ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ປະທານປະເທດ    ເລກທີ 034 /ປປທ
ນະຄອນຫຼວງວຽງຈັນ, ວັນທີ 30 ມັງກອນ 2015  

ລັດຖະດໍາລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ

  • ອີງຕາມ ລັດຖະທໍາມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI ມາດຕາ 67 ຂໍ້ 1;
  • ອີງຕາມ ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 014/ສພຊ, ລົງວັນທີ 22 ທັນວາ 2014;
  • ອີງຕາມ ໜັງສືສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 06/ຄປຈ, ລົງວັນທີ 22 ມັງກອນ 2015.

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ:

ມາດຕາ 1. ປະກາດໃຊ້ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ.

ມາດຕາ 2. ລັດຖະດໍາລັດສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ປະທານປະເທດ ແຫ່ງ ສປປ ລາວ

(ເຊັນ ແລະ ປະທັບຕາ)
ຈູມມາລີ ໄຊຍະສອນ

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ        ເລກທີ 014 /ສພຊ

ມະຕິຕົກລົງ
ຂອງ
ສະພາແຫ່ງຊາດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບເອົາ ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ

     ອີງຕາມມາດຕາ 53 ຂໍ້ 2 ຂອງລັດຖະທໍາມະນູນ ແລະ ມາດຕາ 3 ຂໍ້ 1 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ.

      ພາຍຫຼັງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ໃນວາລະກອງປະຊຸມຕອນບ່າຍຂອງວັນທີ 22 ທັນວາ 2014

ກອງປະຊຸມໄດ້ຕົກລົງ:

ມາດຕາ 1 ຮັບຮອງເອົາກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ດ້ວຍຄະແນນສຽງເຫັນດີ      ເປັນສ່ວນຫຼາຍ.

ມາດຕາ 2 ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ນະຄອນຫຼວງວຽງຈັນ, ວັນທີ 22 ທັນວາ 2014

ປະທານສະພາແຫ່ງຊາດ

(ເຊັນ ແລະ ປະທັບຕາ)
ປານີ ຢາທໍ່ຕູ້

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ   ເລກທີ 55 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 22 ທັນວາ 2014

ກົດໝາຍ
ວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຄື່ອນໄຫວ, ຄຸ້ມຄອງ, ຕິດຕາມກວດກາ ທຸລະກິດ ແລະ ທຸລະກໍາ ເງິນຕາຕ່າງປະເທດ ເພື່ອໃຫ້ມີປະສິດທິພາບ, ຖືກຕ້ອງ, ແນໃສ່ຍົກສູງຄຸນຄ່າ ແລະ ສະເຖຍລະພາບ ຂອງເງິນຕາແຫ່ງຊາດ, ສົ່ງເສີມການຈໍລະຈອນສິນຄ້າ-ເງິນຕາ ພາຍໃນປະເທດ, ເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2 ການຄຸ້ມຄອງເງິນຕາຕ່າງປະເທດ

ເງິນຕາຕ່າງປະເທດ ແມ່ນ ສະກຸນເງິນ ຂອງປະເທດອື່ນ ຊຶ່ງມີ ທະນະບັດ, ເງິນຫຼຽນ, ແຊັກ, ບັດຊໍາລະ, ພັນທະບັດແລກເງິນ, ພັນທະບັດລັດຖະບານ, ພັນທະບັດວິສາຫະກິດ, ໃບຮຸ້ນ, ເອກະສານມີຄ່າອື່ນ ແລະ ຄໍາທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ.

ການຄຸ້ມຄອງເງິນຕາຕ່າງປະເທດ ແມ່ນ ການຄຸ້ມຄອງການເຄື່ອນໄຫວທຸລະກິດ ແລະ ທຸລະກໍາເງິນຕາຕ່າງປະເທດ ຂອງຜູ່ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ກ່ຽວກັບເງິນຕາຕ່າງປະເທດ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1.  ເງິນຕາ ໝາຍເຖິງສະກຸນເງິນກີບ ແລະ ສະກຸນເງິນຕາຕ່າງປະເທດ;

2.  ອັດຕາແລກປ່ຽນ ໝາຍເຖິງ ຄ່າຂອງເງິນສະກຸນໜຶ່ງທຽບໃສ່ຄ່າຂອງເງິນສະກຸນອື່ນ;

3.   ອັດຕາແລກປ່ຽນອ້າງອີງ ໝາຍເຖິງ ອັດຕາແລກປ່ຽນ ທີ່ທະນາຄານ ແຫ່ງ ສປປ ລາວ ກໍານົດອອກ ເພື່ອເປັນບ່ອນອີງໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ;

4.  ສິນເຊື່ອການຄ້າ ໝາຍເຖິງ ສັນຍາຊື້ສິນຄ້າ ແລະ ບໍລິການແບບຕິດໜີ້;

5.  ຮ້ານແລກປ່ຽນເງິນຕາ ໝາຍເຖິງ ຫົວໜ່ວຍທຸລະກິດທີ່ໃຫ້ບໍລິການແລກປ່ຽນເງິນຕາ;

6.  ການຖືຄອງ ໝາຍເຖິງ ການຮັກສາເງິນຕາໄວ້ດ້ວຍຕົນເອງ;

7.  ຜູ່ມີພູມລໍາເນົາຢູ່ ສປປ ລາວ ໝາຍເຖິງ:

  • ພົນລະເມືອງລາວທີ່ຢູ່ ສປປ ລາວ;
  • ພົນລະເມືອງລາວ ທີ່ໄປສຶກສາ, ທ່ອງທ່ຽວ, ຢ້ຽມຢາມ ແລະ ປິ່ນປົວສຸຂະພາບ ຢູ່ ຕ່າງປະເທດ;
  • ເຈົ້າໜ້າທີ່ ຫຼື ພະນັກງານລາວ ທີ່ປະຈໍາຢູ່ສະຖານທູດ, ສະຖານກົງສຸນລາວ ແລະ ອົງການຈັດຕັ້ງສາກົນ ຢູ່ ຕ່າງປະເທດ;
  • ພົນລະເມືອງລາວ ທີ່ໄປຢູ່ຕ່າງປະເທດ ບໍ່ເກີນ ໜຶ່ງປີ;
  • ອົງການຈັດຕັ້ງຂອງລັດ ແລະ ສະມາຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວຢູ່ພາຍໃນ ແລະ ຕ່າງປະເທດ;
  • ບຸກຄົນ ແລະ ນິຕິບຸກຄົນລາວ ຫຼື ຕ່າງປະເທດ ທີ່ ຢູ່ ສປປ ລາວ ເຊິ່ງໄດ້ຮັບອານຸຍາດດໍາເນີນທຸລະກິດ ແລະ ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ ລວມທັງຫ້ອງການຕົວແທນ ຂອງນິຕິບຸກຄົນດັ່ງກ່າວ ທີ່ຕັ້ງຢູ່ປະເທດ ບໍ່ເກີນ ໜຶ່ງປີ;
  • ຄົນຕ່າງປະເທດ ທີ່ເຄື່ອນໄຫວວຽກງານຢູ່ ສປປ ລາວ ເກີນ ໜຶ່ງປີ ເຊິ່ງບໍ່ແມ່ນເຈົ້າໜ້າທີ່ ຫຼືພະນັກງານຂອງສະຖານທູດ, ສະຖານກົງສຸນຂອງຕ່າງປະເທດ ຫຼືອົງການຈັດຕັ້ງສາກົນ;
  • ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢ່າງຖາວອນ ຢູ່ ສປປ ລາວ.

