ຂໍ້ມູນພາສີໂລກ 2015 ແມ່ນຂໍ້ມູນການເກັບພາສີທີ່ແຕກຕ່າງກັນຂອງປະເທດສະມາຊິກອົງການການຄ້າໂລກ ແລະ ປະເທດອື່ນໆ. ຂໍ້ມູນນີ້ ໄດ້ຖືກຈັດພິມຮ່ວມກັນໂດຍອົງການການຄ້າໂລກ (WTO), ສູນການຄ້າສາກົນ (ITC), ແລະ ກອງປະຊຸມຂອງອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ (UNCTAD).

ພາກທໍາອິດຂອງສິ່ງພິມນີ້ ຈະນໍາສະເໜີຂໍ້ມູນກ່ຽວກັບຕາຕະລາງສັງລວມທີ່ສະແດງໃຫ້ເຫັນການເກັບພາສີສະເລ່ຍຂອງແຕ່ລະປະເທດ. ພາກທີສອງຈະໃຫ້ຂໍ້ມູນກ່ຽວກັບຕາຕະລາງການເກັບພາສີຂອງແຕ່ລະປະເທດຢ່າງລະອຽດ ໂດຍການຈັດລຽງລໍາດັບຕາມການເກັບພາສີນໍາເຂົ້າ (ຈາກກຸ່ມສິນຄ້າ) ກໍຄືພາສີສົ່ງອອກສິນຄ້າໃຫ້ແກ່ຄູ່ຄ້າຫຼັກ.

ຂໍ້ມູນນີ້ຊີ້ໃຫ້ເຫັນອັດຕາພາສີສູງສຸດທີ່ສອດຄ່ອງກັບລະບຽບການຂອງອົງການການຄ້າໂລກ ແລະ ອັດຕາພາສີທີ່ບັນດາປະເທດຕ່າງໆນໍາໃຊ້ຕົວຈິງ. ສໍາລັບມາດຕະການທຸ້ມຕະຫຼາດແມ່ນຖືກຈັດໄວ້ໃນເອກະສານຊ້ອນທ້າຍຕ່າງຫາກ.

ສໍາລັບຫົວຂໍ້ພິເສດສະບັບປີນີ້ ແມ່ນ “ການສະສົມພາສີ, ການປົກປ້ອງຢ່າງມີປະສິດທິພາບ  ແລະ ການແຂ່ງຂັນການສົ່ງອອກໃນການຜະລິດໂລກ”, ເຊິ່ງຈະລົງເລິກຜົນກະທົບຂອງພາສີຕໍ່ທຶນການຜະລິດທາງດ້ານອຸດສາຫະກໍາ.

ແຫຼ່ງທີ່ມາ: ອົງການການຄ້າໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.