ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ      ເລກທີ 2005/ອຄ.ກອຫ 
ນະຄອນຫຼວງວຽງຈັນ, ວັນທີ 28 ກັນຍາ 2015

ຂໍ້ຕົກລົງ
ວ່າດ້ວຍຜະລິດຕະພັນໄມ້

- ອີງຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013.
- ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການກຳນົດປະເພດ, ຊະນິດ, ຮູບແບບ ແລະ ຂະໜາດຂອງຜະລິດຕະພັນໄມ້ ເພື່ອອຳນວຍຄວາມສະດວກ ແກ່ວຽກງານການ ຄຸ້ມຄອງການຜະລິດ, ນຳໃຊ້ ແລະ ການຈຳໜ່າຍຜະລິດຕະພັນໄມ້ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ມີີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ສົ່ງເສີມການພັດທະ ນາອຸດສາຫະກຳປຸງແຕ່ງໄມ້ໃຫ້ມີຄວາມທັນສະໄໝ, ສ້າງມູນຄ່າເພີ່ມສູງຂຶ້ນເທື່ອລະກ້າວ, ປົກປັກຮັກສາສິ່ງແວດລ້ອມ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ຢ່າງມີປະສິດທິພາບ ແລະ ຍືນຍົງ, ປະກອບສ່ວນ ແກ່ການພັດທະນາ ເສດຖະກິດຂອງຊາດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ມາດຕາ 2  ຜະລິດຕະພັນໄມ້

ຜະລິດຕະພັນໄມ້ ແມ່ນ ຜະລິດຕະພັນທີ່ໄດ້ຈາກການນຳເອົາວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ເຂົ້າຜ່ານຂັ້ນຕອນ ຫຼື ຂະບວນການຜະລິດຂອງໂຮງງານປຸງແຕ່ງໄມ້ ເພື່ອປ່ຽນແປງຈາກສະພາບເດີມໄປ ສູ່ຜະລິດຕະພັນໃໝ່ ທີ່ສາມາດສະໜອງແກ່ການຊົມໃຊ້ ຫຼື ເປັນສິນຄ້າຈຳໜ່າຍ. 

ຜະລິດຕະພັນໄມ້ ໄດ້ຈັດເປັນປະເພດ; ຊະນິດ ແລະ ຮູບແບບ  ໂດຍແຕ່ລະປະເພດ,  ຊະນິດ ແລະ ຮູບແບບ ມີຂະໜາດຢ່າງຊັດເຈນ.