8. ຜູ່ບໍ່ມີພູມລໍາເນົາ ຢູ ສປປ ລາວ ໝາຍເຖິງ:

  • ບຸກຄົນ ແລະ ນິຕິບຸກຄົນ ຕ່າງປະເທດ ທີ່ຢູ່ຕ່າງປະເທດ;
  • ຄົນຕ່າງປະເທດທີ່ມາສຶກສາ, ທ່ອງທ່ຽວ, ຢ້ຽມຢາມ ແລະ ປິ່ນປົວສຸຂະພາບ ຢູ່ ສປປ ລາວ;
  • ສະຖານທູດ, ສະຖານກົງສຸນຂອງຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ ຫຼື ພະນັກງານ ຕ່າງປະເທດ ຂອງອົງການຈັດຕັ້ງດັ່ງກ່າວ, ທີ່ປຶກສາ, ຜູ່ຊ່ຽວຊານຕ່າງປະເທດ ທີ່ມາປະຈໍາຢູ່ ສປປ ລາວ ລວມທັງຄອບຄົວຂອງພວກກ່ຽວ;
  • ຄົນຕ່າງປະເທດ ທີ່ມາຢູ່ ສປປ ລາວ ບໍ່ເກິນໜຶ່ງປີ;
  • ຫ້ອງການຕົວແທນຂອງນິຕິບຸກຄົນຕ່າງປະເທດ ທີ່ຕັ້ງຢູ່ ສປປ ລາວ ບໍ່ເກີນ ໜຶ່ງປີ;
  • ພົນລະເມືອງລາວ ທີ່ໄປຢູ່ຕ່າງປະເທດ ເກີນກວ່າໜຶ່ງປີ ຊຶ່ງບໍ່ແມ່ນການໄປສຶກສາ ຫຼື ປິ່ນປົວສຸຂະພາບ.

9. ທຸລະກໍາ ໝາຍເຖິງ ການເຄື່ອນໄຫວທາງດ້ານເງິນຕາ ກ່ຽວກັບການຊື້-ຂາຍ, ການແລກປ່ຽນ, ການກູ້ຢືມ, ການໂອນ, ການຝາກ, ການຖອນ, ການຊໍາລະ, ການນໍາເຂົ້າ-ອອກ ແລະ ການເຄື່ອນໄຫວອື່ນໆ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ

ລັດ ຄຸ້ມຄອງວຽກງານເງິນຕາຕ່າງປະເທດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນສະເຖຍລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ດ້ວຍການກໍານົດນະໂຍບາຍເງິນຕາທີ່ຄ່ອງຕົວ, ສ້າງເງື່ອນໄຂສະດວກ, ປະກອບປຸກຄະລາກອນ, ສະໜອງງົບປະມານ ແລະ ວັດຖຸປະກອນ ໃຫ້ແກ່ອົງການທີ່ມີສິດກ່ຽວຂ້ອງ ຕາມຄວາມເໝາະສົມ.

ລັດ ຊຸກຍູ້, ປຸກລະດົມ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ເຂົ້າຮ່ວມໃນການເຄື່ອນໄຫວ ແລະ ຄຸ້ມຄອງເງິນຕາຕ່າງປະເທດ.

ລັດ ເອົາໃຈໃສ່ໂຄສະນາ, ສຶກສາອົບຮົມ, ສະໜອງຂໍ້ມູນ ຂ່າວສານໃຫ້ທົ່ວປວງຊົນດ້ວຍຫຼາຍຮູບການ ເພື່ອສ້າງຈິດສໍານຶກ ໃຫ້ສັງຄົມນໍາໃຊ້ເງິນກີບ ແລະ ເງິນຕາຕ່າງປະເທດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 5 ຫຼັກການກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ

ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ປະຕິບັດຕາມຫຼັການຕົ້ນຕໍ ດັ່ງນີ້:

1.  ຮັບປະກັນການຄຸ້ມຄອງຂອງລັດ ກ່ຽວກັບວຽກງານເງິນຕາຕ່າງປະເທດແບບລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;

2.   ຮັບປະກັນສະເຖຍລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ;

3.   ຮັບປະກັນຄວາມເປັນເອກະລາດດ້ານເງິນຕາແຫ່ງຊາດ;

4.   ຮັບປະກັນການຊໍາລະພາຍໃນ ແລະ ຕ່າງປະເທດ ມີຄວາມຄ່ອງຕົວ.

ມາດຕາ 6 ພັນທະໃນການຄຸ້ມຄອງເງິນຕາຕ່າງປະເທດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວທຸລະກິດ ແລະ/ຫຼື ດໍາເນີນທຸລະກິດ ຢູ່ ສປປ ລາວ ມີພັນທະໃນການຄຸ້ມຄອງເງິນຕາຕ່າງປະເທດ, ໃຫ້ການຮ່ວມມື ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດ.

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວທຸລະກິດ ແລະ/ຫຼື ດໍາເນີນທຸລະກໍາເງິນຕາຕ່າງປະເທດ ຢູ່ ສປປ ລາວ.

ມາດຕາ 8 ການຮ່ວມມືສາກົນ

ລັດ ສົ່ງເສີມ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ດ້ວຍການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ ແລະ ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

ພາກທີ II
ການເຄື່ອນໄຫວກ່ຽວກັບເງິນຕາຕ່າງປະເທດ

ໝວດທີ 1
ການຄອບຄອງ, ການນໍາໃຊ້ ແລະ ການແລກປ່ຽນ ເງິນຕາ ຢູ່ ສປປ ລາວ

ມາດຕາ 9 ການຄອບຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ

ຜູ່ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດຄອບຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການຖືຄອງ ແລະ/ຫຼື ເປີດບັນຊີເງິນຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ.

ມາດຕາ 10 ການນໍາໃຊ້ເງິນຕາ ຢູ່ ສປປ ລາວ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວທຸລະກິດ ແລະ/ຫຼື ດໍາເນີນທຸລະກໍາ ຢູ່ ສປປ ລາວ ສາມາດນໍາໃຊ້ເງິນຕາຕ່າງປະເທດ ຕາມເປົ້າໝາຍດັ່ງນີ້:

1.  ຊໍາລະຄ່າສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ;

2.  ຊໍາລະຄ່າບໍລິການ ທີ່ຕິດພັນກັບສິນຄ້າຂາເຂົ້າ-ຂາອອກໂດຍກົງ ເຊັ່ນ ຄ່າຂົນສົ່ງຜ່ານແດນ, ຄ່າປະກັນໄພ, ຄ່າຝາກສາງຜ່ານແດນ ແລະ ຄ່າບໍລິການອື່ນໆ;

3.  ຊໍາລະໜີ້ເງິນກູ້ ແລະ ສິນເຊື່ອການຄ້າໃຫ້ຕ່າງປະເທດ;

4.  ໃຫ້ການຊ່ວຍເຫຼືອແກ່ຕ່າງປະເທດ ຕາມການຕົກລົງຂອງລັດຖະບານ;

5.  ໂອນເງິນກໍາໄລ, ເງິນປັນຜົນ, ຕົ້ນທຶນ, ດອກເບ້ຍ, ຄ່າບໍລິການອື່ນ ຂອງນັກລົງທຶນຕ່າງປະເທດ ແລະ ຄ່າແຮງງານຂອງຄົນຕ່າງປະເທດ ກັບຄືນປະເທດ ຫຼື ໄປປະເທດທີສາມ;

6.  ໂອນເງິນໄປລົງທຶນຢູ່ຕ່າງປະເທດ;

7.  ສຶກສາ, ທ່ອງທ່ຽວ, ຢ້ຽມຢາມ ແລະ ປິ່ນປົວສຸຂະພາບ ຢູ່ ຕ່າງປະເທດ;

8.  ປະຕິບັດເປົ້າໝາຍອື່ນ ຕາມລະບຽບການທີ່ທະນາຄານແຫ່ງ ສປປ ລາວ ວາງອອກ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕ້ອງນໍາໃຊ້ເງິນກີບ ເຂົ້າໃນການຊື້-ຂາຍ, ຮັບຊໍາລະ ແລະ ຊໍາລະຄ່າສິນຄ້າ, ຄ່າບໍລິການ, ຊໍາລະໜີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ລັດ, ກໍານົດມູນຄ່າ, ການຕິດປະກາດ ແລະ ໂຄສະນາລາຄາສິນຄ້າ, ຄ່າບໍລິການ ແລະ ອື່ນໆ ໃນ ສປປ ລາວ ເປັນເງິນກີບ ຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກລັດຖະບານ.

