄີຈະປະສານສົມທົບກັນເພື່ອສະໜອງການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການຊ່ວຍເຫຼືອ ເຊິ່ງກັນແລະກັນເພື່ອອໍານວຍຄວາມສະດວກການຈັດຕັ້ງປະຕິບັດຂອງສັນຍາສະບັບນີ້ [ຂອບສັນຍາ]. ການຊ່ວຍເຫຼືອທາງດ້ານເຕັກນິກອາດຈະຖືກສະໜອງໂດຍຜ່ານຫຼາຍກົນໄກ ເຊິ່ງລວມມີຮູບແບບຂອງ “ການຮຽກຮອງ ແລະ ການສະເໜີ” ເພື່ອອໍານວຍຄວາມສະດວກການແລກປ່ຽນທັກສະ ແລະ ການຈັດ ຕັ້ງປະຕິບັດທີ່ດີ.

2.  ລັດພາຄີຈະປະສານສົມທົບກັນທາງດ້ານການສ້າງຂີດຄວາມສາມາດ ໂດຍຜ່ານການຈັດຕັ້ງທີ່ຖືກສ້າງຕັ້ງຂື້ນພາຍໃຕ້ສັນຍາສະບັບນີ້ [ຂອບສັນຍາ].

3.  ການພິຈາລະນາກໍລະນີພິເສດອາດຖືກອະນຸຍາດໃຫ້ເທົ່າທີ່ເປັນໄປໄດ້ ໂດຍລັດພາຄີສະເໜີການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການຮ່ວມມືຂອງປະເທດດ້ອຍພັດທະນາເພື່ອຊ່ວຍພວກເຂົາໃນການພັດທະນາຄວາມອາດສາມາດໃນການຄ້າແບບບໍ່ນໍາໃຊ້ເອກະສານ ຈາກບັນດາລັດພາຄີອື່ນ ແລະ ໝູນໃຊ້ຄວາມໄດ້ປຽບຂອງຜົນປະໂຫຍດຢ່າງເຕັມທີ່ຕໍ່ກັບທ່າແຮງຂອງສັນຍານີ້ [ຂອບສັນຍາ].

4.  ລັດພາຄີຈະເຊີນບັນດາຄູ່ຮ່ວມພັດທະນາສໍາລັບເຕັກນິກທີ່ມີປະສິດທິພາບ ແລະ ການຊ່ວຍເຫຼືອທາງດ້ານການເງິນໃນການຈັດຕັ້ງປະຕິບັດສັນຍາສະບັບນີ້ [ຂອບສັນຍາ].

ມາດຕາ 16: ການຈັດຕັ້ງປະຕິບັດສັນຍາ [ຂອບສັນຍາ]

1.  ແຕ່ລະລັດພາຄີຈະພະຍາຍາມຈັດຕັ້ງປະຕິບັດບັນດາເງື່ອນໄຂຂອງສັນຍາສະບັບນີ້ [ຂອບສັນຍາ] ໂດຍການສ້າງຕັ້ງສະພາບແວດລ້ອມທາງດ້ານນິຕິກໍາທີ່ເອື້ອອໍານວຍ ແລະ ການພັດທະນາພື້ນຖານໂຄງລ່າງທາງດ້ານເຕັກນິກທີ່ຈໍາເປັນ ເພື່ອອໍານວຍຄວາມສະດວກແລກປ່ຽນຂໍ້ມູນ ແລະ ເອກະສານທີ່ຕິດພັນທາງດ້ານການຄ້າໃນຮູບແບບບໍ່ນໍາໃຊ້ເອກະສານ.

2.  ຕາຕະລາງການຈັດຕັ້ງປະຕິບັດສໍາລັບແຕ່ລະລັດພາຄີ ຈະຖືກພັດທະນາເປັນສ່ວນໜຶ່ງຂອງແຜນ ການວຽກປະຕິບັດ ໂດຍອີງໃສ່ການປະເມີນຄວາມພ້ອມຂອງບັນດາລັດພາຄີ.

ມາດຕາ 17: ການແກ້ໄຂຂໍ້ຂັດແຍ່ງ

1.  ຂໍ້ຂັດແຍ່ງອາດຈະເກີດຂື້ນລະຫວ່າງລັດພາຄີ ກ່ຽວກັບການແປຄວາມໝາຍ ແລະ ຄວາມກ່ຽວຂ້ອງ ຂອງສັນຍາສະບັບນີ້ [ຂອບສັນຍາ] ເຊິ່ງຈະຖືກແກ້ໄຂໂດຍສັນຍາລະຫວ່າງລັດພາຄີທີ່ກ່ຽວຂ້ອງ.

