ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ      ເລກທີ 26 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 13 ທັນວາ 2013

ກົດໝາຍ
ວ່າດ້ວຍ ການວັດແທກ (ສະບັບປັບປຸງ)

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການກວດກາເຄື່ອນໄຫວວຽກງານວັດແທກ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປຢ່າງເປັນເອກະພາບ, ຖືກຕ້ອງ, ຊັດເຈນ ແລະ ທັນສະໄໝ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້ ແນໃສ່ການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ກິດຈະການການຜະລິດ, ການບໍລິການ, ການແລກປ່ຽນ, ການຊື້ຂາຍຮັບປະກັນໃຫ້ປະຊາຊົນມີຄວາມປອໄພ ແລະ ສັງຄົມມີຄວາມຍຸຕິທຳ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 (ປັບປຸງ) ການວັດແທກ

ການວັດແທກ ແມ່ນ ການກຳນົດຄ່າເປັນຕົວເລກ ທີ່ຊີ້ບອກຄຸນລັກສະນະ, ຂະໜາດ, ປະລິມານ ຂອງວັດຖຸສິ່ງຂອງທີ່ຂອງທີ່ຕ້ອງການຄຳນວນ, ຕ້ອງການຮູ້ດ້ວຍການໃຊ້ແມ່ແບບວັດແທກ, ເຄື່ອງມື, ອຸປະກອນວັດແທກທີ່ໄດ້ມາດຕະຖານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງກົດໝາຍສະບັບນີ້.

ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ

ຄໍາສັບ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1.  ຫົວໝ່ວຍວັດແທກສາກົນ ໝາຍເຖິງ ລະບົບຫົວໜ່ວຍວັແທກ ຊຶ່ງຖືກຮັບຮອງໂດຍອົງສາກົນທີ່ກ່ຽວຂ້ອງ;

2.  ອຸປະກອນວັດແທກ ໝາຍເຖິງ ເຄື່ອງມືທີ່ໃຊ້ ເພື່ອດຳເນີນການວັດແທກ ຊຶ່ງປະກອບດ້ວຍເຄື່ອງດຽວ, ຜາງຊິງ, ໄມ້ເມຍ (ສຳລັບກ້ອງສ່ອງຈັບລະດັບ);

3.  ຕົ້ນແບບເຄື່ອງມື ແລະ ອຸປະກອນວັແທກ ໝາຍເຖິງ ເຄື່ອງມື ແລະ ອຸປະກອນວັດແທກທີ່ສ້າງຂຶ້ນມາເປັນຕົວຢ່າງ ເພື່ອກວດສອບ ຢັ້ງຢືນຄວາມຖືກຕ້ອງ ກ່ອນການຳເນີນການຜະລິດ;

4.  ການກວດທຽບ (Traceability) ໝາຍເຖິງ ການດຳເນີນການກວດຄືນຄ່າອະນຸຍາດຜິດດ່ຽງ ຂອງແມ່ແບບວັດແທກໃດໜຶ່ງ ໂດຍສົມທຽບແບບຕໍ່ເນື່ອງກັບແມ່ແບບວັດແທກທີ່ກ່ຽວຂ້ອງ ຊຶ່ງມີຄຸນນະພາບ ຫຼື ຄວາມຊັດເຈນສູງກວ່າ ທີ່ສາມາດສ້າງສາຍພົວພັນກັບມາຕະຖານແຫ່ງຊາດ ຫຼື ມາດຕະຖານສາກົນ;

5.  ການສອບທຽບ (Calibration) ໝາຍເຖິງ ການດຳເນີນການກວດສອບຄວາມຖືກຕ້ອງຂອງເຄື່ອງມື ແລະ ອຸປະກອນວັແທກ ດ້ວຍການປຽບທຽບກັບແມ່ແບບວັດແທກທີ່ກ່ຽວຂ້ອງ ຊຶ່ງມີຄຸນນະພາບ ຫຼື ຄວາມຊັເຈນຕໍ່ກວ່າ;

6.  ການກວດຄືນ (Verification) ໝາຍເຖິງ ການດຳເນີນການສອບທຽບຄືນໃໝ່ຂອງເຄື່ອງມື ແລະ ອຸປະກອນວັດແທກ ທີ່ຜະລິດ ແລະ ນຳໃຊ້ ເພື່ອຢັ້ງຢືນຄວາມຖືກຕ້ອງ ຕາມແມ່ແບບວັດແທກ;

7.  ພາຊະນະບັນຈຸ ໝາຍເຖິງ ວັດຖຸ ທີ່ໃຊ້ເພື່ອຫຸ້ມຫໍ່ສິ່ງຂອງໃດໜຶ່ງ ເຊັ່ນ ແກັດ, ກັບ, ກະປ໋ອງ, ກວດແກ້ວ ແລະ ກວດຢ່າງ;

8.  ສິນຄ້າຫຸ່ມຫໍ່ ໝາຍເຖິງ ຜະລິດຕະພັນທີ່ຖືກຫຸ້ມຫໍ່ດ້ວຍພາຊະນະບັນຈຸໃດໜຶ່ງ ຫຼື ດ້ວຍວິທີໃດໜຶ່ງ ກ່ອນການຂາຍຍົກ ຫຼື ຂາຍຍ່ອຍ;

9.  ປະລິມານສຸດທິ ໝາຍເຖິງ ນ້ຳໜັກ ຫຼື ບໍລິມາດຕົວຈິງຂອງຜະລິຕະພັນ ຫຼື ສິນຄ້າກ່ອນນຳເຂົ້າໃສ່ພາຊະນະບັນຈຸ;

10. ປະລິມານກຳນົດ ໝາຍເຖິງ ນ້ຳໜັກ ຫຼື ບໍລິມາດ ທີ່ຖືກຳນົດ ຫຼື ຄາດຄະເນ ຊຶ່ງອາດຈະແຕກຕ່າງຈາກປະລິມານສຸດທິ;

11. ກາໝາຍການກວດຄືນ ໝາຍເຖິງ ສັນຍາລັກ ທີ່ໃຊ້ກັບ ເຄື່ອງມື, ອຸປະກອນ ວັດແທກທີ່ຢັ້ງຢືນເຖິງຄວາມຖືກຕ້ອງຂອງເຄື່ອງມື, ອຸປະກອນວັແທກທີ່ໄດ້ກວດຜ່ານແລ້ວ;

12. ສັນຍາລັກຕາປະທັບໃສ່ອຸປະກອນວັດແທກ ໝາຍເຖິງ ສັນຍາລັກ ທີ່ປົກປ້ອງອຸປະກອນວັດແທກ ເພື່ອບໍ່ໃຫ້ມີການປ່ຽນແປງ, ການດັດແປງ, ການຖອດສ່ວນໃດສ່ວນໜຶ່ງ ຫຼື ຫຼາຍສ່ວນອອກ;

13. ການວັແທກທາງກົດໝາຍ ໝາຍເຖິງ ການວັດແທກຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ, ລະບຽບການທາງດ້ານບໍລິຫານ ແລະ ທາງດ້ານເຕັກນິກ;

14. ອົງການທີ່ມີຄວາມສາມາດພຽງພໍ ໝາຍເຖິງ ອົງການທີ່ມີຄວາມສາມາດໃນການຢັ້ງຢືນ ແລະ ຖືກຮັບຮອງເອົາ ໂດຍອົງການວັດແທກສາກົນ ເປັນຕົ້ນ “ກາອງປະຊຸມການຮັບຮອງສາກົນ” (IAF) ແລະ “ອົງການ ຮັບຮອງຫ້ອງທົດລອງສາກົນ” (ILAC).

ມາດຕາ 4 (ປັບປຸງ) ນະໂຍບາຍ ຂອງລັດກ່ຽວກັບວຽກງານວັດແທກ

ລັດ ສົ່ງເສີມການນຳໃຊ້ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ ທີ່ຖືກຕ້ອງມາດຕະຖານ ແລະ ລະບຽບກົດໝາຍ ເຂົ້າໃນການຮັບໃຊ້ການຜະລິດທຸລະກິດ, ການບໍລິການ, ການແລກປ່ຽນ ການຊື້ຂາຍ, ການຊົມໃຊ້ປະຈຳວັນຂອງສັງຄົມ ເພື່ອຮັບປະກັນຄວາມປອດໄພ ແລະ ຍຸຕິທຳ.

ລັດ ເອົາໃຈໃສ່ ສະໜອງງົບປະມານ ປະກອບບຸກຄະລາກອນ, ພາຫະນະ, ເຄື່ອງມື ແລະ ອຸປະກອນ, ກໍ່ສ້າງພື້ນຖານທາງດ້ານວັດຖຸເຕັກນິກຢ່າງເໝາະສົມ ຫ້ອງທົດລອງ, ແມ່ແບບວັດແທກ, ສູນຝຶກອົບຮົມ ເພື່ອຮັບປະກັນການຄຸ້ມຄອງ ແລະ ກວດກາວຽກງານວັດແທກ ໃຫ້ມີປະສິດທິພາບສູງ.

ລັດ ຊຸກຍູ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃສ່ວຽກງານວັດແທກ, ມີສ່ວນຮ່ວມໃນການເຄື່ອນໄຫວ, ກວດກາ ແລະ ພັດທະນາວຽກງານວັດແທກໃຫ້ທັນສະໄໝ.