ມາດຕາ 11 ການແລກປ່ຽນເງິນຕາ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວທຸລະກິດ ແລະ/ຫຼື ດໍາເນີນທຸລະກໍາ ຢູ່ ສປປ ລາວ ທີ່ມີຈຸດປະສົງປ່ຽນເງິນຈາກສະກຸນໜຶ່ງ ເປັນເງິນສະກຸນອື່ນຕ້ອງແລກປ່ຽນເງິນຕານໍາທະນາຄານທຸລະກິດ ຫຼື ຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອານຸຍາດຈາກ ທະນາຄານແຫ່ງ ສປປ ລາວ ເທົ່ານັ້ນ.

ກະຊວງການເງິນ ສະມາດແລກປ່ຽນເງິນຕານໍາລະບົບທະນາຄານ ເພື່ອຊໍາລະກັບຕ່າງປະເທດ.

ມາດຕາ 12 ການກໍານົດອັດຕາແລກປ່ຽນ

ທະນາຄານແຫ່ງ ສປປ ລາວ ນໍາໃຊ້ລະບົບອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ດ້ວຍການກໍານົດອັດຕາແລກປ່ຽນອ້າງອີງໃນແຕ່ລະວັນ ເພື່ອໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ນໍາໄປກໍານົດອັດຕາແລກປ່ຽນຂອງຕົນ.

ໝວດທີ 2
ການໂອນເງິນຕາຕ່າງປະເທດ
ແລະ ການນໍາເງິນຕາປັນເງິນສົດ ເຂົ້າ-ອອກ ສປປ ລາວ

ມາດຕາ 13 ການໂອນເງິນຕາຕ່າງປະເທດ

ຜູ່ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດໂອນເງິນຕາຕ່າງປະເທດ ເຂົ້າ ສປປ ລາວ ໂດຍບໍ່ຈໍາກັດຈໍານວນ. ສໍາລັບການໂອນເງິນຕາຕ່າງປະເທດ ອອກ ສປປ ລາວ ໃຫ້ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ແລະ ສອດຄ່ອງກັບມາດຕາ 10 ວັກໜຶ່ງ ຂອງກົດໝາຍສະບັບນີ້.

ມາດຕາ 14 ການນໍາເງິນຕາເປັນເງິນສົດ ເຂົ້າ-ອອກ ສປປ ລາວ

ຜູ່ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດນໍາເງິນຕາເປັນເງິນສົດເຂົ້າ ສປປ ລາວ ຕາມຈໍານວນທີ່ທະນາຄານ ແຫ່ງ ສປປ ລາວ ກໍານົດ, ຖ້າເກີນຈໍານວນດັ່ງກ່າວ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ເພື່ອອອກເອກະສານຢັ້ງຢືນ.

ຜູ່ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດນໍາເງິນຕາເປັນເງິນສົດອອກ ສປປ ລາວ ຕາມຈໍານວນທະນາຄານ ແຫ່ງ ສປປ ລາວ ກໍານົດ, ຖ້າເກີນຈໍານວນດັ່ງກ່າວ ຕ້ອງຂໍອານຸຍາດຈາກທະນາຄານ ແຫ່ງ ສປປ ລາວ, ໃນກໍລະນີມີເອກະສານຢັ້ງຢືນກ່ຽວກັບການນໍາເງິນຕາເຂົ້າ ສປປ ລາວ ສາມາດແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ເພື່ອນໍາເງິນຕານັ້ນອອກ ສປປລາວ.

ໝວດທີ 3
ການເປີດບັນຊີ ແລະ ການນໍາໃຊ້ເງິນຕາໃນບັນຊີເງິນຝາກ

ມາດຕາ 15 ການເປີດບັນຊີ ແລະ ການນໍາໃຊ້ເງິນຕາໃນບັນຊີເງິນຝາກ ຢູ ສປປ ລາວ

ຜູ່ມີ ແລະ ບໍ່ມີພູມລໍາເນົາຢູ່ ສປປ ລາວ ສາມາດເປີດບັນຊີເງິນຝາກ, ຖອນ ແລະ ຮັບດອກເບ້ຍເປັນເງິນຕາຕ່າງປະເທດ ນໍາທະນາຄານທຸລະກິດ ຢູ່ ສປປ ລາວ.

ຜູ່ບໍ່ມີພູມລໍາເນົາຢູ່ ສປປ ລາວ ທີ່ມີເງິນຕາຕ່າງປະເທດ ສາມາດເປີດບັນຊີເງິນຝາກ ເປັນເງິນກີບໂດຍຜ່ານການແລກປ່ຽນເງິນຕາຕ່າງປະເທດ ນໍາທະນາຄານທຸລະກິດ ແລະ ສາມາດຖອນ, ຮັບດອກເບ້ຍເປັນເງິນກີບ ແລະ ນໍາໃຊ້ເງິນກີບໃນບັນຊີນັ້ນແລກປ່ຽນປັນເງິນຕາຕ່າງປະເທດໄດ້.

ມາດຕາ 16 ການເປີດບັນຊີເງິນຝາກຢູ່ຕ່າງປະເທດ

ຜູ່ມີພູມລໍາເນົາຢູ ສປປ ລາວ ສາມາດເປີດບັນຊີເງິນຝາກຂອງຕົນ ຢູ່ ຕ່າງປະເທດ ຕາມການອານຸຍາດຂອງທະນາຄານແຫ່ງ ສປປ ລາວ ເຂົ້າໃນເປົ້າໝາຍດັ່ງນີ້:

1.  ທຸລະກິດຜ່ານແດນ ເປັນຕົ້ນ ການຂົນສົ່ງທາງບົກ, ທາງອາກາດ ແລະ ທາງນ້ຳ, ການໄປສະນີ, ການປະກັນໄພ, ການທ່ອງທ່ຽວ, ການນໍາແຮງງານອອກ ແລະ ການຮັບເໝົາໂຄງການຢູ່ຕ່າງປະເທດ;

2.  ການຮອງຮັບເງິນກູ້ ແລະ ຊໍາລະເງິນກູ້ ລວມທັງ ສິນເຊື່ອການຄ້າ ກັບຕ່າງປະເທດ;

3.  ການສ້າງຕັ້ງສາຂາ ຫຼື ຫ້ອງການຜູ່ຕາງໜ້າ ຢູ່ ຕ່າງປະເທດ ຕາມການອານຸຍາດຂອງ ອົງການທີ່ກ່ຽວຂ້ອງ;

4.  ການລົງທຶນຢູ່ຕ່າງປະເທດ;

5.  ເປົ້າໝາຍອື່ນ ຕາມລະບຽບການຂອງທະນາຄານແຫ່ງ ສປປ ລາວ.

