ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ       ເລກທີ 1327/ອຄ.ທຄວ
ນະຄອນຫລວງວຽງຈັນ,ວັນທີ 13 ກໍລະກົດ 2015

ແຈ້ງການ

ເຖິງ  -  ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ
       -   ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທດສະບານ
       -   ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ

ເລື່ອງ:  ບັນຊີປະເພດທຸລະກິດມີເງື່ອນໄຂສຳລັບຜູ່ລົງທຶນຕ່າງປະເທດ (ສະບັບປັບປຸງ/ງໍ 02-2015)

  • ອີງໃສ່ມາດຕາ 13 ຂອງຂໍ້ຕົກລົງ, ເລກທີ 1005/ອຄ.ຄພນ,ລົງວັນທີ 22 ພຶດສະພາ 2015, ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ;
  • ອີງຕາມຂໍ້ 1 ( ດ້ານເນື້ອໃນເອກະສານ)ຕາມໜັງສືແຈ້ງການຂອງກົມການຄ້າພາຍໃນ, ສະບັບເລກທີ 0515/ຄພນ.ຄຕສ, ລົງວັນທີ 17 ມິຖຸນາ 2015;

ເພື່ອໃຫ້ນັກລົງທຶນຕ່າງປະເທດ ມີຄວາມສະດວກ ໃນການພິຈາລະນາ ກ່ອນການປະກອບທຸລະກິດໃດໜຶ່ງ ຢູ່ປະເທດເຮົາ ວ່າ: ມີທຸລະກິດ ປະເພດໃດ ແລະ ມີເງື່ອນໄຂ ຂໍ້ກຳນົດສະເພາະແນວໃດ ຕໍ່ຜູ່ລົງທຶນຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ (ບົນພື້ນຖານການຄົ້ນຄວ້າ ສະເໜີຂອງບັນດາຂະແໜງການທີ່ກ່ຽວຂ້ອງ), ແຈ້ງ ກ່ຽວກັບການປັບປຸງ ບາງລາຍການປະເພດທຸລະກິດ ໃນ (ບັນຊີ ງໍ 01-2013) ມາເປັນ (ບັນຊີ ງໍ 02 - 2015) ມາຍັງພາກສ່ວນທີ່ກ່ຽວຂ້ອງ ຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

1.  ປະເພດທຸລະກິດມີເງື່ອນໄຂ ສຳລັບຜູ່ລົງທຶນຕ່າງປະເທດ ແມ່ນທຸລະກິດທີ່ບໍ່ຫ້າມຜູ່ລົງທຶນຕ່າງປະເທດເຮັດ ແຕ່ມີເງື່ອນໄຂຂໍ້ກຳຈັດບາງປະການ ເຊັ່ນ: ກຳນົດທຶນຈົດທະບຽນຕ່ຳສຸດ ສູງສຸດ ຫລື ກຳນົດອັດຕາສ່ວນຮຸ້ນ ຂອງຜູ່ລົງທຶນຕ່າງປະເທດໃນວິສາຫະກິດ ຫລື ເງື່ອນໄຂຂໍ້ຈຳກັດອື່ນໆ. ຜູ່ລົງທຶນຕ່າງປະເທດ ໜາຍເຖິງບຸກຄົນ ທີ່ບໍ່ແມ່ນພົນລະເມືອງລາວ ຕາມກົດໝາຍວ່າດ້ວຍສັນຊາດ ແລະ ນິຕິບຸກຄົນທີ່ຂຶ້ນທະບຽນວິສາຫະກິດຢູ່ຕ່າງປະເທດ;

2.  ບັນຊີປະເພດທຸລະກິດມີເງື່ອນໄຂສຳລັບຜູ່ລົງທຶນຕ່າງປະເທດ (ສະບັບປັບປຸງ/ ງໍ 02-2015(ຄັດຕິດມາພ້ອມນີ້);

