ສາລະບານ

ໝວດທີ 1   ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ

ມາດຕາ 2.  ການອະທິບາຍສັບ

ໝວດທີ 2   ການກຳນົດພື້ນທີ່ ແລະ ການ ສ້າງແນວພັນໄມ້

ມາດຕາ 3.  ການກຳນົດພື້ນທີ່

ມາດຕາ 4.  ການສ້າງ ແລະ ຂຶຶ້ນທະບຽນແຫຼ່ງພັນໄມ້.

ມາດຕາ 5.  ແຫຼ່ງແນວພັນໄມ້

ໝວດທີ 3   ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ແຫຼ່ງແນວພັນໄມ້

ມາດຕາ 6.  ການຄຸ້ມຄອງ

ມາດຕາ 7.  ການປົກປັກຮັກສາ

ມາດຕາ 8.  ການນຳໃຊ້ແຫຼ່ງແນວພັນໄມ້

ມາດຕາ 9.  ການຄຸ້ມຄອງແນວພັນໄມ້

ໝວດທີ 4   ສິດ ແລະ ໜ້າທີ່ ໃນການຄຸ້ມຄອງແຫຼ່ງແນວພັນໄມ້

ມາດຕາ 10.  ສິດ ແລະ ໜ້າທີ່ຂອງ ກົມ, ກອງສົ່ງເສີມ ແລະ ສະຖາບັນຄົ້ນຄວ້າ ທີ່ກ່ຽວຂ້ອງ

ມາດຕາ 11.  ສິດ ແລະ ໜ້າທີ່ ຂອງ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ

ມາດຕາ 12.  ສິດ ແລະ ໜ້າທີ່ ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ

ມາດຕາ 13.  ສິດ ແລະ ໜ້າທີ່ຂອງ ອຳນາດການປົກຄອງບ້ານ

ມາດຕາ 14.  ສິດ ແລະ ໜ້າທີ່ຂອງປະຊາຊົນ

ມາດຕາ 15.  ຂໍ້ຫ້າມໃນການດຳເນີນກິດຈະກຳຕ່າງໆ ຢູ່ໃນຂອບເຂດແຫຼ່ງແນວພັນໄມ້

ໝວດທີ 5   ພັນທະ, ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ຜູ້ລະເມີດ

ມາດຕາ 16.  ພັນທະ ຕໍ່ ການຄຸ້ມຄອງແຫຼ່ງແນວພັນໄມ້

ມາດຕາ 17.  ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 18.  ມາດຕະການຕໍ່ຜູ້ລະເມີດ

ໝວດທີ 6   ບົດບັນຍັດສຸດທ້າຍ

ມາດຕາ 19.  ການຈັດຕັ້ງປະຕິບັດ

ມາດຕາ 20.  ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ກະສິກຳ ແລະ ປ່າໄມ້     ເລກທີ 0063/ກປ
ນະຄອນຫຼວງວຽງຈັນ, ວັນທີ 27 ມັງກອນ 2010

ຂໍ້ຕົກລົງ
ຂອງລັດຖະມົນຕີວ່າການ
ວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນຳໃຊ້
ແຫຼ່ງແນວພັນໄມ້ ໃນ ສປປ ລາວ

-   ອີງຕາມ ກົດໝາຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007.
-   ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງກະສິກຳ ແລະ ປ່າໄມ້ ເລກທີ 148/ນຍ, ລົງວັນທີ 10/5/2007.
-   ອີງຕາມ ການຕົກລົງຂອງກອງປະຊຸມສະພາວິທະຍາສາດເຕັກນິກກະສິກຳ-ປ່າໄມ້, ຄັ້ງວັນທີ 13 ຕຸລາ 2009.

ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງດັ່ງນີ້:

ໝວດທີ 1.
ບົດບັນຍັດທົ່ວໄປ

ມາດຕາ 1:     ຈຸດປະສົງ

     ລະບຽບການສະບັບນີ້ ກຳນົດມາດຕະກ່ນພື້ນຖານ ກ່ຽວກັບ ການຄຸ້ມຄອງ, ປົກປັກຮັກສາແຫຼ່ງພັນໄມ້ ແນໃສ່ ພັດທະນາ ແລະ ນຳໃຊ້ ແນວພັນໄມ້ ທີ່ມີຄຸນນະພາບ ແລະ ມີຄວາມຍືນຍົງ. 