ມາດຕາ 3 ການອະທິບາຍຄຳສັບ

1.       ໂຮງງານປຸງແຕ່ງໄມ້ ໝາຍເຖິງ ໂຮງງານອຸດສາຫະກຳ ແລະ ໂຮງງານຫັດຖະກຳ ທີ່ດຳເນີນການປຸງແຕ່ງໄມ້;
2.       ຂະບວນການຜະລິດ ໜາຍເຖິງ ຂັ້ນຕອນການຜະລິດ ຫຼື ລະບົບສາຍໄຍການຜະລິດຂອງໂຮງ ງານປຸງແຕ່ງ, ຊຶ່ງເລີ່ມແຕ່ຂັ້ນຕອນການເຄື່ອນຍ້າຍວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ເຂົ້າຜ່ານຂະ ບວນການປຸງແຕ່ງຕາມການອອກແບບທາງວິຊາການສະເພາະ ແຕ່ລະປະເພດ, ຊະນິດ  ແລະ ຮູບແບບຂອງຜະລິດຕະພັນໄມ້;
3.       ມູນຄ່າເພີ່ມ ໝາຍເຖິງ ມູນຄ່າຂອງຜະລິດຕະພັນໄມ້ທີ່ໄດ້ຮັບການສ້າງຂຶ້ນຈາກຂະບວນການຜະ ລິດໃນແຕ່ລະຂັ້ນຕອນ ຫລື ລະບົບສາຍໄຍການຜະລິດ ຂອງໂຮງງານປຸງແຕ່ງໄມ້;
4.       ວັດຖຸດິບ ໝາຍເຖິງ ໄມ້ທ່ອນ, ຮາກໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ຫຼື ທຸກພາກສ່ວນຂອງຕົ້ນໄມ້ ທີ່ຍັງບໍ່ໄດ້ຜ່ານຂະບວນການຜະລິດ;
5.       ວັດຖຸເຄິ່ງສຳເລັດຮູບ ໝາຍເຖິງ ປະເພດຜະລິດຕະພັນໄມ້ເລື່ອຍແປຮູບ ຫຼື ປະເພດຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ຫຼື ຊິ້ນສ່ວນປະກອບອື່ນ ທີ່ສາມາດສືບຕໍ່ຜະລິດ, ປຸງແຕ່ງໃຫ້ກາຍເປັນຜະລິດຕະພັນໄມ້ສຳເລັດຮູບ;
6.       ໄມ້ທ່ອນ ໝາຍເຖິງ ສ່ວນໜຶ່ງຂອງຕົ້ນໄມ້ ທີ່ຖືກຕັດແຍກອອກຈາກຕໍໄມ້ ແລະ ງ່າໄມ້, ຊຶ່ງຂະໜາດໜ້າຕ້າງ ຫຼື ເສັ້ນຜ່າສູນກາງຂອງໜ້າຕ້າງ ແລະ ຄວາມຍາວ ມີຄວາມຖືກຕ້ອງຕາມທີ່ກຳນົດໄວ້ໃນມາດຕາ 1 ຂອງຂໍ້ຕົກລົງລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້  ສະບັບເລກທີ 116/ກປ.07  ລົງວັນທີ 17/05/2007 ວ່າດ້ວຍລະບຽບການວັດແທກໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ການຈັດຊັ້ນຄຸນນະພາບໄມ້ທ່ອນ;
7.       ຮາກໄມ້ ໝາຍເຖິງ ສ່ວນໜຶ່ງຂອງຕົ້ນໄມ້ ທີ່ເປັນສ່ວນຢູ່ຈຸດລຸ່ມ ຫຼື ຕ່ຳສຸດຂອງຕົ້ນໄມ້, ຊຶ່ງຢູ່ໃນພື້ນດິນ;
8.       ຕໍໄມ້ ໝາຍເຖິງ ສ່ວນໜຶ່ງຂອງຕົ້ນໄມ້ ທີ່ໄດ້ຈາກການຕັດແຍກຮາກໄມ້ ແລະ ຕົ້ນໄມ້ອອກຈາກກັນ;
9.       ປູດໄມ້ ໝາຍເຖິງ ສ່ວນໜຶ່ງຂອງຕົ້ນໄມ້ ທີ່ມີຮູບຮ່າງລັກສະນະເປັນປູດ ຫຼື ເປັນໂນນທີ່ສູງຂຶ້ນຈາກ ໜ້າຮອບນອກຂອງຕົ້ນໄມ້;
10.     ງ່າໄມ້ ໝາຍເຖິງ ສ່ວນໜຶ່ງທີ່ປົ່ງອອກຈາກ ສ່ວນໃດໜຶ່ງ ຂອງລຳຕົ້ນໄມ້;
11.     ສົ້ນເຂົ້າ ໝາຍເຖິງ ຂັ້ນຕອນໜຶ່ງຂອງຂະບວນການຜະລິດ ດ້ວຍການຮັບຮູ້ ຫຼື ຢັ້ງຢືນຄວາມຖືກຕ້ອງຂອງວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ທີ່ເຄື່ອນຍ້າຍເຂົ້າໄປໃນຂອບເຂດບໍລິເວນຂອງໂຮງ ງານປຸງແຕ່ງໄມ້;
12.     ສົ້ນອອກ ໝາຍເຖິງ ຂັ້ນຕອນໜຶ່ງຂອງຂະບວນການຜະລິດ ດ້ວຍການຮັບຮູ້ ຫຼື ຢັ້ງຢືນຜະລິດຕະ ພັນໄມ້ອອກຈາກໂຮງງານປຸງແຕ່ງໄມ້;
13.     ບັນຊີວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບສະໜາມ ສາມ (III) ໝາຍເຖິງ ເອກະສານຢັ້ງຢືນວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ທີ່ເຄື່ອນຍ້າຍເຂົ້າສູ່ ແລະ ເກັບຮັກສາໄວ້ຢູ່ສະໜາມ ສາມ;
14.     ສະໜາມສາມ (III) ໝາຍເຖິງ ສະຖານທີ່ເກັບຮັກສາ ວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ທີ່ນອນ ໃນຂອບເຂດໂຮງງານປຸງແຕ່ງໄມ້ ເພື່ອລໍຖ້າປ້ອນເຂົ້າໄປໃນຂະບວນການຜະລິດ;