3.  ການອະນຸຍາດ ຫລື ຂຶ້ນທະບຽນວິສາຫະກິດ ໃຫ້ບຸກຄົນ ຫລື ນິຕິບຸກຄົນທີ່ບໍ່ຖືກຕ້ອງ ຕາມແຈ້ງການສະບັບນີ້ ລ້ວນແຕ່ເປັນໂມຄະ, ຜູ່ລະເມີດ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ;

4.  ພາກສ່ວນ ຫລື ຂະແໜງການກ່ຽວຂ້ອງ ຕ້ອງມີນິຕິກຳ ດັດສົມລະອຽດ ຈະແຈ້ງ ຕໍ່ທຸກລາຍການປະເພດທຸລະກິດມີເງື່ອນໄຂ ສຳລັບຜູ່ລົງທຶນຕ່າງປະເທດ ເພື່ອຄວາທມສະດວກໃນການຈັດຕັ້ງປະຕິບັດ;

5.  ໃນໄລຍະຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ຫາກພາກສ່ວນ ຫລື ຂະແໜງການໃດ ເຫັນວ່າມີອັນຍັງບໍ່ທັນສອດຄ່ອງ ຢາກເພີ່ມເຂົ້າ ຫລື ຕັດອອກຈາກບັນຊີດັ່ງກ່າວ ໃຫ້ແຈ້ງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປັບປຸງ ປະກາດໃຊ້ເພີ່ມເຕີມຕໍ່ໄປ.

6.  ແຈ້ງການສະບັບນີ້, ປ່ຽນແທນແຈ້ງການ, ສະບັບເລກທີ 1591/ອຄ.ທຄວ, ລົງວັນທີ 26 ສິງຫາ 2013 ກ່ຽວກັບບັນຊີປະເພດທຸລະກິດ ມີເງື່ອນໄຂ ສຳລັບຜູ່ລົງທຶນຕ່າງປະເທດ.

ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ເຊັນແທນ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ສຽວສະຫວາດ ສະແຫວງສຶກສາ

ຂ້າງເທິງ


ບັນຊີ ງໍ 02-2015

ບັນຊີປະເພດທຸລະກິດມີເງື່ອນໄຂສຳລັບຜູ່ລົງທຶນຕ່າງປະເທດ (ສະບັບປັບປຸງ)

ຂະແໜງການ

ເລກລະຫັດ

ISIC

ປະເພດທຸລະກິດ

ເງື່ອນໄຂສຳລັບ
ຜູ່ລົງທຶນຕ່າງປະເທດ

ນິຕິກຳທີ່ກ່ຽວຂ້ອງ

ພາກສ່ວນ
ຮັບຜິດຊອບ

ທຶນຈົດທະບຽນ  (ກີບ)

ອັດຕາສ່ວນຮ້ອຍ(%)

ອຸດສາຫະກຳປຸງແຕ່ງ

 

1079

ການປຸງແຕ່ງຜະລິດຕະພັນສະບຽງອາຫານອື່ນໆ ທີ່ບໍ່ທັນຈັດເຂົ້າບ່ອນໃດ

1 ຕື້ຂຶ້ນໄປ

20%

-  ແຈ້ງການວ່າດ້ວຍໃຫ້ໂຈະການຂຶ້ນທະບຽນວິສາຫະກິດໃຫ້ຜູ້ລົງທຶນຕ່າງປະເທດ ເພື່ອສ້າງຕັ້ງໂຮງານປຸງແຕ່ງກາເຟໃນຂອບເຂດທົ່ວປະເທດ ເລກທີ 1036/ອຄ.ສລທ

ກຊ ອຄ

 

2100

ການຜະລິດຢາປົວພະຍາດ, ຜະລິດເຄມີ ໃຊ້ປຸງແຕ່ງຢາ ແລະ ຜະລິດຕະພັນການຢາຈາກພືດ

1 ຕື້ຂຶ້ນໄປ

49%

-  ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບປັບປຸງ ເລກທີ 07/ສພຊ, ລົງວັນທີ 27 ທັນວາ 2011;

