ສາລະບານ

ໝວດທີ I  ບັດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ມາດຕາ 2 ໜ້າທີ່ຂອງລະບົບ

ມາດຕາ 3 ນະໂຍບາຍຂອງລັດຖະບານ ກ່ຽວກັບການເຊື່ອມໂຍງສາກົນ

ມາດຕາ 4 ຂອບເຂດການນຳໃຊ້

ມາດຕາ 5 ຫຼັກການການເຄື່ອນໄຫວວຽກງານ

ໝວດທີ II  ໂຄງປະກອບການຈັດຕັ້ງ

ມາດຕາ 6 ໂຄງປະກອບການຈັດຕັ້ງ

ມາດຕາ 6.1 ໂຄງປະກອບຄະນະຊີ້ນຳ

ມາດຕາ 6.2 ໂຄງປະກອບກົງຈັກຊ່ວຍວຽກ

ມາດຕາ 6.3 ຜູ້ພັດທະນາລະບົບແຈ້ງເອກະສານພາສີ ປະຕູດຽວ

ມາດຕາ 6.4 ໂຄງປະກອບ ກົງຈັກຄຸ້ມຄອງ ແລະບໍລິຫານລະບົບ ແຈ້ງພາສີປະຕູດຽວ

ໝວດທີ III  ສິດ ແລະໜ້າທີ່ຮັບຜິດຊອບ

ມາດຕາ 7 ໜ້າທີ່ ແລະຂອບເຂດສິດ

ໝວດທີ IV  ການຄຸ້ມຄອງ ແລະການນຳໃຊ້ລະບົບແຈ້ງພາສີປະຕູດຽວ

ມາດຕາ 8 ການເຂົ້າສູ່ລະບົບ ແລະການແລກປ່ຽນຂໍ້ມູນຂ່າວສານຢູ່ໃນລະບົບການແຈ້ງພາສີປະຕູດຽວ

ມາດຕາ 9 ເງື່ອນໄຂ ສຳລັບການກຳນົດລະຫັດຜູ້ນຳໃຊ້ລະບົບ, ການຢັ້ງຢືນຄວາມຖືກຕ້ອງຂອງລະຫັດຜູ້ນຳໃຊ້ລະບົບ,

ຂອບເຂດສິດຂອງຜູ້ນຳໃຊ້ລະບົບ.

ມາດຕາ 10 ການຮັບປະກັນຄຸນນະພາບຂໍ້ມູນ

ມາດຕາ 11 ການບັນທຶກ ແລະການເກັບຮັກສາ ຂໍ້ມູນເອເລັກໂຕຼນິກ

ມາດຕາ 12 ການປົກປ້ອງຂໍ້ມູນຕົວເລກ ແລະຄວາມປອດໄພຂອງຂໍ້ມູນຂ່າວສານ

ມາດຕາ 13 ການປົກປ້ອງຄວາມເປັນສ່ວນຕົວ

ມາດຕາ 14 ການເກັບຄ່າທຳນຽມ

ໝວດທີ V  ສາຍພົວພັນກັບບັນດາກົດໝາຍຂອງ ສປປ ລາວ

ມາດຕາ 15 ສາຍພົວພັນກັບກົດໝາຍແພ່ງ ແລະກົດໝາຍອາຍາ

ມາດຕາ 16 ສາຍພົວພັນກັບກົດໝາຍ ວ່າດ້ວຍພາສີ ແລະລະບຽບການ ທາງພາສີ

ມາດຕາ 17 ສາຍພົວພັນກັບກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຼນິກ

ໝວດທີ VI  ການແກ້ໄຂ ຂໍ້ຜິດພາດ

ມາດຕາ 18 ການແກ້ໄຂຂໍ້ຜິດພາດ

ໝວດທີ VII  ບົດບັນຍັດສຸດທ້າຍ

ມາດຕາ 19 ຕາປະທັບ ແລະງົບປະມານ

ມາດຕາ 20 ການປະສານງານ ແລະການຈັດຕັ້ງປະຕິບັດ

ມາດຕາ 21 ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ      ເລກທີ 2109/ກງ
ນະຄອນຫຼວງວຽງຈັນ,ວັນທີ 26 ມິຖຸນາ 2015

ຂໍ້ຕົກລົງ

ວ່າດ້ວຍການຈັດຕັ້ງປະຕິບັດ ແລະເຄື່ອນໄຫວວຽກ
ສຳລັບການພັດທະນາ, ຈັດຕັ້ງປະຕິິບັດ ແລະດຳເນີນງານ ລະບົບແຈ້ງພາສີ ປະຕູດຽວ

-       ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.

-       ອີງຕາມ ກົດໝາຍວ່າດ້ວຍການເຄື່ອນໄຫວທາງທຸລະກຳເອເລັກໂຕຮນິກ, ສະບັບ 20/ສພຊ, ລົງວັນທີ 7 ທັນວາ 2012.

-       ອີງຕາມດຳລັດວ່າດ້ວຍ ການຈັດຕັ້ງປະຕິບ ແລະເຄື່ອນໄຫວຂອງຄະນະກຳມະການປະສານງານລະດັບຊາດ ວ່າ

-       ດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ ສະບັບເລກທີ 14/ລບ, ລົງວັນທີ 23/1/2015.

-       ອີງຕາມສະໂນດນຳສົ່ງຄຳເຫັນຂອງກົມກົດໝາຍ, ສະບັບເລກທີ 433/ກຍ.ຫກ, ລົງວັນທີ 1/4/2015.

ລັດຖະມົນຕີວ່າການກະຊວງການເງິນ ອອກຂໍ້ຕົກລົງ :

ໝວດທີ I
ບັດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

     ຂໍ້ຕົກລົງສະບັບນີ້ ກຳນົດ ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະຫຼັກການໃນການພັດທະນາ, ຈັດຕັ້ງປະຕິບັດ ແລະເປີດດຳເນີນງານລະບົບແຈ້ງພາສີປະຕູດຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນຂັ້ນຕອນອະນຸຍາດ ແລະການອອກອະນຸຍາດ ສຳລັບການແຈ້ງພາສີ ຂາເຂົ້າ,ຂາອອກ ແລະການຂົນສົ່ງສິນຄ້າຜ່ານແດນ ໂດຍນຳໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝເຂົ້າໃນການແລກປ່ຽນ ຂໍ້ມູນຂ່າວສານ ແລະເອກະສານ ລະຫວ່າງ ພາກລັດດ້ວຍກັນ, ພາກລັດກັບພາກເອກະຊົນ ແລະພາກເອກະຊົນດ້ວຍກັນ, ແນ່ໃສ່ອຳນວຍຄວາມສະດວກດ້ານການຄ້າ, ເສີມຂະຫຍາຍຄວາມຄ່ອງຕົວ ໃນການຈໍລະຈອນສິນຄ້າໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າພາຍໃນປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຊາດ ແລະສ້າງຄວາມພ້ອມໃຫ້ແກ່ການເຊື່ອມໂຍງເຂົ້າກັບລະບົບການແຈ້ງເອກະສານທາງເອເລັກໂຕຣນິກຜ່ານປະຕູດຽວຂອງອາຊຽນ.

ມາດຕາ 2 ໜ້າທີ່ຂອງລະບົບ

          ລະບົບແຈ້ງພາສີປະຕູດຽວ ແມ່ນລະບົບແຈ້ງເອກະສານ ແບບເອເລັກໂຕຣນິກຊຶ່ງເຮັດໃຫ້ຂະແໜງການພາກລັດ ແລະພາກສ່ວນທຸລະກິດ ທີ່ກ່ຽວຂ້ອງກັບການນຳເຂົ້າ, ສົ່ງອອກ ແລະການສົ່ງສິນຄ້າຜ່ານແດນ ສາມາດແລກປ່ຽນຂໍ້ມູນ ແລະເອກະສານຜ່ານປະຕູດຽວ ເພື່ອດຳເນີນຂັ້ນຕອນການອະນຸຍາດ ແລະອອກອະນຸຍາດ ຕາມລະບຽບກົດໝາຍ ຂອງແຕ່ລະຂະແໜງການກ່ຽວຂ້ອງ.

