ສັນຍາອໍານວຍຄວາມສະດວກທາງດ້ານການຄ້າຂອງ ອົງການການຄ້າໂລກ (ສອຄ), ເຊິ່ງໄດ້ຮັບການລົງນາມໂດຍສະມາຊິກອົງການການຄ້າໂລກ ຢູ່ກອງປະຊຸມລັດຖະມົນຕີທີ່ບາຫຼີ ໃນເດືອນທັນວາ 2013, ເປັນສັນຍາການຄ້າຫຼາຍຝ່າຍສະບັບທໍາອິດທີ່ໄດ້ຮັບການຮັບຮອງເອົາພາຍຫຼັງການສ້າງຕັ້ງອົງການການຄ້າໂລກໃນປີ 1995. ບົດລາຍງານການຄ້າໂລກ 2015 ແມ່ນເປັນບົດຄົ້ນຄວ້າສະບັບທໍາອິດທີີ່ໄດ້ລົງເລິກຜົນກະທົບສໍາຄັນຂອງ ສອຄ ໂດຍອີງຕາມການວິເຄາະຢ່າງເຕັມສ່ວນຈາກສັນຍາສະບັບລ່າສຸດ.

ບົດລາຍງານສະບັບນີ້ ມີຄວາມຄ້າຍຄືກັນກັບຂອບເຂດບົດຄົ້ນຄວ້າຜົນປະໂຫຍດສໍາຄັນຈາກ ການອໍານວຍຄວາມສະດວກທາງດ້ານການຄ້າສະບັບອື່ນ, ແຕ່ມີຄວາມເລິກເຊິ່ງໃນການສະແດງ ແລະ ການວິເຄາະລາຍລະອຽດກ່ຽວກັບຜົນປະໂຫຍດອື່ນໆຈາກ ສອຄ. ໃນນີ້ລວມມີ ຄວາມຫຼາກຫຼາຍຂອງການສົ່ງອອກຂອງປະເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາໃນການເພີ່ມສິນຄ້າ ແລະ ຄູ່ຄ້າໃໝ່, ການເຊື່ອມໂຍງບັນດາປະເທດເຫຼົ່ານັ້ນເຂົ້າໃນຕ່ອງໂສ້ການຜະລິດຂອງໂລກຫຼາຍຂື້ນ, ການມີສ່ວນຮ່ວມຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຄ້າສາກົນຫຼາຍຂື້ນ, ການເພີ່ມຂຶ້ນຂອງການລົງທຶນທາງກົງຈາກຕ່າງປະເທດ, ການເກັບລາຍຮັບເຂົ້າງົບປະມານຂອງລັດເພີ່ມຂື້ນ ແລະ ການສໍ້ລາດບັງຫຼວງຫຼຸດລົງ.

ນອກຈາກນີ້, ບົດລາຍງານຍັງໄດ້ຄົ້ນຄວ້າເຖິງສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ສັນຍາອໍານວຍຄວາມສະດວກທາງດ້ານການຄ້າ ແລະ ວິເຄາະເຖິງສິ່ງອໍານວຍຄວາມສະດວກໃໝ່ທີ່ຈະຊ່ວຍໃຫ້ປະເທດກໍາລັງພັດທະນາຈັດຕັ້ງປະຕິບັດສັນຍາ ເລີ່ມແຕ່ປີ 2014 ໂດຍ ທ່ານ Roberto Azevêdo, ຫົວໜ້າອົງການການຄ້າໂລກ.

ແຫຼ່ງທີ່ມາ: ອົງການການຄ້າໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.