ມາດຕາ 5 (ປັບປຸງ) ຫຼັກການພື້ນຖານກ່ຽວກັບວຽກງານວັດແທກ

ການເຄື່ອນໄຫວວຽກງານວັດແທກ ໃຫ້ປະຕິບັດຕາມຫຼັການພື້ນຖານ ດັ່ງນີ້:

1.  ລັດ ຄຸ້ມຄອງວຽກງານວັດແທກຢ່າງຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ງປະເທດ ໂດຍໃຫ້ຂະແໜງການທີ່ກ່ຽວຂ້ອງເຮັດໜ້າທີ່ຄຸ້ມຄອງຕົວຈິງ;

2.  ວຽກງານວັແທກ ຕ້ອງຮັບປະກັນຄວາມຖືກຕ້ອງ, ປອດໄພ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;

3.  ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັແທກທີ່ນຳໃຊ້ໃນ ສປປ ລາວ ຕ້ອງຮັບປະກັນມາດຕະຖານ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ;

4.  ລະບົບການວັດແທກຂອງ ສປປ ລາວ ຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ, ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 (ປັບປຸງ) ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນໍາໃຊ້ສໍາລັບການເຄື່ອນໄຫວໃນຂົງເຂດການວັແທກ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນຂອບເຂດທົ່ວປະເທດ ເວັ້ນເສັຍແຕ່ການແລກປ່ຽນ ແລະ ການຊື້ຂາຍ ຕາມແບບັ້ງເດີມ ເປັນຕົ້ນ ເປັນກອງ ເປັນເມັດ, ເປັນຖົງ, ເປັນຫໍ່ ແລະ ເປັນກະຕ່າ.

ມາດຕາ 7 ການຮ່ວມມືສາກົນ

ລັດ ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານວັດແທກ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດຂອງບຸກຄະລາກອນ, ຍາດແຍ່ງການຊ່ວຍເຫຼືອ ແລະ ອື່ນໆ ບົນພື້ນຖານຫຼັກການຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ສະເໜີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຽດ ແລະ ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ວຽກງານວັດແທກ

ມາດຕາ 8 (ປັບປຸງ) ວຽກງານວັດແທກ

ວຽກງານວັດແທກ ແມ່ນ ບັນດາກິດຈະການກ່ຽວກັບການວັດແທກ ເປັນຕົ້ນ ການສອບທຽບ, ການກວດທຽບ ແລະ ການກວດຄືນ ແມ່ແບບວັແທກ, ເຄື່ອງມື ແລະ ອຸປະກອນວັດແທກ, ການຢັ້ງຢືນ, ການຮັບຮອງ, ຜະລິດຕະພັນຫຸ້ມຫໍ່ ແລະ ປະລິມານສຸດທິ.

ວຽກງານວັດແທກ ແມ່ນ ວຽກງານທີ່ຈຳເປັນ ເພື່ອຮັບປະກັນຄວາມເປັນເອກະພາບ ດ້ານການວັດແທກ ແນໃສ່ປັບປຸງຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ ປະກອບສ່ວນເຂົ້າໃນການສົ່ງເສີມການຄ້າພາຍໃນ ແລະ ຕ່າງປະເທດ.

ມາດຕາ 9 (ໃໝ່) ພາຫະນະວັດແທກ

ພາຫະນະວັດແທກ ມີດັ່ງນີ້:

1.  ຫົວໜ່ວຍວັດແທກ;

2.  ແມ່ແບບວັແທກ;

3.  ເຄື່ອງມື ແລະ ອຸປະກອນ ວັດແທກ;

4.  ສິນຄ້າຫຸ້ມຫໍ່.

ນອກຈາກນີ້ ອາດຈະມີພາຫະນະວັດແທກອື່ນອີກ.

ໝວດທີ 1
ຫົວໜ່ວຍວັດແທກ

ມາດຕາ 10 ຫົວໜ່ວຍວັດແທກ

ຫົວໜ່ວຍວັດແທກ ທີ່ນຳໃຊ້ຢູ່ ສປປ ລາວ ປະກອບດ້ວຍ ຫົວໜ່ວຍວັແທກພື້ນຖານ ແລະ ຫົວໜ່ວຍວັດແທກຍ່ອຍ.

ຫົວໜ່ວຍວັດແທກພື້ນຖານ ມີດັ່ງຽວກັນກັບຫົວໜ່ວຍວັດແທກຂອງລະບົບເມຕຼິກ ຫຼື ລະບົບສາກົນ (SI) ຊຶ່ງປະກອບດດ້ວຍ:

1.   ແມັດ (m)          ແມ່ນ ຫົວໜ່ວຍວັແທກພື້ນຖານ ຂອງຄວາມຍາວ;

2.   ກິໂລກຼາມ (kg)            ແມ່ນ ຫົວໜ່ວຍວັດແທກພື້ນຖານ ຂອງນ້ຳໜັກ;

3.   ວິນາທີ (s)         ແມ່ນ ຫົວໜ່ວຍວັດແທກພື້ນຖານ ຂອງເວລາ;

4.   ອຳແປ (A)         ແມ່ນ ຫົວໜ່ວຍວັດແທກພື້ນຖານ ຂອງກະແສໄຟຟ້າ;

5.   ແກນວິນ (K)        ແມ່ນ ຫົວໜ່ວຍວັດແທກພື້ນຖານ ຂອງອຸນຫະພູມ;

6.   ໂມນ (mol)        ແມ່ນ ຫົວໜ່ວຍວັດແທກພື້ນຖານ ຂອງປະລິມານສານເຄມີ;

7.   ກັງເດີລາ (Cd)      ແມ່ນ ຫົວໜ່ວຍວັດແທກພື້ນຖານ ຂອງແສງ.

ສຳລັບ ຫົວໜ່ວຍວັແທກຍ່ອຍ ໄດ້ມີເອກະສານຊ້ອນທ້າຍຂອງກົດໝາຍສະບັບນີ້.

ມາດຕາ 11 ການນຳໃຊ້ຫົວໜ່ວຍວັດແທກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳໃຊ້ຫົວໜ່ວຍວັດແທກ ເຂົ້າໃນການເຄື່ອນໄຫວວຽກງານວັດແທກ ຢູ່ ສປປ ລາວ ຕ້ອງປະຕິບັດຕາມຫົວໜ່ວຍວັດແທກ ທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງກົດໝາຍສະບັບນີ້.

ສຳລັບ ສິນຄ້າເພື່ອການສົ່ງອອກ ໃຫ້ນຳໃຊ້ຫົວໜ່ວຍວັແທກທີ່ໄດ້ກຳນົດໄວ້ວັກທີໜຶ່ງຂອງມາດຕານີ້ ເວັ້ນເສັຍແຕ່ ຄູ່ສັນຍາຫາກໄດ້ຕົກລົງກັນໄວ້ຢ່າງອື່ນ.

ໝວດທີ 2
ແມ່ແບບວັດແທກ

ມາດຕາ 12 (ປັບປຸງ) ແມ່ແບບວັດແທກ

ແມ່ແບບວັດແທກ ທີ່ນຳໃຊ້ໃນ ສປປ ລາວ ມີ ສາມຂັ້ນ ດັ່ງນີ້:

1.  ແມ່ແບບວັດແທກຂັ້ນໜຶ່ງ ແມ່ນ ແມ່ແບບວັດແທກທີ່ມີມາດຕະຖານຄວາມຊັດເຈນສູງສຸດ ຊຶ່ງມີຢູ່ສະຖານທີ່ ຫຼື ການຈັດຕັ້ງໃດໜຶ່ງ ທີ່ດຳເນີນການວັດແທກ ໂດຍສອດຄ່ອງກັບລະລຽບການຂອງສາກົນ;

2.  ແມ່ແບບວັດແທກຂັ້ນສອງ ແມ່ນ ແມ່ແບບວັດແທກທີ່ຖືກກຳນົດ ໂດຍຜ່ານຄວາມຊັດເຈນກັບແມ່ແບບວັດແທກຂັ້ນໜຶ່ງ ແລະ ແມ່ແບບວັດແທກຂັ້ນສອງ ຫຼື ອາດຈະມີລະບົບການວັດແທກອື່ນປະກອບຢູ່ນຳ. ແມ່ແບບວັດແທກຂັ້ນສອງ ມີຄ່າຄວາມຊັດເຈນຕ່ຳກວ່າແມ່ແບບວັດແທກຂັ້ນໜຶ່ງ;

3.  ແມ່ແບບວັດແທກຂັ້ນປະຕິບັດງານ ແມ່ນ ແມ່ແບບວັດແທກທີ່ນຳໃຊ້ເປັນປະຈຳ ເພື່ອສອບທຽບ ເຄື່ອງມື ແລະ ອຸປະກອນວັດແທກ ທີ່ນຳໃຊ້ທົ່ວໄປ ຊຶ່ງມີຄ່າຄວາມຊັດເຈນ ຕ່ຳກວ່າແມ່ແບບວັດແທກຂັ້ນສອງ.

