ຂໍ້​ລິ​ເລີ່ມ​ໃນ​ການ​ກວດກາ​ຢູ່​ຈຸດ​ດຽວນີ້ ຈະ​ເປັນ​ການ​ອຳ​ນວ​ຍຄວາມ​ສະດວກ ​ແລະ ​ເຊື່ອມ​ໂຍງ ການ​ຜ່ານ​ແດນ​ຢ່າງ​ເປັນ​ທາງ​ການ ​ແລະ ບັນດາ​ຂັ້ນຕອນ​ຕ່າງໆ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ.​ເຊິ່ງ​ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນ​ມີ​ຂຶ້ນຫຼັງຈາກ ລາວ ​ແລະ ຫວຽດນາ​ມ ​ໄດ້ເປີດ​ນຳ​ໃຊ້ການ​ກວດກາ​ຢູ່​ຈຸດ​ດຽວຢູ່​ດ່ານ​ຊາຍ​ແດນ ສະ​ຫວັນ-​ລາວ​ບາ​ວ.

​ຮູບ​ແບບການ​ກວດກາຢູ່​ຈຸດ​ດຽວ​ແມ່ນ​ມີ​ຈຸດປະສົງ​ເພື່ອຫຼຸດຂັ້ນຕອນການ​ຂໍອະນຸຍາດ, ​ເອກະສານຈຳ​ເປັນ​ອື່ນໆຢູ່​ດ່ານ. ລະບົບ​ນີ້ ຈະຊ່ວຍ​ໃຫ້​ນັກ​ທຸລະ​ກິດ​ແຈ້ງຂາ​ເຂົ້າ-ຂາ​ອອກ​ ເມື່ອມີ​ການ​ເຄື່ອນຍ້າຍຜ່ານ​​ເຂົ້າ ​ແລະ ອອກ​ຈາກ​ປະ​ເທດ​ຂອງ​ຕົນ​ຜ່ານ​ຈຸດ​ບໍລິການດຽວ.

ລັດຖະບານ​ໃນ​ບັນດາ​ປະ​ເທດພາ​ກພື້ນໄດ້​ຊຸກຍູ້​​ໃຫ້ມີ​ການ​ແນະນຳ​ລະບົບ​ດັ່ງກ່າວ ​ເພື່ອ​ສົ່ງ​ເສີມ​ໃຫ້​ແກ່​ລະບົບ​ການ​ຂົນ​ສົ່ງ​ສິນຄ້າ. ​ໃນ​ກອງ​ປະຊຸມ​ສູດ​ຍອດ ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ​ຄັ້ງທີ 6 ທີ່​ວຽງຈັນ​ໃນ​ເດືອນ​ມີນາ ​ປີ 2013 ທີ່​ຜ່ານ​ມາ, ບັນດາ​ຜູ້ນຳ​ໄດ້​ເຫັນ​ດີ​ວ່າ​ການ​ກວດກາ​ຢູ່​ຈຸດ​ດຽວ ​ແມ່ນ​ຄວນ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ການ​ຜ່ານ​​ແດນ​ເພື່ອ​ເພີ່ມ​ການ​ເຊື່ອ​ມຕໍ່ ​ແລະ ອຳ​ນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະ ການ​ຂົນ​ສົ່ງ ລະຫວ່າງ 4 ປະ​ເທດ.

ກອງ​ປະຊຸມ​ທີ່​ບາງກອກນີ້ ​ກໍ​ໄດ້​ຍົກ​ເຂດ​ເສດ​ຖະກິດຜ່ານ​ຊາຍ​ແດນ ​ເພື່ອ​ເປັນ​ການ​ເລັ່ງການ​ຂັບ​ເຄື່ອນ ບັນດາ 10 ປະ​ເທດ​ອາຊຽນ​ເຂົ້າ​​ເປັນໜຶ່ງ​ດຽວກັນ ​ເພື່ອ​​ເປັນ​ຮາກ​ຖານ​ການເຊື່​ອມ​ໂຍງ​ປະຊາ​ຄົມ​ເສດຖະກິດ​ອາຊຽນ. ນອກຈາກ​ນີ້ ກໍ​ຈະ​​ເປັນ​ການ​ສ້າງຕ່ອງ​ໂສ້ ​ແລະ ​ເປັນ​ການ​ຍົກ​ສູງ​ການ​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ອາຊີຕາ​ເວັນ​ອອກສຽງ​ໃຕ້.

​ໃນ​ແລວທາງ​ເສດຖະກິດ​ຕາ​ເວັນ​ອອກ, ​ເຊິ່ງ​ມີ​ຄວາມ​ຍາວ 1,320 ກິ​ໂລ​​ແມັດ ​ເຊິ່ງ​ເປັນ​ດິນ​ເຊື່ອມ​ຕໍ່ລະຫວ່າງ​ທະ​ເລຈີນຕອນ​ໃຕ້ ​ແລະ ທະ​ເລ​ອັນ​ດາ​ມັນ, ​​ແມ່ນ​ເປັນ​ຈຸດ​ເລີ່ມຕົ້ນທີ່​ມີ​ເປົ້າໝາຍສະໜັບສະໜູນການ​ພັດທະນາ ​ແລະ ການ​​​ເຊື່ອມ​ລະຫວ່າງ ​ໄທ, ມຽນມາ, ລາວ ​ແລະ ຫວຽດນາມ.

ແຫຼ່ງທີ່​ມາ: ໜັງສື​ພິມ ວຽງຈັນ​ທາມ​ສ໌

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.