ມາດຕາ 3 ນະໂຍບາຍຂອງລັດຖະບານ ກ່ຽວກັບການເຊື່ອມໂຍງສາກົນ

          ຂໍ້ຕົກລົງສະບັບນີ້ ແມ່ນສອດຄ່ອງກັບ ທິດທາງນະໂຍບາຍຂອງລັດຖະບານ ວ່າດ້ວຍການເຊື່ອມໂຍງກັບເສດຖະກິດ ກັບສາກົນ ໂດຍສະເພາະແມ່ນການປະຕິບັດພັນທະຂອງ ສ ປ ປ ລາວ ທີໄດ້ລົງນາມໃນສັນຍາ ວ່າດ້ວຍການສ້າງຕັ້ງ ແລະຈັດຕັ້ງປະຕິບັດລະບົບການແຈ້ງພາສີປະຕູດຽວດອາຊຽນ ປີ 2005. ຂໍ້ຕົກລົງສະບັບນີ້ ໃຫ້ສິດເຕັມທີ່ໃນການພັດທະນາ, ຈັດຕັ້ງປະຕິບັດ ແລະເປີດດຳເນີນງານ ລະບົບແຈ້ງພາສີປະຕູດຽວ ເພື່ອເຮັດໃຫ້ສາມາດ ດຳເນີນການສົ່ງເອກະສານ, ແບບຟອມ, ສະຖິຕິ ແລະຂໍ້ມູນ ທັງໝົດ ໃນຮູບແບບອີເລັກໂທຼນິກ ໂດຍຜ່ານລະບົບດັ່ງກ່າວ, ຊຶ່ງຖືເປັນປັດໃຈ ທີ່ຈຳເປັນໃນການດຳເນີນທຸລະກິດ ທີ່ຕິດພັນກັບຂະບວນການ ນຳເຂົ້າ, ສົ່ງອອກ ແລະຂົນສົ່ງສິນຄ້າຜ່ານແດນ.

ມາດຕາ 4 ຂອບເຂດການນຳໃຊ້

          ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບໃຊ້ ສຳລັບ ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນທຸລະກຳ ຜ່ານລະບົບ ແຈ້ງພາສີປະຕູດຽວ, ລວມທັງພະນັກງານລັດຖະກອນ, ບັນດາກະຊວງ, ທະບວງກົມ, ບໍລິສັດຮ່ວມທຶນລະຫວ່າງລັດຖະບານ ແລະ ເອກະຊົນ ຫຼື ບໍລິສັກເອກະຊົນ ໃດໜຶ່ງ ທີ່ມີສ່ວນກ່ຽວຂ້ອງກັບການພັດທະນາລະບົບ, ການຈັດຕັ້ງປະຕິບັດລະບົບ ແລະ/ຫຼື ການດຳເນີນງານຂອງລະບົບ ແຈ້ງພາສີປະຕູດຽວ.

ມາດຕາ 5 ຫຼັກການການເຄື່ອນໄຫວວຽກງານ

          ການພັດທະນາ, ຈັດຕັ້ງປະຕິບັດ ແລະເປີດດຳເນີນງານ ລະບົບແຈ້ງພາສີປະຕູດຽວ ຕ້ອງປະຕິບັດຫຼັກການດັ່ງຕໍ່ໄປນີ້ :

1.    ຮັບປະກັນໃຫ້ສອດຄ່ອງກັບລະບຽບການພາຍໃນ ແລະມາດຕະຖານສາກົນ.

2.    ຮັບປະກັນອຳນວຍຄວາມສະດວກໃນການດຳເນີນຂັ້ນຕອນດ້ານເອກະສານຜ່ານລະບົບດັ່ງກ່າວ.

3.    ຍົກສູງການບໍລິການໃຫ້ມີຄວາມສະເໝີພາບ, ຄວາມເປັນເອກະພາບ ແລະຄວາມໂປ່ງໃສ.

4.    ກະຕຸກຊຸກຍູ້ ານປະກອບສ່ວນ ແລະຄວາມເປັນເຈົ້າການຂອງທຸກຂະແໜງກ່ຽວຂ້ອງ.

5.    ຮັບປະກັນໃຫ້ມີຄວາມປະຢັດ ແລະຄວາມຄຸ້ມຄ່າທາງດ້ານເສດຖະກິດ.

6.    ປົກປ້ອງ ຂໍ້ມູນສ່ວນຕົວ ແລະຂໍ້ມູນດ້ານການຄ້າ ທີ່ເປັນຄວາມລັບ.

ໝວດທີ II
ໂຄງປະກອບການຈັດຕັ້ງ

ມາດຕາ 6 ໂຄງປະກອບການຈັດຕັ້ງ

ລັດຖະມົນຕີກະຊວງການເງິນ ມີສິດອະນຸມັດແຕ່ງຕັ້ງໂຄງປະກອບການຈັດຕັ້ງ ສຳລັບການເຄື່ອນໄຫວວຽກງານ ທີ່ຕິດພັນກັບລະບົບແຈ້ງພາສີປະຕູດຽວ, ຊຶ່ງມີດັ່ງນີ້ :

1.    ຄະນະຊີ້ນຳ ການພັດທະນາ, ຈັດຕັ້ງປະຕິບັດ ແລະເປີດດຳເນີນງານ ລະບົບແຈ້ງພາສີປະຕູດຽວ.

2.    ກົງຈັກຊ່ວຍວຽກ.

3.    ຜູ້ພັດທະນາລະບົບແຈ້ງເອກະສານພາສີ ປະຕູດຽວ.

4.    ກົງຈັກຄຸ້ມຄອງ ແລະບໍລິຫານລະບົບແຈ້ງພາສີປະຕູດຽວ.

ມາດຕາ 6.1 ໂຄງປະກອບຄະນະຊີ້ນຳ

          ສະມາຊິກຄະນະຊີ້ນຳ ການພັດທະນາຈັດຕັ້ງປະຕິບັດ ແລະເປີດດຳເນີນງານ ລະບົບແຈ້ງພາສີປະຕູດຽວ, ປະກອບດ້ວຍ :

-      ທ່ານລັດຖະມົນຕີ ຊ່ວຍວ່າການກະຊວງການເງິນ               ເປັນປະທານ

-      ທ່ານ ຫົວໜ້າກົມພາສີ, ກະຊວງການເງິນ         ເປັນຮອງປະທານ

-       ທ່ານ ຫົວໜ້າຫ້ອງການ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ      ເປັນຮອງປະທານ

-       ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ            ເປັນຄະນະ

ຂະແໜງການກ່ຽວຂ້ອງປະກອບມີ :

1.    ກະຊວງການເງິນ : ກົມສ່ວຍສາອາກອນ, ກົມຄັງເງິນແຫ່ງຊາດ, ສູນເຕັກໂນໂລຊີ.

2.    ກະຊວງອຸດສາຫະກຳ ແລະກ້ານຄ້າ : ກົມການນຳເຂົ້າ-ສົ່ງອອກ, ກົມຄຸ້ມຄອງທະບຽນວິສະຫະກິດ.

3.    ກະຊວງໂຍທາທິການ ແລະຂົນສົ່ງ : ກົມຂົນສົ່ງ.

4.    ກະຊວງກະສິກຳ ແລະປ່າໄມ້ : ກົມແຜນການ, ກົມປູກຝັງ, ກົມລ້ຽງສັດ ແລະການປະມົງ, ກົມກັກກັນພືດ ແລະ ສັດ .

5.    ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະການທ່ອງທ່ຽວ : ກົມວັດທະນະທຳ.

6.    ກະຊວງສາທາລະນະສຸກ : ກົມອາຫານ ແລະຢາ, ຈົດທະບຽນອາຫານເສີມ

7.    ກະຊວງການຕ່າງປະເທດ : ກົມພິທີການທູດ, ກົມຈັດຕັ້ງສາກົນ.