15.     ບັນຊີຜະລິດຕະພັນໄມ້ ໝາຍເຖິງ ເອກະສານບັນທຶກລາຍການຜະລິດຕະພັນໄມ້ຢ່າງລະອຽດ ກ່ຽວກັບຈຳນວນ, ບໍລິມາດ, ຂະໜາດ ແລະ ມູນຄ່າຂອງຜະລິດຕະພັນໄມ້;
16.     ໄມ້ອັດ ໝາຍເຖິງ ໄມ້ອັດທົ່ວໄປ ແລະ ໄມ້ອັດຊິບບອດ, ຊຶ່ງເປັນຜະລິດຕະພັນຈາກໂຮງງານໄມ້ ອັດ ໂດຍນຳໃຊ້ວັດຖຸດິບຈາກໄມ້ທ່ອນ, ໄມ້ປອກ, ໄມ້ຝານ ຫຼື ໄມ້ເສດຕ່າງໆ;
17.     ໄມ້ສຳລັບການກໍ່ສ້າງ    ໝາຍເຖິງ ຜະລິດຕະພັນໄມ້ ທີ່ໄດ້ຜ່ານຂະບວນການເລື່ອຍແປຮູບມາ ແລ້ວ ເປັນຕົ້ນ: ໄມ້ຂື່, ໄມ້ຂ້າວ, ໄມ້ສີຍົວ, ໄມ້ອົກໄກ່, ໄມ້ຕົງ, ໄມ້ຂາງ ແລະ ອື່ນໆ. ຜະລິດຕະພັນໄມ້ດັ່ງກ່າວນີ້ ມີທັງປະເພດເຄິ່ງສຳເລັດຮູບ ແລະ ປະເພດສຳເລັດຮູບ;
18.     ໄມ້ປະກອບໃນອາຄານ ໝາຍເຖິງ ຜະລິດຕະພັນໄມ້ ທີ່ເປັນສ່ວນປະກອບໃນອາຄານຕ່າງໆ ເປັນຕົ້ນ: ວົງກົບ, ບານປະຕູ/ປ່ອງຢ້ຽມ, ຂັ້ນໄດ, ລູກຕິ່ງ ແລະ ອື່ນໆ. ຜະລິດຕະພັນໄມ້ດັ່ງກ່າວນີ້ ມີທັງປະເພດເຄິ່ງສຳເລັດຮູບ ແລະ ປະເພດສຳເລັດຮູບ;
19.     ໄມ້ປັກເກ, ໄມ້ປູພື້ນ ແລະ ໄມ້ປະກອບຖັງລົດ ໝາຍເຖິງ ຜະລິດຕະພັນໄມ້ປັກເກ, ໄມ້ປູພື້ນທຸກ ຊະນິດ ແລະ ຜະລິດຕະພັນໄມ້ ສຳລັບປະກອບເປັນຖັງລົດ ໂດຍນຳເອົາໄມ້ເລື່ອຍ, ໄມ້ຊອຍ ໄປຜ່ານຂະບວນການຜະລິດ ເຊັ່ນ: ຕັດຂະໜາດ, ອົບ, ກົບ, ແລ່ນຮ່ອງ, ແລ່ນ ລີ້ນ ແລະ ອື່ນໆ;
20.     ໄມ້ເຊື່ອມຕໍ່ປະສານ (Laminated Products/Finger joint) ໝາຍເຖິງ ຜະລິດຕະພັນໄມ້ ທີ່ ໄດ້ຈາກໂຮງງານປຸງແຕ່ງໄມ້ ດ້ວຍການນຳໃຊ້ໄມ້ຊອຍ, ໄມ້ເສດຂະໜາດນ້ອຍ, ໄມ້ສັ້ນ ມາເຊື່ອມ ຕໍ່ເຂົ້າກັນຫຼາຍແຜ່ນ ເພື່ອໃຫ້ໄດ້ຂະໜາດທີ່ຕ້ອງການ ໂດຍຜ່ານຂະບວນການອົບ, ຕັດຂະໜາດ, ກົບ, ຂັດ, ປາດ, ເຊື່ອມຕໍ່ດ້ວຍກາວ ແລະ ອັດດ້ວຍຄວາມຮ້ອນ;
21.     ພາຊະນະບັນຈຸທີ່ເຮັດດ້ວຍໄມ້ ໝາຍເຖິງ ຜະລິດຕະພັນໄມ້ທີ່ຜ່ານຂະບວນການຜະລິດ ທີ່ມີ ຄວາມປານີດ, ສວຍງາມ ແລະ ຊົມໃຊ້ໄດ້ເລີຍ ເປັນຕົ້ນ ພະຖາດ, ຈອກ, ກັບ, ເຕົ້າດອກໄມ້ ແລະ ອື່ນໆ;
22.     ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້ ໝາຍເຖິງ ຜະລິດຕະພັນໄມ້ທີ່ໄດ້ຜ່ານຂະບວນການປຸງແຕ່ງ ໃນກິດຈະການອຸດສາຫະກຳ ຫຼື ຫັດຖະກຳ ທີ່ສາມາດຊົມໃຊ້ໄດ້ເລີຍ ເປັນຕົ້ນ ໄມ້ຖູ່, ຈອງ, ບ່ວງ, ຂໍເກາະເສື້ອ, ຫວີ ແລະ ອື່ນໆ;
23.     ເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້ ໝາຍເຖິງ ຜະລິດຕະພັນໄມ້ທີ່ຜ່ານຂະບວນການປຸງຂອງໂຮງງານ ເຄື່ອງເຟີນີເຈີ ເຊັ່ນ: ຕູ້ໃສ່ເສື້ອຜ້າ, ຊຸດໂຕະ ແລະ ຕັ່ງ,...;
24.     ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້ ໝາຍເຖິງ ຜະລິດຕະພັນໄມ້ທີ່ໄດ້ຜ່ານຂະບວນການປຸງແຕ່ງໃນກິດຈະການຫັດຖະກຳ ເຊັ່ນ: ການຄວັດ, ການເຈາະ, ແກະສະລັກລວດລາຍຕ່າງໆ ມີຮູບຊົງສວຍ ງາມເດັ່ນຊັດ ແລະ ສາມາດຊົມໃຊ້ໄດ້ເລີຍ;
25.     ໄມ້ປອກ ແລະ ໄມ້ຝານ ແມ່ນ ຜະລິດຕະພັນໄມ້ຈາກໂຮງງານປຸງແຕ່ງໄມ້ທີ່ຜ່ານຂະບວນການ ປອກ ຫຼື ຝານ, ຊຶ່ງນຳໃຊ້ວັດຖຸດິບຈາກໄມ້ທ່ອນ. ຜະລິດຕະພັນດັ່ງກ່າວ ມີມູນຄ່າເພີ່ມປານກາງ, ສາມາດສະໝອງໃຫ້ໂຮງງານປຸງແຕ່ງໄມ້ ເພື່ອສືບຕໍ່ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ເຊັ່ນ: ໄມ້ອັດ, ແຜ່ນໄມ້, ແຜ່ນໜ້າໂຕະ ແລະ ອື່ນໆ.
26.     ໄມ້ເສດ, ຂີ້ເລື່ອຍ ແລະ ຂີ້ກົບ  ໝາຍເຖິງ  ເສດໄມ້ທີ່ເກີດຈາກການເລື່ອຍ, ການຊອຍ, ການຕັດ, ການກົບ, ການຄັວດໄມ້ຕ່າງໆ.  

