ໃນວັນທີ 8 ກຸມພາ ທີ່ຜ່ານມາ, ດ່ານຊາຍແດນພູດູ່ ເຊິ່ງເປັນດ່ານຊາຍແດນເຊື່ອມຕໍ່ລະຫວ່າງ ແຂວງໄຊຍະບູລີ, ສປປ ລາວ ແລະ ແຂວງອຸດຕະລະດິດ, ຣາຊະອານາຈັກໄທ ໄດ້ຈັດພິທີເປີດດ່ານສາກົນພູດູ່ຂຶ້ນຢ່າງເປັນທາງການ ໂດຍ ລັດຖະບານແຫ່ງ ສປປ ລາວ, ໃຫ້ກຽດເປັນປະທານເປີດດ່ານໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ. ຜູ້ເຂົ້າຮ່ວມໃນພິທີລວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານຮອງຜູ້ວ່າຣາຊະການຈັງຫວັດ ອຸດຕະຣະດິດ, ມີບັນດາການນຳ ຂອງກະຊວງຕ່າງໆຈາກ ສປປ ລາວ ແລະ ຣາຊະອານາຈັກໄທ,  ອໍານາດການປົກຄອງເມືອງປາກລາຍ ແລະ ປະຊາຊົນ ບ້ານໃກ້ຄຽງເຂົ້າຮ່ວມ.

ພິທີຍົກລະດັບດ່ານໄດ້ຈັດຂຶ້ນທີ່ ຈຸດດ່ານພູດູ່, ດ່ານສາກົນພູດູ່ ເມືອງປາກລາຍ ແຂວງໄຊຍະບູລີ ສປປ ລາວ ມີທີ່ຕັ້ງຢູ່ເຊິ່ງໜ້າກັບດ່ານ ບ້ານມ່ວງເຈັດຕົ້ນ, ອໍາເພີບ້ານໂຄກ, ຈັງຫວັດອຸດຕະຣະດິດ ຣາຊາອານະຈັກໄທ ເປັນດິນຕໍ່ແຜ່ນທີ່ມີເສັ້ນທາງເຊື່ອມຕໍ່ກັນ. ໃນປີ 2003 ລັດຖະບານ ສປປ ລາວ ໄດ້ອະນຸມັດໃຫ້ເປີດເປັນດ່ານປະເພນີຜາແກ້ວ ເພື່ອອໍານວຍຄວາມສະດວກ ໃນການໄປມາຫາສູ່ກັນ ແລະ ແລກປ່ຽນສິນຄ້າ ລະຫ່ວາງ ປະຊາຊົນຊາວເມືອງປາກລາຍ ແຂວງໄຊຍະບູລີ ສປປ ລາວ ແລະ ອໍາເພີບ້ານ ໂຄກຈັງຫວັດອຸດຕະຣະດິດ ຣາຊອານາຈັກໄທ. ຜ່ານມາໄລຍະໜຶ່ງ ໂດຍເຫັນໄດ້ທ່າອ່ຽງການຂະຫຍາຍຕົວ, ຄະນະເລຂາທິການລັດຖະບານ ໄດ້ອອກແຈ້ງການສະບັບເລກທີ 1553/ຄລບ, ລົງວັນທີ 5 ກັນຍາ 2008 ເຫັນດີຍົກລະດັບດ່ານປະເພນີ ຜາແກ້ວເປັນດ່ານທ້ອງຖິ່ນ; ອົງການປົກຄອງແຂວງໄຊຍະບູລີ ໄດ້ຈັດພິທີຍົກລະດັບດ່ານດັ່ງກ່າວເປັນ ດ່ານຖາວອນທ້ອງຖິ່ນ ໃນວັນທີ 21 ພຶດສະພາ 2010.