2.  ໃນກໍລະນີທີ່ຄວາມຂັດແຍ່ງລະຫວ່າງລັດພາຄີບໍ່ສາມາດແກ້ໄຂໄດ້ ໂດຍການເຈລະຈາ ຫຼື ການພິຈາ ລະນາ, ລັດພາຄີຈະອີງໃສ່ການໄກ່ເກ່ຍຫາກລັດພາຄີໃດໜຶ່ງສະເໜີ.

3.  ຂໍ້ຂັດແຍ່ງຈະຖືກສົງໃຫ້ 1 ຫຼື ຫຼາຍອົງການໄກ່ເກ່ຍທີ່ຖືກຄັດເລືອກໂດຍສັນຍາສອງຝ່າຍ ລະຫວ່າງລັດພາຄີທີ່ຂັດແຍ່ງ. ຫາກລັດພາຄີທີ່ຂັດແຍ່ງຫຼົ້ມເຫຼວໃນການຕົກລົງກັນ ໃນວິທີທາງເລືອກຂອງຜູ້ເຈລະຈາໄກ່ເກ່ຍ ຫຼື ນັກເຈລະຈາໄກ່ເກ່ຍພາຍໃນ 3 ເດືອນຫຼັງຈາກການສະເໜີເພື່ອການເຈລະຈາ, ບັນດາລັດພາຄີອາດສະເໜີໃຫ້ກອງເລຂາບໍລິຫານງານຂອງ ESCAP ແຕ່ງຕັ້ງອົງການແກ້ໄຂ 1 ທ່ານເພື່ອນໍາສົ່ງເອກະສານການຂັດແຍ່ງ.

4.  ການແນະນໍາຂອງອົງການແກ້ໄຂທີ່ຖືກແຕ່ງຕັ້ງ, ໂດຍທີ່ບໍ່ຜູກໝັດດ້ານການປະພຶດ, ຈະກາຍເປັນບ່ອນອີງສໍາລັບການພິຈາລະນາຄືນໃໝ່ໂດຍລັດພາຄີສູ່ຄວາມຂັດແຍ່ງ.

5.  ໂດຍອີງໃສ່ສັນຍາສອງຝ່າຍ, ລັດພາຄີທີ່ຂັດແຍ່ງອາດຕົກລົງລ່ວງໜ້າ ເພື່ອຮັບເອົາຄໍາແນະນໍາຂອງອົງການແກ້ໄຂດັ່ງທີ່ໄດ້ຜູກໝັດ.

6.  ບັນດາເງື່ອນໄຂຂອງມາດຕານີ້ຈະບໍ່ຖືກຕີຄວາມໝາຍ ເພື່ອບໍ່ລວມເອົາບັນດາມາດຕະການອື່ນໆສໍາລັບການແກ້ໄຂບັນດາຂໍ້ຂັດແຍ່ງສອງຝ່າຍລະຫວ່າງລັດພາຄີ.

ມາດຕາ 18: ຂັ້ນຕອນສໍາລັບການເຊັນ ແລະ ກາຍເປັນພາຄີ   

1.  ສັນຍາສະບັບນີ້ [ຂອບສັນຍາ] ຈະເປີດໃຫ້ລົງລາຍເຊັນໂດຍສະມາຊິກຂອງ ອົງການສະຫະປະຊາຊາດວ່າດ້ວຍຄະນະກໍາມາການເສດຖະກິດ ແລະ ສັງຄົມສໍາລັບພາກພື້ນອາຊິ ແລະ ປາຊີຟິກ ທີ່ ............................., ວັນທີ.................................., ແລະ ຕໍ່ໄປນີ້ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດທີ່ນະຄອນຫຼວງນິວຢອກ ຈາກວັນທີ ................. ເຖິງວັນທີ...................

2.  ບັນດາສະມາຊາ ESCAP ຈະກາຍເປັນລັດພາຄີຂອງສັນຍາ [ຂອບສັນຍາ] ໂດຍ:

a.  ການລົງລາຍເຊັນໝາຍເຖິງການໃຫ້ສັດຕະຍາບັນ, ການຮັບຮອງ ຫຼື ອະນຸມັດ ແລະ ຕິດຕາມດ້ວຍການໃຫ້ສັດຕະຍາບັນ, ການຮັບຮອງ ຫຼື ການອະນຸມັດ; ຫຼື

b.  ການເຂົ້າເປັນສະມາຊິກ.

3.  ການໃຫ້ສັດຕະຍາບັນ, ການຮັບຮອງ, ການອະນຸມັດ ຫຼື ການເຂົ້າເປັນສະມາຊິກ ຈະມີຜົນສັກສິດໂດຍການປະຕິບັດຕາມຄໍາໝັ້ນສັນຍາ ແລະ ສົ່ງແບບຟອມໃຫ້ກອງເລຂາໃຫຍ່ຂອງອົງການສະຫະປະຊາຊາດ.