ສໍາລັບນັກສຶກສາ, ນັກການທູດ ແລະ ພະນັກງານທີ່ຖືກມອບໝາຍ ໃຫ້ໄປເຮັດວຽກຢູ່ຕ່າງປະເທດ ສາມາດເປີດບັນຊີເງິນຝາກຢູ່ຕ່າງປະເທດ ໂດຍບໍ່ຕ້ອງຂໍອານຸຍາດຈາກທະນາຄານ ແຫ່ງ ສປປ ລາວ.

ມາດຕາ 17 ລາຍຮັບເປັນເງິນຕາຕ່າງປະເທດ

ຜູ່ມີພູມລໍາເລົາ ຢູ່ ສປປ ລາວ ທີ່ດໍາເນີນທຸລະກິດກັບຕ່າງປະເທດ ຊຶ່ງມີລາຍຮັບເປັນເງິນຕາຕ່າງປະເທດ ຕ້ອງໂອນລາຍຮັບເຂົ້າບັນຊີຂອງຕົນ ທີ່ເປີດຢູ່ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ.

ທຸກລາຍຮັບງົບປະມານແຫ່ງລັດ ທີ່ເປັນເງິນຕາຕ່າງປະເທດ ໃຫ້ຝາກໄວ້ຢູ່ທະນາຄານ ແຫ່ງ ສປປ ລາວ, ເມື່ອຕ້ອງການນໍາໃຊ້ຢູ່ພາຍໃນປະເທດ ຕ້ອງຂາຍເງິນຕາຕ່າງປະເທດ ໃຫ້ທະນາຄານ ແຫ່ງ ສປປ ລາວ ຕາມອັດຕາແລກປ່ຽນຂອງທະນາຄານ ແຫ່ງ ສປປ ລາວ ທີ່ປະກາດໃຊ້ໃນແຕ່ລະວັນ.

ໝວດທີ 4
ການດໍາເນີນທຸລະກິດເງິນຕາຕ່າງປະເທດ

ມາດຕາ 18 ທຸລະກິດເງິນຕາຕ່າງປະເທດ

ທຸລະກິດເງິນຕາຕ່າງປະເທດ ປະກອບດ້ວຍ ທຸລະກິດແລກປ່ຽນເງິນຕາ ແລະ ທຸລະກິດນໍາເຂົ້າ-ສົ່ງອອກຄໍາທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ.

ມາດຕາ 19 ການຂໍອານຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດ

ບຸກຄົນ ຫຼືນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນທຸລະກິດເງິນຕາຕ່າງປະເທດ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບຂໍອານຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດ ນໍາຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ຮັບອານຸຍາດຈາກທະນາຄານ ແຫ່ງ ສປປ ລາວ.

ສໍາລັບເງື່ອນໄຂການຂໍອະນຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 20 ການພິຈາລະນາຂໍອະນຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດ

ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບຂໍອະນຸຍາດດໍາເນີນທຸລະກິດຈາກຂະແໜງການອຸດສາຫະກໍາ ແລະ ການຄ້າແລ້ວ ທະນາຄານແຫ່ງ ສປປ ລາວຈະຄົ້ນຄວ້າ ແລະ ພິຈາລະນາພາຍໃນກໍານົດເວລາ ສິບຫ້າວັນ ລັດຖະການ ສໍາລັບທຸລະກິດແລກປ່ຽນເງິນຕາ ແລະ ສາມສິບວັນລັດຖະການ ສໍາລັບທຸລະກິດນໍາເຂົ້າ-ສົ່ງອອກຄໍາທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ ນັບແຕ່ວັນໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ.

ພາກທີ III
ການກູ້ຢືມເງິນ, ເງິນຊ່ວຍເຫຼືອລ້າ ແລະ ການນໍາທຶນເຂົ້າ-ອອກ ສປປ ລາວ

ໝວດທີ 1
ການກູ້ຢືມ ແລະ ການຊ່ວຍເຫຼືອລ້າ

ມາດຕາ 21 ການກູ້ຢືມເງິນຈາກຕ່າງປະເທດຂອງລັດຖະບານລາວ

ກະຊວງການເງິນ ເປັນຜູ່ຕາງໜ້າລັດຖະບານ ໃນການເຊັນສັນຍາກູ້ຢືມເງິນ ຫຼື ອອກໜັງສືຄ້ຳປະກັນໃນການກູ້ຢືມເງິນຈາກຕ່າງປະເທດ ຂອງລັດຖະບານ ແລະ ມີໜ້າທີ່ຄຸ້ມຄອງ ຕິດຕາມ ກວດກາການຈັດຕັ້ງປະຕິບັດສັນຍາກູ້ຢືມ ລວມທັງເປີດບັນຊີເງິນຝາກຂອງລັດຖະບານ ຢູ່ ຕ່າງປະເທດ, ການນໍາໃຊ້ເງິນກູ້ຂອງລັດຖະບານ ພ້ອມທັງແຈ້ງການກູ້ຢືມເງິນດັ່ງກ່າວ ໃຫ້ທະນາຄານແຫ່ງ ສປປ ລາວ ຢ່າງເປັນລາຍລັກອັກສອນ.

ເງິນກູ້ຢືມຈາກຕ່າງປະເທດຂອງລັດຖະບານ ຕ້ອງລວມສູນເຂົ້າບັນຊີເງິນຝາກຂອງກະຊວງການເງິນ ຫຼື ບັນຊີໂຄງການຂອງລັດຖະບານ ທີ່ເປີດໄວ້ນໍາທະນາຄານແຫ່ງ ສປປ ລາວ ເງິນກູ້ດັ່ງກ່າວສາມາດນໍາໃຊ້ຊໍາລະກັບຕ່າງປະເທດໂດຍກົງ ຫຼື ແລກປ່ຽນເອົາເງິນກີບນໍາທະນາຄານ ແຫ່ງ ສປປ ລາວ ເພື່ອນໍາໃຊ້ຢູ່ພາຍໃນປະເທດ.

ມາດຕາ 22 ການຄຸ້ມຄອງເງິນຊ່ວຍເຫຼືອລ້າ

ກະຊວງການເງິນ ມີໜ້າທີ່ຄຸ້ມຄອງຢ່າງລວມສູນ ແລະ ສະຫຼຸບ ສັງລວມມູນຄ່າການຊ່ວຍເຫຼືອລ້າ ຈາກຕ່າງປະເທດ ລວມທັງການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ທີ່ເປັນເງິນ ແລະ ວັດຖຸ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສໍາລັບເງິນຊ່ວຍເຫຼືອລ້າທີ່ເປັນເງິນຕາຕ່າງປະເທດ ຕ້ອງນໍາເຂົ້າມາລວມສູນຢູ່ໃນບັນຊີເງິນຝາກຂອງກະຊວງການເງິນ ທີ່ເປີດໄວ້ນໍາທະນາຄານ ແຫ່ງ ສປປ ລາວ.

ກະຊວງການເງິນ ມີໜ້າທີ່ຕິດຕາມ, ກວດກາ ແລະ ສະຫຼຸບ ສັງລວມມູນຄ່າການຊ່ວຍເຫຼືອລ້າໃຫ້ແກ່ຕ່າງປະເທດ ຂອງລັດຖະບານ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງອົງການຈັດຕັ້ງສັງຄົມ ຂອງ ສປປ ລາວ.