8.    ກະຊວງວິທະຍາສາດ ແລະເຕັກໂນໂລຊີ : ກົມເຕັກໂນໂລຊີ.

9.    ທະນາຄານແຫ່ງ ສ ປ ປ ລາວ : ກົມນະໂຍບາຍການເງິນ.

10. ກະຊວງພະລັງງານ ແລະບໍແຮ : ກົມບໍ່ແຮ, ກົມພະລັງງານ.

11. ກະຊວງຊັບພະຍາກອນນໍ້າ, ທຳມະຊາດ ແລະສິ່ງແວດລ້ອມ : ກົມຄວບຄຸມມົນລະພິດ.

12. ກະຊວງແຜນການ ແລະການລົງທຶນ : ກົມສົ່ງເສີມການລົງທຶນ.

13. ຫ້ອງການລັດຖະບານ : ຫ້ອງການ, ກົມຄົ້ນຄວ້າເສດຖະກິດ.

14. ກະຊວງປ້ອງກັນປະເທດ : ຫ້ອງການ

15. ກະຊວງປ້ອງກັນຄວາມສະຫງົບ : ຫ້ອງການ

16. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະສື່ສານ : ຫ້ອງການ

17. ກະຊວງຍຸດຕິທຳ : ກົມກົດໝາຍ

18. ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ : ກອງເລຂາເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ .

ມາດຕາ 6.2 ໂຄງປະກອບກົງຈັກຊ່ວຍວຽກ

          ກົງຈັກຊ່ວຍວຽກປະກອບມີ :

-    ກອງເລຂາ

-    ໜ່ວຍງານຄົ້ນຄວ້າ ດ້ານລະບຽບການ, ຂັ້ນຕອນ ແລະວຽກງານວິຊາສະເພາະອື່ນໆ ໃນແຕ່ລະຂະແໜງການ.

     ມອບໃຫ້ກົມພາສີ ເຮັດໜ້າທີ່ເປັນກອງເລຂາ ແລະເປັນໃຈກາງໃນການປະສານງານ ກັບບໍລິສັດຜູ້ພັດທະນາລະບົບ ແລະ ບັນດາຂະແໜງການ ທັງພາກລັດ ແລະພາກເອກະຊົນ ເຊັ່ນ : ບັນດາກະຊວງ ທະບວງກົມ ທີ່ກ່ຽວຂ້ອງ, ປະທານສະພາ ອຸດສະຫະກຳ ແລະການຄ້າ, ປະທານ ສະມາຄົມຜູ້ຈັດສົ່ງສິນຄ້າ ລະຫວ່າງປະເທດຂອງລາວ ( LIFA ) , ສາງເກັບມ້ຽນສິນຄ້າ, ສະມາຄົມນັກ ທຸລະກິດໄວ້ໜຸ່ມ, ບໍລິສັດປະກັນໄພ, ທະນາຄານທຸລະກິດ ແລະອົງການຈັດຕັ້ງພາກເອກະຊົນ ອື່ນໆ ແນ່ໃສ່ເພື່ອຮັບປະກັນ ປະສິດທິພາບ ໃນການພັດທະນາ, ຈັດຕັ້ງປະຕິບັດ, ເປີດດຳເນີນງານ ແລະນຳໃຊ້ລະບົບແຈ້ງພາສາປະຕູດຽວ.

ມາດຕາ 6.3 ຜູ້ພັດທະນາລະບົບແຈ້ງເອກະສານພາສີ ປະຕູດຽວ

ມອບໃຫ້ກອງເລຂາດຳເນີນງານຄົ້ນຄວ້າ ແລະນຳສະເໜີ ລັດຖະມົນຕີວ່າການກະຊວງການເງິນ ເພື່ອອະນຸມັດຄັດເລືອກ ແລະແຕ່ງຕັ້ງ ຜູ້ພັດທະນາລະບົບແຈ້ງພາສີປະຕູດຽວ, ຊຶ່ງອາດເປັນບໍລິສັດເອກະຊົນ ຫຼື ອົງການລັດຖະບານໃດໜຶ່ງທີ່ມີຄວາມສາມາດ ແລະປະສົບການໃນການພັດທະນາລະບົບເຕັກໂນໂລຊີ ຂໍ້ມູນຂ່າວສານ.

ມາດຕາ 6.4 ໂຄງປະກອບ ກົງຈັກຄຸ້ມຄອງ ແລະບໍລິຫານລະບົບ ແຈ້ງພາສີປະຕູດຽວ

ມອບໃຫ້ກອງເລຂາ ດຳເນີນການຄົ້ນຄວ້າ ແລະນຳສະເໜີ ລັດຖະມົນຕີວ່າການກະຊວງການເງິນ ເພື່ອອະນຸມັດການສ້າງຕັ້ງ ແລະແຕ່ງຕັ້ງບຸກຄະລາກອນ ປະກອບໃສ່ໃນກົງຈັກຄຸ້ມຄອງ ແລະບໍລິຫານລະບົບແຈ້ງພາສີປະຕູດຽວ, ຊຶ່ງເປັນອົງການກອນໜຶ່ງທີ່ປະຕິບັດໜ້າທີ່ເຕັມເວລາ ແລະປະກອບດ້ວຍບຸກຄະລະກອນ ຜູ້ທີ່ມີປະສົບການດ້ານການພັດທະນາລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ດ້ານການນຳເຂົ້າ, ການສົ່ງອອກ ແລະການຂົນສົ່ງຜ່ານແດນສາກົນ.

ໝວດທີ III
ສິດ ແລະໜ້າທີ່ຮັບຜິດຊອບ

ມາດຕາ 7 : ໜ້າທີ່ ແລະຂອບເຂດສິດ

ຄະນະຊີ້ນຳລວມ ມີສິດ ແລະໜ້າທີ່ຕົ້ນຕໍ ມີດັ່ງນີ້ :

1.    ປຶກສາຫາລື ພາຍໃນຄະນະຊີ້ນຳ ແລະອະນຸຍາດໃຫ້ພາກສ່ວນທີ່່ກ່ຽວຂ້ອງ ທັງພາກລັດ ແລະເອກະຊົນເຂົ້າມີສ່ວນຮ່ວມໃນການກຳນົດບັນຫາທັງໝົດ ທີ່ຕິດພັນກັບການສ້າງຕັ້ງ ລະບົບແຈ້ງພາສີປະຕູດຽວ, ແນ່ໃສ່ເພື່ອຊອກຫາວິທີແກ້ໄຂບັນຫາ ຮ່ວມກັນ ແລະໃຫ້ມີຄວາມເປັນເອກະພາບ ໃນເປົ້າໝາຍອັນດຽວກັນ.

2.    ກຳນົດຂອບເຂດຄວາມຮັບຜິດຊອບ ຕົ້ນຕໍ ແລະລະບຽບການທັງໝົດ ຂອງແຕ່ລະຂະແໜງການ ທີ່ກ່ຽວຂ້ອງ ທີ່ເປັນເງື່ອນໄຂສຳລັບການສ້າງລະບົບແຈ້ງພາສີປະຕູດຽວ ແນ່ໃສ່ຮັບປະກັນປະສິດທິພາບການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ

3.    ນຳສະເໜີລັດຖະມົນຕີວ່າການຂອງຂະແໜງການທີ່ກ່ຽວຂ້ອງເພື່ອພິຈາລະນາອຳນວຍຄວາມສະດວກໃນການສະໜອງຂໍ້ມູນກ່ຽວກັບກົດໝາຍ, ດຳລັດ, ລະບຽບການທີ່ຈຳເປັນ ໃນການສ້າງລະບົບແຈ້ງພາສີປະຕູດຽວ,ລວມທັງການມອບສິດ ໃຫ້ແກ່ບຸກຄົນ ຫຼືອົງກອນໃດໜຶ່ງໃນການເຂົ້ານຳໃຊ້ລະບົບແຈ້ງພາສີປະຕູດຽວ.