ຂັ້ນຕອນ ແລະ ວິທີການຮັບຮອງເອົາແມ່ແບບວັດແທກແຕ່ລະຂັ້ນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 13 ການຜະລິດແມ່ແບບວັດແທກ

ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຕ້ອງການດຳເນີນທຸລະກິດ ການຜະລິດແມ່ແບບວັດແທກຕ້ອງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 32 ແລະ 33 ຂອງກົດໝາຍສະບັບນີ້.

ມາດຕາ 14 ການນຳໃຊ້ແມ່ແບບວັດແທກ

ແມ່ແບບວັດແທກແຕ່ລະຂັ້ນ ຖືກນຳໃຊ້ຕາມກໍລະນີ ດັ່ງນີ້:

1.  ແມ່ແບບວັດແທກຂັ້ນໜຶ່ງ ນຳໃຊ້ເພື່ອສອບທຽບແມ່ແບບວັດແທກຂັ້ນສອງ;

2.  ແມ່ແບບວັດແທກຂັ້ນສອງ ນຳໃຊ້ເພື່ອສອບທຽບແມ່ແບບວັດແທກຂັ້ນປະຕິບັດງານ;

3.  ແມ່ແບບວັດແທກຂັ້ນປະຕິບັດງານ ນຳໃຊ້ເພື່ອສອບທຽບເຄື່ອງມື ແລະ ອຸປະກອນວັດແທກທີ່ນຳໃຊ້ທົ່ວໄປ.

ມາດຕາ 15(ປັບປຸງ) ການກວດທຽບ ແມ່ແບບວັດແທກ

ການກວດທຽບແມ່ແບບວັດແທກ ແມ່ນ ການຳເນີນການກວດສອບຄຸນລັກສະນະຂອງຜົນການວັດແທກ ຊຶ່ງພົວພັນກັບສິ່ງອ້າງອີງ ທີ່ມີເອກະສານປະກອບການບັນທຶກແບບເປັນຕ່ອງໂສ້ຕໍ່ເນື່ອງ ແລະ ຜົນໄດ້ຮັບນັ້ນ ກໍເປັນສາເຫດຂອງຄວາມບໍ່ແນ່ນອນຂອງການວັດແທກ.

ການກວດທຽບແມ່ແບບວັດແທກແຕ່ລະຂັ້ນ ຕ້ອງດຳເນີນຜ່ານຫ້ອງທົດລອງທີ່ໄດ້ມາດຕະຖານ ເພື່ອຮັບປະກັນການກວດທຽບກັບລະບົບເມຕຼິກ ຫຼື ລະບົບສາກົນ (IS) ໂດຍອີງຕາມຂໍ້ມູນການນຳໃຊ້, ການຜະລິດ ແລະ ປັດໃຈດ້ານເຕັກນິກອື່ນ.

ແມ່ແບບວັດແທກ ທີ່ນຳໃຊ້ໃນ ສປປ ລາວ ຕ້ອງໄດ້ຮັບການກວດທຽບ ເປັນປະຈຳຕາມແຕ່ລະໄລຍະ ໂດຍຂຶ້ນກັບຄຸນລັກສະນະ ແລະ ແມ່ແບບວັດແທກແຕ່ລະຂັ້ນ ເພື່ອຮັບປະກັນຖືກຕ້ອງກັບລະບົບເມຕຼິກ ຫຼື ລະບົບສາກົນ (SI).

ມາດຕາ 16 ການເກັບຮັກສາແມ່ແບບວັດແທກ

ບຸກຄົນ, ນິຕິກຳຄົນ ຫຼື ການຈັດຕັ້ງ ສາມາດເກັບຮັກສາແມ່ແບບວັດແທກຂັ້ນໜຶ່ງ, ຂັ້ນສອງ ແລະ ຂັ້ນປະຕິບັດງານ ຕາມຄວາມຕ້ອງການຂອງວຽກງານເຄື່ອນໄຫວການວັດແທກຂອງຕົນ.

ສຳລັບ ການເກັບຮັກສາແມ່ແບບວັດແທກຂັ້ນໜຶ່ງນັ້ນ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານວັດແທກ ເພື່ອນຳໃຊ້ເປັນຖານຂໍ້ມູນ.

ມາດຕາ 17 ການສ້ອມແປງ ການປ່ຽນ ຫຼື ການລົບລ້າງ ແມ່ແບບວັດແທກ

ແມ່ແບບວັດແທກ ຈະຖືກສ້ອມແປງ, ປ່ຽນ ຫຼື ລົບລ້າງ ຕາມແຕ່ລະກໍລະນີ:

1.  ແມ່ແບບວັດແທກ ທີ່ມີຄ່າບໍ່ຖືກຕ້ອງ ຕາມລະບຽບການທີ່ໄກຳນົດໄວ້;

2.  ແມ່ແບບວັດແທກ ທີ່ເກັບຮັກສາ ບໍ່ຖືກຕ້ອງ ຕາມມາດຕະຖານວັດແທກສາກົນ;

3.  ແມ່ແບບວັດແທກ ທີ່ບໍ່ສອດຄ່ອງກັບມາດຖານເຕັກນິກລະອຽດທີ່ໄດ້ກຳນົດໄວ້.

ແມ່ແບບວັດແທກ ທີ່ຈະຖືກສ້ອມແປງ, ປ່ຽນ ຫຼື ລົບລ້າງໄດ້ ກໍຕໍ່ເມື່ອໄດ້ຮັບການຢັ້ງຢືນຈາກຫ້ອງທົດລອງທີ່ກ່ຽວຂ້ອງ.

ໝວດທີ 3
ເຄື່ອງມື ແລະ ອຸປະກອນ ວັດແທກ

ມາດຕາ 18 (ປັບປຸງ) ການຜະລິດເຄື່ອງມື ແລະ ອຸປະກອນ ວັດແທກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຜະລິດເຄື່ອງມື ແລະ ອຸປະກອນ ວັດແທກ ຕ້ອງປະຕິບັດຕາມທີ່ ໄດ້ກຳນົດໄວ້ໃນມາດຕາ 32 ແລະ 33 ຂອງກົດໝາຍສະບັບນີ້.

ມາດຕາ 19 (ປັບປຸງ) ການນຳເຂົ້າ ເຄື່ອງມື ແລະ ອຸປະກອນ ວັດແທກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຕ້ອງການເຮັດທຸລະກິດນຳເຂົ້າເຄື່ອງມື ແລະ ອຸປະກອນ ວັດແທກທຸກປະເພດ ຕ້ອງສະໜອງເອກະສານຮັບຮອງຈາກປະເທດທີ່ສົ່ງອອກ ແລະ ໃຫ້ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ.

ມາດຕາ 20 (ປັບປຸງ) ການນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກ

ເຄື່ອງມື ແລະ ອຸປະກອນ ວັດແທກ ທີ່ນຳໃຊ້ເຂົ້າໃນການບໍລິການ ຕ້ອງໃຫ້ສອດຄ່ອງກັບຫົວໜ່ວຍວັດແທກ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 10 ຂອງກົດໝາຍສະບັບນີ້ ແລະ ຕ້ອງມີຕົວເລກ ຫຼື ຕົວໜັງສືຢ່າງຈະແຈ້ງ ຊຶ່ງບໍ່ສາມາດປ່ຽນແປງ ຫຼື ລຶບອອກໄດ້.

ໃນກໍລະນີເຄື່ອງມື ແລະ ອຸປະກອນ ວັດແທກ ມີຂະໜາດນ້ອຍຈົນບໍ່ສາມາດກຳນົດຕົວເລກ ຫຼື ຕົວໜັງສືໃສ່ໄດ້ນັ້ນ ຕ້ອງກຳນົດຕົວເລກ ຫຼື ຕົວໜັງສື ໃສ່ເອກະສານທີ່ແນບຕິດມານຳເຄື່ອງມື ແລະ ອຸປະກອນວັດແທກນັ້ນ.

ເຄື່ອງມື ແລະ ອຸປະກອນ ວັດແທກ ທຸກປະເພດທີ່ນຳໃຊ້ໃນທຸລະກິດການບໍລິການ ຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກອົງການຂອງລັດທີ່ກ່ຽວຂ້ອງ.

ຂະແໜງການທີ່ນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກ ເຂົ້າໃນການບໍລິການວຽກງານຂອງຕົນ ທີ່ພົວພັນເຖິງສຸຂະພາບ, ສິ່ງແວດລ້ອມ ແລະ ຊັບສິນຂອງຜູ້ຊົມໃຊ້ນັ້ນ ຕ້ອງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 23 ແລະ 24 ຂອງກົດໝາຍສະບັບນີ້.

ມາດຕາ 21(ປັບປຸງ) ການຈົດທະບຽນເຄື່ອງມື ແລະ ອຸປະກອນ ວັດແທກ

ເຄື່ອງມື ແລະ ອຸປະກອນ ວັດແທກ ທີ່ມີລັກສະນະເປັນອັນຕະລາຍຕໍ່ຄວາມປອດໄພຂອງຊີວິດ, ສຸຂະພາບ ຂອງຄົນ, ພືດ, ສັດ ແລະ ສິ່ງແວດລ້ອມ ກ່ອນຈະນຳໃຊ້ໃນການບໍລິການນັ້ນ ຕ້ອງໄດ້ຈົດທະບຽນນຳຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ.

