ທ່ານ ດຣ. ສຸພັນ ​ແກ້ວ​ມີ​ໄຊ, ​ເຈົ້າ​ແຂວງ ​ແຂວງ​ສະຫວັນ​ນະ​ເຂດ ກ່າວ​ວ່າ: ການເປີດນຳໃຊ້ຮຸບແບບການກວດກາ ປະຕູດຽວ-ຄັ້ງດຽວ ຫຼື ຈຸດດຽວ ປ່ອງດຽວ ຢູ່ດ່ານ​ສາກົນ​​ແຫ່ງ​ນີ້ ​ໄດ້​ທົດ​ລອງ​ເປີດ​ນຳ​ໃຊ້​ ​ໃນ​ວັນ​ທີ 25 ທັນວາ 2014 ​ເປັນຕົ້ນມາ ​ໂດຍມີໜ່ວຍງານທີ່​ກ່ຽວຂ້ອງ​ໄດ້​ບັນຈຸ​ເຂົ້າ​ໃນ​ການຈັດຕັ້ງປະ​ຕິບັດຢູ່​ດ່ານ​ແຫ່ງ​ນີ້ ​ເປັນຕົ້ນ​ແມ່ນ​ເຈົ້າໜ້າທີ່​ພາສີ, ອາກອນ, ຕຳຫຼວດກວດ​ຄົນ​ເຂົ້າ​ເມືອງ, ສັດຕະວະ​​ແພດ, ກັກ​ກັນ​ພືດ ​ແລະ ວີ​ຊ່າ​ກັບ​ດ່ານ ມາ​ຢູ່​ຈຸດ​ດຽວກັນ ທັງ​ດ່ານ​ເບື້ອງລາວ ​ແລະ ຫວຽດນາມ. ການກວດກາຜ່ານປະຕູດຽວ-ຄັ້ງດຽວ ຈະເຮັດໃຫ້ການຈໍລະຈອນສິນຄ້າສະດວກຂຶ້ນ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຕາມສາຍທາງແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໂດຍສ້າງໂອກາດ ແລະ ສ້າງລາຍໄດ້ໃຫ້ແກ່ປະຊາຊົນໃນຂົງເຂດນີ້ ມີວຽກເຮັດງານທຳ ມີໂອກາດໃນການດຳເນີນທຸລະກິດ, ການບໍລິການ.

ການ​ກວດກາ​ຜ່ານ​ປະຕຸູດຽວ-ຄັ້ງດຽວ ຈະ​ເປັນ​ການ​ກວດກາ​ການ​ຂົນ​ສົ່ງ​ສິນຄ້າ​ໃນ​ຮູບ​ແບບ​ດຽວກັນ ລວມ​ໄປ​ເຖິງ​ບັນດາ​ນິຕິ​ກຳ​ກ່ຽວກັບ​ການ​ຂົນ​ສົ່ງ​ໂດຍ​ສະ​ເພາະ​ລົດ​ບັນທຸ​ກທີ່​ແລ່ນ​ຜ່ານ​ສາຍ​ທາງ​​ເລກ 9 ​ເຊິ່ງ​ເປັນ​ເສັ້ນທາງ​ແລວ​ເສດຖະກິດຕາ​ເວັນອອກ-​ຕາ​ເວັນ​ຕົກ, ​ແລະ ສັນຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ຜ່ານ​ແດນ​ທີ່​ໄດ້​ລົງ​ນາມ​ຮ່ວມ​ກັນ​ແລ້​ວນັ້ນ ຈະ​ນຳ​ໄປ​ສູ່​ການ​ສົ່ງ​ເສີມ ການ​ຂົນ​ສົ່ງ​ສິນຄ້າ, ການ​ລົງທຶນ ​ແລະ ການ​ບໍລິການ​ໃຫ້​ເພິ່ມສູງ​ຂຶ້ນ.

​ແນວ​ໃດ​ກໍ​ຕາມ ການ​ເປີດ​ກວດກາ​ປະຕູດຽວ-ຄັ້ງດຽວ ຍັງ​ມີ​ຄວາມ​ທ້າ​ທາຍ​ບໍ່ໜ້ອຍ ​ເນື່ອງຈາກ​ລະບຽບກົດໝາຍຂອງ​ລາວ ​ແລະ ຫວຽດນາມ ຍັງ​ມີ​ຄວາມ​ແຕກ​ຕ່າງຫຼາຍດ້ານ ​ໃນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ກ່ຽວກັບ​ການ​ຂົນ​ສົ່ງ​ຜ່ານ​ແດນ​ລະຫວ່າງ​ປະ​ເທດ. ລະດັບ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ຄວາມ​ພ້ອມ​ທັງ​ດ້ານ​ຊັບ​ພະຍາກອນ​ມະນຸດ​ສຳລັບ​ຮອງ​ຮັບ​ການ​ພັດທະນາ​ການ​ຂົນ​ສົ່ງ​ຍັງ​ແຕກ​​ໂຕນ​ກັນ.

ທ່ານ ຫງວຽນຊວນ​ຟຸກ ກ່າວ​ວ່າ: ການ​ເປີດ​ນຳ​ໃຊ້​ບໍ​ລິ​ການ​ປະຕູ​ດຽວ-ປ່ອງ​ດຽວ​ໃນ​ດ່ານ​ແຫ່ງ​ນີ້ ​ເປັນ​ການ​ຮ່ວມ​ມືຂອງ​ສອງ​ລັດຖະບານ ລາວ-​ຫວຽດນາມ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ຕາມ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ ອອກ​ສູ່ 4 ປະ​ເທດ ​ເຊິ່ງມີ​ເສັ້ນທາງ​ຍາວ​ກວ່າ 1,500 ກິ​ໂລ​ແມັດ ຈະ​ເປັນ​ການ​ປະກອບ​ສ່ວນ​ເຮັດ​ໃຫ້​ເສດຖະກິດ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ດີ​ຂຶ້ນ.

​ໃນ​ໂອກາດ​ດັ່ງກ່າວ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ກ່າວ​ວ່າ: ການ​ກວດກາ​ປະຕູ​ດຽວ-ຄັ້ງດຽ​ວ ​ເປັນ​ນິມິດໝາຍທີ່​ດີ, ຮຽກຮ້ອງ​ໃຫ້​ເອົາ​ໃຈ​ໃສ່​ໂຄສະນາ ​ໂດຍ​ໃຫ້​ສື່​ມວນ​ຊົນ ​ແລະ ສື່​ໂຄສະນາ​ຕ່າງໆ​ເພື່ອ​ໃຫ້​ປະຊາຊົນ ​​ແລະ ຜູ້​ປະກອບ​ການ ຕະຫຼອດຮອດນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ. ພ້ອມນັ້ນ, ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຈົ່ງ​ປະຕິບັດໜ້າທີ່​ດ້ວຍ​ຄວາມ​ຮັບຜິດ​ຊອບ​ສູງ, ​ເອົາ​ໃຈ​ໃສ່​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ, ຕະຫຼອດຮອດ​ນັກ​ທ່ອງ​ທ່ຽວຜູ້​ຜ່ານ​ດ່ານ​ແຫ່ງ​ນີ້​ໃຫ້​ດີ​ເພື່ອ​ເປັນ​ຕົວ​ແບບ​ໃນ​ການ​ເປີດ​ບໍ​ລິ​ການ​ດ່ານ​ສາກົນ​ອື່ນໆ ລະຫວ່າງລາວ ​ແລະ ຫວຽດນາມ​.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.