ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ       ເລກທີ 06068/ກພສ
ນະຄອນຫຼວງວຽງຈັນ, ວັນທີ 27 ສິງຫາ 2015

ແຈ້ງການແນະນຳ

ເຖິງ:   - ທ່ານ ຫົວຫນ້າດ່ານພາສີສາກົນ ໃນທົ່ວປະເທດ

ເລື່ອງ :   ການນຳເອົາວັດຖຸ, ສິນຄ້າ ເຄື່ອງຂອງສຶ່ງຂອງເຂົ້າມາປຸງແຕ່ງ, ດັດແປງ ປະກອບເປັນ ຜະລິດຕະພັນສຳເລັດຮູບ, ເຄິ່ງສຳເລັດຮູບ ແລ້ວນຳອອກຄືນ.

  • ອີງຕາມກົດຫມາຍວ່າດ້ວຍພາສີ ເລກທີ04/ສພຊ. ລົງວັນທີ 20/12/2011.

ໄລຍະຜ່ານມາສັງເກດເຫັນວ່າ ການນຳເຂົ້າສິນຄ້າເພື່ອມາປຸງແຕ່ງ ຫລື ດັດແປງ(ໃຫມ່) ແລ້ວສົ່ງອອກຄືນມີທັງສົ່ງອອກແລ້ວ ບໍ່ຖືກກັບຄວາມຕ້ອງການຂອງລູກຄ້າຢູ່ຕ່າງປະເທດ ແລ້ວ ຖືກ ສົ່ງກັບເພື່ອປູງແຕ່ງໃຫມ່ ແລະ ນຳເຂົ້າ ເພື່ອປຸງແຕ່ງສະເພາະ ແລ້ວ ສົ່ງອອກຕ່າງປະເທດ ຍັງບໍ່ທັນມີຄວາມເປັນເອກະພາບໃນການປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ. ສະນັ້ນ, ເພື່ອໃຫ້ການປະຕິບັດວຽກງານດັ່ງກ່າວ ຖືກຕ້ອງກັບຄວາມເປັນຈິງ ແລະ ສອດຄ່ອງກັບລະບຽບກົດຫມາຍ.

ກົມພາສີ ຈຶ່ງອອກແຈ້ງການແນະນຳ ດັ່ງນີ້:

1)   ການນຳເອົາວັດຖູດິບ ຫລື ວັດຖູເຄິ່ງສຳເລັດຮູບ, ສິນຄ້າ ເຄື່ອງຂອງສຳເລັດຮູບ ເຂົ້າມາໃນ ສປປ ລາວ ເພື່ອທຳການຜະລິດ, ປຸງແຕ່ງ, ດັດແປງປະກອບເປັນຜະລິດຕະພັນສຳເລັດຮູບ, ເຄິ່ງສຳເລັດຮູບ ແລ້ວສົ່ງອອກ, ຜູ້ນຳເຂົ້າຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດຕາມລະບອບການນຳເຂົ້າຊົ່ວຄາວ(ບໍ50, ບໍ52 …)ຕ້ອງມີແຜນນຳເຂົ້າ ຫລື ສຸດການຜະລິດ ທີ່ໄດ້ຮັບອະນຸຍາດຈາກຂະແຫນງກ່ຽວຂ້ອງ ສະເຫນີຕໍ່ເຈົ້າຫນ້າທີ່ຕໍ່ເຈົ້າຫນ້າທີ່ພາສີປະຈຳດ່ານ ແລະ ເຮັດບົດບັນທຶກຄ້ຳປະກັນດ້ວຍເງິນສົດ 120% ຫລື ຫນັງສຶຄ້ຳປະກັນຈາກສະຖາບັນການເງິນ, ທະນາຄານ ຕາມມາດຕາ 27 ຂອງກົດຫມາຍວ່າດ້ວຍພາສີ.

2)   ການນຳເຂົ້າເພື່ອມາປຸງແຕ່ງເພື່ອສົ່ງອອກ ຈະໄດ້ຮັບການງົດເກັບພາສີ ແລະ ພັນທະອື່ນ, ໃນເບຶ້ອງຕົ້ນເຈົ້າຫນ້າທີ່ພາສີຈະອະນຸຍາດໃຫ້ໃນກຳນົດ 06 ເດືອນ ແລະ ຢູ່ພາຍໃຕ້ການຄູ້ມຄອງ ຕິດຕາມຂອງເຈົ້າຫນ້າທີ່ພາສີ, ພາຍໃນກຳນົດ 06 ເດືອນ ຖ້າບໍ່ສາມາດສົ່ງອອກທັນຕາມກຳນົດ ກ່ອນ 01 ເດືອນ ຕ້ອງມາແຈ້ງຫນ້າທີ່ພາສີ, ໃຫ້ຊາບລ່ວງຫນ້າ ແລະ ສາມາດຕໍ່ໄດ້ອີກ 03 ເດືອນ ແຕ່ບໍ່ເກີນ 01 ປິ, ຖ້າຄົບ 03 ເດືອນ ເມື່ອຜະລິດຕະພັນຖືກສົ່ງອອກຈາກ ສປປ ລາວ ແລ້ວ ເງິນທີ່ໄດ້ຄ້ຳປະກັນໄວ້ (ໃນເວລານຳເຂົ້າເບຶ້ອງຕົ້ນ) ຈະຖືກໄລ່ລຽງສົ່ງຄືນຕາມຈຳນວນຕົວຈິງ.

3)   ໃນກໍລະນີກຳນົດຕາມທີ່ໄດ້ຕໍ່ອາຍຸການຜະລິດໃຫ້ ແຕ່ຍັງບໍ່ສາມາດສົ່ງອອກໄດ້ ຜະລິດຕະພັນດັ່ງກ່າວຈະຕ້ອງຖືກເສຍພາສີ-ອາກອນນຳເຂົ້າຕາມລະບຽບການ ແລະ ເງິນຄ້ຳປະກັນຈະມອບເຂົ້າງົບປະມານເປັນລາຍຮັບຂອງພາສີ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງດ່ານເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ

ຫົວຫນ້າກົມພາສີ

(ເຊັນ ແລະ ປະທັບຕາ)
ອາດສະພັງທອງ ສີພັນດອນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Guidelines/Ordinance on Import equipment, processing goods, modifications to semi and finished products before re-export, No. 06068/CD, dated 27 Aug 2014 PDF
2 ແຈ້ງການແນະນຳ ເລື່ອງ ການນຳເອົາວັດຖຸ, ສິນຄ້າ, ເຄື່ອງຂອງສິງ່ຂອງເຂົ້າມາປຸງແຕ່ງ, ດັດແປງ ປະກອບເປັນ ຜະລິດຕະພັນສຳເລັດຮູບ, ເຄິ່ງສຳເລັດຮູບ ແລ້ວນຳອອກຄືນ ເລກທີ 06068/ກພສ,ລົງວັນທີ 27 ສິງຫາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.