ມາດຕາ 2.     ການອະທິບາຍສັບ

1.  ແຫຼ່ງແນວພັນໄມ້ ໝາຍເຖິງ ເນື້ອທີ່ປ່າໄມ້ໃດໜຶ່ງ ທີ່ ກຳນົດຂອບເຂດ ເພື່ອຕອບສະໜອງ ແນວພັນໄມ້;
2.  ຕົ້ນໄມ້ແມ່ພັນ ໝາຍເຖິງຕົ້ນໄມ້ ທີ່ ຖືກຄັດເລືອກ ແລະ ຂຶ້ນບັນຊີ ເພື່ອເກັບແກ່ນ ຫຼື ຊິ້ນສ່ວນຕ່າງໆ ສຳລັບຂະຫຍາຍພັນ;
3.  ແກ່ນພັນໄມ້ ໝາຍເຖິງ ແກ່ນ ທີ່ໄດ້ຈາກຕົ້ນແມ່ພັນ ແລະ ຜ່ານຂະບວນການຈັດການ ຕາມຂັ້ນຕອນ ເພື່ອໃຫ້ໄດ້ແກ່ນພັນໄມ້ ທີ່ມີຄຸນນະພາບດີ;
4.  ຊິ້ນສ່ວນ ໝາຍເຖີງ ຮາກ, ເຫງົ້າ, ເປືອກ, ກິ່ງ, ຕາ, ຍອດ, ດອກ ແລະ ໃບ ຂອງຕົ້ນແມ່ພັນ. ຂ້າງເທິງ

ໝວດທີ 2
ການກຳນົດພື້ນທີ່ ແລະ ການ ສ້າງແນວພັນໄມ້

ມາດຕາ 3.   ການກຳນົດພື້ນທີ່

       ແຫຼ່ງແນວພັນໄມ້ ສາມາດສ້າງຂຶ້ນໄດ້ໃນ ພື້ນທີ່ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ. ເນື້ອທີ່ແຫຼ່ງແນວພັນໄມ້ ໃນປ່າທຳມະຊາດ ຕ້ອງມີເນື້ອທີ່ 25 ເຮັກຕາ ຂຶ້ນໄປ, ຍົກເວັ້ນ ກໍລະນີ ໄມ້ ທີ່ຫາຍາກ ແລະ ໃກ້ຈະສູນພັນ. ສຳລັບປ່າປູກ ຄວນມີເນື້ອທີ່ 1 ເຮັກຕາ ຂຶ້ນໄປ.

ມາດຕາ 4.   ການສ້າງ ແລະ ຂຶຶ້ນທະບຽນແຫຼ່ງພັນໄມ້.

1.  ສຳຫຼວດ ແລະ ກຳນົດພື້ນທີ່ຕົວຈິງ
2.  ຄັດເລືອກ ຕົ້ນໄມ້ແມ່ພັນ
3.  ເຮັດບົດບັນທຶກການນຳໃຊ້ຮ່ວມກັນອຳນາດການປົກຄອງບ້ານ.

ມາດຕາ 5.   ແຫຼ່ງແນວພັນໄມ້

     ເນື້ອທີ່ແຫຼ່ງແນວພັນໄມ້ ທີ່ໄດ້ຮັບຮອງແລ້ວ ແມ່ນມີເຄື່ອງໝາຍຕົ້ນຕໍ ດັ່ງນີ້:

-   ປ້າຍໝາຍແຫຼ່ງແນວພັນ.
-   ປ້າຍໝາຍເບີຕົ້ນໄມ້ແມ່ພັນ.
-   ຫຼັກໝາຍເຂດແດນ. ຂ້າງເທິງ

ໝວດທີ 3
ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ແຫຼ່ງແນວພັນໄມ້

ມາດຕາ 6.   ການຄຸ້ມຄອງ

      ລັດ ມອບໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບ ການຈັດຕັ້ງບ້ານ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້ ທີ່ໄດ້ສ້າງຂຶ້ນ ໃນຂອບເຂດຄວາມຮັບຜິດຊອບຂອງ ບ້ານ ພາຍໃຕ້ການຊີ້ນຳ, ຊຸກຍູ້, ຕິດຕາມ ແລະ ກວດກາຂອງ ພະແນກກະສິກຳ ແລະ ປ່າໄມ້/ຂະແໜງ ປ່າໄມ້ແຂວງ.
      ແຫຼ່ງແນວພັນໄມ້ ທຸກແຫຼ່ງ ໄດ້ມີແຜນທີ່, ທີ່ໄດ້ລະບຸຂອບເຂດ, ທີ່ຕັ້ງ, ຈຳນວນ ແລະ ຊະນິດພັນໄມ້ ໄວ້ຢ່າງຈະແຈ້ງ ເພື່ອໃຫ້ແຂວງ ແລະ ເມືອງ ນຳໃຊ້ເຂົ້າໃນການຕິດຕາມກວດກາ ແລະ ຄຸ້ມຄອງແຫຼ່ງແນວພັນໄມ້ ແຕ່ລະແຫຼ່ງ.

ມາດຕາ 7.   ການປົກປັກຮັກສາ

      ລັດມອບໃຫ້ການຈັດຕັ້ງບ້ານ/ກຸ່ມບ້ານ ພ້ອມດ້ວຍປະຊາຊົນ ໂດຍສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ດຳເນີນ ການກວດກາ ລາດຕະເວນ ເພື່ອປ້ອງກັນບໍ່ໃຫ້ມີການ ບຸກລຸກ, ທຳລາຍ, ຖາງ, ຈູດ, ຕັດໄມ້ ຫຼື ຮູບການອື່ນໆ ທີ່ ຈະມີຜົນກະທົບຕໍ່ຕົ້ນໄມ້ ແມ່ພັນ. ກໍລະນີຈຳເປັນ ທີ່ຈະຕ້ອງໄດ້ຕັດໄມ້ແມ່ພັນອອກ ຍ້ອນເກີດໄພທຳມະຊາດ ຫຼື ມີແມ່ພະຍາດ ແລະ ບົ້ງແມງທຳລາຍ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງ ກະສິກຳ ແລະ ປ່າໄມ້ ເສຍກ່ອນ.
      ຕົ້ນໄມ້ ແມ່ພັນ ທີ່ໄດ້ຄັດເລືອກໄວ້ ຢູ່ໃນຂອບເຂດປ່າໄມ້ທຳມະຊາດ ຫຼື ໃນສວນປູກໄມ້ ທີ່ຢູ່ໃນການຄຸ້ມຄອງຂອງ ບຸກຄົນນັ້ນ, ຖ້າມີຄວາມຈຳເປັນ ຕ້ອງຂຸດຄົ້ນ ເພື່ອນຳໃຊ້ປະໂຫຍດໄມ້ ຕ້ອງ ດຳເນີນການໄປຕາມລະບຽບການ ກ່ຽວຂ້ອງ ແລະ ໄດ້ຮັບອະນຸຍາດ ຈາກ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ໂດຍຜ່ານ ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ແລະ ໜ່ວຍງານປ່າໄມ້ບ້ານ.

ມາດຕາ 8.  ການນຳໃຊ້ແຫຼ່ງແນວພັນໄມ້

1.  ລັດ ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງບ້ານ ເກັບແກ່ນໄມ້ ໃນຂອບເຂດແຫຼ່ງແນວພັນໄມ້ ທີ່ຕົນເອງ ຄຸ້ມຄອງ ແລະ ປົກປັກຮັກສາ ຕາມລະບຽບການເກັບແກ່ນແບບມີສ່ວນຮ່ວມ.
2.   ກໍລະນີ ພະນັກງານປ່າໄມ້ຈາກ ສູນກາງ, ແຂວງ, ເມືອງ ຕ້ອງການເກັບແກ່ນໄມ້ ຫຼື ຊິ້ນສ່ວນຕ່າງໆ ຂອງຕົ້ນແມ່ພັນ ຈາກແຫຼ່ງແນວພັນໃດໜຶ່ງ ຕ້ອງລົງສົມທົບອົງການຈັດຕັ້ງບ້ານກ່ຽວຂ້ອງຮ່ວມກັນຈັດຕັ້ງປະຕິບັດ.