ມາດຕາ 19: ຜົນບັງຄັບໃຊ້

1.  ສັນຍາສະບັບນີ້ [ຂອບສັນຍາ] ຈະມີຜົນບັງຄັບໃຊ້ພາຍໃນ 90 ວັນ ຫຼັງຈາກວັນທີ່ລັດພາຄີຢ່າງໜ້ອຍ (5) ພາຄີສະໝັກໃຈເພື່ອຖືກຜູກໝັດໂດຍສັນຍາສະບັບນີ້ [ຂອບສັນຍາ] ອີງຕາມ ມາດຕາ 18, ວັກທີ 2 ແລະ 3.

2.  ສໍາລັບທຸກລັດພາຄີເຊິ່ງໄດ້ໃຫ້ສັດຕະຍາບັນ, ການຮັບຮອງ, ການອະນຸມັດ ຫຼື ການເຂົ້າເປັນສະມາຊິກ ຫຼັງຈາກວັນເຊັນສັນຍາ ເຊິ່ງບັນດາເງື່ອນໄຂຂອງການມີຜົນບັງຄັບໃຊ້ຂອງສັນຍາ [ຂອບສັນຍາ] ຖືກຕ້ອງຕາມເງື່ອນໄຂ, ສັນຍາສະບັບນີ້ [ຂອບສັນຍາ] ຈະມີຜົນບັງຄັບໃຊ້ຕໍ່ລັດພາຄີດັ່ງກ່າວ 90 ວັນ ຫຼັງຈາກວັນທີສົ່ງແບບຟອມດັ່ງກ່າວ.

ມາດຕາ 20: ຂັ້ນຕອນສໍາລັບການປັບປຸງສັນຍາ [ຂອບສັນຍາ]

1.  ເນື້ອໃນຂອງສັນຍາ [ຂອບສັນຍາ] ອາດຖືກປັບປຸງໂດຍຂັ້ນຕອນທີ່ໄດ້ລະບຸສະເພາະໃນມາດຕານີ້.

2.  ການປັບປຸງສັນຍາ [ຂອບສັນຍາ] ອາດຖືກສະເໜີໂດຍທຸກລັດພາຄີ.

3.  ເນື້ອໃນຂອງທຸກການສະເໜີການປັບປຸງ ຈະຖືກຈາຍຢາຍໃຫ້ສະມາຊິກທັງໝົດຂອງສະພາບໍລິຫານ ໂດຍກອງເລຂາຢ່າງໜ້ອຍສຸດສີ່ສິບຫ້າ (45) ວັນ ກ່ອນກອງປະຊຸມສະພາບໍລິຫານໃນເວລາສັນຍາຖືກສະເໜີເພື່ອຮັບຮອງ.

4.  ການປັບປຸງຈະຖືກຮັບຮອງໂດຍສະພາບໍລິຫານ ໂດຍ 2/3 ສຽງສ່ວນຫຼາຍ ແລະ ການມີໜ້າຂອງລັດພາຄີ. ການປັບປຸງທີ່ຖືກຮັບຮອງຈະຖືກສົ່ງ ໂດຍກອງເລຂາໃຫ້ກອງເລຂາໃຫ່ຍຂອງອົງການສະຫະປະຊາຊາດ ຈະເປັນຜູ້ແຈກຢາຍສັນຍາໃຫ້ທຸກລັດພາຄີເພື່ອການຮັບຮອງ.

5.  ການປັບປຸງຖືກຮັບຮອງສອດຄ່ອງກັບວັກທີ 4 ຂອງມາດຕານີ້ຈະມີຜົນບັງຄັບໃຊ້ສິບສອງ (12) ເດືອນ ຫຼັງຈາກສັນຍາຖືກຮັບຮອງໂດຍ 2/3 ຈາກບັນດາລັດພາຄີ. ການປັບປຸງສັນຍາຈະມີຜົນບັງຄັບໃຊ້ໂດຍການຮັບຮູ້ຂອງທັງລັດພາຄີຍົກເວັ້ນກ່ອນການມີຜົນບັງຄັບໃຊ້, ປະກາດວ່າພວກເຂົາບໍ່ຮັບເອົາການປັບປຸງດັ່ງກ່າວ. ລັດພາຄີໃດທີ່ປະກາດວ່າເຂົາບໍ່ຍອມຮັບສັນຍາສະບັບປັບປຸງດັ່ງກ່າວ ທີ່ຕິດພັນກັບເນື້ອໃນຂອງວັກນີ້ແມ່ນສາມາດເຮັດໄດ້ທຸກເວລາ ໂດຍການຍື່ນການສະເໜີກ່ຽວກັບການປັບປຸງເນື້ອໃນໃຫ້ກອງເລຂາໃຫຍ່ຂອງອົງການສະຫະປະຊາຊາດ. ສັນຍາສະບັບປັບປຸງຈະມີຜົນບັງຄັບໃຊ້ສໍາລັບຜູ້ສະເໜີສິບສອງ (12) ເດືອນ ຫຼັງຈາກວັນທີສົ່ງສັນຍາສະບັບປັບປຸງດັ່ງກາວ.

