ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວວນ

ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ           ເລກທີ 043/ຖວທ

ຂໍ້ຕົກລົງ

ຂອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະວັດທະນະທຳ
ວ່າດ້ວຍລະບຽບການຄຸ້ມຄອງ ລະບົບຮັບສັນຍານ ວິທະຍຸ ໂທລະພາບຜ່ານດາວທຽມ

  • ອີງຕາມ ດຳລັດຂອງສະພາລັດຖະມົນຕີ ເລກທີ 147/ປສລ,ລົງວັນທີ 28/12/89 ວ່າດ້ວຍ ກົງຈັກການຈັດຕັ້ງ ແລະ ສິດ ຂອງ ກະຊວງ ຖະແຫລງຂ່າວ ແລະ ວັດທະນະທຳ
  • ອີງໃສ ຂໍ້ກຳນົດ ຂອງ ສະພາລັດຖະມົນຕີ ວ່າດ້ວຍລະບຽບການຄຸ້ມຄອງພາຫະນະ ແລະ ຄີ້ນວິທະຍຸ ຕິດຕໍ່ສື່ສານ, ກະຈາຍສຽງ, ໂທລະພາບ ສະບັບເລກທີ 41/ປສລ,ລົງວັນທີ 13/08/1990

ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຈື່ງອອກຂໍ້ກຳນົດກົດລະບຽບໃຫ້ທຸກພາກສ່ວນກ່ຽວຂ້ອງໃນທົ່ວປະເທດ ປະຕິບັດດັ່ງຕໍ່ໄປນີ້:

ພາກທີ I
ຫຼັກການທົ່ວໄປ

ມາດຕາ 01: ບັນດາອົງການຈັດຕັ້ງລັດ, ລວມໝູ່, ບຸກຄົນ, ບັນດາສະຖານທູດ ແລະບັນດາອົງການຈັດ

ຕັ້ງສາກົນ ທີ່ຕັ້ງພູມລຳເນົາ ຫລື ເຂົ້າມາເຄື່ອນໄຫວວຽກງານຕ່າງໆ ທີ່ຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ ລ້ວນແຕ່ມີສິດຄອບຄອງ, ນຳໄຊ້ພາຫະນະອຸປະກອນເຕັກນີກຮັບສັນຍານລາຍ ການວິທະຍຸ ໂທລະພາບຜ່ານດາວທຽມ ຈະແມ່ນຊົ່ວຄາວ ຫລື ຍາວນານກໍ່ຕາມ.

ມາດຕາ 02: ບັນດາພາຫະນະອຸປະກອນເຕັກນີກວິທະຍຸ ໂທລະພາບ ຜ່ານດາວທຽມປະກອບດ້ວຍ:

2.1 ຈານຮັບສັນຍານລາຍການ (Antenna disk);

2.2 ເຄື່ອງເລືອກຈຸດທີ່ຕັ້ງດາວທຽມ (Positionner);

2.3 ເຄື່ອງຮັບສະເພາະສັນຍານດາວທຽມ (Sat receiver);

2.4 ໂທລະພາບ (TV monitor)

ພາຫະນະອຸປະກອນເຕັກນີກທີ່ກ່າວມານີ້ ຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ (ກົມສື່ມວນຊົນ).

ມາດຕາ 03: ອົງການຈັດຕັ້ງລັດ, ລວມໝູ່, ບຸກຄົນ, ບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ

ກ່ອນຈະນຳເຂົ້າພາຫະນະອຸປະກອນເຕັກນີກ ຮັບສັນຍານ ວິທະຍຸ ໂທລະພາບ ຜ່ານດາວທຽມ ຕ້ອງໄດ້ຂໍອະນຸຍາດ ຈາກ ກະຊວງ ຖະແຫລງຂ່າວ ແລະ ວັດທະນະທໍາ (ກົມສື່ມວນຊົນ) ສໍາລັບຕ່າງແຂວງ ແມ່ນໃຫ້ໄປຂໍອະນຸຍາດນຳເຂົ້າຈາກພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງ.

ມາດຕາ 04: ທຸກອົງການຈັດຕັ້ງບຸກຄົນ ກ່ອນຈະຕິດຕັ້ງນຳໄຊ້ ພາຫະນະອຸປະກອນເຕັກນີກ ວິທະຍຸ

          ໂທລະພາບ ຜ່ານດາວທຽມ ຕ້ອງໄດ້ຂໍອະນຸຍາດຕິດຕັ້ງ ແລະ ນຳອຸປະກອນເຕັກນິກສະເໜີຕໍ່ ກະຊວງ ຖະແຫລງຂ່າວ ແລະ ວັດທະນະທຳ ເພື່ອກວດກາ ມາດຖານເຕັກນິກເສຍກ່ອນ ຈິ່ງຕິດຕັ້ງ ແລະ ນຳໄຊ້ໄດ້. ສະເພາະຕ່າງແຂວງ ແມ່ນໃຫ້ໄປຂໍອະນຸຍາດຕິດຕັ້ງ, ກວດກາເຕັກນິກ ນຳພະແນກ ຖະແຫຼງຂ່າວ ແລະ ວັດທະນະທຳ ແຂວງ.

