ສາລະບານ

 

ໝວດທີ 1ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ
ມາດຕາ 2 ສູນການຄ້າ  ແລະ  ຮ້ານສັບພະສິນຄ້າ
ມາດຕາ 3 ອະທິບາຍຄຳສັບ
ມາດຕາ 4 ຫຼັກການພື້ນຖານຂອງການສ້າງຕັ້ງສູນການຄ້າ  ແລະ  ຮ້ານສັບພະສິນຄ້າ
ມາດຕາ 5 ຂອບເຂດການນຳໃຊ້

ໝວດທີ ມາດຕະຖານ ແລະ ເງື່ອນໄຂ ຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 6 ມາດຕະຖານ ແລະ ເງື່ອນໄຂຂອງສູນການຄ້າ
ມາດຕາ 7 ມາດຕະຖານ ແລະ ເງື່ອນໄຂ ຂອງຮ້ານສັບພະສິນຄ້າ

ໝວດທີ ການສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 8 ການລົງທຶນສ້າງຕັ້ງສູນການຄ້າ  ແລະ  ຮ້ານສັບພະສິນຄ້າມາດຕາ ການລົງທຶນ ສ້າງຕັ້ງສູນການຄ້າ  ແລະ  ຮ້ານສັບພະສິນຄ້າ ຂອງຜູ່ລົງທຶນຕ່າງປະເທດ
ມາດຕາ 10 ການລົງທຶນ ສ້າງຕັ້ງ ຂອງຜູ່ລົງທຶນຕ່າງປະເທດ ຮ່ວມກັບຜູ່ລົງທຶນພາຍໃນ
ມາດຕາ 11 ການສະເໜີສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ
ມາດຕາ 12 ການພິຈາລະນາ ສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ

ໝວດທີ 4 ການຂາຍ, ໃຫ້ເຊົ່າຫ້ອງຂາຍ ແລະ ສະຖານທີ່ ໃຫ້ການ ບໍລິການໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 13 ການຂາຍ, ໃຫ້ເຊົ່າຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ
ມາດຕາ 1ເງື່ອນໄຂການຂາຍຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ
ມາດຕາ 1ການຈົດທະບຽນຫ້ອງຂາຍ, ຫ້ອງໃຫ້ເຊົ່າ ແລະ ສະຖານທີ່ໃຫ້ການບໍລິການ

ໝວດທີ ສິດ ແລະ ໜ້າທີ່ຂອງຜູ່ລົງທຶນສ້າງຕັ້ງ ແລະ ຜູ່ບໍລິຫານໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 1ສິດ ແລະ ໜ້າທີ່ ຂອງຜູ່ລົງທຶນ ສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າມາດຕາ 17 ສິດ ແລະ ໜ້າທີ່ ຂອງຜູ່ບໍລິຫານໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ໝວດທີ 6 ການດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ, ການໃຫ້ບໍລິການຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 18 ການດໍຳເນີນທຸລະກິດ ການຄ້າ ຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ ບໍລິການຢູ່ໃນສູນການຄ້າ ແລະ  ຮ້ານສັບພະສິນຄ້າ
ມາດຕາ 19 ສິດຂອງຜູ່ດໍາເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ບໍລິການຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ
ມາດຕາ 20 ໜ້າທີ່ຂອງຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ ບໍລິກາຢູ່ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ 

ໝວດທີ ຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 21 ຄະນະຄຸ້ມຄອງ  ສູນການຄ້າ ແລະ ຮ້ານສັບພະສິນຄ້າ
ມາດຕາ 2ໂຄງປະກອບ ບຸກຄະລາກອນ ຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ
ມາດຕາ 23 ສິດ ແລະ ໜ້າທີ່ ຂອງຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າໝວດທີ ຂໍ້ຫ້າມ
ມາດຕາ 24 ຂໍ້ຫ້າມ ສຳລັບຜູ່ ລົງທຶນສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ   
ມາດຕາ 25 ຂໍ້້ຫ້າມ ສຳລັບ ຜູ່ບໍລິຫານ
ມາດຕາ 26 ຂໍ້ຫ້າມ ສຳລັບ ຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ, ການໃຫ້ການບໍລິ ການ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ
ມາດຕາ 27 ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານລັດ

ໝວດທີ ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 28 ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າມາດຕາ 29 ສິດ ແລະ ໜ້າທີ່ ຂອງກົມການຄ້າພາຍໃນ
ມາດຕາ 30 ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ
ມາດຕາ 31 ສິດ ແລະ ໜ້າທີ່ ຂອງ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ

ໝວດທີ 10 ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 32 ນະໂຍບາຍຕໍ່ຜູ່ມີຜົນງານ
ມາດຕາ 33 ມາດຕະການຕໍ່ຜູ່ລະເມີດ

ໝວດທີ 11 ບົດບັນຍັດສຸດທ້າຍ

ມາດຕາ 34 ການຈັດຕັ້ງປະຕິບັດ
ມາດຕາ 3ຜົນສັກສິດ

 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ                                                       ເລກທີ 1950/ອຄ.ຄພນ
                                                                          ນະຄອນຫຼວງວຽງຈັນ, ວັນທີ 22 ກັນຍາ2015

         ຂໍ້ຕົກລົງ
ວ່າດ້ວຍສູນການຄ້າ ແລະ ຮ້ານສັບພະສິນຄ້າ

-     ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;
-     ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009;
-     ອີງຕາມ ດໍຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011.

                                                   ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

  ຂໍ້ຕົກລົງສະບັບນີ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ເພື່ອເຮັດໃຫ້ການດຳເນີນທຸລະກິດ ໃນສູນການຄ້າ ແລະຮ້ານສັບພະສິນຄ້າ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນໃສ່ຮັບປະກັນຜົນປະໂຫຍດອັນຊອບທຳຂອງລັດ, ຫົວໜ່ວຍທຸລະກິດ ແລະ ຜູ່ຊົມໃຊ້ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ສູນການຄ້າ  ແລະ  ຮ້ານສັບພະສິນຄ້າ

ສູນການຄ້າ ແລະ ຮ້ານສັບພະສິນຄ້າ ແມ່ນສະຖານທີ່ຈຳໜ່າຍສິນຄ້າ ແລະ ໃຫ້ການບໍລິການ ທີ່ມີການ ອອກແບບຖືກຕ້ອງທາງດ້ານວິສະວະກຳ ໂດຍມີການປຸກສ້າງສອດຄ່ອງກັບລະບຽບການປຸກສ້າງທີ່ຂະແໜງໂຍທາທິການ ແລະ ຂົນສົ່ງກຳນົດ ແລະ ການຈັດສັນສິນຄ້າຢ່າງເປັນລະບຽບຕາມປະເພດ, ມີການບໍລິການທີ່ທັນສະໄໝ ວ່ອງໄວ,  ມີຄວາມຫຼາກຫຼາຍທາງດ້ານປະເພດບໍລິການ ແລະ ສິນຄ້ານາໆຊະນິດ.

