ທ່ານນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ອອກ ຄໍາສັ່ງ ກ່ຽວກັບ ການແຕ່ງຕັ້ງຜູ້ປະສານງານ ຈົດໝາຍເຫດທາງລັດຖະການສະບັບ ເລກທີ 40/ນຍ, ລົງວັນທີ 11 ສິງຫາ 2015 ​ໃຫ້ທ່ານຫ້ອງການປົກຄອງນະຄອນຫຼວງ, ແຂວງ ໃນຂອບເຂດທົ່ວປະເທດ ອອກຂໍ້ຕົກລົງແຕ່ງຕັ້ງຜູ່ປະສານງານຂັ້ນແຂວງ ຈໍານວນ 3 ທ່ານ ເພື່ອເປັນຜູ່ປະສານງານກັບໜ່ວຍງານຈົດໝາຍເຫດທາງລັດຖະການ ຂອງກະຊວງຍຸຕິທໍາ. ບັນດາຜູ່ປະສານງານທີ່ໄດ້ຮັບການແຕ່ງຕັ້ງນັ້ນ ໃຫ້ຮີບຮ້ອນສັງລວມເອົາບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປ ເຊັ່ນ: ຂໍ້ຕົກລົງ, ຄໍາສັ່ງ, ແລະ ຄໍາແນະນໍາ ຂອງເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ເພື່ອສົ່ງມາພິມລົງຈົດໝາຍເຫດທາງລັດຖະການ ໃຫ້ທັນຕາມກໍານົດເວລາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.