ມາດຕາ 4 ຂອບເຂດການນຳໃຊ້

                   ຂໍ້ຕົກລົງສະບັບນີ້ ນຳໃຊ້  ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດກ່ຽວກັບການປຸງແຕ່ງໄມ້ ຢູ່ ສປປລາວ.

ຂໍ້ຕົກລົງສະບັບນີ້ ບໍ່ກວມເອົາການຜະລິດ ເຫຍື້ອເຈ້ຍ, ເຈ້ຍ, ຖ່ານໄມ້, ຫວາຍ ແລະ ໄມ້ປ່ອງ. 

ໝວດທີ II
ປະເພດ, ຊະນິດ ແລະ ຮູບແບບ ຂອງຜະລິດຕະພັນໄມ້

ມາດຕາ 5  ປະເພດ, ຊະນິດ ແລະ ຮູບແບບ ຜະລິດຕະພັນໄມ້

ຜະລິດຕະພັນໄມ້ປະກອບມີ ສາມ ປະເພດຄື: ຜະລິດຕະພັນໄມ້ເລື່ອຍແປຮູບ, ຜະລິດຕະພັນໄມ້້ເຄິ່ງສຳເລັດຮູບ  ແລະ  ຜະລິດຕະພັນໄມ້ສຳເລັດຮູບ, ຊຶ່ງແຕ່ລະປະເພດ ແບ່ງອອກເປັນຫຼາຍຊະນິດ ແລະ ຮູບແບບ ຕາມລາຍລະອຽດທີ່ໄດ້ກຳນົດໃນມາດຕາ 6, 7, ແລະ 8 ຂອງຂໍ້ຕົກລົງສະບັບນີ້.

          ຜະລິດຕະພັນໄມ້ ທີ່ເປັນປະເພດ ຫຼື ຊະນິດ ຫຼື ຮູບແບບ  ທີ່ແຕກຕ່າງຈາກການກຳນົດໃນຂໍ້ຕົກລົງສະ ບັບນີ້  ໃຫ້ຜູ່ດຳເນີນທຸລະກິດກ່ຽວກັບການປຸງແຕ່ງໄມ້ ສະເໜີຕໍ່ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາຄົ້ນຄວ້າຈັດເຂົ້າປະເພດ, ຊະນິດ ແລະ ຮູບແບບ ຕາມຄວາມ ເໝາະສົມ.

