ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ, ເລກທີ 1237/ອຄ.ກຂອ, ໄດ້ກຳນົດລາຍລະອຽດກ່ຽວກັບເງື່ອນໄຂຂອງການນຳເຂົ້າ ເພື່ອສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ ຂອງ ສປປ ລາວ, ຜູ້ເນີນການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ, ການປະກອບເອກະສານ, ຂັ້ນຕອນຂອງການຍື່ນຄຳຮ້ອງ ແລະ ພິຈາລະນາເອກະສານຂອງເຈົ້າໜ້າທີ່ອອກອະນຸຍາດ. ໂດຍໄດ້ກຳນົດໃຫ້ມີເອກະສານເພື່ອຂໍອະນຸຍາດປະກອບຄື:

  1. ໃບຄຳ​ຮ້ອງຂໍອະນຸຍາດນຳເຂົ້າເພື່ອສົ່ງອອກຕໍ່ ຫຼື ສົ່ງອອກຊົ່ວຄາວສິນຄ້າຄຸ້ມ​ຄອງ;
  2. ສັນຍາຊື້-ຂາຍສິນຄ້າ ລະຫວ່າງ​ ຜູ່​ຂາຍ​ສິນຄ້າ​ຢູ່ປະ​ເທດ​ຕົ້ນ​ທາງ ຫຼື ຜູ່​ຊື້ສິນຄ້າຢູ່ປະ​ເທດ​ປາຍທາງ​ ​ແລ​ະ ຫົວໜ່ວຍ​ທຸລະ​ກິດທີ່​ຂື້ນ​ທະບຽນ​ວິສາ​ຫະກິດ​ຢູ່ ສປປ ລາວ;
  3. ໃບທະບຽນວິສາຫະກິດ ທີ່ຂຶ້ນທະບຽນວິສາຫະກິດ ຕາມ​ທີ່​ໄດ້​ກຳນົດ​;
  4. ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ຫຼື ​ເອກະສານ​ອື່ນ​ທີ່ຢັ້ງຢືນ​ການ​ມອບ​ພັນທະ​ອາກອນປະຈຳ​ປີ;
  5. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ (ເຊັນໂດຍຜູ່ຂາຍ);
  6. ສັນຍາ ກ່ຽວກັບການນຳເຂົ້າສິນຄ້າເພື່ອສົ່ງອອກຕໍ່ ໄປ ປະເທດທີສາມ ກັບກົມພາສີ, ກະຊວງ​ການ​ເງິນ.

ນອກຈາກນີ້, ພາຍໃນຂໍ້ຕົກລົງກໍໄດ້ກຳນົດລະອຽດວັນເວລາໃນການພິຈາລະນາຄໍາຮ້ອງ ແລະ ອາຍຸການນໍາໃຊ້ຂອງໃບອະນຸຍາດນຳເຂົ້າເພື່ອສົ່ງອອກຕໍ່ ແລະ ສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ ໂດຍໄດ້ກຳນົດໃຫ້ 6 ເດືອນ ແລະ ສາມາດຕໍ່ໄດ້ອີກ 3 ເດືອນ ກ່ອນໃບອະນຸຍາດໝົດອາຍຸ, ເຊິ່ງລວມທັງໝົດບໍ່ໃຫ້ເກີນ 9 ເດືອນ.

ຂໍ້ຕົກລົງສະບັບດັ່ງກ່າວນີ້ ໄດ້ເອົາລົງໃນຈົດໝາຍເຫດທາງລັດຖະການ 15 ວັນ ແຕ່ວັນທີ 2 ກໍລະກົດ 2015, ແລະ ຈະມີຜົນບົງຄັບໃຊ້ເລີ່ມແຕ່ວັນທີ 17 ກໍລະກົດ 2015 ເປັນຕົ້ນໄປ.

# ຫົວຂໍ້ ດາວໂຫຼດ
1 MoIC issues Decision on Import for Re-export and Temporary Export of Controlled Goods PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.