ມາດຕາ 23 ການໃຫ້ກູ້ ຫຼື ຮັບເງິນກູ້ ແລະ ສິນເຊື່ອການຄ້າ ກັບຕ່າງປະເທດ

ຜູ່ມີພູມລໍາເນົາ ຢູ່ ສປປ ລາວ ກ່ອນໃຫ້ກູ້ ຫຼື ຮັບເງິນກູ້ ແລະ ສິນເຊື່ອການຄ້າ ກັບຕ່າງປະເທດຕ້ອງຂໍອານຸຍາດຈາກທະນາຄານແຫ່ງ ສປປ ລາວ ຊຶ່ງທຸລະກິດດັ່ງກ່າວ ຕ້ອງດໍາເນີນຜ່ານລະບົບທະນາຄານ ພ້ອມທັງລາຍງານໃຫ້ທະນາຄານແຫ່ງ ສປປ ລາວ ກ່ຽວກັບການຊໍາລະສະສາງເງິນກູ້ ແລະ ສິນເຊື່ອການຄ້ານັ້ນ ຈົນກວ່າຈະຄົບຖ້ວນຕາມສັນຍາ.

ໝວດທີ 2
ການນໍາທຶນເຂົ້າ-ອອກ ສປປ ລາວ

ມາດຕາ 24 ການນໍາທຶນເຂົ້າມາລົງທຶນຂອງຕ່າງປະເທດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຂອງຕ່າງປະເທດ ທີ່ມີຈຸດປະສົງມາລົງທຶນຢູ່ ສປປ ລາວ ຕ້ອງນໍາເງິນທຶນເຂົ້າມາຜ່ານລະບົບທະນາຄານ ແລະ ເປີດບັນຊີເງິນຝາກນໍາທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ. ການນໍາທຶນທີ່ເປັນເງິນຕາຕ່າງປະເທດ ແລະ ເປັນວັດຖຸ ເຂົ້າມາຕົວຈິງນັ້ນ ຕ້ອງນໍາເອກະສານມາຢັ້ງຢືນ ນໍາທະນາຄານ ແຫ່ງ ສປປ ລາວ ຕາມລະບຽບການ.

ທຶນເປັນວັດຖຸ ແມ່ນ ມູນຄ່າຂອງວັດຖຸປະກອນທີ່ຜູ່ລົງທຶນໄດ້ຊື້ ແລະ ຊໍາລະຢູ່ຕ່າງປະເທດ ແລ້ວນໍາເຂົ້າມາຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເພື່ອຮັບໃຊ້ການດໍາເນີນທຸລະກິດໂດຍກົງ. ສ່ວນວັດຖຸທີ່ນຳເຂົ້າ ໂດຍນຳໃຊ້ເງິນຢູ່ພາຍໃນ ສປປ ລາວ ຊຳລະ ຈະບໍ່ຖືວ່າແມ່ນທຶນເປັນວັດຖຸ. ການແຈ້ງທຶນເປັນວັດຖຸ ຕ້ອງມີເອກະສານທີ່ຕິດພັນກັບການນຳເຂົ້າວັດຖຸປະກອນ ຈາກພາກສ່ວນທີ່ກ່ຽວຂ້ອງຕາມລະບຽບການ.

ໃນກໍລະນີນຳທຶນເຂົ້າມາລົງທຶນເປັນເງິນສົດ ຕ້ອງມີໃບຢັ້ງຢືນແຈ້ງເງິນສົດຈາກເຈົ້າໜ້າທີ່ພາສີປະຈຳດ່ານ ແລະ ເອກະສານທີ່ກ່ຽວຂ້ອງ.

ມາດຕາ 25 ການນຳທຶນອອກໄປລົງທຶນຢູ່ຕ່າງປະເທດ

ຜູ່ມີພູມລຳເນົາ ຢູ່ ສປປ ລາວ ທີ່ຕ້ອງການນຳທຶນອອກໄປລົງທຶນຢູ່ຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ບົນພື້ນຖານການເຫັນດີຈາກອົງການທີ່ກ່ຽວຂ້ອງ.

ພາກທີ IV
ດຸນຊຳລະກັບຕ່າງປະເທດ

ມາດຕາ 26 ດຸນຊຳລະກັບຕ່າງປະເທດ

ດຸນຊຳລະກັບຕ່າງປະເທດ ແມ່ນ ການແລກປ່ຽນກິດຈະກຳທາງດ້ານເສດຖະກິດ ລະ  ຫ່ວາງຜູ່ມີ ແລະ ຜູ່ບໍ່ມີພູມລຳເນົາ ຢູ່ ສປປ ລາວ ເປັນຕົ້ນ ການຊື້-ຂາຍ, ແລກປ່ຽນສິນຄ້າ ແລະ ບໍລິການ, ການໂອນເງິນຊ່ວຍເຫຼືອ, ການໂອນກຳມະສິດ ແລະ ໜີ້ສິນ, ການກູ້ຢືມ ແລະ ການຊຳລະຄືນ, ການໄຫຼເຂົ້າ-ອອກຂອງເງິນທຶນ ລະຫ່ວາງປະເທດ ໃນໄລຍະໃດໜຶ່ງ.

ມາດຕາ 27 ການສັງລວມສະຖິຕິ ແລະ ສ້າງແຜນດຸນຊຳລະກັບຕ່າງປະເທດ

ທະນາຄານ ແຫ່ງ ສປປ ລາວ ມີໜ້າທີ່ສັງລວມສະຖິຕິ ແລະ ສ້າງແຜນ ດຸນຊຳລະກັບຕ່າງປະເທດ ຂອງລະບົບເສດຖະກິດແຫ່ງຊາດ ເພື່ອຄຸ້ມຄອງເສດຖະກິດມະຫາພາກ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ຜູ່ມີ ແລະ ບໍ່ມີພູມລຳເນົາ ຢູ່ ສປປ ລາວ ທີ່ມີລາຍຮັບ-ລາຍຈ່າຍ ເປັນເງິນຕາຕ່າງປະເທດຕ້ອງໃຫ້ຄວາມຮ່ວມມື, ສະຫຼຸບ ແລະ ລາຍງານຂໍ້ມູນໃຫ້ທະນາຄານ ແຫ່ງ ສປປ ລາວ.

ພາກທີ V
ຂໍ້ຫ້າມ

ມາດຕາ 28 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດເຄື່ອນໄຫວທຸລະກິດ ແລະ ດຳເນີນທຸລະກິດ ຢູ່ ສປປ ລາວ ມີພຶດຕິກຳ ດັ່ງນີ້:

1.   ຮັບຊຳລະ ແລະ ຊຳລະຄ່າສິນຄ້າ, ຄ່າບໍລິການ, ຊຳລະໜີ້, ເບີກຈ່າຍເງິນ ເດືອນ, ປະຕິບັດພັນທະຕໍ່ລັດ, ກຳນົດມູນຄ່າໃນສັນຍາ, ຕິດປະກາດ ແລະ ໂຄສະນາ ລາຄາ ແລະ ຄ່າອື່ນ ໃນ ສປປ ລາວ ເປັນເງິນຕາຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ;

2.   ດຳເນີນທຸລະກິດເງິນຕາຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ;

3.    ແລກປ່ຽນເງິນຕາ ກັບບຸກຄົນ, ນິຕິບຸກຄົນ ແລະ/ຫຼື ຫົວໜ່ວຍທຸລະກິດ ທີ່ບໍ່ໄດ້ຮັບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຕາມກົດໝາຍ ແລະ ລະບຽບການ;

