ໂດຍ​ອີງຕາມ ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປັບປຸງປີ 2003 ກ່ຽວກັບສິດ ແລະ ໜ້າທີ່ ຂອງ ສະພາແຫ່ງຊາດ ໃນການພິຈາລະນາຮັບຮອງເອົາການກໍານົດ, ການປ່ຽນແປງ ຫຼື ລົບລ້າງພາສີ ແລະ ສ່ວຍສາອາກອນ, ຄະນະປະຈໍາສະພາແຫ່ງຊາດ ອອກ ມະຕິ ວ່າດ້ວຍການທົດລອງນໍາໃຊ້ອັດຕາອາກອນຊົມໃຊ້ຍານພາຫະນະ ສະບັບເລກທີ 0137/ຄປຈ, ລົງວັນທີ 4 ພະຈິກ 2015 ໂດຍເຫັນດີໃຫ້ ລັດຖະບານດໍາເນີນການ ທົດລອງນໍາໃຊ້ອັດຕາອາກອນຊົມໃຊ້ຍານພາຫະນະນໍາເຂົ້າ ດ້ວຍລາຄາຕົວຈິງ ເປັນເວລາ 3 ເດືອນ ນັບແຕ່ວັນທີ 1 ພະຈິກ 2015 ເຖິງ 31 ມັງກອນ 2016 ແລະ ໃຫ້ຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍ ສ່ວຍສາອາກອນ ແລ້ວນໍາສະເໜີຕໍ່ ກອງປະຊຸມສະໄໝສາມັນສະພາແຫ່ງຊາດເທື່ອທີ 10 ເພື່ອພິຈາລະນາ.

ຄະນະປະຈໍາສະພາແຫ່ງຊາດ ຮັບຮອງເອົາອັດຕາອາກອນຊົມໃຊ້ທີ່ເກັບກັບຍານພາຫະນະນໍາເຂົ້າ ປະເພດລົດຈັກ, ລົດຂົນສົ່ງ, ສິ້ນສ່ວນປະກອບ ແລະ ເຄື່ອງອາໄຫຼ່ປ່ຽນຖ່າຍຂອງລົດຂົນສົ່ງທຸກຂະໜາດ ຍົກເວັ້ນ ລົດຖີບ, ລົດໄຟ, ເຮືອບິນ(ຍົນ), ລົດກູ້ໄພຈາລະຈອນ, ລົດດັບເພີງ, ລົດຮັບໃຊ້ສາທາລະນະ, ລົດຮັບໃໍຊ້ກະສິກໍາ, ລົດກົນຈັກໜັກສະເພາະ, ລົດກົນຈັກໜັກທົ່ວໄປ, ຍານພາຫະນະທີ່ນໍາເຂົ້າເພື່ອສົ່ງອອກເຊິ່ງອັດຕາອາກອນດັ່ງກ່າວລະບຸໃນມາດຕາ 2 ຂອງມະຕິ ແລະ ຍານພາຫະນະທີ່ຈໍາໜ່າຍໃຫ້ແກ່ອົງການຈັດຕັ້ງສາກົນ ແລະ ສະຖານທູດຕ່າງປະເທດຕ່າງປະເທດປະຈໍາ ສປປ ລາວ.

ມະຕິດັ່ງກ່າວນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.