4.    ນຳສະເໜີ ລະດັບລັດຖະມົນຕີວ່າການ ຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາປັບປຸງກົດໝາຍດຳລັດລະບຽບການ ທີ່ມີໃນປະຈຸບັນ ແນ່ໃສ່ຮັບປະກັນຄວາມຄ່ອງຕົວໃນການດຳເດີນງານ ຂອງລະບົບແຈ້ງພາສີປະຕູດຽວ.

5.    ກວດກາເບິ່ງລະດັບຄວາມຕ້ອງການຂອງຜູ້ປະກອບການ, ທະນາຄານ, ຜູ້ບໍລິການແຈ້ງພາສີ, ຜູ້ຄຸ້ມຄອງສາງ,

6.     ບໍລິສັດຂົນສົ່ງ, ບໍລິສັດປະກັນໄພ, ບໍລິສັດຈັດສົ່ງ ແລະຜູ້ມີສ່ວນຮ່ວມອື່ນໆ ເພື່ອລະບຸໃນສັນຍາການສະໜອງບໍລິການ, ແນ່ໃສ່ເປັນບ່ອນອີງໃນການດຳເນີນງານ ຂອງລະບົບແຈ້ງພາສີປະຕູດຽວ.

7.    ລາຍງານລະດັບລັດຖະມົນຕີວ່າການ ຂອງຂະແໜງການກ່ຽວຂ້ອງ ເປັນແຕ່ລະໄລຍະ ກ່ຽວກັບຄວາມຄືບໜ້າຂອງການສ້າງຕັ້ງລະບົບແຈ້ງພາສີປະຕູດຽວ ແລະນຳສະເໜີການປັບປຸງບາງຂັ້ນຕອນການເຮັດວຽກເພື່ອຮັບປະກັນປະສິດທິພາບ ການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ.

8.    ປຶກສາຫາລືຢ່າງໃກ້ສິດ ກັບກົງຈັກຄຸ້ມຄອງ ແລະບໍລິຫານລະບົບ ແຈ້ງພາສີປະຕູດຽວ ແລະຢ່າງເປັນປະຈຳ.

9.    ນຳສະເໜີ ລັດຖະບານ ເພື່ອພິຈາລະນາອະນຸມັດ ບັນຫາທີ່ມີຜົນກະທົບ ຕໍ່ຄວາມໝັ້ນຄົງດ້ານການດຳເນີນງານຂອງລັດຖະບານ, ຄວາມສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວາມສະຫງົບ ແລະຄວາມປອດໄພຂອງສັງຄົມ ກໍ່ຄືຂອງ ສ ປ ປ ລາວ.

          ກົງຈັກຊ່ວຍວຽກມີໜ້າທີ ແລະຂອບເຂດສິດ ດັ່ງຕໍ່ໄປນີ້ :

1.    ເປັນໃຈກາງໃນການປະສານງານ ກັບບັນດາຂະແໜງການພາກລັດ ແລະເອກະຊົນທີ່່ກ່ຽວຂ້ອງ.

2.    ເປັນເຈົ້າການໃນການຄົ້ນຄວ້າ, ຂໍຄວາມເຫັນຈາກພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບເນື້ອໃນເອກະສານສັນຍາມອບສິດໃນການພັດທະນາ, ຈັດຕັ້ງປະຕິບັດ ແລະເປີດດຳເນີນງານລະບົບແຈ້ງພາສີປະຕູດຽວ.

3.    ເປັນໃຈກາງໃນການປະສານງານ ລະຫວ່າງຜູ້ພັດທະນາລະບົບ ແລະບັນດາຂະແໜງການຕ່າງໆ ທີ່ຕິດພັນກັບການພັດທະນາ, ຈັດຕັ້ງປະຕິບັດ ແລະເປີດດຳເນີນງານລະບົບແຈ້ງພາສີປະຕູດຽວ.

4.    ສ້າງກົນໄກຄຸ້ມຄອງການພັດທະນາ ແລະການຈັດຕັ້ງປະຕິບັດ ລະບົບແຈ້ງພາສີປະຕູດຽວ ຢ່າງມີປະສິດທິຜົນແລະ ຕອບສະໜອງໄດ້ຄວາມຕ້ອງການໃນການພັດທະນາຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ.

5.    ຄົ້ນຄວ້າ ແລະປຶກສາຫາລືບັນຫາຕ່າງໆ ທີ່ຕິດພັນກັບການພັດທະນາ ແລະການຈັັດຕັ້ງປະຕິບັດ ລະບົບແຈ້ງພາສີປະຕູດຽວ, ແນ່ໃສ່ແກ້ໄຂບັນຫາທີີເກີດຂຶ້ນ ໃນແຕ່ລະໄລຍະໃຫ້ທັນສະພາບການ.

6.    ຄົ້ນຄວ້າ, ນຳສະເໜີ, ສ້າງຫຼືປັບປຸງບັນດານິຕິກຳ ທີ່ຕິດພັນກັບການພັດທະນາ ແລະການຈັດຕັ້ງປະຕິບັດແຈ້ງພາສີປະຕູດຽວ ແນ່ໃສ່ເພື່ອໃຫ້ມີຜົນສັກສິດ ທາງດ້ານກົດໝາຍຢ່າງເປັນເອກະພາບກັນ.

7.    ເປັນເຈົ້າການຕິດຕາມ, ປະເມີນຜົນການພັດທະນາ ແລະການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວເພື່ອຮັບປະກັນໃຫ້ການພັດທະນາລະບົບດັ່ງກ່າວ ສອດຄ່ອງກັບແນວທາງນະໂຍບາຍ ການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ.

ຜູ້ພັດທະນາລະບົບແຈ້ງພາສີປະຕູດຽວ ມີໜ້າທີ່ ແລະຂອບເຂດດັ່ງຕໍ່ໄປນີ້ :

     ຜູ້ພັດທະນາລະບົບແຈ້ງພາສີປະຕູດຽວ ມີໜ້າທີ່ປະສານງານ, ປຶກສາຫາລື, ຄົ້ນຄວ້າ ແລະນຳສະເໜີບັນຫາ ຕ່າງໆທີ່ຕິດພັນກັບການພັດທະນາ, ການຈັດຕັ້ງປະຕິບັດ ແລະການຄຸ້ມຄອງລະບົບແຈ້ງພາສີປະຕູດຽວ ຕາມລະບຸໄວ້ໃນສັນຍາມອບສິດການພັດທະນາລະບົບແຈ້ງພາສີປະຕູດຽວ ພ້ອມທັງປະຕິບັດຕາມລະບຽບກົດໝາຍຂອງ ສ ປ ປ ລາວ ຢ່າງເຂັ້ມງວດ.

     ກົງຈັກຄຸ້ມຄອງ ແລະບໍລິຫານລະບົບ ແຈ້ງພາສີປະຕູດຽວ ມີໜ້າທີ່ ແລະຂອບເຂດສິດ ດັ່ງຕໍ່ໄປນີ້ :

     ກົງຈັກຄຸ້ມຄອງ ແລະບໍລິຫານລະບົບແຈ້ງພາສີປະຕູດຽວ ເປັນອົງກອນໜຶ່ງທີ່ປະຕິບັດວຽກງານເຕັມເວລາ, ມີຄວາມຄ່ອງຕົວໃນການເປັນເຈົ້າການ ຈັດສັນບຸກຄະລາກອນ, ຄຸ້ມຄອງການເງິນ ແລະຄຸ້ມຄອງການຈັດຊື້ຈັດຈ້າງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການດຳເນີນງານ ຂອງລະບົບແຈ້ງພາສີປະຕູດຽວ. ອົງກອນ ດັ່ງກ່າວ ອາດຢູ່ໃນຮູບແບບ ລັດວິສາຫະກິດ ຫຼືບໍລິສັດເອກະຊົນກົງຈັກຄຸ້ມຄອງ ແລະ ບໍລິຫານລະບົບພາສີປະຕູດຽວ ມີໜ້າທີ່ຄຸ້ມຄອງແລະ ປະສານງານທົ່ວໄປ ກ່ຽວກັບການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ ແນ່ໃສ່ໃຫ້ສາມາດດຳເນີນງານໄດ້ຢ່າງປະສິດທິພາບ, ນອກຈາກນັ້ນ , ຍັງປະຕິບັດໜ້າທີ່ ດັ່ງຕໍ່ໄປນີ້ :

1.    ສ້າງມາດຕະການການບໍລິຫານງານທີ່ມີຄວາມໂປ່ງໃສ, ມີຄວາມຍຸຕິທຳ, ສາມາດກວດກາໄດ້ ເພື່ອໃຫ້ການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ ມີປະສິດທິພາບ ແລະສອດຄ່ອງກັບລະບຽບກົດໝາຍ ຂອງ ສ ປ ປ ລາວ.