4.   ກຳນົດ ແລະ ຕິດປະກາດ ອັດຕາແລກປ່ຽນ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ;

5.   ປັ່ນປ່ວນອັດຕາແລກປ່ຽນ ທີ່ສົ່ງຜົນເສັຍຫາຍຕໍ່ລະບົບເສດຖະກິດຂອງປະເທດ;

6.   ນຳເງິນຕາເປັນເງິນສົດ ທີ່ມີມູນຄ່າເກີນລະບຽບການກຳນົດໄວ້ ເຂົ້າ ສປປ ລາວ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ອອກ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ;

7.   ເປີດບັນຊີເງິນຝາກຢູ່ຕ່າງປະເທດ ໂດຍບໍ່ສອດຄ່ອງກັບມາດຕາ 16 ຂໍ້ 1 ຫາ 5 ຂອງກົດໝາຍສະບັບນີ້;

8.   ໃຫ້ກູ້ ຫຼື ຮັບເງິນກູ້ ແລະ ສິນເຊື້ອການຄ້າ ກັບຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ;

9.   ປິດບັງຄວາມຜິດ ຫຼື ໃຫ້ການຮ່ວມມືໃນການກະທຳຜິດ ກ່ຽວກັບເງິນຕາ;

10.   ຂັດຂວາງ, ປະຕິເສດການຮ່ວມມື ກັບເຈົ້າໜ້າທີ່ກ່ຽວຂ້ອງ ໃນການເຄື່ອນ ໄຫວວຽກງານຄຸ້ມຄອງເງິນຕາຕ່າງປະເທດ;

11. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝ!ຍ ແລະ ລະບຽບການກ

ມາດຕາ 29 ຂໍ້ຫ້າມສຳລັບຜູ່ດຳເນີນທຸລະກິດເງິນຕາຕ່າງປະເທດ

ຫ້າມຜູ່ດຳເນີນທຸລະກິດເງິນຕາຕ່າງປະເທດ ມີພຶດຕິກຳ ດັ່ງນີ້:

1.   ເຄື່ອນໄຫວທຸລະກິດເງິນຕາຕ່າງປະເທດ ໂດຍບໍ່ສອດຄ່ອງກັບກົດໝ!ຍ ແລະ ລະບຽບການ ຫຼື ຂອບເຂດທີ່ໄດ້ຮັບອະນຸຍາດ;

2.   ໃຫ້ສິນບົນ ແກ່ເຈົ້າໜ້າທີ່ ຫຼື ພະນັກງານຂອງລັດ;

3.    ປິດບັງຂໍ້ມູນ, ລາຍງານຂໍ້ມູນບໍ່ຖືກຕ້ອງ ຫຼື ປອມແປງເອກະສານໃນການດຳເນີນທຸລະກິດເງິນຕາຕ່າງປະເທດ;

4.   ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 30 ຂໍ້ຫ້າມສຳລັບເຈົ້າໜ້າທີ່ ຫຼື ພະນັກງານ ຂອງລັດ

ຫ້າມເຈົ້າໜ້າທີ່ ຫຼື ພະນັກງານ ຂອງລັດ ມີພຶດຕິກຳ ດັ່ງນີ້:

1.  ດຳເນີນທຸລະກິດ, ເປັນທີ່ປຶກສາ, ເປັນພະນັກງານວິຊາການ ໃຫ້ແກ່ຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດເງິນຕາຕ່າງປະເທດ ທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ;

2.  ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ກ່ອນໄດ້ຮັບອະນຸຍາດ;

3.  ທວງເອົາ, ຂໍເອົາ, ຮັບສິນບົນ, ລຳອຽງ, ກົດໜ່ວງຖ່ວງດຶງ, ສົມຮູ້ຮ່ວມຄິດ, ປອມແປງເອກະສານກ່ຽວກັບວຽກງານເງິນຕາຕ່າງປະເທດ;

4.  ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ແລະ/ຫຼື ໝູ່ຄະນະ ກ່ຽວກັບເງິນຕາຕ່າງປະເທດ ລວມທັງການດຳເນີນທຸລະກິດທີ່ກ່ຽວຂ້ອງ;

5.  ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ, ຕໍ່ພຶດຕິກຳທີ່ບໍ່ຖືກຕ້ອງຂອງຜູ່ດຳເນີນທຸລະກິດເງິນຕາຕ່າງປະເທດ;

6.  ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 31 ຮູບການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດ ໃຫ້ດຳເນີນຕາມຮູບການໃດໜື່ງ ດັ່ງນີ້:

1.   ການແກ້ໄຂດ້ວຍການປະນີປະນອມກັນ;

2.   ການແກ້ໄຂທາງບໍລິຫານ

3.   ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

4.   ການແກ້ໄຂໂດຍສານປະຊາຊົນ;

5.   ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 32 ການແກ້ໄຂດ້ວຍການປະນີປະນອມກັນ

ໃນກໍລະນີມີຂໍ້ຂັດແບ່ງກ່ຽວກັບເງິນຕາຕ່າງປະເທດ ລວມທັງການດຳເນີນທຸລະກິດເງິນຕາຕ່າງປະເທດ ຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ດ້ວຍການປຶກສາຫາລື ແລະ ປະນີປະນອມກັນ ເພື່ອໃຫ້ຕ່າງຝ່າຍໄດ້ຮັບຜົນປະໂຫຍດ.

ມາດຕາ 33 ການແກ້ໄຂທາງບໍລິຫານ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດ ລວມທັງການດຳເນີນທຸລະກິດເງິນຕາຕ່າງປະເທດ ທີ່ມີລັກສະນະບໍລິຫານ ຊຶ່ງຢູ່ພາຍໃຕ້ຂອບເຂດຄວາມຮັບຜິດຊອບຂອງທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຄູ່ກໍລະນີສາມາດສະເໜີຕໍ່ຂະແໜງການດັ່ງກ່າວ ເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ 34 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດ ລວມທັງການດຳເນີນທຸລະກິດເງິນຕາຕ່າງປະເທດ ຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຍັດແຍ່ງທາງດ້ານເສດຖະກິດ ເມື່ອມີການຕົກລົງກັນເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ 35 ການແກ້ໄຂໂດຍສານປະຊາຊົນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດ ລວມທັງການດຳເນີນທຸລະກິດເງິນຕາຕ່າງປະເທດ ຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສີນຕາມກົດໝາຍ.

ມາດຕາ 36 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດ ທີ່ມີລັກສະນະສາກົນ ໃຫ້ປະຕິບັດຕາມກົດໝາຍຂອງ ສປປ ລາວ ຫຼື ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ VII
ການຄຸ້ມຄອງ ແລະ ກວດກາ ວຽກງານເງິນຕາຕ່າງປະເທດ

ໝວດທີ 1
ການຄຸ້ມຄອງວຽກງານເງິນຕາຕ່າງປະເທດ

ມາດຕາ 37 ອົງການຄຸ້ມຄອງວຽກງານເງິນຕາຕ່າງປະເທດ

ລັດຖະບານ ແຫ່ງ ສປປ ລາວ ຄຸ້ມຄອງວຽກງານເງິນຕາຕ່າງປະເທດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນຜູ່ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງໃນການປະສານສົມທົບກັບ ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງປ້ອງກັນຄວາມສະຫງົບສຸກ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ມາດຕາ 38 ສິດ ແລະ ໜ້າທີ່ ຂອງທະນາຄານແຫ່ງ ສປປ ລາວ

