ສັນຍາການຄ້າຊາຍແດນສະບັບນີ້ ລວມມີ 23 ມາດຕາ  ເນື້ອໃນຕົ້ນຕໍຂອງສັນຍາລວມມີບັນດາລະບຽບການຂອງການເຄື່ອນໄຫວຊື້-ຂາຍ, ແລກປ່ຽນສິນຄ້າຂອງປະຊາຊົນທີ່ດຳລົງຊີວິດລຽບຕາມຊາຍແດນ, ຕະຫຼາດຊາຍແດນ ແລະ ການຕົກລົງເປັນເອກະພາບຂອງ 2 ຝ່າຍ ກ່ຽວກັບບັນດາດ່ານທີ່ເປີດໃຫ້ມີການເຄື່ອນໄຫວການຄ້າຊາຍແດນ ແລະ ການບໍລິການ ທີ່ສະໜັບສະໜູນ, ເອື້ອອຳນວຍຕ່າງໆ ບົນພື້ນຖານຕາມກົນໄກພິເສດ ທີ່ຮອງຮັບເຄື່ອນໄຫວຂອງການຄ້າຊາຍແດນ ເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນ 2 ຝ່າຍ ແລະ ຫຼາຍຝ່າຍ ທີ່ສອງປະເທດເປັນພາຄີ. ການຍົກເວັ້ນພາສີ, ອາກອນນຳເຂົ້າ-ສົ່ງອອກ ແລະ ອາກອນມູນຄ່າເພີ່ມ (0%) ໃຫ້ບັນດາສິນຄ້າ ທີ່ນໍາເຂົ້າຈາກ ລາວ ແລະ ຫວຽດນາມ ເພື່ອເປັນການຊຸກຍູ້, ສົ່ງເສີມ ການລົງທຶນເຂົ້າໃສ່ບັນດາຂົງເຂດລຽບຊາຍແດນ, ເຂດພູສູງທຸລະກັນດານ, ເຂດຫ່າງໄກສອກຫຼີກ ກໍ່ຄືບັນດາຜະລິດຕະພັນທີ່ນັກລົງທຶນຫວຽດນາມ ທີ່ລົງທຶນຢູ່ບັນດາແຂວງຊາຍແດນຂອງລາວ ທີ່ຈະສົ່ງອອກໄປຫວຽດນາມ.

ນອກຈາກນັ້ນ, ຍັງມີລະບຽບການກ່ຽວກັບການຊຳລະເງິນ, ການກວດກາການພົກພາເງິນສົດຜ່ານຊາຍແດນ ກໍ່ຄືການຄຸ້ມຄອງການແຈ້ງເຂົ້າ-ອອກ ຂອງພົນລະເມືອງ, ພາຫະນະຂົນສົ່ງ, ການກັກກັນ, ກວດກາສິນຄ້າ ຂອງການຄ້າຊາຍແດນ ລາວ-ຫວຽດນາມ. ເພີ່ມທະວີການຊຸກຍູ້ການຄ້າ, ການລົງທຶນ ແລະ ທ່ອງທ່ຽວຂ້າມຊາຍແດນ, ສົ່ງເສີມການບໍລິການ ຊ່ວຍສະໜັບສະໜູນ ແລະ ອຳນວຍຄວາມສະດວກ ຕໍ່ການຄ້າຢູ່ດ່ານຊາຍແດນ; ສ້າງຕັ້ງຄະນະຊີ້ນຳການຄ້າຊາຍແດນ ລາວ-ຫວຽດນາມ, ສົ່ງເສີມໃຫ້ສ້າງຕັ້ງສະມາຄົມນັກທຸລະກິດເຄື່ອນໄຫວການຄ້າຊາຍແດນ ລາວ-ຫວຽດນາມ. ສັນຍາການຄ້າຊາຍແດນສະບັບນີ້ ບໍ່ສະເພາະເປັນພຽງການສ້າງພຶ້ນຖານທາງດ້ານກົດໝາຍ, ສ້າງກາລະໂອກາດ ໃຫ້ແກ່ການເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ ແລະ ການບໍລິການ ຢູ່ຂົງເຂດຊາຍແດນເທົ່ານັ້ນ ຍັງປະກອບສ່ວນຢ່າງຂັນແຂງເຂົ້າໃນວຽກງານຊຸກຍູ້ສາຍພົວພັນມິດຕະພາບພິເສດ ລະຫວ່າງ ລາວ-ຫວຽດນາມ ຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມເສດຖະກິດການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.