ກະຊວງການເງິນ ໄດ້ອອກ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກ ສໍາລັບການພັດທະນາ, ຈັດຕັ້ງປະຕິບັດ ແລະ ດໍາເນີນງານ ລະບົບແຈ້ງພາສີ ປະຕູດຽວ ສະບັບເລກທີ 2109/ກງ, ລົງວັນທີ 26 ມິຖຸນາ 2015 ເຊິ່ງໄດ້ກໍານົດ ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ຫຼັກການໃນການພັດທະນາ, ຈັດຕັ້ງປະຕິບັດ ແລະ ເປີດດໍາເນີນງານລະບົບແຈ້ງພາສີປະຕູດຽວເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນຂັ້ນຕອນຂໍອະນຸຍາດ ແລະ ການອອກອະນຸຍາດ ສໍາລັບການແຈ້ງພາສີຂາເຂົ້າ, ຂາອອກ ແລະ ການຂົນສົ່ງສິນຄ້າຜ່ານແດນ ໂດຍນໍາໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝ ເຂົ້າໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ເອກະສານ ລະຫວ່າງພາກລັດດ້ວຍກັນ, ພາກລັດກັບພາກເອກະຊົນ ແລະ ພາກເອກະຊົນດ້ວຍກັນ. ຈຸດປະສົງແມ່ນເພື່ອເປັນການອໍານວຍຄວາມສະດວກດ້ານການຄ້າ, ເສີມຂະຫຍາຍຄວາມຄ່ອງຕົວໃນການຈໍລະຈອນສິນຄ້າ ໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າພາຍໃນປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ສ້າງຄວາມພ້ອມໃຫ້ແກ່ການເຊື່ອມໂຍງເຂົ້າກັບລະບົບການແຈ້ງເອກະສານທາງເອເລັກໂຕຣນິກຜ່ານປະຕູດຽວຂອງອາຊຽນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.