ກະຊວງກະສິກໍາແຫ່ງ ສ. ອິນໂດເນເຊຍໄດ້ແຈ້ງໃຫ້ຊາບວ່າ ຈະໄດ້ຈັດຕັ້ງປະຕິບັດ ລະບຽບການຂອງ ທ່ານລັດຖະມົນຕີວ່າການກະຊວງກະສິກໍາ ເລກທີ 4 ຂອງປີ 2015 ກ່ຽວກັບການຄວບຄຸມຄວາມປອດໄພຂອງອາຫານສໍາລັບການນໍາເຂົ້າ ແລະ ສົ່ງອອກອາຫານສົດຈາກແຫຼ່ງທີ່ປູກ. ​ໂດຍ​ໄດ້​ກໍານົດ​ໃຫ້ບັນດາປະເທດຜູ້ສົ່ງອອກສົ່ງ​ແບບຟອມການຮັບຮອງລະບົບການຄວບຄຸມຄວາມປອດໄພຂອງອາຫານ ຫຼື ລົງທະບຽນການທົດສອບຄວາມປອດໄພອາຫານໃນຫ້ອງປະຕິບັດການ ຕາມແບບຟອມ ແລະ ຂັ້ນຕອນທີ່ ສ. ອິນໂດເນເຊຍກໍານົດ.

ເລີ່ມ​ແຕ່ມື້ມີ​ຜົນ​ບັງຄັບ​ໃຊ້​ໃນວັນທີ 17 ກຸມພາ 2016 ​​ເປັນຕົ້ນ​ໄປ, ບັນດາປະເທດຜູ້ສົ່ງອອກທີ່ຍັງບໍ່ໄດ້ຮັບການຮັບຮອງລະບົບການຄວບຄຸມຄວາມປອດໄພຂອງອາຫານ ຫຼື ລົງທະບຽນການທົດສອບຄວາມປອດໄພອາຫານໃນຫ້ອງປະຕິບັດການ ແມ່ນຈະບໍ່ອະນຸຍາດໃຫ້ສົ່ງອອກອາຫານສົດຈາກແຫຼ່ງທີ່ປູກຂອງພວກເຂົາ ເຂົ້າສູ່ອິນໂດເນເຊຍ.

# ຫົວຂໍ້ ດາວໂຫຼດ
1 Indonesia notifies Fresh Food Import Requirements PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.