ລາຍການເຄື່ອງມື ແລະ ອຸປະກອນ ວັດແທກ ທີ່ເປັນອັນຕະລາຍ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 22 (ປັບປຸງ) ການບໍລິການສ້ອມແປງເຄື່ອງມື ແລະ ອຸປະກອນ ວັດແທກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີສິດບໍລິການສ້ອມແປງເຄື່ອງມື ແລະ ອຸປະກອນວັດແທກທຸກປະເພດ ແລະ ຕ້ອງມີຄວາມຮັບຜິດຊອບໃນການຮັບປະກັນໃຫ້ເຄື່ອງມື ແລະ ອຸປະກອນ ວັດແທກ ໄດ້ຮັບການສອບທຽບພາຍຫຼັງການບໍລິການສ້ອມແປງແລ້ວ.

ມາດຕາ 23(ປັບປຸງ) ການກວດຄືນ

ເຄື່ອງມື ແລະ ອຸປະກອນ ວັດແທກ ທີ່ຕ້ອງໄດ້ຮັບການກວດຄືນ ໂດຍອົງການທີ່ມີຄວາມສາມາດພຽງພໍ ກ່ອນຖືກນຳໄປໃຊ້ເຂົ້າໃນການບໍລິການ ມີ ດັ່ງນີ້:

1.  ເຄື່ອງມື ແລະ ອຸປະກອນ ວັດແທກໃໝ່;

2.  ເຄື່ອງມື ແລະ ອຸປະກອນ ວັດແທກທີ່ໃຊ້ງານຢູ່;

3.  ເຄື່ອງມື ແລະ ອຸປະກອນ ວັດແທກ ທີ່ໄດ້ຜ່ານການດັດແກ້ ແລະ ສ້ອມແປງຄືນໃໝ່.

ໄລຍະເວລາຂອງການກວດຄືນ ເຄື່ອງມື ແລະ ອຸປະກອນ ວັດແທກ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 24 (ປັບປຸງ) ການສອບທຽບ

ການສອບທຽບ ແມ່ນ ການດຳເນີນການກວດສອບ ຄຸນລັກສະນະຂອງຜົນການວັດແທກ ຊຶ່ງພົວພັນກັບສິ່ງອ້າງອີງ ທີ່ມີເອກະສານປະກອບການບັນທຶກແບບເປັນຕ່ອງໂສ້ຕໍ່ເນື່ອງ ແລະ ຜົນໄດ້ຮັບນັ້ນ ກໍເປັນສາເຫດຂອງຄວາມບໍ່ແນ່ນອນຂອງການວັດແທກ.

ການສອບທຽບເຄື່ອງມື ແລະ ອຸປະກອນ ວັດແທກ ຕ້ອງດຳເນີນຜ່ານຫ້ອງທົດລອງທີ່ໄດ້ມາດຕະຖານ ເພື່ອຮັບປະກັນການກວດທຽບກັບລະບົບເມຕຼິກ ຫຼື ລະບົບສາກົນ (SI) ໂດຍອີງອີງຕາມຂໍ້ມູນການນຳໃຊ້, ການຜະລິດ ແລະ ປັດໃຈດ້ານເຕັກນິກອື່ນ.

ເຄື່ອງມື ແລະ ອຸປະກອນ ວັດແທກ ທີ່ນຳໃຊ້ໃນ ສປປ ລາວ ຕ້ອງໄດ້ຮັບການກວດທຽບເປັນປະຈຳຕາມແຕ່ລະໄລຍະ ໂດຍຂຶ້ນກັບຄຸນລັກສະນະຂອງເຄື່ອງມື ແລະ ອຸປະກອນ ວັແທກ ເພື່ອຮັບປະກັນໃຫ້ຖືກຕ້ອງກັບລະບົບເມຕຼິກ ຫຼື ລະບົບສາກົນ (SI).

ໄລຍະເວລາຂອງການສອບທຽບເຄື່ອງມື ແລະ ອຸປະກອນ ວັດແທກ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 25 (ປັບປຸງ) ການຢັ້ງຢືນ

ເຄືຶ່ອງມື ແລະ ອຸປະກອນ ວັດແທກທຸກປະເພດ ຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງໂດຍອົງການທີ່ຖືກຮັບຮອງຈາກອົງການທີ່ກ່ຽວຂ້ອງຂອງລັດ ເມື່ອໄດ້ປະຕິບັດຕາມມາດຕາ 21, 22. 23 ແລະ 24 ຂອງກົດໝາຍສະບັບນີ້.

ການຢັ້ງຢືນຄວາມຖືກຕ້ອງຂອງເຄື່ອງມື ແລະ ອຸປະກອນ ວັດແທກ ແບ່ງອອກເປັນປະເພດ ດັ່ງນີ້:

1.  ໃບຢັ້ງຢືນ;

2.  ກາໝາຍ;

3.  ສະຕິກເກີ;

4.  ອຸປະກອນລ໋ອກ.

ການຢັ້ງຢືນ ອາດນຳໃຊ້ໜຶ່ງ ຫຼື ຫຼາຍປະເພດພ້ອມກັນກໍໄດ້ ໂດຍຂຶ້ນກັບຈຸດພະເສດຂອງເຄື່ອງມື ແລະ ອຸປະກອນ ວັດແທກນັ້ນ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ປະກາດໃຊ້, ປ່ຽນປະເພດການຢັ້ງຢືນ ແລະ ຕ້ອງເຜີຍແຜ່ຜ່ານສື່ມວນຊົນ.

ມາດຕາ 26 (ປັບປຸງ) ການຍົກເລີກການຢັ້ງຢືນ

ອົງການທີ່ມີຄວາມສາມາດພຽງພໍ ຫຼື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຍົກເລີກການຢັ້ງຢືນ ເຄື່ອງມື ແລະ ອຸປະກອນ ວັດແທກ ຕາມແຕ່ລະກໍລະນີ ເມື່ອເຫັນວ່າເຄື່ອງມື ແລະ ອຸປະກອນ ວັດແທກນັ້ນ ບໍ່ຖືກຕ້ອງຕາມມາດຕະຖານ, ໝົດອາຍຸການນຳໃຊ້ ແລະ ເປ່ເພ.

ມາດຕາ 27 ກິດຈະການວຽກງານວັດແທກ

ວຽກງານວັດແທກ ປະກອບດ້ວຍກິດຈະການຕົ້ນຕໍ ດັ່ງນີ້:

1.  ການບັນທຶກການເຄື່ອນໄຫວວຽກງານວັດແທກ ແລະ ການແລກປ່ຽນບົດບັນທຶກດັ່ງກ່າວລະຫວ່າງ ອົງການລັດດ້ວຍກັນ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ;

2.  ການອອກໃບຢັ້ງຢືນຜົນຂອງການວັດແທກ;

3.  ການແລກປ່ຽນຜົນການກວດທຽບການວັດແທກ ລະຫວ່າງ ອົງການລັດດ້ວຍກັນ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ.

 

ມາດຕາ 28(ໃໝ່) ລະບຽບ ການນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກຳນົດລະບຽບການນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກ ເພື່ອປົກປ້ອງ ສຸຂະພາບ, ຄວາມປອດໄພຂອງປະຊາຊົນ, ສິ່ງແວດລ້ອມ, ຊັບສິນຂອງຜູ້ຊົມໃຊ້ ແລະ ໃຫ້ສອດຄ່ອງກັບລະບຽບກົດໝາຍ ພາຍໃນ ແລະ ສາກົນ ດັ່ງນີ້:

1.  ລາຍການເຄື່ອງມື ແລະ ອຸປະກອນ ວັດແທກ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ຕິດຕາມ ແລະ ກວດກາ ຂອງອົງການຄຸ້ມຄອງວຽກງານວັດແທກ;

2.  ການປະຕິບັດງານດ້ານການວັດແທກ ແລະ ເງື່ອນໄຂດ້ານເຕັກນິກທີ່ຈຳເປັນ ຊຶ່ງໃຊ້ໄດ້ກັບເຄື່ອງມື ແລະ ອຸປະກອນ ວັດແທກ ຕ້ອງສອດຄ່ອງກັບສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;

3.  ການຄວບຄຸມ, ຕິດຕາມ ແລະ ກວດກາເຄື່ອງມື ແລະ ອຸປະກອນດັ່ງກ່າວ ຕ້ອງຮັບະກັນໃຫ້ຖືກຕ້ອງຕາມເປົ້າໝາຍການນຳໃຊ້, ລະບຽບການທີ່ຈຳເປັນຂອງການວັດແທກ ແລະ ມີການປົກປ້ອງ ເພື່ອບໍ່ໃຫ້ນຳໃຊ້ໃນທາງທີ່ບໍ່ຖືກຕ້ອງ ແລະ ມີການສໍ້ກົງ;

4.  ເຄື່ອມື ແລະ ອຸປະກອນ ວັດແທກ ທີ່ບໍ່ໄດ້ຕາມລະບຽບການຄວຄຸມຕ້ອງດັດແກ້ໃຫ້ຖືກຕ້ອງ ຫຼື ເກັບຄືນຈາກທ້ອງຕະຫຼາດ ຫຼື ເອົາອອກຈາກການນຳໃຊ້ຕາມແຕ່ລະກໍລະນີ;

5.  ການເຂົ້າເຖິງບາງສ່ວນ ຫຼື ການດຳເນີນງານຂອງເຄື່ອງມື ແລະ ອຸປະກອນວັດແທກເປັນຕົ້ນ ຊອບແວ ຕ້ອງໄດ້ຮັບການປ້ອງກັນດ້ວຍການຕິດກາໝາຍສະເພາະ ເພື່ອຫຼີກເວັ້ນກາດັດແກ້;

6.  ລະບຽບການນຳໃຊ້ເຄື່ອງມື ແລະ ອຸປະກອນວັດແທກ ຕ້ອງສອດຄ່ອງກັບລະບຽບການຂອງສາກົນ.