ມາດຕາ 3 ອະທິບາຍຄຳສັບ

             ຄຳສັບຕ່າງໆໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:

1.  ສູນການຄ້າ (Shopping Center) ໝາຍເຖິງ ສະຖານທີ່ຈຳໜ່າຍສິນຄ້າ ແລະ ໃຫ້ການບໍລິການ ຊຶ່ງປະກອບດ້ວຍ: ຮ້ານສັບພະສິນຄ້າ, ສະຖານທີ່ໃຫ້ການບໍລິການເຊົ່າຫ້ອງຂາຍ, ຫ້ອງການ, ຫ້ອງປະຊຸມ, ຮ້ານອາຫານ ແລະ ອື່ນໆ ລວມສູນຢູ່ຈຸດດຽວ ຕາມມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້;

2. ຮ້ານສັບພະສິນຄ້າ (Department Store) ໝາຍເຖິງສະຖານທີ່ຈຳໜ່າຍສິນຄ້າ ແລະ ໃຫ້ການບໍລິການ ທີ່ປະກອບມີຫລາຍຮ້ານຄ້າ, ຮ້ານອາຫານ ແລະ ສະຖານທີ່ໃຫ້ການບໍລິການຕ່າງໆ ແລະ ສາມາດສ້າງຕັ້ງຂຶ້ນຢູ່ໃນສູນການຄ້າ ຫຼື ສ້າງຕັ້ງຂຶ້ນແບບເປັນເອກະລາດ ໂດຍມີຫລາຍປະເພດເຊັ່ນ:ໄຮເປີມາເກັດ (Hyper Market), ຊຸບເປີເຊັນເຕີ (Super Center), ຊຸບເປີມາເກັດ (Super Market), ຊຸບເປີສະຕໍ (Super Store);

2.1.  ໄຮເປີມາເກັດ (Hyper Market) ສ້າງຂຶ້ນຕາມມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກຳນົດໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ຈໍາໜ່າຍສິນຄ້າຄົບວົງຈອນ ເຊັ່ນ: ເຄື່ອງນຸ່ງຫົ່ມ; ເຄື່ອງໃຊ້ໄຟຟ້າ; ເຄື່ອງໃຊ້ຄົວເຮືອນ; ເຄື່ອງແຕ່ງກາຍ; ຮ້ານຂາຍອາຫານສົດ ແລະ ອື່ນໆ ພ້ອມດ້ວຍຮ້ານອາຫານ ແລະ ເຄື່ອງດື່ມ;

2.2. ຊຸບເປີເຊັນເຕີ (Super Center) ສ້າງຂຶ້ນຕາມມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້,ຈໍາໜ່າຍສິນຄ້າອຸປະໂພກ ແລະ ບໍລິໂພກ ທີ່ໃຊ້ໃນຊີວິດປະຈຳວັນເຊັ່ນ: ເຄື່ອງນຸ່ງຫົ່ມ; ເຄື່ອງໃຊ້ໄຟຟ້າ; ເຄື່ອງໃຊ້ຄົວເຮືອນ; ເຄື່ອງແຕ່ງກາຍ; ຮ້ານຂາຍອາຫານສົດ ແລະ ອື່ນໆ ພ້ອມດ້ວຍຮ້ານອາຫານ ແລະ ເຄື່ອງດື່ມ;

2.3. ຊຸບເປີມາເກັດ (Super Market) ແລະ ຊຸບເປີສະຕໍ (Super Store) ສ້າງຂຶ້ນຕາມມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ຈໍາໜ່າຍສິນຄ້າອຸປະໂພກ ແລະ ບໍລິໂພກ ທີ່ໃຊ້ໃນຊີວິດປະຈຳວັນ ເຊັ່ນ: ປະເພດອາຫານສົດ, ໝາກໄມ້, ຜັກ ແລະ ເຄື່ອງບໍລິໂພກ;

3. ເນື້ອທີ່ໃຫ້ບໍລິການ ໝາຍເຖິງ ເນື້ອທີ່ ຕຶກອາຄານ ເປັນຕົ້ນ ຫ້ອງຂາຍ, ສະຖານທີ່ບໍລິການ ແລະ ສະຖານທີ່ຈອດລົດ;

4. ຜູ່ບໍລິຫານ ໝາຍເຖິງ ຜູ່ດຳເນີນທຸລະກິດການຂາຍ, ໃຫ້ເຊົ່າຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ຊຶ່ງໄດ້ຮັບມອບໝາຍສິດຈາກຜູ່ລົງທຶນສ້າງຕັ້ງ ຫຼື ແມ່ນຜູ່ລົງທຶນສ້າງຕັ້ງເອງ.

ມາດຕາ 4 ຫຼັກການພື້ນຖານຂອງການສ້າງຕັ້ງສູນການຄ້າ  ແລະ  ຮ້ານສັບພະສິນຄ້າ

 ການສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ ມີຫຼັກການພື້ນຖານດັ່ງນີ້:

1.   ສອດຄ່ອງກັບ ແຜນຂອງຜັງເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ;
2.  ຮັບປະກັນຄວາມຍືນຍົງ ແລະ ປະກອບສ່ວນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ;
3.  ຮັບປະກັນມາດຕະຖານໃນການກໍ່ສ້າງ, ຄວາມປອດໄພ ແລະ ບໍ່ສົ່ງຜົນກະທົບທາງລົບຕໍ່ສັງຄົມ ແລະ ສິ່ງ ແວດລ້ອມ;
4.  ມີການສຶກສາຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 5 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ນຳໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ສ້າງຕັ້ງ ແລະ ດຳເນີນທຸລະກິດ ກ່ຽວກັບສູນການຄ້າ ແລະ ຮ້ານສັບພະສິນຄ້າຢູ່ ສປປ ລາວ.

ໝວດທີ 2
ມາດຕະຖານ ແລະ ເງື່ອນໄຂ ຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 6 ມາດຕະຖານ ແລະ ເງື່ອນໄຂຂອງສູນການຄ້າ  

     ສູນການຄ້າ ປະກອບດ້ວຍມາດຕະຖານ  ແລະ ເງື່ອນໄຂດັ່ງນີ້:

  1. ມີສະຖານທີ່ຕັ້ງທີ່ຖືກຕ້ອງຕາມແຜນຜັງເມືອງ;
  2. ມີເນື້ອທີ່ໃຫ້ບໍລິການແຕ່ 50.001 ມ2 ຂຶ້ນໄປ;
  3. ຕຶກອາຄານອອກແບບກໍ່ສ້າງຖືກຕ້ອງຕາມເຕັກນິກວິສະວະກຳ, ມີການຕົບແຕ່ງສວຍງາມ, ປະກອບອຸ ປະກອນເຕັກນິກທັນສະໄໝ, ມີລະບົບຮັກສາຄວາມປອດໄພ, ລະບົບປ້ອງກັນອັກຄີໄພ, ສຸຂະອານາໄມ, ສິ່ງແວດລ້ອມ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ່ຊົມໃຊ້ ແລະ ຜູ່ດຳເນີນທຸລະກິດ;
  4. ມີການຈັດວາງບັນດາຮ້ານຄ້າຂາຍຍົກ, ຂາຍຍ່ອຍ, ຮ້ານອາຫານ ແລະ ສະຖານທີ່ໃຫ້ການບໍລິການຕ່າງໆເປັນຕົ້ນ ສະຖານທີ່ຈັດງານ ຕະຫຼາດນັດ, ວາງສະແດງ ຫຼື ແນະນຳສິນຄ້າ, ຫ້ອງປະຊຸມ, ສະຖານທີ່ບໍລິການ ທາງດ້ານການເງິນ;
  5. ມີສະຖານທີ່ຈອດລົດຕາມລະບຽບການທີ່ຂະແໜງການກ່ຽວຂ້ອງໄດ້ກຳນົດ;
  6. ໄດ້ຜ່ານການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຕາມມາດຕະຖານຂອງຂະແໜງການທີ່ກ່ຽວຂ້ອງໄດ້ກຳນົດ;
  7. ມີຫ້ອງການສໍາລັບຄະນະຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ.