-  ແຈ້ງການວ່າດ້ວຍການຄຸ້ມຄອງອຸປະກອນການແພດ ໃນ ສປປ ລາວ, ເລກທີ 310/ກຊສ, ລົງວັນທີ 20/13/2013

ກຊ ສທ

ການກໍ່ສ້າງ

 

4210

ການກໍ່ສ້າງຖະໜົນ ແລະ ທາງລົດໄຟ ສຳລັບ ISIC ນີ້ມີເງື່ອນໄຂສະເພາະການກໍ່ສ້າງທາງ ແລະ ຂົວ ຄື:

ກ. ສຳລັບການຮຸ້ນສ່ວນພາຍໃນ ແລະ ຕ່າງປະເທດ

 

 

 

1ຕື້ ຫາ 24ຕື້

 

 

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຊ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

 

 

 

 

ຂ. ສຳລັບການລົງທຶນຕ່າງປະເທດ

240 ຕື້ຂຶ້ນໄປ

100%

 

4312

ການກະກຽມສະຖານທີ່ກໍ່ສ້າງສຳລັບ ISIC ນີ້ມີເງື່ອນໄຂສະເພາະການບຸກເບີກສະຖານທີ່ກໍ່ສ້າງ(ຂຸດດິນແລະຖົມດິນ) ຄື:

ກ. ໂຄງການຂະໜາດນ້ອຍ

 

 

8ຕື້ ຫາ 40ຕື້

 

 

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ,ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ຂ. ໂຄງການຂະໜາດໃຫຍ່

40 ຕື້ຂຶ້ນໄປ

 

 

 

4329

ການກໍ່ສ້າງຕິດຕັ້ງ ສຳລັບ ISIC ນີ້ມີເງື່ອນໄຂສະເພາະ ການປະກອບຊິ້ນສ່ວນສິ່ງປຸກສ້າງ ຄື:

ກ. ໂຄງການຂະໜາດນ້ອຍ

 

8ຕື້ ຫາ 40ຕື້

 

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ,ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ຂ. ໂຄງການຂະໜາດໃຫຍ່

40 ຕື້ຂຶ້ນໄປ

 

4330

ການເຮັດໃຫ້ຕຶກອາຄານສຳເລັດ ແລະ ສົມບູນສຳລັບ ISIC ນີ້ມີເງື່ອນໄຂສະເພາະ ການປະດັບຕົບແຕ່ງພາຍໃນ ແລະ ພາຍນອກ (ຊ້ຳທ້າຍ) ຄື:

ກ. ໂຄງການຂະໜາດນ້ອຍ

 

8ຕື້ ຫາ 40ຕື້

 

49%

ກຊ ຍທຂ

ຂ. ໂຄງການຂະໜາດໃຫຍ່

40 ຕື້ຂຶ້ນໄປ

 

-

 

ການຄ້າຂາຍຍົກ ແລະ ຂາຍຍ່ອຍ: ສ້ອມແປງລົດຍົນ ແລະ ລົດຈັກ

 

4520

ການບຳລຸງຮັກສາ ແລະ ສ້ອມແປງລົດຍົນ (ສຳລັບ ISIC ນີ້ມີເງື່ອນໄຂສະເພາະການສ້າງຕັ້ງອູ່ສ້ອມແປງພາຫະນະ ແລະ ກົນຈັກ)

1,5 ຕື້ຂຶ້ນໄປ

100%

-  ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ,ລົງວັນທີ 21 ສິງຫາ 2012

ກຊ ຍທຂ

 

4690

ການຄ້າຂາຍຍົກທີ່ບໍ່ເປັນອັນສະເພາະ (ໝາຍເຖິງທຸລະກິດການຄ້າຂາຍຍົກ)

ຕ່ຳກວ່າ 10ຕື້ ແຕ່ບໍ່ຫຼຸດ 4ຕື້

50%

-  ຂໍ້ຕົກລົງວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ, ສະບັບເລກທີ 10059/ອຄ.ຄພນ,ລົງວັນທີ 22 ພຶດສະພາ 2015