ໝວດທີ 4
ສິນຄ້າຫຸ້ມຫໍ່

ມາດຕາ 29 (ປັບປຸງ) ສິນຄ້າຫຸ້ມຫໍ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳນີນຸລກິດ ກ່ຽວກັບສິນຄ້າຫ້ມຫໍ່ ຢູ່ ສປປ ລາວຕ້ອງມີສະຫຼາກທີ່ສອດຄ່ອງກັບກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ, ນອກຈາກນັ້ນ ຍັງຕ້ອງກຳນົດຄ່າປະລິມານສຸດທິໃຫ້ສອດຄ່ອງກັບຫົວໜ່ວຍວັແທກ ຕາມທີໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

ມາດຕາ 30 ການກຳນົດຄ່າປະລິມານສຸດທິຂອງສິນຄ້າຫຸ້ມຫໍ່

ສິນຄ້າຫຸ້ມຫໍ່ ໃຫ້ກຳນົດຄາປະລິມານສຸດທິຕາມກໍລະນີ ດັ່ງນີ້:

1.  ຖ້າຫາກເປັນຂະໜາດ ໃຫ້ກຳນົດເປັນຄວາມຍາວ (ແມັດ);

2.  ຖ້າຫາກເປັນ ຕ່ອນ, ກ້ອນ, ຂອງແຂງ, ເຄິ້ງແຂງ ຫຼື ສິ່ງດັ່ງກ່າວປະສົມກັບຂອງແຫຼວ ໃຫ້ກຳນົດເປັນນ້ຳໜັກ (ກິໂລກຣາມ);

3.  ຖ້າຫາກເປັນຂອງແຫຼວ ຫຼື ເປັນອາຍ ໃຫ້ກຳນົດເປັນ ບໍລິມາດ (ລິດ, ແມັດກ້ອນ).

ມາດຕາ 31 (ໃໝ່) ເງື່ອນໄຂສຳລັບສິນຄ້າຫຸ້ມຫໍ່

ເງື່ອນໄຂສຳລັບສິນຄ້າຫຸ້ມຫໍ່ທີ່ວາງ ຈຳໜ່າຍຕາມທ້ອງຕະຫຼາດ ມີ ດັ່ງນີ້:

1.  ສິນຄ້າຫຸ້ມຫໍ່ ຕ້ອງຕິດສະຫຼາກ, ບົ່ງບອກຂະໜາດສິນຄ້າທ່ຖືກຫຸ້ມຫໍ່ ແລະ ຫົວໜ່ວຍຕາມການກຳນົດຂອງກົດໝາຍ, ສະຫຼາກຕ້ອງບົ່ງບອກຊື່ ແລະ ທີ່ຢູ່ຂອງໂຮງງານ, ຜູ້ຜະລິດ ຫຼື ຜູ້ນຳເຂົ້າ;

2. ປະລິມານສຸດທິຂອງສິນຄ້າທີ່ຖືກຫຸ້ມຫໍ່ ຕ້ອງໄດຮັບການກວດຄືນ ເຊັ່ນ ແຜນການເອົາຕົວຢ່າງ, ຂັ້ນຕອນການທົດສອບ, ວິທີການນຳໃຊ້ສະຖິຕິ, ບົດແນຳນຳທີ່ເໝາະສົມ ແລະ ເອກະສານອື່ນ ສຳລັບອົງການທີ່ກ່ຽວຂ້ອງຂອງລັດ ແລະ ຜູ້ຫຸ້ມຫໍ່;

3.  ສິນຄ້າຫຸ້ມຫໍ່ທີ່ນຳເຂົ້າ ຕ້ອງຕິດກາໝາຍຄວາມສອດຄ່ອງັບລະບຽບການວັດແທກຂອງຕ່າງປະເທດ ຫຼື ຕາມລະບົບກາໝາຍຄາມສອດຄ່ອງ ທີ່ອົງການຈັດຕັ້ງພາກພື້ນ ແລະ ສາກົນ ໄດ້ກຳນົດໄວ້.

ພາກທີ III
ສິດ ແລະ ພັນທະຂອງຜູ້ຜະລິດ, ຜູ້ຂາຍ ແລະ ຜູ້ບໍລິການ

 

ມາດຕາ 32 ສິດຂອງຜູ້ຜະລິດ, ຜູ້ຂາຍແລະ ຜູ້ບໍລິການ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ

ຜູ້ຜະລິດ, ຜູ້ຂາຍ ແລະ ຜູ້ບໍລິການ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ ມີສິດ ດັ່ງນີ້:

1.  ເລືອກຜູ້ໃຫ້ບໍລິການດ້ານການກວດກາຄືນ, ກວດທຽບ, ສອດທຽບ ແລະ ທົດສອບເພື່ອຄວບຄຸມ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ;

2.  ການສະເໜີຜູ້ໃຫ້ບໍລິການກວດຄືນ, ກວດທຽບ, ສອບທຽບ ແລະ ທັດສອບກ່ຽວກັບຜັນຂອງການບໍລິການ;

3.  ສະເໜີຕໍ່ອົງການຈັດຕັ້ງລັດ ກ່ຽວກັບການດຳເນີນດ້ານບໍລິຫານ ແລະ ການຕັດສິນໃຈດ້ານບໍລິຫານ ຕາມລະບຽບກົດໝາຍ;

4.  ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 33 (ປັບປຸງ) ພັນທະຂອງຜູ້ຜະລິດ, ຜູ້ຂາຍແລະ ຜູ້ບໍລິການ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ

ຜະລິດ, ຜູ້ຂາຍແລະ ຜູ້ບໍລິການ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ ມີພັນທະ ດັ່ງນີ້:

1. ປະຕິບັດຕາມຂັ້ນຕອນການຄວບຄຸມ ແມ່ແບບວັດແທກ, ເຄື່ອງມື ລະ ອຸປະກອນວັດແທກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້;

2. ໃຫ້ການຮ່ວມືແກ່ເຈົ້າໜ້າທີ່ກ່ຽວຂ້ອງຂອງລັດ ໃນເວລາປະຕິບັດໜ້າທີ່ກວດກາ ແລະ ກວດສອບຕາມລະບຽບກົດໝາຍ;

3.   ສະໜອງຂໍ້ມູນທີ່ຖືກຕ້ອງ ກ່ຽວກັບລາຍລະອຽດເຕັກນິກການວັດແທກຂອງແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ;

4.   ໃຫ້ຄຳແນະນຳທີ່ຖືກຕ້ອງແກ່ລູກຄ້າ ແລະ ຜູ້ຊົມໃຊ້ກ່ຽວກັບວິທີການໃນການຂົນສົ່ງ, ເກັບມ້ຽນ, ບຳລຸງຮັກສາ ແລະ ນຳໃຊ້ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັແທກ;

5.   ເສັຍຄ່າບໍການ ສຳລັບ ການກວດຄືນ, ການກວດທຽບ, ການສອບທຽບ ແລະ ການທົດສອບແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ;

6.   ຢັ້ງຢືນຫຼັກຖານການກວດຄືນ, ການກວດທຽບ, ການສອບທຽບ ແລະ ການທົດສອບແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ ຕາມຄວາມຕ້ອງການຂອງອົງການທ່ກ່ຽວຂ້ອງຂອງລັດ;

7.   ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ພາກທີ IV
ຂໍ້ຫ້າມ

 

ມາດຕາ 34(ປັບປຸງ) ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ

ຫ້າມຜູ້ດຳເນີນທຸລະກິດກ່ຽວກັບວຽກງານັດແທກ ມີພຶດຕິກຳ ດັ່ງນີ້: ໃຫ້ການຊ່ວຍເຫຼືອດ້ານວິຊາການແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດທັງ ຢູ່ ສູນກາງ ແລະ ທ້ອງຖິ່ນ;

1.  ສະໜອງ, ຂາຍ ຫຼື ສະເໜີຂາຍສິນຄ້າ ແລະ ບໍລິການ ໃນປະລິມານຕ່ຳກວ່າຄວາມຕ້ອງການຂອງຜູ້ຊື້ ຫຼື ຜູ້ຊົມໃຊ້;

2.  ຄອບຄອງ, ຕິດຕັ້ງ ຫຼື ນຳໃຊ້ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກທີ່ຢູ່ພາຍໃຕ້ການຄວບຄຸມ ຊຶ່ງບໍ່ໄດຕິດກາໝາຍຕມລະບຽບການ ຫຼື ບໍ່ປະຕິບັດຕາມະບຽບການກວດກາ;

3.  ສະແດງປະລິມານທີ່ຄິດໄລ່ ຫຼື ເຈດຕະນາຮັດໃຫ້ຜູ້ອື່ນເຂົ້ໃຈຜິດ ຫຼື ເປັນການຫຼອກລວງຜູ້ອື່ນ;