ມາດຕາ 7 ມາດຕະຖານ ແລະ ເງື່ອນໄຂ ຂອງຮ້ານສັບພະສິນຄ້າ

             ຮ້ານສັບພະສິນຄ້າ ປະກອບດ້ວຍມາດຕະຖານ ແລະ ເງື່ອນໄຂດັ່ງນີ້:

1.   ມີເນື້ອທີ່ໃຫ້ບໍລິການຕາມແຕ່ລະປະເພດຄື:

1.1   ປະເພດໄຮເປີມາເກັດມີເນື້ອທີ່ໃຫ້ບໍລິການແຕ່ 20.001 ມ2 ຫາ 50.000 ມ2;
1.2  ປະເພດຊຸບເປີເຊັນເຕີມີເນື້ອທີ່ໃຫ້ບໍລິການແຕ່ 10.001 ມ2 ຫາ 20.000ມ2;
1.3   ຮ້ານຄ້າຊຸບເປີ້ມາເກັດ, ຊຸບເປີ້ສະຕໍມີເນື້ອທີ່ໃຫ້ບໍລິການແຕ່ 5.001 ມ2 ຫາ 10.000 ມ2.

2.   ຕຶກອາຄານ ຫຼື ຮ້ານຄ້າ ມີການອອກແບບກໍ່ສ້າງຖືກຕ້ອງຕາມເຕັກນິກວິສະວະກຳ, ຕົບແຕ່ງສວຍງາມ, ປະກອບອຸປະກອນເຕັກນິກທັນສະໄໝ, ມີລະບົບຮັກສາຄວາມປອດໄພ, ລະບົບປ້ອງກັນອັກຄີໄພ, ສຸຂະອານາໄມສິ່ງແວດລ້ອມ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ່ຊົມໃຊ້ ແລະ ຜູ່ດຳເນີນທຸລະກິດ;

3.   ມີການຈັດສັນບັນດາຮ້ານຄ້າຂາຍຍົກ, ຂາຍຍ່ອຍ; ຮ້ານອາຫານ, ສະຖານທີ່ຈັດງານ ຕະຫຼາດນັດ, ງານວາງສະແດງ ຫຼື ແນະນຳສິນຄ້າ, ສະຖານທີ່ບໍລິການດ້ານການເງິນ, ການທະນາຄານ, ປະກັນໄພ, ໄປສະນີ, ໂທລະຄົມ ແລະ ການສື່ສານ ແລະ ອື່ນໆ;

4.   ຮ້ານຄ້າ ສາມາດຕັ້ງຢູ່ໃນສູນການຄ້າ ຫຼື ຮ້ານສັບພະສິນຄ້າ ຫຼື ຕັ້ງຢູ່ແບບເອກະລາດ;

5.   ມີສະຖານທີ່ຈອດລົດຕາມລະບຽບການທີ່ຂະແໜງການກ່ຽວຂ້ອງກຳນົດ (ກໍລະນີຕັ້ງຢູ່ແບບເອກະ ລາດ);

6.   ໄດ້ຜ່ານການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຕາມມາດຕະຖານຂອງຂະແໜງການທີ່ກ່ຽວຂ້ອງໄດ້ກຳນົດ;

  1. ມີຫ້ອງການສໍາລັບຄະນະຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ.

ໝວດທີ 3
ການສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 8 ການລົງທຶນສ້າງຕັ້ງສູນການຄ້າ  ແລະ  ຮ້ານສັບພະສິນຄ້າ

        ການລົງທຶນສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ແມ່ນ ການລົງທຶນ ປຸກສ້າງສະຖານທີ່ ຈຳໜ່າຍສິນຄ້າ ແລະ ໃຫ້ການບໍລິການ ຕາມມາດຕະຖານ ແລະ ເງື່ອນໄຂ ຂອງແຕ່ລະປະເພດ ຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ທີ່ໄດ້ກຳນົດໃນຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດ ລົງທຶນສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ.

ມາດຕາ 9 ການລົງທຶນ ສ້າງຕັ້ງສູນການຄ້າ  ແລະ  ຮ້ານສັບພະສິນຄ້າ ຂອງຜູ່ລົງທຶນຕ່າງປະເທດ

 ຜູ່ລົງທຶນຕ່າງປະເທດ ສາມາດລົງທຶນ ສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າໄດ້ ຕາມເງື່ອນໄຂ ດັ່ງນີ້:

  1. ສາມາດຖືຮຸ້ນໄດ້ 100 % ສໍາລັບໂຄງການທີ່ມີມູນຄ່າການລົງທຶນ ສ້າງຕັ້ງທັງໝົດ 160 ຕື້ກີບ ຂຶ້ນໄປ;
  2. ສາມາດຖືຮຸ້ນໄດ້ບໍ່ເກີນ 70% ສໍາລັບໂຄງການທີ່ມີມູນຄ່າ ການລົງທຶນສ້າງຕັ້ງທັງໝົດແຕ່ 80 ຕື້ກີບ ຂຶ້ນໄປ ແຕ່ບໍ່ຮອດ 160 ຕື້ກີບ;
  3. ສາມາດຖືຫຸ້ນໄດ້ບໍ່ເກີນ 51% ສໍາລັບໂຄງການທີ່ມີມູນຄ່າ ການລົງທຶນສ້າງຕັ້ງ ທັງໝົດ ແຕ່ 08 ຕື້ກີບ ຂຶ້ນໄປ ແຕ່ບໍ່ຮອດ 80 ຕື້ກີບ;

        ສຳລັບການລົງທຶນກໍ່ສ້າງທີ່ມີມູນຄ່າຕໍ່າກວ່າ 08 ຕື້ກີບ ລົງມາ ລວມທັງຮ້ານຄ້າສະເພາະ, ຮ້ານສະດວກຊື້ ທີ່ສ້າງຕັ້ງຂຶ້ນແບບເອກະລາດ ແລະ ຂາຍຍົກ-ຂາຍຍ່ອຍຮູບແບບຕ່າງໆ ແມ່ນສະຫງວນໄວ້ສຳລັບພົນລະເມືອງລາວ.