2.    ຮັບປະກັນໃຫ້ມີສິງອຳນວຍຄວາມສະດວກ, ອຸປະກອນ, ເຄື່ອງມື, ບຸກຄະລາກອນ ແລະຊັບພະຍາກອນຕ່າງໆ ທີ່ຈຳເປັນເພື່ອເຮັດໃຫ້ລະບົບການແຈ້ງພາສີປະຕູດຽວ ສາມາດດຳເນີນໄດ້ຢ່າງມີປະສິດທິພາບ.

3.    ຮັບປະກັນຄວາມເໝາະສົມ ແລະປະສິດທິພາບຂອງການຕິດຕັ້ງ, ການຂະຫຍາຍລະບົບ, ການເຊື່ອມຕໍ່ ແລະ ການດຳເນີນງານ ລະຫວ່າງຜູ້ສະໜອງບໍລິການທັງໝົດ ທີ່ຕິດພັນກັບ ການສ້າງສິ່ງອຳນວຍຄວາມສະດວກ, ອຸປະກອນ ແລະຊອບແວຕ່າງໆ.

4.    ປະສານສົມທົບ ກັບອົງການຈັດຕັ້ງພາກລັດທີ່ກ່ຽວຂ້ອງ ກັບການວາງແຜນ, ການອອກແບບແລະກຳນົດລາຍລະອຽດມາດຖານ ສຳລັບການຮັບຮອງຜົນການທົດລອງລະບົບ.

5.    ດຳເນີນການຈັດຈ້າງຊຽວຊານ ຮັບຜິດຊອບອຳນວຍຄວາມສະດວກ ແລະດຳເນີນວຽກງານຢູ່ພາກສະໜາມ.

6.    ດຳເນີນການຝຶກອົບຮົມ ໃຫ້ແກ່ບຸກຄະລາກອນຂະແໜງການລັດ ແລະຜູ້ມີສ່ວນກ່ຽວຂ້ອງທັງໝົດ ໂດຍສະເພາະພາກທຸລະກິດ.

7.    ຕິດຕາມ ກວດກາ ຄວາມໜ້າເຊື່ອຖືຂອງຂໍ້ມູນທີ່ເກັບຮັກສາໄວ້ໃນລະບົບແຈ້ງພາສີປະຕູດຽວ.

8.    ດຳເນີນການກວດຫາສາເຫດ ຄວາມຜິດພາດ ແລະຮັບປະກັນດັດແກ້ຂໍ້ຜິດພາດໃຫ້ຖືກຕ້ອງ.

9.    ສ້າງຕັ້ງໜ່ວຍງານບໍລິການຕອບຄຳຖາມ ກ່ຽວກັບການດຳເນີນງານ ຂອງລະບົບແຈ້ງພາສີປະຕູດຽວ ກຳນົດຫຼັກການ ແລະຂັ້ນຕອນ ການດຳເນີນງານ ພ້ອມທັງດຳເນີນການຈັດຈ້າງພະນັກງານ ເພື່ອຮັບຜິດຊອບບໍລິຫານ ທັງພາຍໃນບໍລິການດັ່ງກ່າວ.

10. ດຳເນີນການຈັດສັນ ແລະການຝຶກອົບຮົມພະນັກງານພາຍໃນອົງກອນໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ ແລະຄຸ້ມຄອງອຸປະກອນສິ່ງອຳນວຍຄວາມສະດວກດ້ານຂໍ້ມູນຂ່າວສານຕ່າງໆ.

11. ຮັບປະກັນປະສານງານ ແລະການດຳເນີນງານ ຂອງລະບົບແຈ້ງພາສີປະຕູດຽວ ຢູ່ທົ່ວທຸກອົງກອນລັດຖະບານ ທີ່ກ່ຽວຂ້ອງ ໃຫ້ມີປະສິດທິຜົນ.

12. ດຳເນີນການທົດລອງ ເບິ່ງປະສິດທິພາບຂອງການເຮັດວຽກຂອງລະບົບ ໂດຍກຳນົດກຸ່ມເປົ້າໝາຍ, ການຢັ້ງຢືນຄວາມຖືກຕ້ອງ, ການມອບໝາຍສິດ

13. ກວດກາຄວາມຜິດປົກກະຕິໃດໜຶ່ງ ທີ່ເກີດຂຶ້ນໃນການດຳເນີນງານຂອງລະບົບແຈ້ງພາສີປະຕິດຽວ, ຖ້າມີການເຮັດຜິດລະບຽບກົດໝາຍ ຈະຕ້ອງໄດ້ນຳສະເໜີແກ່ເຈົ້າໜ້າທີ່ ທີ່ມີຄວາມຮັບຜິດຊອບ.

14. ນຳສະເໜີຜົນການຄົ້ນຄວ້າ ກ່ຽວກັບການເກັບຄ່າທຳນຽມນຳໃຊ້ລະບົບແຈ້ງພາສີປະຕູດຽວ ເປັນແຕ່ລະໄລຍະ

15. ເຜີຍແຜ່ຂໍ້ມູນຂ່າວສານ ປະຈຳເດືອນ ກ່ຽວກັບວຽກງານລະບົບການແຈ້ງພາສີປະຕູດຽວ ທາງເວັບໄຊ ແລະເປັນເຈົ້າການຈັດສຳມະນາ ໂຄສະນາເຜີຍແຜ່ໃຫ້ຜູ້ປະກອບການ ແລະອົງການຈັດຕັ້ງ ພາກລັດ ມານຳໃຊ້ລະບົບແຈ້ງພາສີປະຕູດຽວ.

16. ດຳເນີນສະຫຼຸບສັງລວມ ແລະລາຍງານປະຈຳປີ ຫຼືຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານກ່ຽວກັບ ຜົນການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ, ພ້ອມທັງ ໃຫ້ຄຳແນະນຳ ກ່ຽວກັບກາປັບປຸງລະບຽບການໃດໜຶ່ງທີ່ຈຳເປັນ ເພື່ອປັບປຸງການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ.

     ລະບອບການປະຊຸມ ແລະລາຍງານ :

     ຄະນະຊີ້ນຳລວມ ເປັນເຈົ້າການໃນການຮຽກຈັດປະຊຸມ ຢ່າງໜ້ອຍ 2 ຄັ້ງຕໍ່ປີ ຫຼືເປັນແຕ່ລະໄລຍະ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ຕາມຂອບເຂດສິດ ແລະໜ້າທີ່ ທີ່ລະບຸໄວ້ໃນມາດຕາ 8

ໝວດທີ IV
ການຄຸ້ມຄອງ ແລະການນຳໃຊ້ລະບົບແຈ້ງພາສີປະຕູດຽວ

ມາດຕາ 8 : ການເຂົ້າສູ່ລະບົບ ແລະການແລກປ່ຽນຂໍ້ມູນຂ່າວສານຢູ່ໃນລະບົບການແຈ້ງພາສີປະຕູດຽວ