ມາດຕາ 9.   ການຄຸ້ມຄອງແນວພັນໄມ້

1.  ການສົ່ງອອກແນວພັນໄມ້ທີ່ຫວງຫ້າມ ທີ່ມີລາຍຊື່ຢູ່ໃນບັນຊີສົນທິສັນຍາສາກົນ ຕ້ອງໄດ້ຜ່ານການເຫັນດີຂອງລັດຖະບານ.
2.  ການຢັ້ງຢືນມາດຕະຖານແນວພັນໄມ້ ເພື່ອສົ່ງອອກ ແລະ ນຳເຂົ້າ ຕ້ອງມີຂໍ້ຕົກລົງຈາກອົງການກ່ຽວຂ້ອງ ທີ່ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມອບໝາຍ.
3.  ການເຄື່ອນຍ້າຍແນວພັນໄມ້ ຈາກແຫຼ່ງແນວພັນໃດໜຶ່ງ ຕ້ອງມີການຢັ້ງຢືນຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ບ່ອນທີ່ແຫຼ່ງແກ່ນແນວພັນໄມ້ສັງກັດຢູ່. ຂ້າງເທິງ

ໝວດທີ 4
ສິດ ແລະ ໜ້າທີ່ ໃນການຄຸ້ມຄອງແຫຼ່ງແນວພັນໄມ້

ມາດຕາ 10.    ສິດ ແລະ ໜ້າທີ່ຂອງ ກົມ, ກອງສົ່ງເສີມ ແລະ ສະຖາບັນຄົ້ນຄວ້າ ທີ່ກ່ຽວຂ້ອງ

1.  ຊຸກຍູ້, ຕິດຕາມ ປະເມີນຜົນການຈັດຕັ້ງປະຕິບັດການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ແນວພັນໄມ້.
2.  ຝຶກອົບຮົມດ້ານວິຊາການພື້ນຖານກ່ຽວຂ້ອງໃຫ້ແກ່ ໜ່ວຍງານປ່າໄມ້ບ້ານ ເພື່ອຍົກປະສິດທິຜົນ ຂອງ ການຄຸ້ມຄອງ, ນຳໃຊ້ແຫຼ່ງແນວພັນ.
3.  ຄົ້ນຄວ້າ ແລະ ຢັ້ງຢືນ ຄຸນນະພາບແນວພັນ ເພື່ອການສົ່ງອອກ ແລະ ນຳເຂົ້າ.
4.  ສົ່ງເສີມ ແລະ ນຳໃຊ້ ແນວພັນໄມ້ ທີ່ໄດ້ຮັບການຢັ້ງຢືນ ລົງສູ່ການຜະລິດ.
5.  ຄົ້ນຄວ້າວິທະຍາສາດເຕັກນິກ ເພື່ອປັບປຸງພັດທະນາແຫຼ່ງແນວພັນໄມ້.

ມາດຕາ 11.   ສິດ ແລະ ໜ້າທີ່ ຂອງ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ

1.  ຜັນຂະຫຍາຍ ແລະ ເຜີຍແຜ່, ແນະນຳ ລະບຽບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້.
2.  ຊຸກຍູ້, ຊີ້ນຳ, ຕິດຕາມກວດກາ ແລະ ຕິດຕາມປະເມີນຜົນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້ ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ເທດສະບານ.
3.  ຄຸ້ມຄອງການເຄື່ອນຍ້າຍແນວພັນ ທີ່ເກັບໄດ້ ພາຍໃນແຂວງຂອງຕົນ.
4.  ສະຫຼຸບລາຍງານຜົນການຄຸ້ມຄອງ ແລະນຳໃຊ້ ແຫຼ່ງແນວພັນໄມ້ ໃຫ້ ກະຊວງ, ແຂວງ ແລະ ນະຄອນຫຼວງ ຢ່າງເປັນປົກກະຕິ. ຂ້າງເທິງ