ພາຍຫລັງທີ່ ໄດ້ຍົກລະດັບເປັນດ່ານຖາວອນທ້ອງຖິ່ນ ເຮັດໃຫ້ມີການພົວພັນຮ່ວມມື ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຂອງສອງແຂວງ ໄຊຍະບູລີ-ອຸດຕະຣະດິດ ກໍຄື ສປປ ລາວ-ຣາຊະ ອານາຈັກໄທ ມີການຂະຫຍາຍຕົວ ແລະ ເພີ່ມຂຶ້ນເລື້ອຍໆໃນແຕ່ລະປີ. ເພື່ອເປັນການກະກຽມຄວາມພ້ອມຮອງຮັບໃຫ້ແກ່ ການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ, ອົງການປົກຄອງແຂວງໄຊຍະບູລີ ຈຶ່ງໄດ້ມີການສະເໜີເຖິງ ລັດຖະບານ ເພື່ອຕົກລົງອະນຸມັດຍົກລະດັບດ່ານຖາວອນ ທ້ອງຖິ່ນຜາແກ້ວເປັນດ່ານສາກົນພູດູ່ດັ່ງກ່າວ ເປັນດ່ານສາກົນແຫ່ງທີ 3 ຂອງແຂວງ ໄຊຍະບູລີ ແລະ ມີຄວາມໝາຍຄວາມສຳຄັນ ເປັນຢ່າງຍິ່ງ ເພາະວ່າຈຸດດັ່ງກ່າວນີ້ ມີທີ່ຕັ້ງຍຸດທະສາດທາງດ້ານການບໍລິການທາງຜ່ານ ແລະ ການຄ້າ ໃນລະດັບອະນຸພາກພື້ນ, ເປັນປະຕູເຊື່ອມໂຍງເສດຖະກິດ ລະຫວ່າງ ນະຄອນຫລວງວຽງຈັນ-ນະຄອນຊຽງໃໝ່, ພ້ອມນີ້ຍັງ ເປັນແລວທາງເຊື່ອມຕໍ່ ລະຫວ່າງ ບັນດາແຂວງພາກ    ເໜືອຕອນລຸ່ມ ແລະ ພາກຕາເວັນອອກສຽງເໜືອຂອງຣາຊະອານະຈັກໄທ ກັບເມືອງມໍລະດົກໂລກຫລວງພະບາງ.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ: ແຂວງໄຊຍະບູລີ ມີດ່ານສາກົນເຖິງ 3 ແຫ່ງ ເນື່ອງຈາກແຂວງມີຊາຍແດນຕິດຈອດກັບ 6 ຈັງຫວັດ ຂອງປະເທດໄທ, ການຍົກລະດັບເປັນສາກົນພູດູ່ ເປັນການສົ່ງເສີມຈຸດເຊື່ອມໂຍງ ເຊິ່ງສາມາດຜ່ານໄປຍັງນະຄອນຫລວງວຽງຈັນ, ໄປຍັງເມືອງ ມໍລະດົກໂລກ ແຂວງຫລວງພະບາງ, ນັບທັງບັນດາແຂວງພາກເໜືອຂອງລາວ ແລະ ປະເທດເພື່ອນບ້ານ. ສິ່ງສໍາຄັນອີກຢ່າງໜຶ່ງ ດ່ານນີ້ໄດ້ເຊື່ອມຕໍ່ແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ລະຫວ່າງ ສອງປະເທດລາວ-ໄທ ກໍຄື ບັນດາປະເທດສະມາຊິກອາຊຽນດ້ວຍກັນ. ດ່ານພູດູ່ ຍັງຈະເສີມຂະຫຍາຍບົດບາດດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຂົນສົ່ງ ແລະ ການໄປມາຫາສູ່ເຊິ່ງກັນ ແລະ ກັນຂອງປະຊາຊົນ ລາວ-ໄທ ກໍຄືນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວໃນ ແຂວງນີ້ ໃຫ້ຫລາຍຂຶ້ນ. ທ່ານຮອງນາຍົກ ຍັງໄດ້ເນັ້ນເພີ່ມທະວີຄວາມຜິດຊອບ ນໍາໃຊ້ດ່ານແຫ່ງນີ້ ໂດຍໃຫ້ມີການຖອດຖອນບົດຮຽນຈາກດ່ານສາກົນແຫ່ງອື່ນໆ ເປັນຕົ້ນ ແມ່ນຂອດບໍລິຫານຄຸ້ມຄອງ, ການບໍລິການເພື່ອອຳນວຍຄວາມສະດວກ ແລະ ວ່ອງໄວ ທັງສາມາດຮັບປະກັນ ບໍ່ໃຫ້ມີສິ່ງຜິດກົດໝາຍເລັດລອດ ຜ່ານດ່ານແຫ່ງນີ້ໄປໄດ້ ໂດຍສະເພາະແມ່ນຢາເສບຕິດ, ສ້າງໃຫ້ເປັນປະຕູຕ້ອນ ຮັບແຂກບ້ານແຂກເມືອງໃຫ້ມີຄວາມປະທັບໃຈ.

ອີງຕາມຂໍ້ມູນຂອງກົມກົງສຸນ, ກະຊວງການຕ່າງປະເທດ ໄດ້ໃຫ້ຊາບວ່າ ປະຈຸບັນ ທາງດ່ານສາກົນພູດູ່ ໄດ້ເປີດບໍລິການອຳນວຍຄວາມສະດວກໃຫ້ແກ່ ຄົນ, ສິນຄ້າ ແລະ ພາຫະນະ ທີ່ມາຜ່ານເຂົ້າອອກດ່ານ ຕາມເງື່ອນໄຂໂດຍລວມຂອງດ່ານສາກົນໃນທົ່ວປະເທດ ແຕ່ການອອກວີຊາກັບດ່ານແມ່ນຍັງບໍ່ທັນສາມາດປະຕິບັດໄດ້ ເພາະຍັງຢູ່ໃນຂັ້ນຕອນຄົ້ນຄວ້າເບິ່ງເຖິງຄວາມຕ້ອງການຕົວຈິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.