     ກະຊວງການເງິນເປັນເຈົ້າການ ກຳນົດ ລະບຽບຫຼັກການ ໃນການເຂົ້າສູ່ລະບົບ ແລະການແລກປ່ຽນຂໍ້ມູນຂ່າວສານ ພາຍໃນລະບົບແຈ້ງພາສີປະຕູດຽວ.
     ບັນດາກະຊວງ ທະບວງກົມ ແລະອົງການຈັດຕັ້ງຂອງລັດຖະບານ ທີ່ກ່ຽວຂ້ອງກັບການດຳເນີນທຸລະກໍາການນຳເຂົ້າ,ສົ່ງອອກ ແລະຂົນສົ່ງສິນຄ້າຜ່ານແດນ ຢູ່ ສປ ປ ລາວ ມີສິດໄດ້ຮັບ ແລະນຳໃຊ້ຂໍ້ມູນຂ່າວສານ ຕົວເລກສະຖິຕິຈາກລະບົບການແຈ້ງພາສີປະຕູດຽວ ແລະມີສິດສະໜອງຂໍ້ມູນຂ່າວສານ ຕົວເລກສະຖິຕິ ເຂົ້າສູ່ລະບົບແຈ້ງພາສີປະຕູດຽວ ເພື່ອການບັນລຸຈຸດປະສົງ ການປະຕິບັດໜ້າທີ່ຂອງຕົນ ທີ່ກ່ຽວພັນ ກັບຂະບວນການອະນຸຍາດນຳເຂົ້າ, ສົ່ງອອກ ແລະ ການຂົນສົ່ງສິນຄ້າຜ່ານແດນ ຂອງ ສ ປ ປ ລາວ.

ມາດຕາ 9: ເງື່ອນໄຂ ສຳລັບການກຳນົດລະຫັດຜູ້ນຳໃຊ້ລະບົບ, ການຢັ້ງຢືນຄວາມຖືກຕ້ອງຂອງລະຫັດຜູ້ນຳໃຊ້ລະບົບ, ຂອບເຂດສິດຂອງຜູ້ນຳໃຊ້ລະບົບ.

     ບົນພື້ນຖານການຮ່ວມມື ແລະປະສານສົມທົບ ກັບບັນດາກະຊວງ ແລະພາກເອກະຊົນ ທີ່ກ່ຽວຂ້ອງ, ຄະນະຊີ້ນຳລວມ ນຳສະເໜີລັດຖະມົນຕີວ່າການກະຊວງການເງິນ ອະນຸມັດ ດ້ານຫຼັກການ ກ່ຽວກັບລະບຽບການວ່າດ້ວຍຂະບວນການກຳນົດລະຫັດຜູ້ນຳໃຊ້ລະບົບ, ການຢັ້ງຢືນຄວາມຖືກຕ້ອງຂອງລະຫັດຜູ້ນຳໃຊ້ລະບົບ, ຂອບເຂດສິດຂອງຜູ້ນຳໃຊ້ລະບົບ, ຊຶ່ງລວມທັງ ພະນັກງານ ລັດຖະກອນ, ຜູ້ປະກອບການ, ຜູ້ບໍລິການແຈ້ງພາສີ ແລະຜູ້ນຳໃຊ້ລະບົບແຈ້ງພາສີປະຕູດຽວອື່ນໆອີກ. ລະບຽບການດັ່ງກ່າວ ຈະຕ້ອງອະນຸຍາດໃຫ້ມີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອການດຳເນີນທຸລະກຳທາງເອເລັກໂຕຼນິກ, ສອດຄ່ອງກັບມາດຕະຖານສາກົນວ່າດ້ວຍຄວາມປອດໄພຂອງການແລກປ່ຽນຂໍ້ມູນຂ່າວສານ ແລະສອດຄ່ອງກັບຈຸດປະສົງເປົ້າໝາຍຂອງການເຊື່ອມຕໍ່ກັບລະບົບແຈ້ງພາສີປະຕູດຽວອາຊຽນ.

ມາດຕາ 10 : ການຮັບປະກັນຄຸນນະພາບຂໍ້ມູນ

     ຜູ້ນຳໃຊ້ລະບົບການແຈ້ງພາສີປະຕູດຽວ ( ລວມທັງ ຜູ້ປະກອບການ, ຜູ້ບໍລິການແຈ້ງພາສີ, ບໍລິສັດຂົນສົ່ງ ແລະ ອື່ນໆ ) ທີ່ສົ່ງຂໍ້ມູນ ຂ່າວສານ ເຂົ້າສູ່ລະບົບການແຈ້ງພາສີປະຕູດຽວ ຈະເປັນຜູ້ຮັບຜິດຊອບແຕ່ພຽງຜູ້ດຽວຕໍ່ຄວາມຖືກຕ້ອງ ແລະຄວາມໜ້າເຊື່ອຖື ຂອງຂໍ້ມູນດັ່ງກ່າວ. ນິຕິບຸກຄົນ ຫຼືບຸກຄົນໃດໜຶ່ງ ທີ່ສົ່ງຂໍ້ມູນ ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຈະຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍແພ່ງ ແລະກົດໝາຍອາຍາຂອງ ສ ປ ປ ລາວ.

     ກົງຈັກຊ່ວຍວຽກຈະຕ້ອງເປັນເຈົ້າການ ຄົ້ນຄວ້າ ກົນໄກ ແລະອອກລະບຽບການ ເພື່ອຮັບປະກັນຄວາມຖືກຕ້ອງ ແລະຄວາມໜ້າເຊື່ອຖືຂອງຂໍ້ມູນຂ່າວສານ ທີ່ສົ່ງເຂົ້າສູ່ລະບົບແຈ້ງພາສີປະຕູດຽວຊຶ່ງການສ້າງລະບຽບການດັ່ງກ່າວຈະຕ້ອງກຳນົດກົນໄກເຂົ້າສູ່ລະບົບ ແລະການບັນທຶກຂໍ້ມູນ ຂ່າວສານ.

ມາດຕາ 11 ການບັນທຶກ ແລະການເກັບຮັກສາ ຂໍ້ມູນເອເລັກໂຕຼນິກ

     ຂໍ້ຕົກລົງສະບັບນີ້ ອະນຸຍາດໃຫ້ມີການບັນທຶກ ແລະເກັບຮັກສາ ຂໍ້ມູນເອເລັກໂຕນິກ ທີ່ສົ່ງເຂົ້າສູ່ລະບົບ, ທີ່ຖືກດຳເນີນຂັ້ນຕອນ ແລະເຜີຍແຜ່ ລະຫວ່າງ ບັນດາກະຊວງ ຫຼື ອົງກອນຂອງລັດຖະບານ ທີ່ກ່ຽວຂ້ອງກັບລະບົບພາສີປະຕູດຽວ. ບົນພື້ນຖານການປຶກສາຫາລືຢ່າງໃກ້ສິດ ກັບບັນດາພາກສ່ວນທີ່ກ່ຽວຂ້ອງທັງໝົດ, ຄະນະຊີ້ນຳລວມ ນຳສະເໜີ ລັດຖະມົນຕີວ່າການກະຊວງການເງິນ ເພື່ອຮັບຮອງດ້ານຫຼັກການ ກ່ຽວກັບລະບຽບການ ແລະຂັ້ນຕອນສຳລັບການບັນທຶກ ແລະເກັບຮັກສາ ຂໍ້ມູນແຕ່ລະປະເພດ ໃຫ້ຢູ່ໃນຮູບແບບເອກະສານເອເລັກໂຕຼນິກ. ຂໍ້ມູນຂ່າວສານ ທີ່ຖືກບັນທຶກ ແລະເກັບຮັກສາໄວ້ໃນລະບົບແຈ້ງພາສີປະຕູດຽວ ຈະມີຜົນນຳໃຊ້ໄດ້ ແລະມີຜົນບັງຄັບໃຊ້ທາງກົດໝາຍ ຢູ່ ສ ປ ປ ລາວ ແລະຖືວ່າມີຄວາມເທົ່າທຽມກັບສະບັບເອກະສານທີ່ເປັນເຈ້ຍເປັນສໍ ໃນເວລາທີ່ມີການດຳເນີນຂະບວນການພິຈາລະນາຕັດສິນບັນຫາຢູ່ສານ ບໍ່ວ່າຈະກ່ຽວພັນກັບບັນຫາການກະທຳຂອງພາກລັດຖະບານ ຫຼືຂະແໜງການທຸລະກິດ ກໍ່ຕາມ.