ມາດຕາ 12.   ສິດ ແລະ ໜ້າທີ່ ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ

1.  ຊຸກຍູ້, ຊີ້ນຳ, ຕິດຕາມ, ກວດກາ ໜ່ວຍງານປ່າໄມ້ເມືອງ, ໜ່ວຍງານປ່າໄມ້ບ້ານ ແລະ ປະຊາຊົນ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ແຫຼ່ງແນວພັນໄມ້.
2.  ສົມທົບກັບອຳນາດການປົກຄອງບ້ານ ເພື່ອໂຄສະນາເຜີຍແຜ່ ແລະ ຜັນຂະຫຍາຍລະບຽບການ ຄຸ້ມຄອງ ແລະ ນຳໃຊ້ ແຫຼ່ງແນວພັນໄມ້ ທີ່ໄດ້ຈັດສັນ ແລະ ໄດ້ ຖືກຮັບຮອງແລ້ວ ບໍ່ໃຫ້ຖືກລົບກວນ ຫຼື ຖືກທຳລາຍ.
3.  ໃຫ້ຄຳແນະນຳ, ດ້ານເຕັກນິກ ວິຊາການເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້ໃຫ້ຖືກຕ້ອງ ແລະ ມີຄວາມຍືນຍົງ.
4.  ຊຸກຍູ້, ປຸກລະດົມ ແລະ ສົ່ງເສີມໃຫ້ປະຊາຊົນ ພາຍໃນບ້ານເຂົ້າຮ່ວມ ແລະ ເປັນເຈົ້າການ ໃນການປົກປັກຮັກສາແຫຼ່ງແນວພັນໄມ້.
5.  ສະຫຼຸບລາຍງານຜົນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອງຫຼວງຢ່າງເປັນປົກກະຕິ.

ມາດຕາ 13.     ສິດ ແລະ ໜ້າທີ່ຂອງ ອຳນາດການປົກຄອງບ້ານ

1.  ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມ ໃຫ້ປະຊາຊົນເຂົ້າໃຈ ແລະ ເຊື່ອມຊືມ ຕໍ່ລະບຽບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້.
2.  ຈັດຕັ້ງລະບົບການຄຸ້ມຄອງ, ກວດກາ, ຕິດຕາມ ເກັບກຳສະພາບການປ່ຽນແປງ ຂອງປ່າໄມ້ ແລະ ແຫຼ່ງແນວພັນໄມ້ ໃນຂອບເຂດການຮັບຜິດຊອບຂອງຕົນ ລວມທັງສະກັດກັ້ນ ທຸກການກະທຳທີ່ເປັນການທຳລາຍແຫຼ່ງແນວພັນໄມ້ ແລະ ຊັບພະຍາກອນປ່າໄມ້, ພ້ອມທັງລາຍງານທຸກສະພາບການທີ່ເກີດຂຶ້ນ ໃຫ້ແກ່ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຢ່າງທັນການ.
3.  ຈັດຕັ້ງກຸ່ມປະຊາຊົນ ເພືື່ອເກັບແກ່ນພັນໄມ້, ສິ້ນສ່ວນ ແລະ ຜະລິດເບ້ຍໄມ້ ທີ່ເກັບໄດ້ ຈາກແຫຼ່ງແນວພັນໄມ້ ທີ່ຕົນເອງຄຸ້ມຄອງ ເພື່ອສະໜອງໃຫ້ແກ່ຜູ້ຊົມໃຊ້.
4.  ປະກອບສ່ວນ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ການລົງຕິດຕາມ ແລະ ຊຸກຍູ້ຊີ້ນຳວຽກງານກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້ຂອງຂັ້ນເທີງ ກໍຄືພາກສ່ວນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 14.     ສິດ ແລະ ໜ້າທີ່ຂອງປະຊາຊົນ