4.  ໂຄສະນາຂາຍສິນຄ້າ ທີ່ບໍ່ຖືກຕ້ອງທງດ້ານຈຳນວນ, ປະລິມານ ແລະ ນ້ຳໜັກ;

5.  ສະແດງການວັດແທກຄຸນນະພາບຂງສິນຄ້າ ທີ່ໃຊ້ກຳນົດລາຄາ ຫຼື ລະດັບຄຸນນະພາບ ຂອງສິນຄ້າບໍ່ຖືກຕ້ອງ;

6.  ລະເມີດລະບຽບການກ່ຽວກັບການວັດແທກ, ການບັນທຶກ, ການສົ່ງຂໍ້ມູນ, ລາຍການທີ່ໄດ້ບັນທຶກໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງານວັດແທກ;

7.  ລະເມີດການສະເໜີ ຫຼື ການແນະນຳຂອງເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງານວັດແທກ;

8.  ຂັດຂວາງ ຫຼື ຖ່ວງດຶງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງນວັດແທກ;

9.  ຕິດກາໝາຍຢັ້ງຢືນ ຫຼື ກາໝາຍການກວດຄືນ ທີ່ປອມແປງ ຫຼື ຜິດລະບຽບກົດໝາຍ;

10.  ລະເມີດລະບຽບກນກ່ຽວກັບການກວດຄືນ, ການກວດທຽບ, ການສອບທຽບ ແລະ ການທົດສອບ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປກອນ ວັດແທກ ຕມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້;

11.  ຖອນອຸປະກອນລ໋ອກ, ລອກ, ແກະ ສະຕິກເກີ, ກາໝາຍອອກຈາກແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນ ວັດແທກ ໂດຍບໍ່ໄດ້ຮັອະນຸຍາດຈາກອົງການທີ່ກ່ຽວຂ້ອງຂອງລັດ;

12.  ນຳເອົາຜົນການັດແທກທີ່ບໍ່ຖືກຕ້ອງ ຫຼື ແບບຫຼອກລວງ ລົງໂຄສະນາໃນສື່ມວນຊົນ;

13.  ມີພຶດຕິກຳອື່ນ ທີ່ເປັນການະເມີດລະບຽບກົດໝາຍ.

ມາດຕາ 35 (ປັບປຸງ) ຂໍ້ຫ້າມສຳລັບເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງານວັດແທກ

ຫ້າມເຈົ້າໜ້າທີ່ຄ້ມຄອງ ແລະ ກວດກາວຽກງານວັດແທກ ມີພຶດຕິກຳ ດັ່ງນີ້:

1.  ຂາດຄວມຮັບຜິດຊອບ ຫຼື ປະລະໜ້າທີ່ ຕໍ່ວຽກງານວັດແທກ;

2. ປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທຳ ຫຼື ລຳອຽງຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ;

3.  ທວງເອົາ, ຂໍເອົາ, ຮັບເອົາ ສິນບົນ ຫຼື ສວຍໃຊ້ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ ແລະ ຍາດຕິພີ່ນ້ອງ;

4.  ບັງຄັບ, ນາບຂູ່, ໃຊ້ຄວມຮຸນແຮງຕໍ່ບຸກຄົນອື່ນ ກ່ຽວກັບວຽກງານັດແທກ;

5.  ປອມແປງ, ແກ່ຍາວເວລາ ຫຼື ຖ່ວງດຶງເກະສານ ກ່ຽວກັບວຽກງານວັດແທກ;

6.  ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ V
ການແກ້ໄຂໍ້ຂັດແຍ່ງ

ມາດຕາ 36 ຫຼັກການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັແຍ່ງກ່ຽວກັບວຽກງານວັດແທກ ຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

1.  ສະເໝີພາບ;

2.  ເປັນທຳ;

3.  ວ່ອງໄວ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ.

ມາດຕາ 37 (ປັບປຸງ) ຮູບການແກ້ໄຂຂໍ້ຂັດແຍ່ງ

ຂໍ້ຂັດແບ່ງກ່ຽວກັບວຽກງານວັດແທກ ສາມາດແກ້ໄຂດ້ວຍຮູບການໃດໜຶ່ງ ດັ່ງນີ້:

1.  ການປະນີປະນອມ ແລະ ການໄກ່ເກັ່ຍ;

2.  ການແກ້ໄຂທາງດ້ານບໍລິຫານ;

3.  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງາງດ້ານເສດຖະກິດ;

4.  ການຮ້ອງຟ້ອງຕໍ່ສານປະຊາຊົນ;

5.  ການແກ້ໄຂຂໍຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 38 ການປະນີປະນອມ ແລະ ການໄກ່ເກັ່ຍ

ໃນກໍລະນີມີການຂັດແຍ່ງ ກ່ຽວກັບວຽກງານວັດແທກ ໃຫ້ຄູ່ກໍລະນີພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນ ດ້ວຍການປຶກສາຫາລື, ການປະນີປະນອມ ແລະ ການໄກ່ເກັ່ຍ ເພື່ອເຮັດໃຫ້ຂໍ້ຂັດແຍ່ງນັ້ນສິ້ນສຸດລົງ.

ມາດຕາ 39 (ປັບປຸງ) ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີມີຂໍຂັດແຍ່ງ ກ່ຽວກັບວຽກງານວັດແທກ ຄູ່ກໍລະນີ ມີສິດສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາແກ້ໄຂ ຕາມຄວາມຮັບຜິດຊອບຂອງຕົນ.

ມາດຕາ 40 (ປັບປຸງ) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີ ມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກ ຄູ່ກໍລະນີ ສາມາດແກ້ໄຂຂໍ້ຂັດແຍ່ງ ນັ້ນ ໂດຍຜ່ານອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມການຕົກລົງກັນ.

ມາດຕາ 41 ການຮ້ອງຟ້ອງຕໍ່ສານປະຊາຊົນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກ ຄູ່ກໍລະນີ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ຕາມລະບຽບກົດໝາຍ.

ມາດຕາ 42 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານວັດແທກທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງນັ້ນ ໃຫ້ອີງໃສ່ກົດໝາຍພາຍໃນປະເທດ ຫຼື ສັນຍາທີ່ໄດ້ຕົກລົງຮ່ວມກັນ ຫຼື ສັນຍາສາກົນ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

ພາກທີ VI
ການຄຸ້ມຄອງ ແລະ ກວດກາວຽກງານວັດແທກ

ໝວດທີ 1
ການຄຸ້ມຄອງວຽກງານວັດແທກ

ມາດຕາ 43 (ປັບປຸງ) ອົງການຄຸ້ມຄອງວຽກງານວັດແທກ

ລັດຖະບານ ຄຸ້ມຄອງວຽກງານວັດແທກຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການໃນການປະສານສົມທົບກັບກະຊວງອື່ນ ເປັນຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານວັດແທກ ປະກອບດ້ວຍ:

1.  ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;

2.  ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ;

3.  ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ, ເທດສະບານ.

ໃນກໍລະນີຈຳເປັນ ອາດສ້າງຕັ້ງໜ່ວຍວິຊາການວັດແທກ ປະຈຳບ້ານ, ສູນການຄ້າ, ຕະຫຼາດກໍໄດ້.

ມາດຕາ 44 (ປັບປຸງ) ສິດ ແລະ ໜ້າທີ່ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ໃນການຄຸ້ມຄອງວຽກງານວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.  ຄົ້ນຄ້ວາຍຸດທະສາດ, ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນການ ແລະ ໂຄງການກ່ຽວກັບວຽກງານວັດແທກ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ;

2.  ຜັນຂະຫຍາຍແຜນຍຸດທະສາດ, ນະໂຍບາຍຂອງລັດຖະບານ ກ່ຽວກັບວຽກງານວັດແທກ ໃຫ້ເປັນແຜນການ, ແຜນງານ ແລະ ໂຄງການຂອງຕົນ ພ້ອມທັງຊີ້ນຳການຈັດຕັ້ງປະຕິບັດ;

3.  ໂຄສະນາ, ເຜີຍແຜ່ລະບຽບກົດໝາຍ, ຈັດການຝຶກອົບຮົມ, ໃຫ້ຄຳປຶກສາທາງດ້ານວິຊາການ ກ່ຽວກັບວຽກງານວັດແທກໃນຂອບເຂດທົ່ວປະເທດ;

4.  ຮັບແຈ້ງການເກັບຮັກສາແມ່ແບບວັດແທກຂັ້ນໜຶ່ງ, ສ້າງ, ຜະລິດ, ເກັບຮັກສາ ແລະ ປັບປຸງ ແມ່ແບບວັດແທກ ແລະ ເຜີຍແຜ່ຫົວໜ່ວຍວັດແທກຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ;

5.  ຊີ້ນຳ ແລະ ຕິດຕາມການຄຸ້ມຄອງ ແລະ ການນຳໃຊ້ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກຢູ່ທ້ອງຖິ່ນ;

6.  ດຳເນີນກວດກາຄືນ, ການກວດທຽບ, ການທັດສອບ ຄວາມຖືກຕ້ອງຂອງ ແມ່ແບບວັດແທກ;