ທະນາຄານ ແຫ່ງ ສປປ ລາວ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງວຽກງານເງິນຕາຕ່າງປະເທດ ດັ່ງນີ້:

1.  ຄົ້ນຄ້ວາສ້າງແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອສະເໜີລັດຖະບານພິຈາລະນາ;

2.  ອະນຸຍາດ, ໂຈະ ຫຼື ຍຸບເລີກ ການດຳເນີນທຸລະກິດເງິນຕາຕ່າງປະເທດ, ການເປີດບັນຊີເງິນຝາກຢູ່ຕ່າງປະເທດ, ການໃຫ້ກູ້ ຫຼື ຮັບເງິນກູ້ ແລະ ສິນເຊື່ອການຄ້າ ກັບຕ່າງປະເທດ ພ້ອມທັງຕິດຕາມກວດກາຫົວໜ່ວຍທຸລະກິດ ດັ່ງກ່າວ;

3.  ໂຄສະນາ, ເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານເງິນຕາຕ່າງປະເທດ ແລະ ປູກຈິດສຳນຶກໃຫ້ແກ່ສັງຄົມ ໃນການນຳໃຊ້ເງິນກີບ;

4.  ສ້າງ, ບຳລຸງ, ຈັດຝຶກອົບຮົມ ແລະ ຍົກລະດັບຄວາມຮູ້ ກ່ຽວກັບວຽກງານເງິນຕາຕ່າງປະເທດ ໃຫ້ແກ່ພະນັກງານ ແລະ ການຈັດຕັ້ງທີ່ກ່ຽວຂ້ອງຂອງຕົນ;

5.  ເກັບກຳ, ສັງລວມຂໍ້ມູນ ກ່ຽວກັບວຽກງານເງິນຕາຕ່າງປະເທດ;

6.  ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານເງິນຕາຕ່າງປະເທດ;

7.  ພົວພັນຮ່ວມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ;

8.  ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານເງິນຕາຕ່າງປະເທດ ໃຫ້ລັດຖະບານຢ່າງເປັນປົກກະຕິ;

9.   ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 39 ສິດ ແລະ ໜ້າທີ່ ຂອງບັນດາກະຊວງ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ

ບັນດາກະຊວງ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ຂອງຕົນ ໃນການຄຸ້ມຄອງວຽກງານເງິນຕາຕ່າງປະເທດ ດັ່ງນີ້:

1.  ກະຊວງການເງິນ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ການນຳໃຊ້ເງິນກູ້ ແລະ ການຄ້ຳປະກັນເງິນກູ້ຂອງລັດຖະບານ ລວມທັງເງິນຊ່ວຍເຫຼືອລ້າ ທີ່ສະໜອງໃຫ້ແກ່ລັດຖະບານ, ຮັບແຈ້ງການນຳເງິນຕາ ເຂົ້າ-ອອກ ສປປ ລາວ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ່ລະເມີດກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ;

2.  ກະຊວງອຸດສາຫະກຳ ແລະ ການຄ້າ ມີ ສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມການໂຄສະນາ, ການກຳນົດ ລາຄາສິນຄ້າ, ຄ່າບໍລິການ ແລະ ຄ່າອື່ນ ໃຫ້ເປັນເງິນກີບ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ່ລະເມີດກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ;

3.  ກະຊວງແຜນການ ແລະ ການລົງທຶນ ມີ ສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມການນຳທຶນເຂົ້າຂອງຜູ່ລົງທຶນຕ່າງປະເທດ ແລະ ການໄປລົງທຶນຢູ່ຕ່າງປະເທດ ຂອງຜູ່ມີລຳເນົາຢູ່ ສປປ ລາວ ຕາມທີ່ໄດ້ກຳນົດໃນກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ;

4.  ກະຊວງປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງ, ຕິດຕາມການນຳໃຊ້ ແລະ ແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ່ລະເມີດກົດໝາຍສະບັບນີ້ ແລະ ກົດໝ!ຍອື່ນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ;

5.  ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ປະກອບສ່ວນໃນການຄຸ້ມຄອງ, ຕິດຕາມການເຄື່ອນໄຫວກ່ຽວກັບວຽກງານເງິນຕາຕ່າງປະເທດ, ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມືກັບທະນາຄານ ແຫ່ງ ສປປ ລາວ ລວມທັງອົງການຄຸ້ມຄອງອື່ນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 37 ຂອງກົດໝາຍສະບັບນີ້ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ 2
ການກວດກາວຽກງານເງິນຕາຕ່າງປະເທດ

ມາດຕາ 40 ອົງການກວດກາເງິນຕາຕ່າງປະເທດ

ອົງການກວດກາເງິນຕາຕ່າງປະເທດ ປະກອບດ້ວຍ:

1.  ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານເງິນຕາຕ່າງປະເທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 37 ຂອງກົດໝາຍສະບັບນີ້;

2.  ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ປະຊາຊົນ.

ມາດຕາ 41 ເນື້ອໃນການກວດກາ

ການກວດກາວຽກງານເງິນຕາຕ່າງປະເທດ ມີ ເນື້ອໃນຕົ້ນຕໍ ດັ່ງນີ້:

1.  ການປະຕິບັດກົດໝາຍ ກ່ຽວກັບການຄຸ້ມຄອງວຽກງານເງິນຕາຕ່າງປະເທດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;

2.  ການປະຕິບັດ ແລະ ໜ້າທີ່ຂອງອົງການຄຸ້ມຄອງ ລວມທັງການນຳໃຊ້ມາດຕະການທາງດ້ານກົດໝາຍຕໍ່ຜູ່ລະເມີດ;

3.  ການເຄື່ອນໄຫວທຸລະກິດ ແລະ ດຳເນີນທຸລະກຳເງິນຕາຕ່າງປະເທດ.

ມາດຕາ 42 ຮູບການການກວດກາ

ການກວດກາ ມີ ສາມ ຮູບການ ດັ່ງນີ້:

1.  ການກວດກາຢ່າງເປັນປົກກະຕິ ຊຶ່ງແມ່ນ ການກວດກາທີ່ດຳເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ;

2.  ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນ ການກວດການອກແຜນ ເມື່ອເຫັນວ່າມີຄວາມຈຳເປັນ;

3.   ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາໂດຍຮີບດ່ວນ, ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ;

ໃນການດຳເນີນການກວດກາວຽກງານເງິນຕາຕ່າງປະເທດ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ໃນການກວດການັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ມີສິດສອບຖາມ, ກວດກາເອກະສານ ກ່ຽວກັບການດຳເນີນທຸລະກິດເງິນຕາຕ່າງປະເທດ ເມື່ອເຫັນວ່າມີຄວາມຈຳເປັນ.

ມາດຕາ 43 ສິດ ແລະ ໜ້າທີ່ ຂອງອົງການກວດກາວຽກງານເງິນຕາຕ່າງປະເທດ

ອົງການກວດກາວຽກງານເງິນຕາຕ່າງປະເທດ ມີ ສິດ ແລະ ໜ້າທີ່ ກວດກາຕາມເນື້ອໃນທີ່ກຳນົດໄວ້ໃນມາດຕາ 41 ຂອງກົດໝາຍສະບັບນີ້ ໂດຍມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ກ່ຽວຂອ້ງ.

ມາດຕາ 42 ການລາຍງານຜົນການກວດກາ

ທະນາຄານທຸລະກິດ, ສະຖາບັນການເງິນອື່ນ, ຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດເງິນຕາຕ່າງປະເທດ ຕ້ອງລາຍງານການດຳເນີນທຸລະກິດຂອງຕົນ ຕໍ່ທະນາຄານ ແຫ່ງ ສປປ ລາວ ຕາມລະບຽບການທີ່ວາງອອກໃນແຕ່ລະໄລຍະ.