ມາດຕາ 6  ຜະລິດຕະພັນໄມ້ເລື່ອຍແປຮູບ

ຜະລິດຕະພັນໄມ້ເລື່ອຍແປຮູບ ແມ່ນ ຜະລິດຕະພັນໄມ້ທີ່ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງຂັ້ນ ໜຶ່ງ ແລະ ມີມູນຄ່າເພີ່ມຕ່ຳ ເປັນຕົ້ນ:  ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ ທີ່ມີຂະໜາດຄວາມໜາ, ຄວາມ ກວ້າງ ແລະ ລວງຍາວ ແຕກຕ່າງກັນ.

ໄມ້ເລື່ອຍແປຮູບປະກອບມີ ສາມ ຊະນິດ ຄື:  ໄມ້ຕີຕັບ, ໄມ້ແປຮູບ ແລະ ໄມ້ຊອຍ.

1.       ໄມ້ຕີຕັບ ແມ່ນ ໄມ້ເລື່ອຍທີ່ມີຂະໜາດໃຫຍ່ທີ່ໄດ້ຈາກການເລື່ອຍໄມ້ທ່ອນ ທີ່ມີມູນຄ່າເພີ່ມຕ່ຳ, ສາມາດນຳໄປປຸງແຕ່ງເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບໄດ້.
2.       ໄມ້ແປຮູບ          ແມ່ນ ໄມ້ເລື່ອຍທີ່ນຳເອົາໄມ້ຕີຕັບມາເລື່ອຍໃຫ້ມີຂະໜາດຕ່າງໆ ທີ່ນ້ອຍກວ່າຂະ ໜາດຂອງໄມ້ຕີຕັບ ແລະ ມີມູນຄ່າເພີ່ມຕ່ຳ.
3.       ໄມ້ຊອຍ ແມ່ນ ໄມ້ເລື່ອຍທີ່ມີຂະໜາດນ້ອຍ, ໄດ້ມາຈາກການຊອຍໄມ້ແປຮູບ, ປີກໄມ້ ແລະ ງ່າໄມ້; ຊຶ່ງມີມູນຄ່າເພີ່ມຕ່ຳ.

ມາດຕາ 7 ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ

ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ແມ່ນ ຜະລິດຕະພັນໄມ້ ທີ່ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງຂັ້ນສອງ ໂດຍສືບຕໍ່ຜະລິດຈາກຂັ້ນໜຶ່ງ ທີ່ຜ່ານຂະບວນການອົບ ຫຼື ຕາກແດດ, ຕັດຂະໜາດ, ຂຶ້ນຮູບ, ປາດໂຄ້ງ, ກົບ ແລະ ອື່ນໆ ແຕ່ບໍ່ສາມາດ ແຍກອອກ ຫຼື ປະກອບເຂົ້າກັນໄດ້ທັນທີ (Knockdown) ຕາມ ການອອກແບບເປັນໜຶ່ງຊຸດ ຫຼື ໜຶ່ງຫຼັງ ແລະ ມີມູນຄ່າເພີ່ມປານກາງ.

          ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ປະກອບມີຫຼາຍຊະນິດເຊັ່ນ: ໄມ້ປອກ, ໄມ້ຝານ, ໄມ້ສຳລັບການ ກໍ່ສ້າງ, ໄມ້ປະກອບໃນອາຄານ ແລະ ຜະລິດຕະພັນໄມ້ເຄິ່ງສຳເລັດຮູບອື່ນໆ ທີ່ມີຂະໜາດ ແລະ ຮູບແບບ ຄ້າຍຄືກັບຜະລິດຕະພັນໄມ້ສຳເລັດຮູບໃດໜຶ່ງ.

          ຜະລິດຕະພັນໄມ້ເຄິ່ງສຳເລັດຮູບທີ່ມີຂະໜາດ ແລະ ຮູບແບບຄ້າຍຄືກັບຜະລິດຕະພັນໄມ້ສຳເລັດ ຮູບໃດໜຶ່ງ ເຊັ່ນ: ຜະລິດຕະພັນໄມ້ເຄິ່ງສຳເລັດຮູບທີ່ ມີຂະໜາດ ແລະ ຮູບແບບຄ້າຍຄືກັບເຄື່ອງເຟີນີເຈີສຳເລັດຮູບ, ໄມ້ປັກເກ ແລະ ໄມ້ປູພື້ນສຳເລັດຮູບ, ໄມ້ປະກອບຖັງລົດສຳເລັດຮູບ ແລະ ອື່ນໆ. ຜະລິດຕະພັນໄມ້ດັ່ງກ່າວບໍ່ສາມາດແຍກອອກ ຫຼື ປະກອບເຂົ້າກັນໄດ້ທັນທີ (Knock-down) ຕາມການອອກແບບເປັນ ໜຶ່ງຊຸດ ຫຼື ໜຶ່ງຫຼັງ, ຕ້ອງໄດ້ປຸງແຕ່ງຕື່ມ ຈຶ່ງຈະເປັນຜະລິດຕະພັນໄມ້ສຳເລັດຮູບ ຫຼື ປະກອບເຂົ້າກັນ ເປັນຜະລິດຕະພັນສຳເລັດຮູບ ເຊັ່ນ: ຊິ້ນສ່ວນປະ ກອບຂອງເຄື່ອງເຟີນີເຈີ (ສະລົງ, ໂຕະ, ຕັ່ງ, ຕຽງ, ຕູ້), ຖັງລົດ, ໄມ້ປັກເກ ແລະ ໄມ້ປູພື້ນ.

