ເພື່ອສ້າງຄວາມເຊື່ອໝັ້ນ  ແລະ ປົກປ້ອງພາບພົດຂອງຜະລິດຕະພັນກະສິກຳ ແລະ ປ່າໄມ້ ເວົ້າລວມ, ເວົ້າສະເພາະການຜະລິດພືດຜັກເປັນສີນຄ້າ ຢູ່ ສປປ ລາວ ທີ່ກຳລັງມີທ່າອ່ຽງສົ່ງອອກໄປຕ່າງປະເທດ ນັບມື້ນັບຂະຫຍາຍໂຕ ຊຶ່ງເປັນທີ່ຍອມຮັບ ຂອງຕະຫຼາດ ພາກພື້ນ ແລະ ສາກົນ. ເພື່ອຫຼີກເວັ້ນຜົນກະທົບ ຕໍ່ ຜະລິດຕະພັນພືດຜັກຂອງ ສປປ ລາວ ໄປຍັງ ບັນດາປະເທດສະຫະພາບເອີຣົບ ພ້ອມທັງຮັບປະກັນການປະຕິບັດຕາມມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ຂອງສົນທິສັນຍາປ້ອງກັນພືດສາກົນ (International Standards for Phytosanitary Measures of International Plant Protection Convention: ISPMs, IPPC) ແລະ ລະບຽບການນຳເຂົ້າດ້ານສຸຂານາໄມພືດ ຂອງສະຫະພາບເອີຣົບ. ທ່ານ​ລັດຖະມົນ​ຕີ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ອອກ ຄຳສັ່ງ ກ່ຽວກັບ ການເພີ້ມທະວີຄວາມເຂັ້ມງວດໃນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ສຳລັບ ພືດ ແລະ ຜະລິດຕະພັນພືດ ສົ່ງອອກ ໄປຍັງ ບັນດາປະເທດສະຫະພາບເອີຣົບ (EU), ເລກທີ 0419/ກປ, ລົງວັນທີ 13 ມີນາ 2015.

ໂດຍອີງຕາມ ແຈ້ງການ ຂອງຄະນະກຳມະທິການ ອີຢູ ກ່ຽວກັບ ສຸຂະພາບ ແລະ ຜູ້ຊົມໃຊ້ ສະບັບເລກທີ (2015) 709661, ລົງວັນທີ 19/02/2015 (Ref. Ares (2015) 709661 – 19/2/2015) ແລະ ອີງຕາມບົດລາຍງານ ຂອງກົມປູກຝັງ ສະບັບ ​ເລກທີ 024/ກປຝ, ລົງ​ວັນ​ທີ 27/2/2015.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.