ທະນາຄານ ແຫ່ງ ສປປ ລາວ ເກັບກຳ, ສັງລວມຜົນຂອງການກວດກາການຈັດຕັ້ງປະຕິບັດວຽກງານເງິນຕາຕ່າງປະເທດ ຂອງສະຖາບັນການເງິນອື່ນ, ບັນດາກະຊວງ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສະຫຼຸບ ລາຍງານໃຫ້ລັດຖະບານ ຢ່າງເປັນປົກກະຕິ.

ພາກທີ VIII
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 45 ນະໂຍບາຍຕໍ່ຜູ່ມີຜົນງານ

ບຸກຄົນ, ນິຕິບຸກົຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍ ຕາມລະບຽບການ.

ມາດຕາ 46 ມາດຕະການຕໍ່ຜູ່ລະເມີດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້, ກົດໝາຍ ແລະ ລະບຽບການອື່ນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ເປັນຄັ້ງທຳອິດ ມີລັກສະນະເບົາ ຈະຖືກສຶກສາອົບຮົມ, ກ່າວເຕືອນ ຈາກອົງການທີ່ກ່ຽວຂ້ອງ ພ້ອມທັງບັນທຶກເປັນລາຍລັກອັກສອນ.

ມາດຕາ 48 ມາດຕະການທາງວິໄນ

ເຈົ້າໜ້າທີ່ ຫຼື ພະນັກງານຂອງລັດ ທີ່ລະເມີດຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ໃນມາດຕາ 30 ຂອງກົດໝາຍສະບັບນີ້, ກົດໝາຍ ແລະ ລະບຽບການອື່ນ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກລົງວິໄນຕາມແຕ່ລະກໍລະນີ ດັ່ງນີ້:

1.   ກ່າວເຕືອນ ໂດຍບັນທຶກໄວ້ໃນສຳນວນເອກະສານຊີວະປະຫວັດຂອງຜູ່ກ່ຽວ;

2.   ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;

3.   ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າ;

4.   ໃຫ້ອອກຈາກການເປັນລົດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ່ຖືກລົງວິໄນ ຕ້ອງມອບຊັບສິນທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນໃຫ້ແກ່ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ 49 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້, ກົດໝາຍ ແລະ ລະບຽບການອື່ນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ຈະຖືກປັບໃໝຈາກເຈົ້າໜ້າທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ ດັ່ງນີ້:

1.   ຕິດປະກາດ ຫຼື ໂຄສະນາ ລາຄາ ແລະ ຄ່າອື່ນ ໃນ ສປປ ລາວ ເປັນເງິນຕາຕ່າງປະເທດ ຈະຖືກປັບໃໝ ໜື່ງລ້ານ (1.000.000)  ກີບ ຕໍ່ຄັ້ງ;

2.   ຮັບຊຳລະ ຫຼື ຊຳລະຄ່າສິນຄ້າ, ຄ່າບໍລິການ, ຊຳລະໜີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ລັດ ເປັນເງິນຕາຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສາມລ້ານ (3.000.000) ກີບ ຕໍ່ຄັ້ງ;

3.   ດຳເນີນທຸລະກິດເງິນຕາຕ່າງປະເທດ ຫຼື ແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສາມສິບ (30.000.000) ກີບ

4.   ກຳນົດ, ຕິດປະກາດ ຫຼື ປະຕິບັດ ອັດຕາແລກປ່ຽນ ຂອງທະນາຄານທຸລະກິດ, ຮ້ານແລກປ່ຽນເງິນຕາ ຫຼື ສະຖານທີ່ບໍລິການທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມລະບຽບການ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;

5.   ເປີດບັນຊີເງິນຝາກຢູ່ຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຈະບໍ່ຖືກປັບໃໝ ຊາວລ້ານ (20.000.000) ກີບ;

6.   ບໍ່ລາຍງານຕາມທີ່ໄດ້ກຳນົດໄວ້ໃນມາດຕາ 27 ຂອງກົດໝ!ຍສະບັບນີ້ ຫຼື ລາຍງານຂໍ້ມູນບໍ່ຖືກຕ້ອງຕາມຄວາມເປັນຈິງ ຈະຖືກປັບໃໝ ຫ້າລ້ານ (5.000.000) ກີບ ຕໍ່ຄັ້ງ;

7.   ໃຫ້ກູ້ ຫຼື ຮັບເງິນກູ້ ແລະ ສິນເຊື່ອການຄ້າ ກັບຕ່າງປະເທດ ໂດຍບໍ່ໄດ້ຮັບອະນຸຍາດຄັ້ງທີໜື່ງ ຈະຖືກປັບໃໝ ສູນຈຸດໜຶ່ງ ສ່ວນຮ້ອຍ (0,1%) ຂອງມູນຄ່າເງິນກູ້ ຫຼື ສິນເຊືຶ່ອການຄ້າ;

8.   ນຳເງິນສົດເປັນເງິນຕາຕ່າງປະເທດ, ເງິນສົດເປັນເງິນກີບ ເຂົ້າ-ອອກ ສປປ ລາວ ທີ່ມີມູນຄ່າເກີນລະບຽບການ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ຫຼື ບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຄັ້ງທີໜຶ່ງ ຈະຖືກປັບໃໝ ຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າທີ່ລະເມີດ.

ເມື່ອມີການລະເມີດຊ້ຳໃນແຕ່ລະກໍລະນີ ຈະຖືກປັບໃໝ ສອງເທົ່າ ຂອງມູນຄ່າປັບໃໝໃນຄັ້ງຫຼ້າສຸດ.

ມາດຕາ 50 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ສ້າງຄວາມເສັຍຫາຍແກ່ ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ແລະ ຜູ່ອື່ນ ຕ້ອງໄດ້ໃຊ້ແທນຄ່າເສັຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 51 ມາດຕະການທາງອາຍາ

ບຸກຄົນ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງມີອົງປະກອບຂອງການກະທຳຜິດທາງອາຍາ ແລະ ສ້າງຄວາມເສັຍຫາຍແກ່ ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດຕາມກົດເໝາຍອາຍາ ຫຼື ກົດໝາຍອື່ນທີ່ກຳນົດໂທດທາງອາຍາ.

ມາດຕາ 52 ມາດຕະການທາງອາຍາຕໍ່ຜູ່ລະເມີດມາດຕະການປັບໃໝເປັນອາຈີນ

ບຸກຄົນ ທີ່ລະເມີດມາດຕະການປັບໃໝເປັນອາຈີນ ຈະຖືວ່າເປັນການກະທຳຜິດທາງອາຍາ ແລະ ຖືກລົງໂທດຕັດອິດສະຫຼະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ປັບໃໝ ແຕ່ ສາມລ້ານ (3.000.000) ກີບ ຫາ ສິບລ້ານ (10.000.000) ກີບ.

ພາກທີ IX
ບົດບົນຍັດສຸດທ້າຍ

ມາດຕາ 53 ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ່ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 54 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍ ເຫດທາງລັດຖະການ ສິບຫ້າວັນ.

ຂໍ້ຕົກລົງ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

ປານີ ຢາທໍ່ຕູ້

 

# ຫົວຂໍ້ ດາວໂຫຼດ
1 Law on Foreign Currency Administration No. 55/NA, dated 22 December 2014 PDF
2 ກົດໝາຍ ວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.