ຜະລິດຕະພັນໄມ້ເຄິ່ງສຳເລັດຮູບມີ 2 ຮູບແບບຄື:

1.       ຮູບແບບເປັນໜ່ວຍ ຫຼື ເປັນຊຸດເຄິ່ງສຳເລັດຮູບ ທີ່ບໍ່ສາມາດນຳໃຊ້ໄດ້ເລີຍ, ບໍ່ສາມາດປະກອບ ເຂົ້າກັນເປັນໜ່ວຍ ຫຼື ເປັນຊຸດໄດ້ເລີຍ ເຊັ່ນ: ຕູ້, ໂຕະ ຕັ່ງ, ຕຽງ ແລະ ອື່ນໆ.
2.       ຮູບແບບເປັນຊິ້ນສ່ວນທີ່ບໍ່ສາມາດນຳໃຊ້ໄດ້ເລີຍ  ເຊັ່ນ: ເຄື່ອງປະກອບໃນລົດຍົນ; ໄມ້ປັກເກ; ໄມ້ ເຊື່ອມຕໍ່ປະສານ; ຂາ; ຂາງ, ແປ້ນໜ້າ, ຢ່ວງຈັບຂອງຕູ້, ໂຕະ, ຕັ່ງ, ຕຽງ ແລະ ອື່ນໆ.

ມາດຕາ 8 ຜະລິດຕະພັນໄມ້ສຳເລັດຮູບ

ຜະລິດຕະພັນໄມ້ສຳເລັດຮູບ ແມ່ນ ຜະລິດຕະພັນໄມ້ ທີ່ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງຂັ້ນ ສາມ (ປຸງແຕ່ງຂັ້ນສຸດທ້າຍ) ໂດຍສືບຕໍ່ຜະລິດຈາກຂັ້ນສອງ ເຊັ່ນ: ບາກ, ເຈາະ, ສິ່ວ, ແລ່ນຮ່ອງ, ແລ່ນລິ້ນ, ປາດເດືອຍ, ເຊື່ອມຕໍ່, ຂັດຜິວ, ຂັດເງົາ, ຈັບນ໊ອດ ແລະ ອື່ນໆ; ຊຶ່ງສາມາດນຳໃຊ້ໄດ້ເລີຍ ຫຼື ສາມາດແຍກ ອອກ ຫຼື ປະກອບເຂົ້າກັນໄດ້ທັນທີ (Knock-down) ໂດຍບໍ່ຕ້ອງປຸງແຕ່ງເພີ່ມເຕີມ. ຜະລິດຕະພັນໄມ້ສຳເລັດຮູບ ມີມູນຄ່າເພີ່ມສູງ.

ຜະລິດຕະພັນໄມ້ສຳເລັດຮູບປະກອບດ້ວຍຫຼາຍຊະນິດ ເຊັ່ນ: ໄມ້ອັດ, ໄມ້ສຳລັບການກໍ່ສ້າງ, ໄມ້ປະ ກອບໃນອາຄານ, ໄມ້ປັກເກ, ໄມ້ປູພື້ນ, ໄມ້ປະກອບຖັງລົດ,ໄມ້ເຊື່ອມຕໍ່ປະສານ, ພາຊະນະບັນຈຸທີ່ເຮັດ ດ້ວຍໄມ້, ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້, ເຄື່ອງເຟີນີເຈີ, ຂີ້ເລື່ອຍອັດແທ່ງ, ຂີ້ເລື່ອຍອັດເມັດ ແລະ ເຄື່ອງຫັດ ຖະກຳໄມ້ຕ່າງໆ.

ຜະລິດຕະພັນໄມ້ສຳເລັດຮູບມີ 2 ຮູບແບບຄື:

1.       ຮູບແບບທີ່ເປັນໜ່ວຍ ຫຼື ເປັນຊຸດສຳເລັດຮູບ ທີ່ສາມາດນຳໃຊ້ໄດ້ເລີຍ, ສາມາດປະກອບເຂົ້າ ກັນເປັນໜ່ວຍ ຫຼື ເປັນຊຸດໄດ້ເລີຍເຊັ່ນ: ຕູ້,ໂຕະ, ຕັ່ງ, ຕຽງ ແລະ ອື່ນໆ;
2.       ຮູບແບບທີ່ເປັນຊິ້ນສ່ວນທີ່ສາມາດນຳໃຊ້ໄດ້ເລີຍເຊັ່ນ: ເຄື່ອງປະກອບໃນລົດຍົນ; ໄມ້ປັກເກ; ໄມ້ ເຊື່ອມຕໍ່ປະສານ; ຂາໂຕະ, ຂາຕັ່ງ, ຂາຕູ້; ແປ້ນຂ້າງ, ແປ້ນໜ້າ, ຢ່ວງຈັບຂອງຕູ້  ແລະ ອື່ນໆ.