ມາດຕາ 12 : ການປົກປ້ອງຂໍ້ມູນຕົວເລກ ແລະຄວາມປອດໄພຂອງຂໍ້ມູນຂ່າວສານ

     ບົນພື້ນຖານການປຶກສາຫາລືຢ່າງໃກ້ສິດ ກັບບັນດາພາກສ່ວນທີ່ກ່ຽວຂ້ອງທັງໝົດ, ຄະນະຊີ້ນຳລວມ ນຳສະເໜີລັດຖະມົນຕີວ່າການກະຊວງການເງິນ ພິຈາລະນາຮັບຮອງຫຼັກການ, ລະບຽບການ ແລະຂັ້ນຕອນ ສຳລັບການສົ່ງຂໍ້ມູນ ແລະການປະມວນຂໍ້ມູນຂ່າວສານ ໃນລະບົບແຈ້ງພາສີປະຕູດຽວ ເພື່ອປົກປ້ອງຂໍ້ມູນສ່ວນຕົວ ແລະຂໍ້ມູນທີ່ເປັນຄວາມລັບ, ໂດຍຮັບປະກັນໃຫ້ສອດຄ່ອງກັບວິທີປະຕິບັດ ແລະມາດຕະຖານຂອງສາກົນ ກ່ຽວກັບຄວາມປອດໄພຂອງຂໍ້ມູນ ຂ່າວສານ. ລະບຽບການດັ່ງກ່າວ ຈະຕ້ອງສອດຄ່ອງກັບ ມາດຖະຖານຄວາມປອດໄພຂອງຂໍ້ມູນຂ່າວສານ ທີ່ຮັບຮອງກັນໃນລະບົບແຈ້ງພາສີປະຕູດຽວອາຊຽນ.

ມາດຕາ 13 : ການປົກປ້ອງຄວາມເປັນສ່ວນຕົວ

     ເພື່ອຈຸດປະສົງກວດກາ ການຄຸ້ມຄອງລະບົບແຈ້ງພາສີປະຕູດຽວ, ຄະນະຊີ້ນຳລວມ ຈະຕ້ອງຮັບປະກັນວ່າໄດ້ມີການປົກປ້ອງ ຄວາມເປັນສ່ວນຕົວຂອງຜູ້ນຳໃຊ້ລະບົບທັງໝົດ ຢູ່ຕະຫຼອດເວລາ. ຂໍ້ມູນສ່ວນຕົວ ຫຼືຂໍ້ມູນທາງການຄ້າໃດໜຶ່ງຂອງຜູ້ນຳໃຊລະບົບ ຈະຕ້ອງບໍ່ຖືກເປີດເຜີຍ ຕໍ່ບຸກຄົນທີສາມ ນອກເສຍຈາກມີຄວາມຈຳເປັນໃນການດຳເນີນງານປະຈຳວັນຂອງລະບົບແຈ້ງພາສີປະຕູດຽວ ຫຼືນຳໃຊ້ ໃນຂະບວນການຕັດສິນໃນຄະດີຂອງສານແພ່ງ ແລະສານອາຍາ. ບັນດາກະຊວງທີ່ກ່ຽວຂ້ອງ ແລະພະນັກງານທີ່ສັງກັດກະຊວງດັ່ງກ່າວ ຕ້ອງໄດ້ຮັບການຝຶກອົບຮົມ ທີ່ເໝາະສົມກ່ຽວກັບການຮັກສາຄວາມລັບ ແລະເງື່ອນໄຂດ້ານການຮັກສາຄວາມລັບ ແລະດ້ານເຕັກນິກການຮັກສາຄວາມປອດໄພຂອງຂໍ້ມູນທີ່ເປັນຄວາມລັບສ່ວນຕົວຂອງຜູ້ນຳໃຊ້ລະບົບ. ລະບຽບການວ່າການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ນຳໃຊ້ລະບົບມີຜົນບັງຄັບໃຊ້ ຕໍ່ກັບບຸກຄົນ ທີ່ລະເມີດຄວາມເປັນສ່ວນຕົວຂອງຜູ້ນຳໃຊ້ລະບົບການແຈ້ງພາສີປະຕູດຽວ, ໂດຍບໍ່ມີການຈຳແນກວ່າຈະເປັນການກະທຳຂອງພາກລັດ, ພາກທຸລະກິດ ຫຼື ອື່ນໆ.

ມາດຕາ 14 : ການເກັບຄ່າທຳນຽມ

     ບົນພື້ນຖານການປຶກສາຫາລືຢ່າງໃກ້ສິດ ກັບບັນດາພາກສ່ວນທີ່ກ່ຽວຂ້ອງທັງໝົດ, ກະຊວງການເງິນ ມີສິດອະນຸມັດການເກັບຄ່າຄຳນຽມ ນຳໃຊ້ລະບົບແຈ້ງພາສີປະຕູດຽວ ເປັນແຕ່ລະໄລຍະອີງຕາມການສະເໜີຂອງຄະນະຊີ້ນຳລວມ. ການກຳນົດຄ່າທຳນຽມນຳໃຊ້ລະບົບຕ້ອງຮັບປະກັນ ໃຫ້ມີຄວາມເໝາະສົມ, ສົມເຫດສົມຜົນ ແລະແທດເໝາະກັບສະພາບການດຳເນີນທຸລະກິດຂອງປະເທດ ໃນແຕ່ລະໄລຍະ.

ຂໍ້ຕົກລົງສະບັບນີ້ອະນຸຍາດໃຫ້ສາມາດດຳເນີນການຊຳລະສະສາງຄ່າທຳນຽມທັງໝົດ ເຊັ່ນ : ຄ່າທຳນຽມການນຳໃຊ້ ລະບົບແຈ້ງພາສີປະຕູດຽວ, ຄ່າພາສີ-ອາກອນ, ຄ່າທຳນຽມການອອກອະນຸຍາດທາງເອເລັກໂຕຼນິກຂອງຂະແໜງການຕ່າງໆ ທີ່ກ່ຽວຂ້ອງໂດຍຜ່ານການບັນທຶກຂໍ້ມູນໃນລະບົບແຈ້ງພາສີປະຕູດຽວ, ມອບສິດໃຫ້ກະຊວງການເງິນ ເປັນເຈົ້າການປຶກສາຫາລື ກັບຂະແໜງການກ່ຽວຂ້ອງທັງໝົດ ເພື່ອກຳນົດ ຫຼືປັບປຸງກົນໄກ, ຂັ້ນຕອນ ແລະລະບຽບການ ໃນການຊຳລະ ແລະແບ່ງປັນລາຍຮັບ ຄ່າພາສີ-ອາການ ແລະຄ່າທຳນຽມທັງໝົດໂດຍຮັບປະກັນຄວາມປອດໄພດ້ານເຕັກນິກ ຂອງລະບົບແຈ້ງພາສີປະຕູດຽວໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະລະບຽບກົດໝາຍພາຍໃນ ຂອງ ສ ປ ປ ລາວ.

ໝວດທີ V
ສາຍພົວພັນກັບບັນດາກົດໝາຍຂອງ ສປປ ລາວ

ມາດຕາ 15 : ສາຍພົວພັນກັບກົດໝາຍແພ່ງ ແລະກົດໝາຍອາຍາ

     ກົດໝາຍແພ່ງ ແລະກົດໝາຍອາຍາ ມີຜົນບັງຄັບໃຊ້ ຕໍ່ກັບເຫດການທີ່ມີການນຳໃຊ້ລະບົບແຈ້ງພາສີປະຕູດຽວທີ່ບໍ່ຖືກຕ້ອງ, ທີ່ມີຈຸດປະສົງ ກໍ່ໃຫເກີດຄວາມເຊື່ອມເສຍ, ຄວາມເສຍຫາຍ ແລະຫຼື ທຳຮ້າຍທຸກຄົນອື່ນ.

