ທ່ານ ດຣ. ບຸນເຖິງ ເພັງທະວົງສາ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ເປີດເຜີຍວ່າ: ການປະຕິບັດແຜນຍຸດທະສາດ 5 ປີ 2011-2015 ສະເພາະຂົງເຂດບໍ່ແຮ່ ລວມຍອດມູນຄ່າການຜະລິດບັນລຸ 66.746 ຕື້ກີບ, ສະເລ່ຍເພີ່ມຂຶ້ນໃນລະດັບ 6,97% ຕໍ່ປີ, ທຽບໃສ່ແຜນການ 5 ປີ ຄັ້ງທີ VI ເພີ່ມຂຶ້ນ 184,18%.

ໃນ 5 ປີຜ່ານມາ(2011-2015)ການສົ່ງອອກແຮ່ທາດ ບັນລຸ 8.459 ລ້ານໂດລາສະຫະລັດ ຈາກ 2.561 ລ້ານໂດລາສະຫະລັດຂອງສົກປີ2006-2010, ເຊິ່ງມູນຄ່າການສົ່ງອອກກວມ ປະມານ 60% ຂອງຍອດການສົ່ງອອກທົ່ວປະເທດ. ​ໃນ​ນັ້ນ, ສິ່ງ​ທີ່​ພົນ​ເດັ່ນ​ໃນ​ຂົງ​ເຂດ​ການ​ຄຸ​ດຄົ້ນບໍ່​ແຮ່ທີ່​ມີການຂະຫຍາຍຕົວໄວວາແມ່ນ: ໂຄງການຄຳ-ທອງ ເຊໂປນ ແຂວງສະຫວັນນະເຂດ, ໂຄງການຄຳ-ທອງ ພູເບ້ຍ ແຂວງໄຊສົມບູນ, ການຂຸດຄົ້ນຖ່ານຫີນລິກໄນ ຮັບໃຊ້ການຜະລິດພະລັງງານໄຟຟ້າຄວາມຮ້ອນ ແຂວງໄຊຍະບູລີ, ເກືອໂປຕາດ ແລະ ການຂຸດຄົ້ນແຮ່ທາດອື່ນໆ.

ພ້ອມ​ນັ້ນ, ດຣ. ບຸນເຖິງ ເພັງທະວົງສາ ຍັງ​ໄດ້ກ່າວຕື່ມ​ວ່າ ມາ​ຮອດ​ປະຈຸ​ບັນ​ສາມາດຜະລິດ ທອງຝຸ່ນ ຈຳນວນ 1.536.692 ໂຕນ, ທອງແຜ່ນ ຜະລິດໄດ້ 420.914 ໂຕນ, ໂລຫະຄຳປະສົມ ຜະລິດໄດ້ 79.534 ກິໂລ, ຫີນກາວ 2.961.317 ໂຕນ, ຖ່ານຫີນ 1.500.725 ໂຕນ. ການເພີ່ມຂຶ້ນຂອງການສົ່ງອອກຜະລິດຕະພັນແຮ່ທາດໄດ້ນຳເອົາທຶນຮອນເຂົ້າງົບປະມານແຫ່ງຊາດ, ຂັບເຄື່ອນການເຕີບໂຕເສດຖະກິດຂອງຊາດ, ເຮັດໃຫ້ຄ່າເງິນກີບໝັ້ນຄົງ ແລະ ຊຸກຍູ້ການຂະຕົວຂອງຂະແໜງການອື່ນອີກດ້ວຍ.

ແຫຼ່ງທີ່​ມາ: ໜັງສື​ພິມ​ເສດຖະກິດ-​ກາ​ນຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.