ມາດຕາ 10 ການລົງທຶນ ສ້າງຕັ້ງ ຂອງຜູ່ລົງທຶນຕ່າງປະເທດ ຮ່ວມກັບຜູ່ລົງທຶນພາຍໃນ

               ການລົງທຶນສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າຂອງຜູ່ລົງທຶນຕ່າງປະເທດ ຮ່ວມກັບຜູ່ລົງທຶນພາຍໃນ ໃຫ້ປະຕິບັດຕາມຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

             ໃນເມື່ອພົບເຫັນວ່າທຶນໃນການສ້າງຕັ້ງ ແລະ ເຄື່ອນໄຫວເປັນການສົມຮູ້ຮ່ວມຄິດສວຍໂອກາດຂອງຜູ່ລົງທຶນທີ່ເປັນຄົນລາວ ແລະ ຕ່າງປະເທດໂດຍທີ່ພວກກ່ຽວບໍ່ໄດ້ປະກອບທຶນຕາມອັດຕາສ່ວນທີ່ກໍານົດ ຫຼື ບໍ່ມີສ່ວນຮ່ວມເປັນເຈົ້າການໃນທຸລະກິດນັ້ນ ໃຫ້ຖືວ່າການອະນຸຍາດດັ່ງກ່າວເປັນໂມຄະ ແລະ ຈະຖືກຖອນໃບອະນຸຍາດສ້າງຕັ້ງທັນທີ. ນອກຈາກນັ້ນຍັງຈະຖືກປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບທີ່ກ່ຽວຂ້ອງເປັນຕົ້ນ:

  • ຮັບຜິດຊອບຕໍ່ໜ້າກົດໝາຍຖານແຈ້ງຂໍ້ມູນທີ່ບໍ່ເປັນຈິງ.
  • ຮັບຜິດຊອບທຸກການກະທໍາຂອງວິສາຫະກິດທີ່ກ່ຽວຂ້ອງຕໍ່ບຸກຄົນພາຍນອກເຊັ່ນ: ໜີ້ສິນ.

ມາດຕາ 11 ການສະເໜີສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ

ຜູ່ມີຈຸດປະສົງ ລົງທຶນສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ຕ້ອງປະກອບເອກະສານຍື່ນຕໍ່ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ດັ່ງນີ້:

1.    ຄຳຮ້ອງສະເໜີສ້າງຕັ້ງ ຕາມແບບຟອມທີ່ອົງການຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ກຳນົດ;
2.   ບົດສະເໜີໂຄງການໂດຍມີການຢັ້ງຢືນ ຜ່ານອົງການປົກຄອງທ້ອງຖິ່ນ ບ່ອນທີ່ສູນການຄ້າ ແລະ ຮ້ານສັບພະສິນຄ້າຈະຕັ້ງຢູ່;
3.   ເອກະສານຢັ້ງຢືນສິດນຳໃຊ້ທີ່ດິນ ຄື: ໃບຕາດິນ, ໃບສິດນຳໃຊ້ທີ່ດິນລັດ, ສັນຍາເຊົ່າ, ສັນຍາສຳປະ ທານ;
4.   ໃບອະນຸຍາດປຸກສ້າງ;
5.   ໃບຢັ້ງຢືນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ;

ມາດຕາ 12 ການພິຈາລະນາ ສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ

  ພາຍຫຼັງໄດ້ຮັບເອກະສານທີ່ກໍານົດໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້, ອົງການຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງໂຍທາທິການ ແລະ ຂົນສົ່ງ, ພາກສ່ວນອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອພິຈາລະນາ ຕາມການແບ່ງຂັ້ນຄຸ້ມຄອງດັ່ງນີ້:

1.    ການສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າທີ່ມີເນື້ອທີ່ໃຫ້ບໍລິການ ແຕ່ 20.001 ມ2 ຂຶ້ນໄປ ແມ່ນ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ພິຈາລະນາ;  

2.   ການສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າທີ່ມີເນື້ອທີ່ໃຫ້ບໍລິການ ແຕ່ 1.001ມ2 ຫາ 20.000 ມ2 ແມ່ນ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາ;

3.   ການສ້າງຕັ້ງຮ້ານສັບພະສິນຄ້າທີ່ມີເນື້ອທີ່ໃຫ້ບໍລິການ ແຕ່ 1.000 ມ2 ລົງມາ ແມ່ນພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ພິຈາລະນາ.

ໝວດທີ 4
ການຂາຍ, ໃຫ້ເຊົ່າຫ້ອງຂາຍ ແລະ ສະຖານທີ່
ໃຫ້ການ ບໍລິການໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 13 ການຂາຍ, ໃຫ້ເຊົ່າຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ

ຜູ່ລົງທຶນສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ຫຼື ບຸກຄົນອື່ນ ທີ່ໄດ້ຮັບໂອນສິດຕໍ່ຈາກຜູ່ລົງທຶນສ້າງຕັ້ງ ກ່ອນຈະຂາຍ, ໃຫ້ເຊົ່າຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ ພາຍໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ຕ້ອງແຈ້ງຂຶ້ນທະບຽນວິສາຫະກິດຕາມກົດໝາຍວ່າດ້ວຍ ວິສາຫະກິດ ເພື່ອດຳເນີນທຸລະກິດ ບໍລິການໃຫ້ເຊົ່າຊື້ - ຂາຍ ສິດນຳໃຊ້ ຫ້ອງຂາຍ ຫຼື ສະຖານທີ່ໃຫ້ການບໍລິການ.

ມາດຕາ 14 ເງື່ອນໄຂການຂາຍຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ

ການຂາຍຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ສາມາດເປີດຂາຍໄດ້ ພາຍຫຼັງກໍ່ສ້າງສຳເລັດ 70% ຂຶ້ນໄປ ຕາມແຜນການໂດຍມີການຢັ້ງຢືນຂອງພາກສ່ວນກ່ຽວຂ້ອງ ແລະ ຕ້ອງສ້າງຕັ້ງຄະນະສະເພາະກິດ ເພື່ອຕິດຕາມກວດກາເງິນທີ່ຂາຍຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການນັ້ນ. ຜູ່ລົງທຶນສ້າງຕັ້ງ ຕ້ອງນຳໃຊ້ເງິນດັ່ງກ່າວ ໃນອັດຕາສ່ວນ 80% ຂຶ້ນໄປ ເຂົ້າໃນການສືບຕໍ່ກໍ່ສ້າງຈົນກວ່າການກໍ່ສ້າງສໍາເລັດ.

ການຂາຍ, ໃຫ້ເຊົ່າຫ້ອງການ ແລະ ສະຖານທີ່ໃຫ້ການບໍລິການເທື່ອທີໜຶ່ງ ແລະ ເທື່ອຕໍ່ໄປ ຕ້ອງເສຍອາ ກອນລາຍໄດ້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ບຸກຄົນ ຫຼື ນິຕິບຸກຄົນ ທີ່ຊື້ ຫຼື ເຊົ່າຫ້ອງ ຕ້ອງປະຕິບັດຕາມຂໍ້ຕົກລົງວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 1005/ອຄ.ຄພນ, ລົງວັນທີ 22 ພຶດສະພາ 2015.

ຄະນະສະເພາະກິດທີ່ສ້າງຕັ້ງນັ້ນປະກອບດ້ວຍຕາງໜ້າຈາກພາກລັດເປັນຕົ້ນ: ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຕາງໜ້າຂອງຜູ່ລົງທຶນສ້າງຕັ້ງ ຫຼື ຜູ່ລົງທຶນຊື້, ໃຫ້ເຊົ່າຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ, ຊຶ່ງຖືກແຕ່ງຕັ້ງໂດຍ ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ. ຄະນະສະເພາະກິດນີ້ຈະສີ້ນສຸດໜ້າທີ່ ພາຍຫຼັງການກໍ່ສ້າງສຳເລັດ.