ກຊ ອຄ

ຕ່ຳກວ່າ 20ຕື້ ແຕ່ບໍ່ຫຼຸດ 10ຕື້

70%

20 ຕື້ ຂຶ້ນໄປ

100%

4719

ຂາຍຍ່ອຍອື່ນໆຕາມຮ້ານຄ້າທົ່ວໄປ(ໝ!ຍເຖິງທຸລະກິດການຄ້າຂາຍຍ່ອຍ)

ຕ່ຳກວ່າ 10ຕື້ ແຕ່ບໍ່ຫຼຸດ 4ຕື້

50%

-  ຕົກລົງວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ, ສະບັບເລກທີ 10059/ອຄ.ຄພນ,ລົງວັນທີ 22 ພຶດສະພາ 2015

ກຊ ອຄ

 

ຕ່ຳກວ່າ 20ຕື້ ແຕ່ບໍ່ຫຼຸດ 10ຕື້

70%

 

20 ຕື້ ຂຶ້ນໄປ

100%

ການຂົນສົ່ງ ແລະ ສາງສິນຄ້າ

 

4922

ການຂົນສົ່ງໂດຍສານທາງບົກອື່ນໆ (ສຳລັບ ISIC ນີ້ມີເງື່ອນໄຂສະເພາະການບໍລິການບໍລິການລົດແທັກຊີມີເຕີ)

5 ຕື້ ຂຶ້ນໄປ

100%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

4923

ການຂົນສົ່ງສິນຄ້າຜ່ານທາງຫຼວງ (ສຳລັບ ISIC ນີ້ ມີເງື່ອນໄຂສະເພາະຄື:

ກ. ການດຳເນີນທຸລະກິດຂົນສົ່ງສິນຄ້າພາຍໃນປະເທດ

3 ຕື້ ຂຶ້ນໄປ

100%

-  ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ຂ. ທຸລະກິດຂົນສົ່ງສິນຄ້າລະຫວ່າງປະເທດ ຫຼື ຂ້າມປະເທດ

5 ຕື້ ຂຶ້ນໄປ

49%

 

5210

ໂຮງເກັບສິນຄ້າ ແລະ ສາງເຄື່ອງ(ສຳລັບ ISIC ນີ້ມີເງື່ອນໄຂສະເພາະ ການບໍລິການເກັບຮັກສາ ແລະ ສາງສິນຄ້າ)

1 ຕື້ຂຶ້ນໄປ

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

 

5221

ການເຄື່ນໄຫວບໍລິການປະຈຳວັນ ໃຫ້ການຂົນສົ່ງທາງບົກ ສຳລັບ ISIC ນີ້ ມີເງື່ອນໄຂສະເພາະ ຄື:

ກ. ທຸລະກິດສະຖານີສົ່ງສິນຄ້າ ພານໃນປະເທດ

5 ຕື້ຂຶ້ນໄປ

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ຂ. ທຸລະກິດສະຖານີສົ່ງສິນຄ້າລະຫວ່າງປະເທດ ແລະ ຜ່ານແດນ

 

 

 

5229

ກິດຈະກຳ ຍູ້ໜູນການຂົນສົ່ງອື່ນໆ ສຳລັບ ISIC ນີ້ມີເງື່ອນໄຂສະເພາະ ຄື:

ກ. ທຸລະກິດຈັດສົ່ງສິນຄ້າພາຍໃນປະເທດ

3 ຕື້ຂຶ້ນໄປ

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ຂ. ທຸລະກິດຈັດສົ່ງສສິນຄ້າລະຫວ່າງປະເທດ

ການເຄື່ອນໄຫວ ດ້ານທີ່ພັກເຊົາ ແລະ ບໍລິການອາຫານ

 

5510

ການເຄື່ອນໄຫວໃຫ້ທີ່ພັກເຊົາໄລຍະສັ້ນ (ໂຮງແຮມ 3 ຫາ 5 ດາວ)