7.  ປະກາດໃຊ້, ປ່ຽນແປງໃບຢັ້ງຢືນ, ກາໝາຍ, ສະຕິກເກີ, ອຸປະກອນລ໋ອກ ເຄື່ອງມື ແລະ ອຸປະກອນວັດແທກ, ຍົກເລີກປະເພດການຢັ້ງຢືນດັ່ງກ່າວ;

8.  ຄົ້ນຄ້ວາມາດຕະການສະກັດກັ້ນ ການຈຳໜ່າຍສິນຄ້າ ທີ່ບໍ່ສອດຄ່ອງກັບເງື່ອນໄຂການວັດແທກ, ອອກຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ແລະ ລະບຽບການກ່ຽວກັບວຽກງານວັດແທກ;

9.  ສ້າງຕັ້ງພື້ນຖານວັດຖຸເຕັກນິກ ເພື່ອການທົດສອບ ແລະ ການຢັ້ງຢືນຄຸນນະພາບ;

10.  ປັບປຸງກົງຈັກການຈັດຕັ້ງຂັ້ນລຸ່ມຂອງຕົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;

11.  ພິຈາລະນາ ແລະ ແກ້ໄຂຄຳສະເໜີ ຂອງພາກສ່ວນຕ່າງໆ ກ່ຽວກັບວຽກງານວັດແທກ;

12.  ພົວພັນ, ຮ່ວມມືກັບສາກົນ ແລະ ເຂົ້າຮ່ວມກິດຈະກຳຂອງສາກົນໃນຂົງເຂດວຽກງານຢ່າງເປັນປົກກະຕິ;

13.  ປະເມີນຜົນ, ສະຫຼບ, ລາຍງານການຈັດຕັ້ງປະຕິບັດວຽກງານວັດແທກຕໍ່ລັດຖະບານຢ່າງເປັນປົກກະຕິ;

14.  ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 45 ສິດ ແລະ ໜ້າທີ່ຂອງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ

 ໃນການຄຸ້ມຄອງວຽກງານວັດແທກ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.  ຜັນຂະຫຍາຍແຜນຍຸດທະສາດ, ນະໂຍບາຍ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງມາເປັນແຜນການ ແລະ ໂຄງການ ກ່ຽວກັບວຽກງານວັດແທກ ພ້ອມທັງຈັດຕັ້ງປະຕິບັດ;

2.  ໂຄສະນາ, ເຜີຍແຜ່ລະບຽບກົດໝາຍ, ລະບຽບການຕ່າງໆ, ສະເໜີສ້າງ, ບຳລຸງ ແລະ ຍົກລະດັບພະນັກງານ ກ່ຽວກັບວັດແທກ;

3.  ຄຸ້ມຄອງ, ຕິດຕາມ ການຈັດຕັ້ງປະຕິບັດວຽກງານວັດແທກ;

4.  ສະໜອງຂໍ້ມູນຂ່າວສານ, ສະເໜີກໍ່ສ້າງພື້ນຖານໂຄງລ່າງທາງດ້ານວັດຖຸເຕັກນິກ ກ່ຽວກັບວຽກງານວັດແທກ;

5.   ດຳເນີນການຄຸ້ມຄອງ, ຕິດຕາມ ການນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກໃນຕະຫຼາດ, ສູນການຄ້າ ເພື່ອຮັບປະກັນໃຫ້ຜູ້ຊົມໃຊ້ໄດ້ຮັບການວັດແທກທີ່ເປັນທຳ ແລະ ມີການປະຕິບັດຕາມລະບຽບກົດໝາຍ ຢ່າງຄົບຖ້ວນ;

6.  ດຳເນີນການກວດຄືນ, ການກວດທຽບ, ການສອບທຽບ, ການທົດສອບ ຄວາມຖືກຕ້ອງຂອງເຄື່ອງມື ແລະ ອຸປະກອນ ວັດແທກ;

7.  ສະເໜີຍົກເລີກປະເພດການຢັ້ງຢືນທີ່ໄດ້ກຳນົດໄວ້ໃນມາດຕາ 25 ຂອງກົດໝາຍສະບັບນີ້ ຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພິຈາລະນາ;

8.  ພິຈາລະນາ ແລະ ແກ້ໄຂຄຳສະເໜີຂອງພາກສ່ວນຕ່າງໆ ກ່ຽວກັບວຽກງານວັດແທກ;

9.  ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຜະລິດ, ການນຳເຂົ້າ, ການນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກ;

10.  ພົວພັນ ແລະ ຮ່ວມມືກັບຕ່າງປະເທດໃນຂົງເຂດວຽກງານວັດແທກ ຕາມການມອບໝາຍຂອງຂັ້ນເທິງ;

11.  ປະເມີນຜົນ, ສະຫຼບ, ລາຍງານການຈັດຕັ້ງປະຕິບັດວຽກງານວັດແທກໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;

12.  ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 45 ສິດ ແລະ ໜ້າທີ່ຂອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ

ໃນການຄຸ້ມຄອງວຽກງານວັດແທກ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.  ຈັດຕັ້ງປະຕິບັດ ແຜນການ, ໂຄງການ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ກ່ຽວກັບວຽກງານວັດແທກ;

2.  ເຜີຍແຜ່ລະບຽບກົດໝາຍ, ລະບຽບການຕ່າງໆ, ສະເໜີສ້າງ, ບຳລຸງ ແລະ ຍົກລະດັບພະນັກງານ ກ່ຽວກັບວັດແທກ;

3.   ຄຸ້ມຄອງ, ຕິດຕາມ ການຈັດຕັ້ງປະຕິບັດວຽກງານວັດແທກ;

4.  ສະໜອງຂໍ້ມູນຂ່າວສານ, ສະເໜີກໍ່ສ້າງພື້ນຖານໂຄງລ່າງທາງດ້ານວັດຖຸເຕັກນິກ ກ່ຽວກັບວຽກງານວັດແທກ;

5.  ດຳເນີນການຄຸ້ມຄອງ, ຕິດຕາມ ການນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກໃນຕະຫຼາດ, ສູນການຄ້າ ເພື່ອຮັບປະກັນໃຫ້ຜູ້ຊົມໃຊ້ໄດ້ຮັບການວັດແທກທີ່ເປັນທຳ ແລະ ມີການປະຕິບັດຕາມລະບຽບກົດໝາຍ ຢ່າງຄົບຖ້ວນ;

6.  ພິຈາລະນາ ແລະ ແກ້ໄຂຄຳສະເໜີຂອງພາກສ່ວນຕ່າງໆ ກ່ຽວກັບວຽກງານວັດແທກ;

7.   ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນຄຸ້ມຄອງ, ນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກ ໃນກໍລະນີທີ່ມີຄວາມຈຳເປັນ;

8.   ປະເມີນຜົນ, ສະຫຼບ, ລາຍງານການຈັດຕັ້ງປະຕິບັດວຽກງານວັດແທກໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;

9.   ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 47 (ໃໝ໋) ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ

ໃນການຄຸ້ມຄອງວຽກງານວັດແທກ ຂະແໜງການອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ໃຫ້ການຮ່ວມມືກັບຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີໃນການຄວບຄຸມ ແລະ ຈັດຕັ້ງປະຕິບັດວຽກງານວັດແທກ ຕາມພາລະບົດບາດຂອງຕົນ.

ໝວດທີ 2
ການກວດກາວຽກງານວັດແທກ

ມາດຕາ 48 ອົງການກວດກາວຽກງານວັດແທກ

ອົງການກວດກາວຽກງານວັດແທກ ປະກອບດ້ວຍ:

1.  ອົງການກວດກາພາຍໃນ ຊຶ່ງແມ່ນອົງປະການດຽວກັນກັບອົງການຄຸ້ມຄອງວຽກງານວັດແທກ ຕາມ່ໄດ້ກນົດໄວ້ມາດຕາ 43 ຂອງກົດໝາຍສະບັບນີ້;

2.  ອົງການກວດກາພາຍນອກ ຊຶ່ງມີສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ປະຊາຊົນ.

ມາດຕາ 49 ສິດ ແລະ ໜ້າທີ່ ຂອງອົງການກວດກາພາຍໃນ

ອົງການກວດກາພາຍໃນກ່ຽວກັບວຽກງານວັດແທກ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.   ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບການວັດແທກ;

2.   ເຂົ້າຮ່ວມໃນການດຳເນີນການສືບສວນ-ສອບສວນ ຄະດີກ່ຽວກັບງານວັດແທກ;

3.   ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາການປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບການວັດແທກ;

4.   ສະຫຼຸບຜົນຂອງການປະຕິບັດວຽກງານກວດກາ ແຕລະໄລຍະ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;

5.   ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 50 ສິດ ແລະ ໜ້າທີ່ຂອງອົງການກວດກາພາຍນອກ

ອົງການກວດກາພາຍນອກ ມີ ສິດ ແລະ ໜ້າທີ່ ກວດກາການຈັດຕັ້ງປະຕິບັດວຽກງານວັດແທກຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ 51 ເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງານວັດແທກ

ເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງານວັດແທກຂັ້ນສູງກາງ ແມ່ນ ພະນັກງານສັງກັດລັດທີ່ຂຶ້ນກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງຖືກແຕ່ງຕັ້ງໂດຍລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກວຽກງານວັດແທກຂັ້ນທ້ອງຖິ່ນ ແມ່ນ ພະນັກງານສັງກັດລັດທີ່ຂຶ້ນກັບພະແນກ ຫຼື ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຂັ້ນແຂວງ ຫຼື ຂັ້ນເມືອງ ຊຶ່ງຖືກແຕ່ງຕັ້ງໂດຍຫົວໜ້າພະແນກ ຫຼື ຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີຂັ້ນແຂວງ ຫຼື ຂັ້ນເມືອງ.

ເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງານວັດແທກ ປະຕິບັດ ສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 49 ຂອງກົດໝາຍສະບັບນີ້.

ມາດຕາ 52 (ໃໝ່) ເນື້ອໃນການກວດກາວຽກງານວັດແທກ

ເນື້ອໃນການກວດກາວຽກງານວັດແທກ ແມ່ນ ການຄວບຄຸມກິດຈະການຕ່າງໆ ເປັນຕົ້ນການຜະລິດ, ການນຳເຂົ້າ, ການຈຳໜ່າຍ, ການຕິດຕັ້ງ, ການນຳໃຊ້, ການບຳລຸງຮັກສາ, ການສ້ອມແປງເຄື່ອງມື ແລະ ອຸປະກອນ ວັດແທກ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ກ່ຽວກັບການວັດແທກ.

ມາດຕາ 53 ການກວດກາຄວາມຖືກຕ້ອງຂອງພາຫະນະວັດແທກ

 ການກວດກາຄວາມຖືກຕ້ອງຂອງພາຫະນະວັດແທກ ແມ່ນ ການກວດກາພາຫະນະວັດແທກ ເພື່ອໃຫ້ມີຄວາມປອດໄພ ແລະ ສອດຄ່ອງກັບລະບຽບການ ກ່ອນການນຳໃຊ້ ແລະ ການບໍລິການ.

ການກວດກາພາຫະນະວັດແທກ ໃຫ້ປະຕິດບັດ ດັ່ງນີ້:

1.  ວາງຈຳໜ່າຍໃນຕະຫຼາດ, ສູນການຄ້າ ແລະ ນຳໃຊ້ເຂົ້າໃນການບໍລິການ;

2.  ມີສະຫຼາກທີ່ຂຽນເປັນພາສາ ຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້;

3.  ໄດ້ຜ່ານການປະເມີນຄວາມສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ.

 ມາດຕາ 54 ຮູບການການກວດກາວຽກງານມາດຕະຖານ

ການກວດກາວຽກງານວັດແທກ ມີ ສາມຮູບການ ດັ່ງນີ້:

1.  ການກວດກາ ຕາມແຜນການປົກກະຕິ;

2.  ການກວດກາ ນອກແຜນການ ໂດຍມີການແຈ້ງລ່ວງໜ້າ;

3.  ການກວດກາ ແບບກະທັນຫັນ.

ການກວດກາຕາມແຜນການປົກກະຕິ ແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາແນ່ນອນ.

ການກວດການອກແຜນການໂດຍມີການແຈ້ງລ່ວງໜ້າ ແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ມາດຕາ 55 (ໃໝ່) ການປະເມີນຄວາມສອດຄ່ອງຂອງວຽກງານວັດແທກ

ໃນກໍລະນີທີ່ຕ້ອງການຂໍ້ມູນການທົດສອບ ແລະ ຜົນການກວດທຽບ ໃຫ້ອະນຸຍາດນຳໃຊ້ຫ້ອງທົດລອງທີ່ມີການຮັບຮອງແລ້ວເທົ່ານັ້ນ ເພື່ອດຳເນີນການປະເມີນຄວາມສອດຄ່ອງ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີສິດແຕ່ງຕັ້ງການຈັດຕັ້ງຂອງລັດ ຫຼື ຂອງເອກະຊົນທີ່ມີຄວາມສາມາດພຽງພໍ ເພື່ອດຳເນີນການປະເມີນຄວາມສອດຄ່ອງ, ການກວດສອບ ຫຼື ການກວດກາການປະຕິບັດລະບຽບກົດໝາຍກ່ຽວກັບການວັດແທກ. ການຈັດຕັ້ງດັ່ງກ່າວ ຕ້ອງມີຄວາມຍຸຕິທຳ ແລະ ຕ້ອງປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ.

ການແຕ່ງຕັ້ງການຈັດຕັ້ງດັ່ງກ່າວ ໃຫ້ປະຕິບັດຕາມຂັ້ນຕອນຂອງສາກົນຕາມການກຳນົດຂອງ “ກອງປະຊຸມການຮັບຮອງສາກົນ” (IAF) ແລະ ຂອງ “ອົງການຮັບຮອງຫ້ອງທົດລອງສາກົນ” (ILAC) ຫຼື ຕາມການຮັບຮອງ ຂອງອົງການຢັ້ງຢືນຂອງຕ່າງປະເທດໃດໜຶ່ງທີ່ໄດ້ຮັບການຮັບຮອງຕາມຂັ້ນຕອນຂອງ (IAF) ແລະ ILAC.

ພາກທີ VII
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 56 ນະໂຍບາຍຕໍ່ຜູ່ມີຜົນງານ

ບຸກຄົນ, ນິຕິບຸກົຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບການວັດແທກ ເປັນຕົ້ນ ການປະຕິບັດວຽກງານວັດແທກຢ່າງເຂັ້ມງວດ ແລະ ມີປະສິດທິພາບ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 57 ມາດຕະການຕໍ່ຜູ່ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍກ່ຽວກັບການວັດແທກ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ.

ມາດຕາ 58 ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານມາດຕະຖານເປັນຄັ້ງທຳອິດໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສັຍຫາຍທີ່ມີມູນຄ່າຕ່ຳກວ່າ 500.000ກີບ (ຫ້າແສນ ກີບ) ຈະຖືກຕັກເຕືອນ, ສຶກສາອົບຮົມ.

ມາດຕາ 59 ມາດຕະການທາງວິໄນ

ພະນັກງານ ແລະ ເຈົ້າໜ້າທີ່ຄຸ້ມຄອງ ແລະ ກວດກາວຽກງານວັດແທກ ທີ່ລະເມີດກົດໝາຍສະບັບນີ້ ແລະ ຂໍ້ຫ້າມທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າບໍ່ເກີນຫ້າແສນກີບ, ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຄວາມຜິດຂອງຕົນ ຈະຖືກລົງວິໄນ ເຊັ່ນ ຕິຕຽນ, ກ່າວເຕືອນຄວາມຜິດ ຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ໃນສຳນວນເອກະສານຊີວະປະຫວັດຂອງຜູ້ກ່ຽວ.

ໃນກໍລະນີທີ່ເຫັນວ່າການກະທຳຜິດນັ້ນ ມີລັກສະນະຮ້າຍແຮງ, ກໍ່ຄວາມເສັຍຫາຍທີ່ມີມູນຄ່າເກີນກວ່າ ຫ້າແສນຂື້ນໄປ, ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຄວາມຜິດ ກໍຈະຖືກລົງວິໄນຕາມແຕ່ລະກໍລະນີ ດັ່ງນີ້:

1.  ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;

2.  ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ;

3.  ໃຫ້ອອກຈາກລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ້ຖືກລົງວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ 60 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍສະບັບນີ້ ໂດຍເຈຕະນາ ຫຼື ດ້ວຍຄວາມບໍ່ລະມັດລະວັງເປັນຄັ້ງທີສອງ ຊຶ່ງບໍ່ເປັນການກຳທຳຜິດທາງອາຍາຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສັຍຫາຍ.

ມາດຕາ 61 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝ!ຍສະບັບນີ້ ແລະ ຂໍ້ຫ້າມ ຊຶ່ງໄດ້ກໍ່ຄວາມເສັຍຫາຍແກ່ຜູ້ອື່ນ ຈະຕ້ອງໃຊ້ແທນຄ່າເສັຍຫາຍ ຕາມມູນຄ່າຕົວຈິງທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 62 ມາດຕະການທາງອາຍາ

ບຸກຄົນ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.

ມາດຕາ 63 ມາດຕະການໂທດເພີ່ມ

ນອກຈາກໂທດຕົ້ນຕໍ ທີ່ໄດ້ກຳນົດໄວ້ໃນມາດຕາ 62 ຂອງກົດໝາຍສະບັບນີ້ ຜູ້ກະທຳຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມ ເຊັ່ນ ໂຈະ ຫຼື ຖອນໃບອະນຸຍາດ, ໂຈະການນຳໃຊ້ເຄື່ອງມື ແລະ ອຸປະກອນ ວັດແທກ.

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 123 ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 54 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍ ເຫດທາງລັດຖະການ ສິບຫ້າວັນ.

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍການວັດແທກ ສະບັບເລກທີ 07/ສພຊ ລົງວັນທີ 20 ທັນວາ 2010.

ຂໍ້ກຳນົດ, ບົດບັນຍັດໃດທີ່ຂັດ ກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

(ເຊັນ ແລະ ປະທັບຕາ)
ປານີ ຢາທໍ່ຕູ້

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການວັດແທກ (ສະບັບປັບປຸງ), ເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.