ມາດຕາ 15 ການຈົດທະບຽນຫ້ອງຂາຍ, ຫ້ອງໃຫ້ເຊົ່າ ແລະ ສະຖານທີ່ໃຫ້ການບໍລິການ

ພາຍຫຼັງ ເຊັນສັນຍາຊື້-ຂາຍ ຫຼື ເຊົ່າຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການແລ້ວ ຕ້ອງນຳເອົາສັນຍາດັ່ງກ່າວໄປສະເໜີຕໍ່ຄະນະຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ເພື່ອຈົດທະບຽນຫ້ອງຂາຍ, ຫ້ອງໃຫ້ເຊົ່າ  ແລະ ສະຖານທີ່ໃຫ້ບໍລິການ ດັ່ງກ່າວ ເພື່ອຢັ້ງຢືນເປັນຫຼັກຖານ.

ການຈົດທະບຽນ ຕ້ອງບັນທຶກລະອຽດ ວັນທີ່, ເດືອນ, ປີ ຊື້-ຂາຍ, ມູນຄ່າການຊື້-ຂາຍ ຫຼື ເຊົ່າ, ຂໍ້ມູນລະອຽດກ່ຽວກັບຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ ທີ່ຂາຍ ຫຼື ເຊົ່າ ເປັນຕົ້ນ: ເນື້ອທີ່, ຂະໜາດ, ທີ່ຕັ້ງ ແລະ ຂໍ້ມູນກ່ຽວກັບຜູ່ຊື້ ແລະ ຜູ່ຂາຍ.

ໝວດທີ 5
ສິດ ແລະ ໜ້າທີ່ຂອງຜູ່ລົງທຶນສ້າງຕັ້ງ
ແລະ ຜູ່ບໍລິຫານໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 16 ສິດ ແລະ ໜ້າທີ່ ຂອງຜູ່ລົງທຶນ ສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ຜູ່ລົງທຶນ ສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ພາຍຫຼັງ ກໍ່ສ້າງສູນການຄ້າ ຫຼື ຮ້ານສັບພະສິນຄ້າສຳເລັດ 70% ຂຶ້ນໄປ ສາມາດ ໂອນ ຫຼື ຂາຍ ໃຫ້ບຸກຄົນອື່ນທີ່ມີເງື່ອນໄຂສອດຄ່ອງ ກັບຂໍ້ຕົກລົງສະບັບນີ້ ທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ຫຼື ເປັນຜູ່ຂາຍ, ໃຫ້ເຊົ່າ ຫ້ອງຂາຍ ແລະ ສະຖານທີ່ໃຫ້ບໍລິການດ້ວຍຕົນເອງ ແຕ່ຕ້ອງຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 13 ຂອງຂໍ້ຕົກລົງສະບັບນີ້.

ຜູ່ລົງທຶນສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ ສາມາດດໍາເນີນທຸລະກິດນໍາເຂົ້າສິນຄ້າມາຂາຍຍົກໃຫ້ຜູ່ດໍາເນີນທຸລະກິດຂາຍຍ່ອຍ ແລະ ສາມາດຂາຍຍ່ອຍດ້ວຍຕົນເອງ ໃນອັດຕາສ່ວນບໍ່ເກີນ 30% ຂອງເນື້ອທີ່ຂາຍສິນຄ້າໃນສູນການຄ້າ ຫຼື ຮ້ານສັບພະສິນຄ້າຂອງຕົນເທົ່ານັ້ນ, ແຕ່ຕ້ອງໄດ້ຂຶ້ນທະບຽນວິສາຫະກິດ ຂາຍຍົກ ແລະ ຂາຍຍ່ອຍ.

ມາດຕາ 17 ສິດ ແລະ ໜ້າທີ່ ຂອງຜູ່ບໍລິຫານໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

                ຜູ່ບໍລິຫານໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ໃຫ້ການບໍລິການເຊົ່າ, ຂາຍ, ນຳໃຊ້ ຫຼື ໂອນສິດນຳໃຊ້ຫ້ອງຂາຍ ແລະ ສະຖານທີ່ບໍລິການ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ຂອງຕົນ;
  2. ສະເໜີຕໍ່ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອປັບປຸງ ຫຼື ສ້ອມແປງ, ຟື້ນຟູ ແລະ ຍົກລະດັບສູນການຄ້າ ແລະ ຮ້ານສັບພະສິນຄ້າ;
  3. ອອກກົດລະບຽບ ເພື່ອຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍພາຍໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ໂດຍໄດ້ຮັບການຢັ້ງຢືນຈາກອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ.
  4. ເສຍພັນທະອາກອນຕ່າງໆໃຫ້ລັດ ຕາມກົດໝາຍ ແລະ ລະບຽບການວາງໄວ້;
  5. ຈັດສັນພາຍໃນສູນການຄ້າ ຫຼື ຮ້ານສັບພະສິນຄ້າ ໃຫ້ເປັນລະບຽບຮຽບຮ້ອຍ, ມີລະບົບຮັກສາຄວາມປອດໄພ, ປ້ອງກັນອັກຄີໄພ, ຮັກສາສິ່ງແວດລ້ອມ ແລະ ສຸຂະອານາໄມ ແລະ ອື່ນໆ;

ໝວດທີ 6
ການດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ,
ການໃຫ້ບໍລິການຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 18 ການດໍຳເນີນທຸລະກິດ ການຄ້າ ຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ ບໍລິການຢູ່ໃນສູນການຄ້າ ແລະ  ຮ້ານສັບພະສິນຄ້າ

ຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ ບໍລິການຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ຕ້ອງໄດ້ແຈ້ງຂຶ້ນທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ, ປະຕິບັດຕາມ ຂໍ້ຕົກລົງວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ຜູ່ດໍາເນີນທຸລະກິດຕ້ອງດຳເນີນທຸລະກິດຂອງຕົນ ຕາມທີ່ບົ່ງໄວ້ໃນໃບທະບຽນວິສາຫະກິດ ແລະ ເຄື່ອນໄຫວທຸລະກິດຕາມລະບຽບການຄຸ້ມຄອງ ພາຍໃນສູນການຄ້າ ແລະ ຮ້ານສັບພະສິນຄ້າໄດ້ວາງອອກ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 19 ສິດຂອງຜູ່ດໍາເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ບໍລິການຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

ຜູ່ດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ ບໍລິການຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າມີສິດດັ່ງນີ້:

  1. ເຊົ່າ ຫຼື ຊື້ ຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ ນຳຜູ່ລົງທຶນສ້າງຕັ້ງ ຫຼື ຜູ່ບໍລິຫານ;
  2. ດຳເນີນການຊື້-ຂາຍສິນຄ້າທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  3. ໂອນສິດນຳໃຊ້ໃຫ້ຜູ່ອື່ນເຊົ່າຫ້ອງ ຫຼື ຊື້ຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການຕໍ່ໄດ້ ໃນກໍລະນີທີ່ສັນຍາຍັງມີຜົນບັງຄັບໃຊ້ ໂດຍຜູ່ຊື້ໃຫມ່ ຫລື ເຊົ່າໃຫມ່ ຕ້ອງປະຕິບັດຕາມມາດຕາ 18 ແລະ ມາດຕາ 20 ຂອງຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ;
  4. ສະເໜີຂໍຕໍ່ ຫຼື ລົບລ້າງສັນຍາ ເຊົ່າ ຫຼື ຊື້ຫ້ອງຂາຍ ແລະ ສະຖານທີ່ໃຫ້ການບໍລິການ;
  5. ສະເໜີຕໍ່ຄະນະຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ເພື່ອປົກປ້ອງຜົນປະໂຫຍດສ່ວນລວມ ແລະ ສ່ວນຕົວໃນການດຳເນີນທຸລະກິດ;
  6. ຮ້ອງຂໍ ຫຼື ຮ້ອງຟ້ອງ ເມື່ອເຫັນວ່າມີການກະທໍາທີ່ບໍ່ຖືກຕ້ອງໃນການປະຕິບັດໜ້າທີ່ ຂອງພະນັກງານລັດ, ຄະນະຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ແລະ ຜູ່ລົງທຶນສ້າງຕັ້ງ ຫຼື ຜູ່ບໍລິຫານ.

ມາດຕາ 20 ໜ້າທີ່ຂອງຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ ບໍລິກາຢູ່ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ 

ຜູ່ດໍາເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ ແລະ ການໃຫ້ ບໍລິການຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ມີໜ້າທີ່ດັ່ງນີ້:

  1. ຂຶ້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍວິສາຫະກິດ;
  2. ຖືບັນຊີຕາມລະບຽບກົດໝາຍຂອງ ສປປ ລາວ;
  3. ເສຍພັນທະອາກອນຕ່າງໆໃຫ້ລັດຕາມກົດໝາຍ ແລະ ລະບຽບການ;
  4. ຈັດວາງສິນຄ້າໃຫ້ຖືກຕ້ອງຕາມແຜນຈັດສັນ;
  5. ປະຕິບັດກົດລະບຽບຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າຢ່າງເຂັ້ມງວດ;
  6. ຕິດລາຄາສິນຄ້າເປັນເງິນກີບ;
  7. ນຳໃຊ້ພະນັກງານຂາຍ ແລະ ຊ່ວຍວຽກທີ່ເປັນຄົນສັນຊາດລາວເທົ່ານັ້ນ ເວັ້ນເສຍແຕ່ກົດໝາຍ ແລະ ລະບຽບການໄດ້ລະບຸໄວ້ເປັນຢ່າງອື່ນ;
  8. ຈຳໜ່າຍສິນຄ້າ ທີ່ຜະລິດພາຍໃນປະເທດ ຕາມຄວາມເໝາະສົມ ເພື່ອສົ່ງເສີມການນຳໃຊ້ຜະລິດຕະພັນພາຍໃນໃຫ້ຫລາຍຂຶ້ນ;
  9. ປະຕິບັດໜ້າທີ່ອື່ນຕາມກົດໝາຍ ແລະ ລະບຽບການ.

ໝວດທີ 7

ຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 21 ຄະນະຄຸ້ມຄອງ  ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ແມ່ນອົງການຈັດຕັ້ງໜຶ່ງ ທີ່ເປັນເສນາທິການ ໃຫ້ອົງການຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ໃນການຄຸ້ມຄອງ ການເຄື່ອນໄຫວ ຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ຊຶ່ງແຕ່ງຕັ້ງໂດຍ   ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ຕາມການສະ       ເໜີຂອງ ກົມການຄ້າພາຍໃນ ສຳລັບຂັ້ນກະຊວງຄຸ້ມຄອງ ແລະ ແຕ່ງຕັ້ງໂດຍຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຕາມການສະເໜີຂອງ ຂະແໜງ ການຄ້າພາຍໃນ ສຳລັບຂັ້ນແຂວງ, ນະຄອນຫຼວງ ແລະ ເມືອງ.

ມາດຕາ 22 ໂຄງປະກອບ ບຸກຄະລາກອນ ຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ປະກອບມີຫົວໜ້າຄະນະ, ຮອງຫົວໜ້າຄະນະ ແລະ ກຳມະການຈຳນວນໜຶ່ງ ຕາມແຕ່ລະຂະໜາດ  ສູນການຄ້າ ແລະ ຮ້ານສັບພະສິນຄ້າ, ໂດຍມີຕາງໜ້າ ຈາກຂະ       ແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງການທີ່ກ່ຽວຂ້ອງ ທີ່ຈຳເປັນ ແລະ ຕາງໜ້າ ຈາກຜູ່ບໍລິຫານ ຢູ່ໃນສູນການຄ້າ ແລະ  ຮ້ານສັບພະສິນຄ້າ ປະກອບເປັນຄະນະ.

ມາດຕາ 23 ສິດ ແລະ ໜ້າທີ່ ຂອງຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

ຄະນະຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ ການເຄື່ອນໄຫວ ການດຳເນີນທຸລະກິດ  ຢູ່ໃນສູນການຄ້າ ຫຼື ຮ້ານສັບພະສິນຄ້າ ໃຫ້ເຄື່ອນໄຫວ ຢ່າງເປັນລະບົບລະບຽບ ຕາມກົດໝາຍ ແລະ ລະບຽບການ;
  2. ອອກລະບຽບ ເພື່ອຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍພາຍໃນສູນການຄ້າ ຫຼື ຮ້ານສັບພະສິນຄ້າ;
  3. ເຜີຍແຜ່ ແລະ ແນະນໍາກົດໝາຍ, ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ໃຫ້ ຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ, ຂາຍຍ່ອຍ ແລະ ໃຫ້ການບໍລິການ ຢູ່ໃນສູນການຄ້າ ຫຼື ຮ້ານສັບພະສິນຄ້າຂອງຕົນ;
  4. ເປັນເຈົ້າການໃນການໄກ່ເກ່ຍຂໍ້ຂັດແຍ່ງເບື້ອງຕົ້ນພາຍໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ;
  5. ສະຫຼຸບລາຍງານປະຈຳປີກ່ຽວກັບສະພາບການເຄື່ອນໄຫວ ການດຳເນີນທຸລະກິດຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ໃຫ້ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າຮັບຊາບ;
  6. ປະຕິບັດໜ້າທີ່ອື່ນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

ໝວດທີ 8
ຂໍ້ຫ້າມ

ມາດຕາ 24 ຂໍ້ຫ້າມ ສຳລັບຜູ່ ລົງທຶນສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ

               ຫ້າມ ຜູ່ລົງທຶນສ້າງຕັ້ງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ມີພຶດຕິກຳດັ່ງນີ້:

1.  ເລີ່ມກໍ່ສ້າງ ກ່ອນໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ຫຼື ກໍ່ສ້າງ ໂດຍບໍ່ຖືກຕ້ອງຕາມແບບການກໍ່ສ້າງ ທີ່ໄດ້ຮັບອະນຸຍາດ ຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ;
2. ໄດ້ຮັບອະນຸຍາດລົງທຶນ ສ້າງຕັ້ງແລ້ວ ແຕ່ບໍ່ເລີ່ມດຳເນີນການກໍ່ສ້າງ ເກີນເວລາ 2 ປີ;