ມາດຕາ 16 : ສາຍພົວພັນກັບກົດໝາຍ ວ່າດ້ວຍພາສີ ແລະລະບຽບການ ທາງພາສີ

     ການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ ແມ່ນຕິດພັນກັບບາງມາດຕາ ຂອງກົດໝາຍວ່າດ້ວຍພາສີ ແລະລະບຽບການທາງພາສີ ທີ່ນຳໃຊ້ໃນປະຈຸບັນ ແລະທີ່ຈະມີການປັບປຸງໃນຕໍ່ໜ້າ. ກົງຈັກຄຸ້ມຄອງລະບົບ ແລະ ບໍລິຫານລະບົບແຈ້ງພາສີປະຕູດຽວ ຈະຕ້ອງປະສານງານກັບກົມພາສີ ເພື່ອຮັບປະກັນຄວາມເປັນເອກະພາບພາຍໃນ ການເຜີຍແຜ່ ລະບຽບການກ່ຽວຂ້ອງຂໍ້ຕົກລົງສະບັບນີ້, ກົດໝາຍວ່າດ້ວຍ ພາສີ ແລະລະບຽບການທາງພາສີ ລວມທັງເງື່ອນໄຂດ້ານເຕັກນິກ ແລະກອບນິຕິກຳ ຂອງການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວອາຊຽນ.

ມາດຕາ 17 : ສາຍພົວພັນກັບກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຼນິກ

    ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຼນິກ ມີຜົນບັງຄັບໃຊ້ຕໍ່ທຸລະກຳເອເລັກໂຕຼນິກ ທັງໝົດພາຍໃຕ້ການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ.

ໝວດທີ VI
ການແກ້ໄຂ ຂໍ້ຜິດພາດ

ມາດຕາ 18 : ການແກ້ໄຂຂໍ້ຜິດພາດ

    ກົງຈັກຄຸ້ມຄອງການດຳເນີນງານຂອງລະບົບແຈ້ງພາສີປະຕູດຽວ ຈະແກ້ໄຂຂໍ້ຜິດພາດໃດໜຶ່ງ ລະຫວ່າງບຸກຄົນຫຼື ອົງກອນ ທີ່ນຳໃຊ້ລະບົບແຈ້ງພາສີປະຕູດຽວ ດວ້ຍສັນຕິວິທີ ດ້ວຍວິທີການເຈລະຈາ ຫຼືການໄກ່ເກຍລະຫວ່າງຄູ່ກໍລະນີ ຕາມກົດໝາຍວ່າດ້ວຍການແກ້ໄຂບັນຫາຂໍ້ຜິດພາດດ້ານເສດຖະກິດຂອງ ສປ ປ ລາວ ສະບັບປີ 2005. ບັນດາມາດຕາຕ່າງໆ ຂອງລະບຽບການອາຊຽນ ວ່າດ້ວຍການປັບປຸງກົນໄກການແກ້ໄຂຂໍ້ຜິດພາດທີ່ໄດ້ສ້າງຂຶ້ນໃນນະຄອນຫຼວງວຽງຈັນ ໃນວັນທີ 29 ພະຈິກ 2004 ຈະມີຜົນບັງຄັບໃຊ້ຕໍ່ຂໍ້ຜິດພາດ ທີ່ເກີດຈາກຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວອາຊຽນ ຄັ້ງວັນທີ 9 ທັນວາ 2005 ແລະ ລະບຽບການວ່າດ້ວຍການສ້າງ ແລະ ຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວອາຊຽນ ໃນປີ 2006 . ການແກ້ໄຂຂໍ້ຜິດພາດ ລະຫວ່າງ ສ ປ ປ ລາວ ແລະ ບັນດາປະເທດ ທີ່ບໍ່ແມ່ນຄູ່ສັນຍາ ໃນຂໍ້ຕົກລົງ ຫຼືລະບຽບການອາຊຽນ ທີ່ກ່າວມາຂ້າງເທິງຈະຕ້ອງດຳເນີນການດ້ວຍສັນຕິວິທີ ດ້ວຍວິທີການເຈລະຈາ ຫຼືການໄກ່ເກ່ຍ.

ໝວດທີ VII
ບົດບັນຍັດສຸດທ້າຍ

ມາດຕາ 19 : ຕາປະທັບ ແລະງົບປະມານ

    ມອບໃຫ້ກົງຈັກຊ່ວຍວຽກ ດຳເນີນການຄົ້ນຄວ້າ, ອອກແບບຕາປະທັບ, ກາໂລໂກ້, ເຄື່ອງ ໝາຍ ຫຼື ສັນຍາລັກຕ່າງໆທີ່ຈະປະກອບກເປັນສ່ວນໜຶ່ງຂອງການເຄື່ອນໄຫວວຽກງານ ທີ່ຕິດພັນກັບການພັດທະນາ, ການຈັດຕັ້ງປະຕິບັດແລະເປີດດຳເນີນງານລະບົບແຈ້ງພາສີປະຕູດຽວ ເພື່ອນຳສະເໜີລັດຖະມົນຕີວ່າການກະຊວງການເງິນພິຈາລະນາຮັບຮອງ.ມອບໃຫ້ກົງຈັກຊ່ວຍວຽກ ດຳເນີນການຄົ້ນຄວ້າ ແລະນຳສະເໜີລັດຖະມົນຕີວ່າການກະຊວງການເງິນກ່ຽວກັບ ການຈັດສັນງົບປະມານ ສຳລັບການເຄື່ອນໄຫວຂອງຄະນະຊີ້ນຳລວມ ແລະ ກົງຈັກຊ່ວຍວຽກ. ສຳລັບການເຄື່ອນໄຫວວຽກງານ ທີ່ຕິດພັນກັບການພັດທະນາ, ຄຸ້ມຄອງ ແລະບໍລິຫານ ລະບົບແຈ້ງພາສີປະຕູດຽວ ແມ່ນນຳໃຊ້ງົບປະມານ ພາຍໃຕ້ສັນຍາການລົງທຶນ, ເຊັນຮ່ວມກັນ ລະຫວ່າງ ລັດຖະບານ ສ ປ ປ ລາວ ແລະຜູ້ພັດທະນາລະບົບແຈ້ງພາສີປະຕູດຽວ.

ມາດຕາ 20 : ການປະສານງານ ແລະການຈັດຕັ້ງປະຕິບັດ

    ມອບໃຫ້ກົງຈັກຊ່ວຍວຽກ ເປັນເຈົ້າການປະສານງານ ກັບບັນດາປະຊວງ ທະບວງກົມ ແລະພາກທຸລະກິດ ທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ແລະເຜີຍແຜ່ ຂໍ້ຕົກລົງສະບັບນີ້. ບຸກຄົນ, ນິຕິບຸກຄົນ ຫຼືອົງກອນ ໃດໜຶ່ງ ທີ່ລະເມີດບົດບັນຍັດ ຂອງຂໍ້ຕົກລົງສະບັບນີ້ ແລະລະບຽບການຕ່າງໆ ທີ່ຕິດພັນກັບຂໍ້ຕົກລົງສະບັບນີ້ ຈະຖືກດຳເນີນການຕັກເຕື່ອນ, ວາງມາດຕະການຄວບຄຸມ, ປັບໄໝ ຫຼືຟ້ອງຂຶ້ນສານຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 21 : ຜົນສັກສິດ

    ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບຈາກມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງການເງິນ
(ເຊັນ ແລະ ປະທັບຕາ)

ດຣ. ລຽນ ທິແກ້ວ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on Implementation and Operation for the Development, Implementation and Operation of National Single Window on Customs Procedures, no. 2109/MoF, date 26 June 2015 PDF
2 ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກ ສຳລັບການພັດທະນາ, ຈັດຕັ້ງປະຕິບັດ ແລະ ດຳເນີນງານລະບົບ ແຈ້ງພາສີປະຕູດຽວ, ເລກທີ 2109/ກງ, ລົງວັນທີ 26 ມິຖຸນາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.