ກອງປະຊຸມສຳມະນາດັ່ງກ່າວ ແມ່ນໜຶ່ງໃນວຽກງານເຜີຍແຜ່ການຈັດຕັ້ງປະຕິບັດ ບັນດານິຕິກຳຂອງກົມການນຳເຂົ້າ ແລະ ສົ່ງອອກ ໃຫ້ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ. ຈຸດປະສົງ ​ແມ່ນ​ເພື່ອ​ຝຶກ​ອົບຮົມ ​ແນະນຳ​ວິທີ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ທີ່​ໄດ້​ຮັບ​ສິດທິ​ພິ​ເສດ​ຂອງ ສປປ ລາວ ​ໃຫ້​ເຈົ້າໜ້າທີ່​ຄຸ້ມ​ຄອງ ​ແລະ ອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ​ໃຫ້​ເຂົ້າ​ໃຈ​ຢ່າງ​​ເລິກ​ເຊິ່ງ ​ເພື່ອ​ໃຫ້​ສາ​ມາດ​ຈັດຕັ້ງປະຕິບັດ​ວຽກງານ​ອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າໄດ້​ຢ່າງ​ຖືກຕ້ອງ ​ແລະ ຄ່ອງ​ຕົວ.

ກອງປະຊຸມຝຶກອົບຮົມ ໄດ້ມີການລົງເລິກທາງດ້ານເຕັກນິກວິຊາການໃນແຕ່ລະຫົວຂໍ້ຢ່າງລະອຽດ, ພ້ອມທັງຍົກຕົວຢ່າງ ແລະ ບົດຮຽນຕົວຈິງ. ນອກນີ້, ກໍໄດ້ຈັດເປັນກຸ່ມເຮັດບົດຝຶກຫັດເພື່ອເນັ້ນໜັກໃຫ້ນັກສຳມະນາກອນໄດ້ເຂົ້າໃຈຢ່າງຈະແຈ້ງໃນແຕ່ລະວຽກງານ.

ບົດຮຽນທີ່ນຳສະເໜີໃນຊຸດຝຶກອົບຮົມ ປະກອບມີ:

1.   ສະພາບ​ລວມທາງ​ດ້ານ​ສິດ​ທິພິ​ເສດ​ທາງ​ດ້ານ​ການ​ຄ້າ​ທີ່ ສປປ ລາວ ​ໄດ້​ຮັບ
2.  ຫຼັກການ ຫຼື ວິທີການກວດກາແຫຼ່ງກຳເນີດສິນຄ້າ ພາຍໃຕ້ລະບົບສິດທິ​ພິ​ເສດ​ທາງ​ການ​ຄ້າ ທີ່ ສປປ ລາວ ​ໄດ້​ຮັບ;
3.  ວິທີປະກອບເອກະສານໃບຄຳຮ້ອງຂໍຮັບຮອງສິນ ຄ້າໄດ້ແຫຼ່ງກຳເນີດ ແລະ ໃບ CO;
4.  ວິທີການບັນທຶກຂໍ້ມູນຂອງບໍລິສັດທີ່ມາອອກໃບ CO ລົງໃນແບບຟອມແບບເອກະພາບທົ່ວປະເທດ;
5.  ວິທີການປ້ອນຂໍ້ມູນລົງໃນແບບຟອມເກັບກຳສະຖິຕິແບບເອກະພາບທົ່ວປະເທດ.

ໂດຍການສະໜັບສະໜູນຂອງ ໂຄງການ LUNA  2

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.