1 ຕື້ຂຶ້ນໄປ

60%

-   ກົດໝາຍວ່າດ້ວຍການທ່ອງທ່ຽວ ເລກທີ 10/ສພຊ, ລົງວັນທີ 09/11/2005;

-   ມະຕິຕົກລົງຂອງ ປະທານສະພາລັດຖະມົນຕີ ເລກທີ 91/ປສລ, ລົງວັນທີ 04/10/1989 ວ່າດ້ວຍການທ່ອງທ່ຽວ;

-   ແຈ້ງການເລກທີ 57/ຖວທ,ລົງວັນທີ 31/01/2013.

ກຊ ຖວທ

ການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ

 

6419

ສື່ກາງດ້ານການເງິນອື່ນໆ ສຳລັບ ISIC ນີ້ມີເງື່ອນໄຂ ຄື:

ກ. ການສ້າງຕັ້ງທະນາຄານ (ທະນາຄານທຸລະກິດ)

300 ຕື້ຂຶ້ນໄປ (ພາຍໃນ-ຕ່າງປະເທດ)

ສາມາດຮ່ວມທຶນໄດ້ຕາມອັດຕາສ່ວນການຕົກລົງລະຫວ່າງຜູ້ຖືຫຸ້ນ

-  ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ, ເລກທີ 05/ສພຊ, ລົງວັນທີ 14/10/1999;

-  ກົດໝ!ຍວ່າດ້ວຍທະນາຄານທຸລະກິດ, ເລກທີ 03/ສພຊ, ລົງວັນທີ 26/12/2006;

-  ລັດຖະບັນຍັດວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະວັດຖຸມີຄ່າ, ສະບັບເລກທີ 01/ປທທ,ລົງວັນທີ 17/03/2008;

-  ບົດແນະນຳກ່ຽວກັບຂັ້ນຕອນຂໍອະນຸຍາດສ້າງຕັ້ງທະນາຄານທຸລະກິດ, ເລກທີ 705/ກຄທສ, ລົງວັນທີ 31/12/2007;

-  ແຈ້ງການກ່ຽວກັບເງື່ອນໄຂ ແລະ ການປະກອບເອກະສານສ້າງຕັ້ງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ, ເລກທີ 154/ກຄສງ, ລົງວັນທີ 17/02/2012.

ທຫລ

ຂ. ສາຂາ ທະນາຄານ

100 ຕື້ຂຶ້ນໄປ

ຄ. ການສ້າງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ

3 ຕື້ຂຶ້ນໄປ(ພາຍໃນ-ຕ່າງປະເທດ)

ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ

 

7110

ການເຄື່ອນໄຫວດ້ານສະຖາປັດຕະຍະກຳ ແລະ ວິສາວະກຳ ແລະ ການໃຫ້ການປຶກສາ ສຳລັບ ISIC ນີ້ມີເງື່ອນໄຂ ສະເພາະຄື:

ກ. ການຄົ້ນຄວ້າແລະສຶກສາຄວາມເປັນໄປໄດ້ຂອງໂຄງການ

 

 

4 ຕື້ ຫາ 8ຕື້ (ໂຄງການຂະໜາດນ້ອຍ)

8 ຕື້ ຂືຶ້ນໄປ (ໂຄງການຂະໜາດໃຫຍ່)

 

 

 

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ຂ. ການສຳຫຼວດແລະອອກແບບເຄຫາສະຖານ ແລະ ຜັງເມືອງ

ຄ. ການຕົບແຕ່ງພາຍໃນ ແລະ ພາຍນອກ

 

ງ. ທີ່ປຶກສາດ້ານການກໍ່ສ້າງ

ຈ. ສຳຫຼວດອອກແບບ ແລະ ວິສາວະກຳກໍ່ສ້າງ

 

7120

ການກວດສອບດ້ານເຕັກນິກ ແລະການວິເຄາະ(ສຳລັບ ISIC ນີ້ມີເງື່ອນໄຂສະເພາະ ການສ້າງຕັ້ງສູນກວດກາເຕັກນິກຍານພາຫະນະ)