ມາດຕາ 21: ການສະຫງວນສິດ

ການສະຫງວນສິດອາດບໍ່ສາມາດເຮັດໄດ້ ບໍ່ວ່າເງື່ອນໄຂໃດໆຂອງສັນຍາສະບັບນີ້ [ຂອບສັນຍາ].

ມາດຕາ 22: ການຖອນຕົວອອກຈາກສັນຍາ

ທຸກລັດພາຄີອາດຖອນຕົວອອກຈາກສັນຍາສະບັບນີ້ [ຂອບສັນຍາ] ໄດ້ດ້ວຍການຂຽນໃບແຈ້ງສົ່ງໃຫ້ກອງເລຂາໃຫ່ຍຂອງອົງການສະຫະປະຊາຊາດ. ການຖອນຕົວອອກຈາກສັນຍາຈະໃຊ້ເວລາສິບສອງ (12) ເດືອນ ຫຼັງຈາກວັນທີ່ກອງເລຂາໃຫ່ຍໄດ້ຮັບເອກະສານແຈ້ງ.

ມາດຕາ 23: ການຍຸບເລີກອາຍຸຂອງສັນຍາ

ການດໍາເນີນງານຂອງສັນຍາ [ຂອບສັນຍາ] ຈະຖືກຍຸບເລີກຖ້າຫາກຈໍານວນຂອງລັດພາຄີໜ້ອຍກວ່າຫ້າ (5) ລັດພາຄີ ທຸກໆໄລຍະເວລາຫຼັງຈາກສິບສອງ (12) ເດືອນ. ໃນສະຖານະການດັ່ງກ່າວກອງເລຂາຈະແຈ້ງລັດພາຄີ. ບັນດາເງື່ອນໄຂຂອງສັນຍາສະບັບນີ້ [ຂອບສັນຍາ] ຈະກັບມາດໍາເນີນງານອີກຫາກຈໍານວນຂອງລັດພາຄີເຖິງຫ້າ (5) ລັດພາຄີ.

ມາດຕາ 24: ຂໍ້ຈໍາກັດຂອງການສະໝັກ

ບໍ່ມີເງື່ອນໄຂໃດໆພາຍໃນສັນຍາ [ຂອບສັນຍາ] ທີ່ອະທິບາຍຄວາມໝາຍເພື່ອເປັນການຫຼີກເວັ້ນລັດພາຄີຈາກການສະໝັກ, ສອດຄ່ອງກັບບັນດາເງື່ອນໄຂຂອງກົດບັດຂໍ້ຕ່າງໆ ຂອງອົງການສະຫະປະຊາຊາດ ແລະ ຖືກຈໍາກັດໃຫ້ແກ່ສະຖານະການຄວາມຈໍາເປັນອັນຮີບດ່ວນ ເຊິ່ງມັນຖືວ່າສໍາຄັນສໍາລັບຄວາມປອດໄພຂອງພາຍໃນ ແລະ ພາຍນອກລັດພາຄີ.

ມາດຕາ 25: ການເກັບມ້ຽນເອກະສານ

ກອງເລຂາໃຫຍ່ຂອງອົງການສະຫະປະຊາຊາດຈະຖືກແຕ່ງຕັ້ງການເກັບມ້ຽນເອກະສານຂອງສັນຍາ [ຂອບສັນຍາ].

ໂດຍການເປັນພະຍານ, ການລົງນາມ, ສົ່ງໃຫ້ອົງການຮັບຜິດຊອບ, ໄດ້ເຊັນສັນຍາ [ຂອບສັນຍາ],

ລົງລາຍເຊັນ,​ ວັນທີ, ເດືອນ, ປີ ...................... ທີ່ ..........................., ສໍາເນົາແຕ່ລະສະບັບເປັນພາສາຈີນ, ອົງກິດ ແລະ ລັດເຊຍ, ທັງສາມສະບັບມີຄຸນຄ່າເທົ່າທຽມກັນ.

 

****

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Agreement [Framework Agreement] on Facilitation of Cross-border Paperless Trade for the Asia Pacific Region PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.