1.  ຄຸ້ມຄອງ, ປົກປັກຮັກສາ ພື້ນທີ່ແຫຼ່ງແນວພັນໄມ້ ແລະ ຕົ້ນແມ່ພັນໄມ້ ທີໄດ້ຄັດເລືອກ ແລະ ຖືກຮັບຮອງແລ້ວ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງບ້ານ ໃຫ້ມີຄວາມອຸດົມສົມບູນຕະຫຼອດໄປ.
2.  ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວອັນບໍ່ດີ ເຊັ່ນ: ການລັກລອບຕັດໄມ້, ຖາງປ່າ, ຈູດປ່າ ຫຼື ທຸກການກະທຳທີ່ຈະກໍ່ຜົນເສຍຫາຍ ໃຫ້ແກ່ຕົ້ນໄມ້ແມ່ພັນ ກໍ່ຄືແຫຼ່ງແນວພັນໄມ້.
3.  ເຄື່ອນໄຫວເກັບແກ່ນໄມ້ ແລະ ຊິ້ນສ່ວນຕ່າງໆ ຕາມການຊີ້ນຳຂອງກຸ່ມ.
4.  ລາຍງານຕໍ່ອຳນາດການປົກຄອງບ້ານ ແລະ ໜ່ວຍງານປ່າໄມ້ບ້ານ ກ່ຽວກັບສະພາບ ແລະ ເຫດການຕ່າງໆ ທີ່ຈະສ້າງຄວາມເສຍຫາຍຕໍ່ແຫຼ່ງແນວພັນໄມ້ ເຊັ່ນ: ຕັດຕົ້ນໄມ້ແມ່ພັນ, ທຳລາຍປ້າຍ ແລະ ເຄືື່ອງໝາຍອື່ນໆ.

ມາດຕາ 15.     ຂໍ້ຫ້າມໃນການດຳເນີນກິດຈະກຳຕ່າງໆ ຢູ່ໃນຂອບເຂດແຫຼ່ງແນວພັນໄມ້

      ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ດຳເນີນກິດຈະການຕ່າງໆ ທີ່ຢູ່ໃນຂອບເຂດແຫຼ່ງແນວພັນໄມ້ ດັ່ງລຸ່ມນີ້:

1.  ຈັບຈອງມອບໂອນ ແລະ ຊື້ຂາຍເນື້ອທີ່ແຫຼ່ງແນວພັນໄມ້.
2.  ຕັດ ແລະ ທຳລາຍ ຕົ້ນໄມ້ໃນຂອບເຂດ ແຫຼ່ງແນວພັນໄມ້ທີ່ໄດ້ມີການກຳນົດ ແລະ ຮັບຮອງ ແລ້ວ.
3.  ເຄື່ອນຍ້າຍ, ປັບປ່ຽນ ຫຼື ທຳລາຍ ຫຼັກເຂດແດນ, ປ້າຍ ຫຼື ເຄື່ອງໝາຍອື່ນໆ ທີ່ໄດ້ສ້າງຂຶ້ນໃນຂອບເຂດແຫຼ່ງແນວພັນ.
4.  ຫັນປ່ຽນເນື້ອທີ່ແຫຼ່ງແນວພັນໄມ້ ທີ່ໄດ້ຖືກຮັບຮອງແລ້ວ ໄປຮັບໃຊ້ການຜະລິດໃນຮູບການອື່ນໆ. ກໍລະນີຈຳເປັນ, ພະແນກກະສິກຳ ແລະ ປ່າໄມ້ ປະຈຳ ແຂວງ, ນະຄອນຫຼວງ ຕ້ອງໄດ້ຂໍການອະນຸມັດ ຈາກ ກະຊວງກະສິກຳ ແລະ ປ່າໄມ້.
5.  ທຸກພາກສ່ວນ ທີ່ບໍ່ມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ປົກປັກຮັກສາ ແຫຼ່ງແນວພັນໄມ້ເຂົ້າໄປເກັບແກ່ນໄມ້ ແລະ ເກັບຊິ້ນສ່ວນຕ່າງໆຂອງຕົ້ນແມ່ພັນ ໂດຍບໍ່ໄດ້ອະນຸຍາດ. ຍົກເວັ້ນ ກໍລະນີຈຳເປັນ ແຕ່ຕ້ອງໄດ້ຮັບການອະນຸຍາດ ຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໂດຍຜ່ານໜ່ວຍງານປ່າໄມ້ບ້ານ. ຂ້າງເທິງ

