ກອງປະຊຸມໄດ້ນຳສະເໜີບັນດາເນື້ອໃນທີ່ສຳຄັນ ຄື: 1​. ສະຫຼຸບວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໜຶ່ງປີຜ່ານມາ (ສົກປີ 2014-2015) ວ່າ ກ່ຽວກັບຜົນສໍາເລັດ ແລະ ມີຈຸດດີ-ຈຸດອ່ອນຄືແນວໃດ; 2. ລາຍງານຄືນກ່ຽວກັບການສັງລວມມາດຕະການ ແລະ ການປະເມີນຂໍ້ມູນໃນເບື້ອງຕົ້ນ; 3. ປຶກສາຫາລືວ່າ ຈະຄັດເລືອກເອົາມາດຕະການໃດເພື່ອເປັນຕົວຢ່າງໃນການທົບທວນ; 4. ເປັນການນຳສະເໜີແຜນວຽກຂອງສົກປີຕໍ່ໄປ (ສົກປີ 2015-2016).

ໃນໄລຍະຜ່ານມາ, ກຂອ ​ໃນ​ນາມ​ຜູ້​ຮັບຜິດຊອບ​ຫຼັກ​ວຽກ​ງານ​ທົບ​ທວນ​ມາດ​ຕະການ NTMs ໄດ້ຈັດຝຶກອົບຮົມ ​ແລະ ເຜີຍແຜ່ກ່ຽວກັບມາດຕະການ​ດ້ານ​ການຄ້າ​ທີ່​ບໍ່​ແມ່ນ​ພາສີ (NTM) ​ແລະ ວຽກງານທົບທວນມາດຕະການ NTMs ໃຫ້ແກ່ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ​​ໃນ​ຂັ້ນ​ສູນ​ກາງ​ມາແລ້ວ​ຫຼາຍ​ຄັ້ງ ​​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ ກ່ຽວ​ກັບ​ຄວາມ​ສຳຄັນຂອງ​ວຽກ​ງານ​ດັ່ງກ່າວ. ​ ​

ຕະຫຼອດ​ໄລຍະ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ໃນ​ໄລຍະ 1 ປີຜ່ານມາ, ກົມ ຂອ ​ໄດ້​ສົມທົບ​ກັບ​ຂະ​ແໜງ​ການ​ກ່ຽວຂ້ອງ​ໃນ​ການ ສັງ​ລວມບັນດາ​ມາດ​ຕະການ NTMs ​ແລະ ​ໄດ້ຈັດປະເພດຂອງບັນດາມາດຕະການດັ່ງກ່າວ ​ຕາມມາດຕະຖານຂອງສາກົນທີ່ຖືກຮັບຮູ້ ​ແລະ ນຳ​ໃຊ້​ຫຼາຍ​​ໃນທົ່ວ​ໂລກ (UNCTAD) ຊຶ່ງມາ​ຮອດ​ປະຈຸ​ບັນ​ທີ​ມງານ​ NTM ​ໄດ້​ລະບຸ ​ແລະ ຈັດ​ປະ​ເພດ​ມາດ​ຕະການດັ່ງກ່າວ​ໄປ​ແລ້ວ 238 ມາດ​ຕະການ ​ແລະ ​ໄດ້​ຮັບ​ການເຫັນ​ດີ​ໃຫ້​ເຜີຍ​ແຜ່​ລົງ​ໃນ​ເວັບ​ໄຊ​ທ໌ Lao Trade Portal.

ສໍາລັບ​ແຜນ​ວຽກຂອງສົກປີ 2015-2016 ຂອງ​ກິດຈະກຳ NTM ​ແມ່ນ​ການກຳນົດໜ້າວຽກບູລິມະສິດທີ່​ຈະ​ເອົາ​ເຂົ້າ ​ເປັນ​ແຜນ​ທົດ​ລອງ​ປັບປຸງ ​ແລະ ຫຼຸດຜ່ອນ​ຂັ້ນ​ຂອດ​ຕ່າງໆ ​ແລະ​ ຮ່ວມ​ເຮັດວຽກກັບຂະແໜງການ​ພາກ​ລັດ, ທຸລະ​ກິດ ​​ໃນຂອບເຂດທົ່ວປະເທດ ​ເພື່ອ​ເຜີຍ​ແຜ່​ກ່ຽວ​ກັບມາດຕະການ NTMs, ຄວາມຈຳເປັນ ​ແລະ ເຫດຜົນ​ທີ່​ຕ້ອງ​ໄດ້​ມີການປັບປຸງ​ໃຫ້ມີຄວາມງ່າຍດາຍຂຶ້ນ ແລະ ຮັບປະກັນ​ຄວາມສອດຄ່ອງກັບລະບຽບການຂອງສາກົນ ຕາມ​ພັນທະ​ສັນຍາຂອງ ສປປ ລາວ ທີ່​ມີຕໍ່ອົງການ​ການ​ຄ້າ​ໂລກ ກໍ່​ຄື​ອາ​ຊຽນ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.