 

1 ຕື້ຂຶ້ນໄປ

 

100%

-  ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ການສຶກສາ

 

8549

ການສຶກສາດ້ານອື່ນໆທີ່ບໍ່ທັນຈັດເຂົ້າບ່ອນໃດສຳລັບ ISIC ນີ້ ມີເງື່ອນໄຂສະເພາະຄື:

ກ. ໂຮງຮຽນສອນຂັບລົດທົ່ວໄປ

8 ຕື້ຂຶ້ນໄປ

49%

-   ແຈ້ງການກ່ຽວກັບລະບຽບການໃນການອະນຸຍາດສ້າງຕັ້ງທຸລະກິດຄວບຄຸມໃນຂະແໜງໂຍທາ ແລະ ຂົນສົ່ງ, ສະບັບເລກທີ 13779/ຍທຂ, ລົງວັນທີ 21 ສິງຫາ 2012

ກຊ ຍທຂ

ຂ. ໂຮງຮຽນສອນຂົບລົດກົນຈັກໜັກ

15 ຕື້ຂຶ້ນໄປ

100%

ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ

 

8690

ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດອື່ນໆ (ສຳລັບ ISIC ນີ້ ມີເງື່ອນໄຂສະເພາະການດຳເນີນທຸລະກິດດ້ານ ການແພດ ແລະ ການແພດພື້ນເມືອງ)

1 ຕື້ຂຶ້ນໄປ

49%

-   ອີງໃສ່ ກົດໝາຍວ່າດ້ວຍການປິ່ນປົວ ເລກທີ 53/ສພຊ, ລົງວັນທີ 9 ພະຈິກ 2005;

-   ດຳລັດວ່າດ້ວຍໂຮງໝໍເອກະຊົນ, ເລກທີ 16/ນຍ,ລົງວັນທີ 9/4/1998.

ກຊ ສທ

ໝາຍເຫດ:

  • ບັນຊີ ງໍ 02 – 2015 (ສະບັບປັບປຸງ) ປ່ຽນແທນ ແລະ ລົບລ້າງ ບັນຊີ ງໍ 01 – 2013 ທຸກໆກິດຈະການໃນບັນຊີ ງໍ 02 – 2015 (ສະບັບປັບປຸງ) ຊຶ່ງເປັນກິດຈະການທີ່ຄາດຄະເນຈະສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຕ້ອງໄດ້ປະຕິບັດຕາມລະບຽບການ ຂອງຂະແໜງການທີ່ກ່ຽວຂ້ອງ;
  • ສຳລັບ ISIC2100 ແລະ 8690 ແມ່ນຄົນຕ່າງປະເທດສາມາດຮ່ວມທຶນ ແຕ່ຕ້ອງແມ່ນຄົນລາວເປັນເຈົ້າຂອງວິຊາຊີບ ແລະ ເປັນຜູ້ຖືທະບຽນວິສາຫະກິດພ້ອມມີສ່ວນຮ່ວມໃນການບໍລິການ
  • ປະເພດທຸລະກິດໃນບັນຊີ ງໍ 02 – 2015 (ສະບັບປັບປຸງ) ແມ່ນໄດ້ຄົ້ນຄວ້າ ແລະ ລວບລວມມາຈາກ ຄຳສະເໜີຂອງ ບັນດາກະຊວງ ທີ່ກ່ຽວຂ້ອງ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on List of Business Activities for Foreign Investors (revised / D 02-2015) No. 1327/DERM, dated 13 July 2015 PDF
2 ແຈ້ງການ ກ່ຽວກັບ ບັນຊີປະເພດທຸລະກິດມີເງື່ອນໄຂ ສຳລັບຜູ່ລົງທຶນຕ່າງປະເທດ, ເລກທີ 1327/ອຄ. ທຄວ, ລົງວັນທີ 13 ກໍລະກົດ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.