ມາດຕາ 05: ທຸກອົງການຈັດຕັ້ງ, ບຸກຄົນທີ່ໄດ້ຮັບອະນຸຍາດຕິດຕັ້ງຄອບຄອງ ນຳໄຊ້ບັນດາອຸປະກອນ

ເຕັກນິກຮັບສັນຍານ ວິທະຍຸ ໂທລະພາບ ຍົກເວັ້ນບັນດາສະຖານທູດ, ອົງການຈັດຕັ້ງສາກົນ ທີ່ໄດ້ຮັບມອບໝາຍຈາກລັດຖະບານໃຫ້ມາເຮັດໜ້າທີ່ຕາງໜ້າດ້ານການທູດ ຢູ່ ສປປ ລາວ ຈະຕ້ອງປະຕິບັດພັນທະອັນຖືກຕ້ອງໃຫ້ແກ່ລັດ ຄື:

5.1 ຄ່າທໍານຽມກໍາມະສິດຄອບຄອງ 35,000 ກີບ;

5.2 ຄ່າທໍານຽມກໍາມະສິດນໍາໄຊ້ 7,000 ກີບ/ປີ ຕໍ່ໜື່ງຊ່ອງທາງອອກ (ຄູນໃຫ້ຈໍານວນຊ່ອງທາງອອກ);

5.3 ຄ່າກວດກາເຕັກນິກ 3,000 ກີບ.

ພາກທີ II
ວ່າດ້ວຍການກວດກາສະພາບອຸປະກອນເຕັກນິກຮັບສັນຍານ ວິທະຍຸ ໂທລະພາບ ຜ່ານດາວທຽມ

ມາດຕາ 06: ກ່ອນຈະນຳເອົາພາຫະນະອຸປະກອນເຕັກນິກ ຮັບສັນຍານ ວິທະຍຸໂທລະພາບ ເຂົ້າ

ສປປ ລາວ ຕ້ອງໄດ້ແຈ້ງໃບອະນຸຍາດນຳເຂົ້າຂອງ ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ ຫຼື ຂອງພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ ຕໍ່ເຈົ້າໜາທີ່ຕຳຫຼວດ ຫຼື ພະນັກງານພາສີປະຈຳດ່ານ ເພື່ອກວດກາໃກ້ຖືກຕ້ອງຕາມການອະນຸຍາດ.

ມາດຕາ 07: ໃນກໍລະນີບໍ່ມີໃບອະນຸຍາດນຳເຂົ້າຂອງ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຫຼື

ຂອງ ພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງ ທີ່ໄດ້ກ່າວໄວ້ໃນ ມາດຕາ 03 ນັ້ນ ຈະໄດ້ຖືກກັກໄວ້ດ່ານຊົ່ວຄາວ ຈົນກ່ວາຈະໄດ້ອະນຸຍາດຢ່າງຖືກຕ້ອງ ຂອງ ກະຊວງ ຫລື ພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງ ເສຍກ່ອນ ຈຶ່ງນຳເຂົ້າ ສປປ ລາວ.

ມາດຕາ 08: ທຸກໆ ການຄຸ້ມຄອງ ແລະ ນຳໄຊ້ພານະຫະອຸປະກອນເຕັກນິກຮັບສັນຍານວິທະຍຸ

ໂທລະພາບ ຜ່ານດາວທຽມ ທີ່ໄດ້ຮັບການອະນຸຍາດໄປແລ້ວນັ້ນ ຈະໄດ້ຖືກກວດກາ ແລະ ຕິດຕາມ ທາງດ້ານເຕັກນິກ ແລະ ເນື້ອໃນເປັນປະຈຳ ຈາກ ກະຊວງຖະແຫຼງຂ່າວ ແລະວັດທະນະທຳ(ກົມສື່ມວນຊົນ).

ພາກທີ III
ວ່າດ້ວຍມາດຕະການຕໍ່ຜູ້ລະເມີດ

ມາດຕາ 09. ອົງການຈັດຕັ້ງລັດ, ລວມໝູ່, ບຸກຄົນ, ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ

ຕ່າງໆ ຫາກຝາຝືນຕໍ່ຂໍ້ກຳນົດກົດລະບຽບສະບັບນີ້ ຈະຖືກປັບໄໝ ແລະ ໃສ່ໂທດຕາມກໍລະນີ ດັ່ງນີ້:

9.1      ໃນກໍລະນີລະເມີດການຄອບຄອງ ນໍາໃຊ້ ທີ່ໄດ້ກໍານົດໄວ້ໃນໃບອະນຸຍາດນັ້ນ

                   ກະທໍາຜິດ ຄັ້ງທີ 1: ຈະຖືກປັບໄໝໜຶ່ງເທົ່າຂອງຄ່າທຳນຽມນຳໃຊ້;

                  ກະທໍາຜິດ ຄັ້ງທີ 2: ຈະຖືກປັບໄໝສອງເທົ່າຂອງຄ່າທຳນຽມນຳໃຊ້;

                   ກະທໍາຜິດ ຄັ້ງທີ 3: ຈະຖືກປັບໄໝສາມເທົ່າຂອງຄ່າທຳນຽມນຳໃຊ້ ແລະ ຖອນໃບອະນຸຍາດ.