ໝວດທີ III
ຂະໜາດຜະລິດຕະພັນໄມ້

ມາດຕາ 9 ການກຳນົດຂະໜາດຜະລິດຕະພັນໄມ້

ການກຳນົດຂະໜາດຜະລິດຕະພັນໄມ້ ແມ່ນການກຳນົດຄວາມໜາ, ຄວາມກວ້າງ ແລະ ຄວາມ ຍາວຂອງຜະລິດຕະພັນໄມ້ແຕ່ລະປະເພດ ເພື່ອໃຫ້ການປຸງແຕ່ງ, ການນຳໃຊ້ ແລະ ການຈຳໜ່າຍຖືກຕ້ອງ ຕາມຈຸດປະສົງ ແລະ ມີຄວາມເປັນທຳ. ຂະໜາດຂອງແຕ່ລະປະເພດ, ແຕ່ລະຊະນິດ ຂອງຜະລິດຕະພັນ ໄມ້ ໄດ້ກຳນົດນົດຢູ່ໃນຕາຕະລາງ ທີ່ເປັນເອກະສານຊ້ອນທ້າຍທີ 1, 2 ແລະ 3 ຂອງຂໍ້ຕົກລົງສະບັບນີ້.

          ຜະລິດຕະພັນໄມ້ ທີ່ມີຂະໜາດແຕກຕ່າງຈາກທີ່ກຳນົດໃນຂໍ້ຕົກລົງສະບັບນີ້  ຜູ່ດຳເນີນທຸລະກິດກ່ຽວ ກັບການປຸງແຕ່ງໄມ້ ຕ້ອງສະເໜີ ຕໍ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາ.

ມາດຕາ 10  ຕາຕະລາງຂະໜາດຜະລິດຕະພັນໄມ້

ຕາຕະລາງກຳນົດຂະໜາດຂອງຜະລິດຕະພັນໄມ້ ແມ່ນ ຕາຕະລາງທີ່ກຳນົດລະຫັດຂອງກິດຈະ ການໂຮງງານ, ລະຫັດເຄົ້າຂອງສາລະບານພາສີ, ລາຍການຂອງຜະລິດຕະພັນໄມ້ ແລະ ຂະໜາດຂອງຜະ ລິດຕະພັນໄມ້ ຂອງແຕ່ລະປະເພດ, ຊະນິດ ແລະ ຮູບແບບ; ຊຶ່ງໄດ້ກຳນົດຊັດເຈນ ກ່ຽວກັບຄວາມໜາ, ກວ້າງ ແລະ ຍາວ. ຕາຕະລາງກຳນົດຂະໜາດຂອງຜະລິດຕະພັນໄມ້ ເປັນເອກະສານຊ້ອນທ້າຍທີ 1, 2 ແລະ 3 ຕາມດຳລັບຂອງຂໍ້ຕົກລົງສະບັບນີ້.

         ໝວດທີ IV
ການຂຶ້ນບັນຊີ, ຕິດຕາມກວດກາ ແລະ ຢັ້ງຢືນຜະລິດຕະພັນໄມ້

ມາດຕາ 11  ການຂຶ້ນບັນຊີຜະລິດຕະພັນໄມ້

ໃຫ້ຜູ່ດຳເນີນກິດຈະການໂຮງງານປຸງແຕ່ງໄມ້ ຂຶ້ນບັນຊີຜະລິດຕະພັນໄມ້ຂອງຕົນ ແລະ ສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນ ທຸກໆ ສາມ ເດືອນ.

ການຂຶ້ນບັນຊີຜະລິດຕະພັນໄມ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ຂອງປະເພດ, ຊະນິດ, ຮູບແບບ, ຂະໜາດ, ມູນຄ່າ ແລະ ລັກສະນະຂອງຜະລິດຕະພັນໄມ້.