ໝວດທີ 5
ພັນທະ, ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ຜູ້ລະເມີດ

ມາດຕາ 16.     ພັນທະ ຕໍ່ ການຄຸ້ມຄອງແຫຼ່ງແນວພັນໄມ້

      ຜູ້ນຳໃຊ້ແຫຼ່ງແນວພັນໄມ້ ມີພັນທະດັ່ງນີ້:

1.   ປົກປັກຮັກສາແຫຼ່ງແນວພັນໄມ້ ພ້ອມດ້ວຍ ຕົ້ນໄມ້ແມ່ພັນ ໃຫ້ຍືນຍົງ ແລະ ອຸດົມສົມບູນ.
2.   ຟື້ນຟູ ບູລະນະ ພັດທະນາແຫຼ່ງແນວພັນໄມ້ ໃຫ້ຖືກຕ້ອງຕາມຫຼັກວິຊາການ.
3.   ນຳໃຊ້ແຫຼ່ງແນວພັນໄມ້ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບການທີ່ໄດ້ວາງໄວ້.
4.   ນຳໃຊ້ ທຸກວິທີທາງ ໃນການສະກັດກັ້ນການທຳລາຍແຫຼ່ງແນວພັນໄມ້ທຸກຮູບການ.
5.   ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງແລະ ນຳໃຊ້ແຫຼ່ງແນວພັນໄມ້ ໃຫ້ໄດ້ຮັບຜົນດີ.

ມາດຕາ 17.    ນະໂຍບາຍຕໍ່ຜູ້ມີຜົນງານ

       ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານ ປະກອບສ່ວນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງແນວພັນໄມ້ ແມ່ນຈະໄດ້ຮັບການຍ້ອງຍໍ ແລະ ຮັບນະໂຍບາຍຕ່າງໆ ຈາກອົງການຂອງລັດ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງຕາມຄວາມເໝາະສົມ.

ມາດຕາ 18.     ມາດຕະການຕໍ່ຜູ້ລະເມີດ

       ບຸກຄົນ ແລະ ການຈັດຕັ້ງທີ່ຝືນຕໍ່ລະບຽບການ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແນວພັນໄມ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ຕາມທີ່ກຳນົດໄວ້ ໃນກົດໝາຍວ່າດ້ວຍປ່າໄມ້. ຂ້າງເທິງ

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 19.     ການຈັດຕັ້ງປະຕິບັດ

       ມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ, ຫ້ອງການກະສິກຳ ແລະ ປ່າໄມ້ ປະຈຳເມືອງ, ເທດສະບານ ປະສານສົມທົບ ກັບ ອຳນາດການປົກຄອງທ້ອງຖິ່ນ, ຈັດຕັ້ງປະຕິບັດເຜີຍແຜ່ ແລະ ນຳໃຊ້ລະບຽບການສະບັບນີ້.

ມາດຕາ 20.     ຜົນສັກສິດ

         ລະບຽບການ ສະບັບນີ້ ມີຜົນສັກສິດ ແລະ ນຳໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້
( ເຊັນ ແລະ ປະທັບຕາ )

ສີຕາເຮັ່ງ ຣາດຊະພົນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on Management (protection) and Utility of Tree Varieties in Lao PDR No. 0063/MAF, dated 17 Jan 2010 PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງແນວພັນໄມ້ໃນ ສປປ ລາວ ສະບັບເລກທີ 0063/ກປ, ລົງວັນທີ 17 ມັງກອນ 2010 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.