ເພື່ອເປັນການສົ່ງເສີມຂີດຄວາມສາມາດໃຫ້ແກ່ຜູ້ສົ່ງອອກເຂົ້າ, ສປປ ລາວ ໄດ້ເຮັດວຽກຢ່າງຕັ້ງໜ້າໃນການເພິ່ມຄວາມສຳຄັນໃຫ້ແກ່ຜູ້ຜະລິດເຂົ້າ ກ່ຽວກັບບັນຫາສຸຂານາໄມ ແລະ ສຸຂານາໄມພືດ. ໂດຍສະເພາະໃນນາມລັດຖະບານ, ກົມກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ ໂດຍມີຈຸດປະສົງເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບ ສຸຂານາໄມ ແລະ ສຸຂານາໄມພືດ ສຳລັບເຂົ້າ ແລະ ຜະລິດຕະພັນພືດອື່ນໆ. ທ່ານ ດຣ ຕີ ພົມມະສັກ, ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ ສປປ ລາວ ໄດ້ເຊັນສັນຍາສຸຂານາໄມພືດກັບບັນດາປະເທດຄູ່ຄ້າຈຳນວນໜຶ່ງເພື່ອສົ່ງອອກສິນຄ້າ. ໃນນີ້ ພວກເຮົາໄດ້ເຊັນສັນຍາສຸຂານາໄມພືດກັບຈີນ ໃນຜະລິດຕະພັນກະສິກຳ 4 ຊະນິດ ລວມມີ ສາລີ, ມັນຕົ້ນ, ກ້ວຍ, ແລະ ໝາກໂມ.
ທ່ານ ດຣ ມົນທາທິບ ຈັນແພງໄຊ, ຫົວໜ້າກົມກະສິກຳ ໄດ້ໃຫ້ຮູ້ວ່າ ມີບັນດາມາດຕະການທີ່ໄດ້ສ້າງຂຶ້ນໂດຍຝ່າຍຈີນ ເຊິ່ງຈະໄດ້ຖືກເຜີຍແຜ່ໃຫ້ແກ່ຜູ້ຜະລິດ ແລະ ບັນດາວິສາຫະກິດ ໃນ ສປປ ລາວ ເພື່ອເຮັດໃຫ້ສິນຄ້າຖືກຕ້ອງຕາມຄວາມຕ້ອງການຂອງບັນດາຄູ່ຄ້າ. ພ້ອມດຽວກັນນີ້ ຂະແໜງການທຸລະກິດ ກໍຍັງໄດ້ຮຽກຮ້ອງໃຫ້ລັດຖະບານຊ່ວຍເຫຼືອໃນດ້ານນະໂຍບາຍຕ່າງໆ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນກັບບັນດາຄູ່ຄ້າອື່ນໃນປະເທດສະມາຊິກອາຊຽນ.
ເມື່ອບໍ່ດົນມານີ້ ສປປ ລາວໄດ້ເຊັນສັນຍາກະສິກຳ ແລະ ຜະລິດຕະພັນພືດ ກັບບັນດາປະເທດເພື່ອນບ້ານ ລວມມີ ໄທ, ຫວຽດນາມ ແລະ ຈີນ. ອີີງຕາມສັນຍາດັ່ງກ່າວນີ້, ບັນດາປະເທດຄູ່ຄ້າໄດ້ຮ້ອງຂໍໃຫ້ ສປປ ລາວ ໃຫ້ປະຕິບັດບັນດາເງື່ອນໄຂຄວາມປອດໄພຂອງອາຫານ ແລະ ສຸຂານາໄມພືດ. ສປ ຈີນໄດ້ໃຫ້ຮູ້ວ່າ ຈະຮັບຊື້ເຂົ້າ ຈາກ ສປປ ລາວ ແຕ່ວ່າສິນຄ້ານັ້ນ ຕ້ອງເປັນໄປຕາມເງື່ອນໄຂຂອງອົງການການຄ້າໂລກ (WTO) ກຳນົດ ໂດຍຕິດພັນກັບບັນດາລະບຽບການຊີວະນາໆພັນ, ສຸຂານາໄມ ແລະ ສຸຂານາໄມພືດ. ສັນຍາສຸຂານາໄມພືດ ສໍາລັບການສົ່ງອອກເຂົ້າໄປ ຈີນ ກໍໄດ້ເຊັນຢູ່ປັກກິ່ງເມື່ອບໍ່ດົນມານີ້. ສັນຍານັ້ນອ້າງອິງເຖິງສຸຂານາໄມພືດ ແລະ ມາດຕະການຄວບຄຸມຢາປາບສັດຕູພືດ, ຂະບວນການຫຸ້ມຫໍ່, ຂົນສົ່ງ, ແລະ ມາດຕະການອື່ນໆ.
ສປປ ລາວມີເປົ້າໝາຍທີ່ຈະຜະລິດເຂົ້າ 4,2 ລ້ານໂຕນ ໃນປີ 2015 ໂດຍມີຄວາມຫວັງວ່າຈະເປັນຜູ້ສົ່ງອອກເຂົ້າ ຄຽງຄູ່ກັບບັນດາປະເທດເພື່ອນບ້ານ ເພື່ອຕອບສະໜອງຄວາມຕ້ອງການເຂົ້າໃນອາຊຽນ ກໍຄືຕະຫຼາດໂລກ. ສິ່ງດັ່ງກ່າວໄດ້ເປັນໂອກາດດີໃຫ້ແກ່ລາວໃນການສົ່ງອອກເຂົ້າໃນພາກພື້ນ ແຕ່ກໍຍັງຕ້ອງໃຊ້ເວລາປະມານ 10 ປີໃນການປັບປຸງ ເພື່ອນຳໃຊ້ເຕັກໂນໂລຍີໃໝ່ ແລະ ປັບປຸງລະບົບຊົນລະປະທານ. ອີງຕາມທະນາຄານພັດທະນາອາຊີໄດ້ໃຫ້ຮູ້ວ່າ ລາວຈະສາມາດປັບໂຕຈາກຜູ້ນຳເຂົ້າ ເຂົ້າ ເປັນຜູ້ສົ່ງອອກ ເຂົ້າ ໃນໄລຍະ 10 ປີ ຕໍ່ໜ້າໄດ້ ຖ້າວ່າສາມາດຮັກສາລະດັບການຜະລິດເຂົ້າໃນປະຈຸບັນ ແລະ ອັດຕາການຂະຫຍາຍຕົວຂອງການບໍລິໂພກຄົງທີ່.
ແຫຼ່ງທີ່ມາ: ໜັງສືພິມວຽງຈັນທາມສ໌
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.