ມາດຕາ 12  ການຕິດຕາມກວດກາ

ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ   ຕິດຕາມກວດກາການເຄື່ອນຍ້າຍວັດຖຸດິບ ແລະ ວັດຖຸເຄິ່ງສຳເລັດຮູບ ດັ່ງນີ້::

1.       ກວດກາສົ້ນເຂົ້າ ເພື່ອຮັບປະກັນຄວາມຖືກຕ້ອງຂອງວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ທີ່ຈະນຳ ເຂົ້າສູ່ຂະບວນການຜະລິດຂອງໂຮງງານປຸງແຕ່ງໄມ້.
2.       ກວດກາສົ້ນອອກ ເພື່ອຮັບປະກັນຄວາມຖືກຕ້ອງຂອງຜະລິດຕະພັນໄມ້ອອກຈາກໂຮງງານປຸງແຕ່ງໄມ້ ແລະ ຄວາມສອດຄ່ອງກັບຜົນຂອງການກວດກາສົ້ນເຂົ້າຂອງແຕ່ລະຄັ້ງ.

ການກວດກາ ສົ້ນເຂົ້າ ແລະ ສົ້ນອອກ ໃຫ້ເຮັດບົດບັນທຶກທຸກໆຄັ້ງ ແລະ ລາຍງານ ໃຫ້ກົມອຸດສາ ຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຊາບ ທຸກໆ ສາມ ເດືອນ.

ມາດຕາ 13  ການຢັ້ງຢືນມາດຖານຜະລິດຕະພັນໄມ້

ຜູ່ດຳເນີນກິດຈະການໂຮງງານປຸງແຕ່ງໄມ້ ມີສິດສະເໜີຂໍການຢັ້ງຢືນມາດຖານຜະລິດຕະພັນໄມ້ ຫາກມີຄວາມຈຳເປັນ ຫຼື ມີຄວາມຕ້ອງການຂອງຕະຫຼາດ. ການຢັ້ງຢືນມາດຖານຜະລິດຕະພັນໄມ້ ໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜະລິດຕະພັນອຸດສາຫະກຳ ສະບັບເລກທີ 0469/ອຄ.ກອຫ,  ລົງວັນທີ 05 ມີນາ 2012.

ໝວດທີ V
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 14 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ຜູ່ດຳເນີນກິດຈະການໂຮງງານທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບການ ແລະ ມີຜົນງານດີເດັ່ນ,  ນຳ ໃຊ້ວັດຖຸດິບເຂົ້າໃນການຜະລິດ ກໍ່ຄືການສ້າງມູນຄ່າເພີ່ມ ເພື່ອປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ທີ່ໄດ້ ມາດຕະຖານ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ຈະໄດ້ຮັບພິຈາລະນາສົ່ງເສີມ ຕາມທີ່ໄດ້ກຳ ນົດໄວ້ໃນກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ໂດຍສະເພາະແມ່ນການເກັບອາກອນມູນຄ່າເພີ່ມ ຫຼື ອາ ກອນຊົມໃຊ້ຜະລິດຕະພັນໄມ້ສຳເລັດຮູບຕ້ອງໃຫ້ຕ່ຳກວ່າຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ແລະ ຜະລິດຕະພັນໄມ້ເລື່ອຍແປຮູບຕາມລຳດັບ.

ມາດຕາ 15 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ  ຫຼື ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ດຳເນີນຄະດີຕາມກົດ ໝາຍແລ້ວແຕ່ກໍລະນີ.

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 16 ການຈັດຕັ້ງປະຕິບັດ

ມອບໃຫ້ ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໂດຍປະສານ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິຜົນສູງ.

ມາດຕາ 17 ຜົນສັກສິດ

   ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ພາຍຫຼັງພິມລົງຈົດໝາຍເຫດທາງລັດ ຖະການ 15  ວັນ ເປັນຕົ້ນໄປ.

ຂໍ້ຕົກລົງສະບັບນີ້ໃຊ້ປ່ຽນແທນຂໍ້ຕົກລົງເລກທີ 1415/ອຄ.ກອກ, ລົງວັນທີ 28/08/2008 ແລະ ແຈ້ງການສະບັບເລກທີ 0051/ອຄ.ກອກ, ລົງວັນທີ 13 ມັງກອນ 2009.

ບັນດາລະບຽບການຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ທີ່ມີກ່ອນໜ້ານີ້, ຊຶ່ງຂັດກັບ ເນື້ອໃນຂອງຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

ນ. ເຂັມມະນີ ພົນເສນາ

 

ດາວໂຫຼດ: ເອກະສານຊ້ອນທ້າຍ

  ຂ້າງເທິງ

 

# ຫົວຂໍ້ ດາວໂຫຼດ
1 Decision on Timber Product No. 2005/MoIC. DoIH, dated 28 September 2015 PDF
2 ຂໍ້ຕົກລົງ ວ່າດ້ວຍຜະລິດຕະພັນໄມ້ ເລກທີ 2005/ອຄ. ກອຫ, ລົງວັນທີ 28 ກັນຍາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.