3. ໂອນໃຫ້ບຸກຄົນອື່ນຕໍ່ ໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ;

4.  ດໍາເນີນການ ບໍລິການ ໃຫ້ເຊົ່າ ຫຼື  ຂາຍຫ້ອງຂາຍ ແລະ ສະຖານທີ່ ໃຫ້ການບໍລິການ ໂດຍບໍ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດ ເພື່ອດຳເນີນທຸລະກິດດັ່ງກ່າວ;

5.  ມີພຶດຕິກຳອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 25 ຂໍ້້ຫ້າມ ສຳລັບ ຜູ່ບໍລິຫານ

               ຫ້າມ ຜູ່ບໍລິຫານມີພຶດຕິກຳດັ່ງນີ້:

1.    ຕໍ່ເຕີມອາຄານ, ສະຖານທີ່ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ  ແລະ ຂະແໜງການທີ່ກ່ຽວຂ້ອງ;

2.   ອຳນວຍຄວາມສະດວກ, ແນະນຳ ຫຼື ຊັກຊວນໃຫ້ຜູ່ດຳເນີນທຸລະກິດຢູ່ໃນສູນການຄ້າ ຫຼື ຮ້ານສັບພະສິນຄ້າຈຳໜ່າຍສິນຄ້າ ແລະ ໃຫ້ການບໍລິການທີ່ຕ້ອງຫ້າມ;

3.   ສວຍໃຊ້ສະຖານທີ່ສູນການຄ້າ ແລະ ຮ້ານສັບພະສິນຄ້າ ເປັນບ່ອນມົ້ວສຸມ, ຫຼິ້ນການພະນັນທຸກປະເພດ;

4.   ເອົາໃບທະບຽນວິສາຫະກິດຂອງຕົນໃຫ້ບຸກຄົນອື່ນນຳໃຊ້;

5.   ມີພຶດຕິກຳອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 26 ຂໍ້ຫ້າມ ສຳລັບ ຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ, ການໃຫ້ການບໍລິ ການ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ

           ຫ້າມຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍ, ການໃຫ້ການບໍລິການ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ມີພຶດຕິກຳດັ່ງນີ້:

1.    ຂາຍສິນຄ້າ ແລະ ໃຫ້ການບໍລິການທີ່ຕ້ອງຫ້າມຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
2.   ນຳໃຊ້ແຮງງານຕ່າງປະເທດມາເປັນພະນັກງານຂາຍ ແລະ ຊ່ວຍວຽກ ເວັ້ນເສຍແຕ່ກົດໝາຍ ແລະ ລະບຽບການໄດ້ລະບຸໄວ້ເປັນຢ່າງອື່ນ;
3.   ເອົາໃບທະບຽນວິສາຫະກິດຂອງຕົນໃຫ້ບຸກຄົນອື່ນນຳໃຊ້;
4.   ລະເມີດລະບຽບຄຸ້ມຄອງພາຍໃນ ສູນການຄ້າ ແລະ ຮ້ານສັບພະສິນຄ້າ;5.   ມີພຶດຕິກຳອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 27 ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານລັດ

                ຫ້າມເຈົ້າໜ້າທີ່ ແລະ ພະນັກງານລັດ ມີພຶດຕິກຳດັ່ງນີ້:

  1. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  2. ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຮັບສິນບົນ;
  3. ປອມແປງເອກະສານ, ນຳໃຊ້ເອກະສານປອມ, ເປີດເຜີຍຄວາມລັບ, ກົດໜ່ວງຖ່ວງດຶງເອກະສານ ຫຼື ທຳລາຍເອກະສານກ່ຽວກັບສູນການຄ້າ ແລະ ຮ້ານສັບພະສິນຄ້າ;
  4. ມີພຶດຕິກຳອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 9
ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ

ມາດຕາ 28 ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ່ຄຸ້ມຄອງ ການເຄື່ອນໄຫວຂອງ ສູນການຄ້າ ແລະ ຮ້ານ ສັບພະສິນຄ້າ ຢ່າງລວມສູນ ໃນຂອບເຂດທົ່ວປະເທດ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຕາມສິດ ແລະ ພາລະບົດບາດ ຂອງຕົນ.

 ອົງການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ແບ່ງເປັນ 3 ຂັ້ນ ດັ່ງນີ້:

  1. ຂັ້ນກະຊວງ ແມ່ນກົມການຄ້າພາຍໃນ;
  2. ຂັ້ນແຂວງ ແມ່ນພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ;
  3. ຂັ້ນເມືອງ ແມ່ນຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ.

ມາດຕາ 29 ສິດ ແລະ ໜ້າທີ່ ຂອງກົມການຄ້າພາຍໃນ

ກົມການຄ້າພາຍໃນມີສິດ ແລະ ໜ້າທີ່ດັ່ງນີ້:

1. ຄົ້ນຄວ້າສ້າງ ນະໂຍບາຍ, ນິຕິກຳ ແລະ ແຜນການພັດທະນາສູນການຄ້າ ແລະ ຮ້ານສັບພະສິນຄ້າ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;
2. ເຜີຍແຜ່ ແລະ ແນະນຳກ່ຽວກັບນະໂຍບາຍ, ນິຕິກຳ ແລະ ລະບຽບການກ່ຽວກັບສູນການຄ້າ ແລະ ຮ້ານສັບພະສິນຄ້າ;
3. ຄົ້ນຄວ້າ ແລະ ນຳສະເໜີ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາການສະເໜີສ້າງຕັ້ງ, ໂຈະ ຫຼື ໃຫ້ຢຸດເຊົາ ການກໍ່ສ້າງ ຫຼື ການເຄື່ອນໄຫວ ຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ  ຕາມການແບ່ງຂັ້ນຄຸ້ມຄອງ ທີ່ກຳນົດໄວ້ໃນ ຂໍ້ 1 ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້;
4. ຊີ້ນໍາ, ຕິດຕາມ ແລະ ກວດກາການເຄື່ອນໄຫວວຽກງານ ຂອງຄະນະຄຸ້ມຄອງ ແລະ ການດຳເນີນທຸລະກິດ ຂອງຜູ່ລົງທຶນສ້າງຕັ້ງ, ຜູ່ບໍລິຫານ ແລະ ຜູ່ດຳເນີນທຸລະກິດຂາຍຍົກ ແລະ ຂາຍຍ່ອຍ, ໃຫ້ການບໍລິການ ຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ;
5. ຊຸກຍູ້, ສົ່ງເສີມ ຜູ່ດຳເນີນທຸລະກິດໃຫ້ນຳເອົາສິນຄ້າທີ່ຜະລິດພາຍໃນ ມາຈຳໜ່າຍຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ;
6. ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂຂໍ້ຂັດແຍ່ງໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ;
7. ລາຍງານຜົນການຈັດຕັ້ງປະຕິບັດວຽກງານກ່ຽວກັບສູນການຄ້າ ແລະ ຮ້ານສັບພະສິນຄ້າ ໃຫ້ຂັ້ນເທິງເປັນແຕ່ລະໄລຍະ;
8. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 30 ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ

ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ດັ່ງນີ້:

1. ເຜີຍແຜ່ ແລະ ແນະນຳກ່ຽວກັບນະໂຍບາຍ, ນິຕິກຳ ແລະ ລະບຽບການກ່ຽວກັບສູນການຄ້າ ແລະ ຮ້ານສັບພະສິນຄ້າ ພາຍໃນແຂວງ ຂອງຕົນ;
2. ຄົ້ນຄວ້າ ແລະ ນຳສະເໜີ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາການສະເໜີສ້າງຕັ້ງ, ໂຈະ ຫຼື ໃຫ້ຢຸດເຊົາ ການກໍ່ສ້າງ ຫຼື ການເຄື່ອນໄຫວ ຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ  ຕາມການແບ່ງຂັ້ນຄຸ້ມຄອງ ທີ່ກຳນົດໄວ້ໃນ ຂໍ້ 2 ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້;
3. ຕິດຕາມ ແລະ ກວດກາການເຄື່ອນໄຫວວຽກງານ ຂອງຄະນະຄຸ້ມຄອງ ແລະ ການດຳເນີນທຸລະກິດ ຂອງຜູ່ລົງທຶນສ້າງຕັ້ງ, ຜູ່ບໍລິຫານ ແລະ ຜູ່ດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ, ໃຫ້ການບໍລິການ ຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າຕາມການແບ່ງຂັ້ນຄຸ້ມຄອງ;
4. ຊຸກຍູ້, ສົ່ງເສີມ ຜູ່ດຳເນີນທຸລະກິດໃຫ້ນຳເອົາສິນຄ້າທີ່ຜະລິດພາຍໃນ ມາຈຳໜ່າຍຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ຕາມສິດ ແລະ ພາລະບົດບາດຂອງຕົນ;
5. ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂຂໍ້ຂັດແຍ່ງໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ຕາມສິດ ແລະ ພາລະບົດບາດຂອງຕົນ;
6. ລາຍງານຜົນການຈັດຕັ້ງປະຕິບັດວຽກງານກ່ຽວກັບສູນການຄ້າ ແລະ ຮ້ານສັບພະສິນຄ້າ ໃຫ້ຂັ້ນເທິງເປັນແຕ່ລະໄລຍະ;
7.  ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 31 ສິດ ແລະ ໜ້າທີ່ ຂອງ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ

              ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງມີສິດ ແລະ ໜ້າທີ່ດັ່ງນີ້:        

1. ເຜີຍແຜ່ ແລະ ແນະນຳກ່ຽວກັບນະໂຍບາຍ, ນິຕິກຳ ແລະ ລະບຽບການກ່ຽວກັບສູນການຄ້າ ແລະ ຮ້ານສັບພະສິນຄ້າ ພາຍໃນເມືອງ ຂອງຕົນ;
2. ຄົ້ນຄວ້າ ແລະ ນຳສະເໜີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງພິຈາລະນາການສະເໜີສ້າງຕັ້ງ, ໂຈະ ຫຼື ໃຫ້ຢຸດເຊົາ ການກໍ່ສ້າງ ຫຼື ການເຄື່ອນໄຫວ ຂອງຮ້ານສັບພະສິນຄ້າ  ຕາມການແບ່ງຂັ້ນຄຸ້ມຄອງ ທີ່ກຳນົດໄວ້ໃນ ຂໍ້ 3 ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້;
3. ຕິດຕາມ ແລະ ກວດກາ ການດຳເນີນທຸລະກິດ ຂອງຜູ່ລົງທຶນສ້າງຕັ້ງ, ຜູ່ບໍລິຫານ ແລະ ຜູ່ດຳເນີນທຸລະກິດຂາຍຍົກ ແລະ ຂາຍຍ່ອຍ, ໃຫ້ການບໍລິການ ຢູ່ຮ້ານສັບພະສິນຄ້າ ທີ່ຕັ້ງຢູ່ເມືອງ ຂອງຕົນ;
4. ຊຸກຍູ້, ສົ່ງເສີມ ຜູ່ດຳເນີນທຸລະກິດໃຫ້ນຳເອົາສິນຄ້າທີ່ຜະລິດພາຍໃນ ມາຈຳໜ່າຍຢູ່ໃນຮ້ານສັບພະສິນຄ້າ ຢູ່ໃນເມືອງ ຂອງຕົນ;
5. ລາຍງານສະພາບການເຄື່ອນໄຫວ ຂອງຮ້ານສັບພະສິນຄ້າ ໃນເມືອງຂອງຕົນ ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຂອງຕົນຮັບຊາບ ເປັນແຕ່ລະໄລຍະ;
6.  ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

         ໝວດທີ 10
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 32 ນະໂຍບາຍຕໍ່ຜູ່ມີຜົນງານ

ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 33 ມາດຕະການຕໍ່ຜູ່ລະເມີດ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ, ທາງວິໄນ, ປັບໃໝ, ທາງແພ່ງ ຫຼື ລົງໂທດທາງອາຍາ ແລ້ວແຕ່ລະກໍລະນີ ໜັກ ຫຼື ເບົາ.

ໝວດທີ 11
ບົດບັນຍັດສຸດທ້າຍ

ມາດຕາ 34 ການຈັດຕັ້ງປະຕິບັດ

ມອບໃຫ້ກົມການຄ້າພາຍໃນ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ບັນດາສູນການຄ້າ ແລະ ຮ້ານສັບພະສິນຄ້າ ທີ່ໄດ້ສ້າງຕັ້ງແລ້ວ ແລະ ເຄື່ອນໄຫວມາກ່ອນຂໍ້ຕົກລົງສະບັບນີ້ໃຫ້ສືບຕໍ່ດຳເນີນ ແຕ່ຕ້ອງປັບປຸງໃຫ້ສອດຄ່ອງຕາມແຕ່ລະປະເພດຂອງສູນການຄ້າ ແລະ ຮ້ານສັບພະສິນຄ້າ.

ສຳລັບໂຄງການສ້າງໃໝ່ ຫຼື ພວມດຳເນີນການກໍ່ສ້າງ ຕ້ອງປັບປຸງໃຫ້ຖືກຕ້ອງຕາມເງື່ອນໄຂທີ່ໄດ້ກຳນົດໃນຂໍ້ຕົກລົງສະບັບນີ້ ກ່ອນການເປີດບໍລິການຂາຍ ຫຼື ເຊົ່າ ເນື້ອທີ່ບໍລິການ.

ມາດຕາ 35 ຜົນສັກສິດ

 ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ຫຼັງຈາກ 15 ວັນ ນັບແຕ່ວັນພິມລົງໃນຈົດ    ໝາຍເຫດທາງລັດຖະການ ເປັນຕົ້ນໄປ.

ລັດຖະມົນຕີວ່າການ
ກະຊວງອຸດສາຫະກຳ ແລະ ການຄ້າ
(ເຊັນ ແລະ ປະທັບຕາ)
ນ ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on Shopping Centers and Department Stores No. 1950/MoIC. DTD, dated 22 September 2015 PDF
2 ຂໍ້ຕົກລົງ ວ່າດ້ວຍສູນການຄ້າ ແລະ ຮ້ານສັບພະສິນຄ້າ ລົງວັນທີ 1950/ອຄ.ຄພນ, ລົງວັນທີ 22 ກັນຍາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.