ກະຊວງ ອຄ ໄດ້ອອກ ຂໍ້ຕົກລົງ ວ່າດ້ວຍ ຜະລິດຕະພັນໄມ້ ສະບັບເລກທີ 2005/ອຄ. ກອຫ, ລົງວັນທີ 28 ກັນຍາ 2015 ເພື່ອປ່ຽນແທນຂໍ້ຕົກລົງ ເລກທີ 1415/ອຄ. ກອກ, ລົງວັນທີ 28 ສິງຫາ 2008 ແລະ ແຈ້ງການສະບັບເລກທີ ເລກທີ 0051/ອຄ. ກອກ, ລົງວັນທີ 13 ມັງກອນ 2009. ຂໍ້ຕົກລົງໃໝ່ນີ້ ໄດ້ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການກໍານົດປະເພດ, ຊະນິດ, ຮູບແບບ ແລະ ຂະໜາດຂອງຜະລິດຕະພັນໄມ້ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບ ແລະ ກົດໝາຍ, ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ສົ່ງເສີມການພັດທະນາອຸດສາຫະກໍາປຸງແຕ່ງໄມ້ໃຫ້ມີຄວາມທັນສະໄໝ, ສ້າງມູນຄ່າເພີ່ມສູງຂຶ້ນເທື່ອລະກ້າວ, ປົກປັກຮັກສາສິ່ງແວດລ້ອມ ແລະ ນໍາໃຊ້ຊັບພະຍາກອນປ່າໄມ້ຢ່າງມີປະສິດຕິພາບ ແລະ ຍືນຍົງ, ປະກອບສ່ວນແກ່ການພັດທະນາເສດຖະກິດຂອງຊາດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຂໍ້ຕົກລົງດັ່ງກ່າວໄດ້ກໍານົດຄວາມໝາຍຂອງຜະລິດຕະພັນໄມ້ ເຊິ່ງເປັນ ຜະລິດຕະພັນທີ່ໄດ້ຈາກການນໍາເອົາວັດຖຸດິບ ຫຼື ວັດຖຸເຄິ່ງສໍາເລັດຮູບເຂົ້າຜ່ານຂັ້ນຕອນ ຫຼື ຂະບວນການຜະລິດຂອງໂຮງງານປຸງແຕ່ງໄມ້ ເພື່ອປ່ຽນແປງຈາກສະພາບເດີມໄປສູ່ຜະລິດຕະພັນໄມ້ ທີ່ສາມາດສະໜອງແກ່ການຊົມໃຊ້ ຫຼື ເປັນສິນຄ້າຈໍາໜ່າຍ. ຂໍ້ຕົກລົງສະບັບນີ້ ໄດ້ຈັດຜະລິດຕະພັນໄມ້ເປັນປະເພດ, ຊະນິດ, ຮູບແບບ ແລະ ຂະໜາດຢ່າງຊັດເຈນ.

ຂໍ້ຕົກລົງສະບັບດັ່ງກ່າວນີ້ ໄດ້ເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ວັນທີ 9 ຕຸລາ 2015 ແລະ ຈະມີຜົນບົງຄັບໃຊ້ເລີ່ມແຕ່ວັນທີ 24 ຕຸລາ 2015  ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.