ຈຸ​ດປະສົງ​ຂອງ​ກອງ​ປະຊຸມ ​ແມ່ນ​ເພື່ອ​ທົບ​ທວນຄືນ​ ການຈັດຕັ້ງປະຕິບັດ​ ວຽກງານ​ສະໜອງຂໍ້​ມູນ​ ໃຫ້​ແກ່​ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ ຂອງ​ສປປ ລາວ ​ໃນ​ໄລຍະ 1 ປີ ຜ່ານ​ມາ. ພ້ອມ​ນີ້, ກໍ່​ຈະ​ນຳສະ​ເໜີ ກ່ຽວກັບ ຫົວ​ຂໍ້​ຕ່າງໆ ດັ່ງ​ລຸ່ມ​ນີ້:

1. ນໍາ​ສະ​ເໜີວິທີ​ການ​ນຳ​ໃຊ້ ​ອີ​ເມ​ວ @laotradeportal.gov.la ​ແລະ ຝຶກ​ຫັດ​ນຳ​ໃຊ້;

2. ນໍາ​ສະ​ເໜີ ກະດານ​ສົນທະນາ Forum ​ແລະ ຝຶກ​ຫັດ​ນຳ​ໃຊ້;

3. ນໍາ​ສະ​ເໜີກ່ຽວກັບ NTR ​ແລະ ATR

​​ໃນ​ກອງ​ປະ​ຊຸມ​ຄັ້ງນີ້ ຈະ​ໄດ້​ເຊື້ອ​ເຊີນ​ບັນດາ​ຈຸດ​ປະສານ​ງານ LTP ພາຍ​ໃຕ້​ສະມາ​ຊິກ​ກອງ​​ເລຂາ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ແລະ ຜູ້ຕາງໜ້າຈາກ​ຂະ​ແໜງການ​ກ່ຽວຂ້ອງ​ເຂົ້່າຮ່ວມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.