ເນື່ອງຈາກວ່າ ໃນປັດຈຸບັນການຄ້າພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໄດ້ຫັນໄປສູ່ ຕາມຫຼັກການຂອງອົງການການຄ້າໂລກ ໂດຍສະເພາະແມ່ນການນຳໃຊ້ມາດຕະການສຸຂານາໄມພືດໃນການຄຸ້ມຄອງສິນຄ້າກະສິກຳລະຫວ່າງປະເທດ ເປັນຕົ້ນແມ່ນການວິໄຈຄວາມສ່ຽງສັດຕູພືດ ກ່ອນການອອກອະນຸຍາດໃຫ້ນຳເຂົ້າພືດ ແລະ ຜະລິດຕະພັນພືດ ໄປຍັງ ສສ ຫວຽດນາມ. ສະນັ້ນ,​ຈຶ່ງຮຽກຮ້ອງໃຫ້ບັນດາປະເທດສົ່ງອອກ ຕ້ອງນໍາສົ່ງຂໍ້ມູນມາດຕະການສຸຂານາໄມພືດຕົວຈິງ ທຸກໆຂັ້ນຕອນເລີ່ມແຕ່ຂອດປູກໄປຈົນເຖິງສົ່ງອອກ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ໄປຍັງ ສສ ຫວຽດນາມ ໃຫ້ມີຄວາມສອດຄ່ອງຕາມສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ລະບຽບການນໍາເຂົ້າດ້ານສຸຂານາໄມພືດຂອງ ສສ ຫວຽດນາມ. ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກ ແຈ້ງການ ກ່ຽວກັບ ການວິໄຈຄວາມສ່ຽງສັດຕຸພືດ ສຳລັບພືດ ແລະ ຜະລິດຕະພັນພືດ ກ່ອນການນຳເຂົ້າໄປຍັງ ສສ ຫວຽດນາມ, ເລກທີ 0754/ກປຝ, ລົງວັນທີ 30 ເມສາ 2015 ໂດຍອິງຕາມແຈ້ງການ ເລກທີ 30/2014/TT-BNNPTNT, ລົງວັນທີ 5/9/2014, ຂອງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.