9.2     ໃນກໍລະນີນຳເຂົ້າພາຫະນະອຸປະກອນເຕັກນິກເກີນກໍານົດ ຫຼື ບໍ່ຖືກກັບມາດຕະຖານເຕັກນິກທີ່ທາງກະຊວງ ຫຼື ພະແນກຖະແຫຼງຂ່າວ ແລະ ວັດທະນະທໍາ ອະນຸຍາດແລ້ວນັ້ນ

                   ຄັ້ງທີ 1. ຈະຖືກປັບໄໝຫ້າເທົ່າຂອງຄ່າທຳນຽມນຳໃຊ້ ແລະ ຢຶດພາຫະນະອຸປະກອນທີ່ເກີນໃບອະນຸຍາດ;

                   ຄັ້ງທີ 2. ຈະຖືກອຸປະກອນເຕັກນິກທັງໝົດ, ຖອນໃບອະນຸຍາດ ພ້ອມທັງປັບໄໝສິບເທົ່າຂອງຄ່າທຳນຽມນຳໃຊ້.

9.3     ໃນກໍລະນີປ່ຽນຈຸດທີ່ຕັ້ງຕາມລຳພັງໃຈຈາກທີ່ໄດ້ສະເໜີໄວ້ໃນໃບອະນຸຍາດແລ້ວນັ້ນ

ຄັ້ງທີ 1. ຈະຖືກປັບໄໝສອງເທົ່າຂອງຄ່າທຳນຽມນຳໃຊ້;

ຄັ້ງທີ 2. ຈະຖືກປັບໄໝສີ່ເທົ່າຂອງຄ່າທຳນຽມນຳໃຊ້;

ຄັ້ງທີ 3. ຈະຖືກຢຶດພາຫະນະອຸປະກອນເຕັກນິກ, ຖອນໃບອະນຸຍາດພ້ອມທັງປັບໄໝຫ້າເທົ່າຂອງຄ່າທຳນຽມນຳໃຊ້.

ມາດຕາ 10. ຫ້າມບໍ່ໃຫ້ບຸກຄົນໃດ ອັດກ່າຍລາຍການໂທລະພາບຜ່ານດາວທຽມ ເພື່ອນຳມາຈຳໜ່າຍ ຫຼຶ ບໍລິການໃນຂອບເຂດທົ່ວປະເທດ ຢ່າງເດັດຂາດ.

ມາດຕາ 11. ຖ້າອົງການຈັດຕັ້ງລັດ, ລວມໝູ່, ບຸກຄົນ, ອົງການຈັດຕັ້ງສາກົນ, ບັນດາສະຖານທູດນຳໃຊ້ບໍ່ຖືກຕ້ອງກັບກົດໝາຍຂອງລັດ ແລະ ບໍ່ສອດຄ່ອງກັບວັດທະນະທຳຮີດຄອງປະເພນີຂອງ ສປປ ລາວ ຈະຖືກຢຶດອຸປະກອນເຕັກນິກ, ຖອນໃບອະນຸຍາດຕໍ່ຜູ້ຝ່າຝືນ ທີ່ຜິດຕໍ່ກົດໝາຍອາຍາເຖິງຈະເຈດຕະນາ ແລະ ຈະເປັນຄັ້ງທຳອິດກໍລ້ວນແຕ້ຕ້ອງໄດ້ຖືກປັບໄໝໃສ່ໂທດ ຕາມກົດໝາຍອາຍາ ທີ່ບົ່ງໄວ້ໃນ ມາດຕາ 59 ແລະ 127 ຢ່າງເຂັ້ມງວດ.

ມາດຕາ 12.   ຂໍ້ກຳນົດກົດລະບຽບສະບັບນີ້ ມີຜົນສັກສິດ ບັງຄັບໃຊ້ໃນທົ່ວປະເທດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ທຸກຂໍ້ກຳນົດ, ກົດລະບຽບ, ມະຕິ ແລະ ຄຳສັ່ງ ທີ່ຂັດກັບກົດລະບຽບສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ວຽງຈັນ,ວັນທີ 25/01/1996
ຕ.ລັດຖະມົນຕີ
ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທໍາ
ບຸນເຕັງ ວົງໄຊ
(ເຊັນ ແລະ ຈ້ຳຕາ)

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະວັດທະນະທຳ ວ່າດ້ວຍລະບຽບການຄຸ້ມຄອງ ລະບົບຮັບສັນຍານ ວິທະຍຸ ໂທລະພາບ ຜ່ານດາວທຽມ, ເລກທີ 043/ຖວທ, ວັນທີ 25/01/1996 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.