ເພື່ອເປັນການຈັດຕັ້ງປະຕິບັດ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 0137/ຄປຈ, ລົງວັນທີ 4 ພະຈິກ 2015 ວ່າດ້ວຍການທົດລອງການນໍາໃຊ້ອັດຕາອາກອນຊົມໃຊ້ຍານພາຫະນະ ສໍາລັບການນໍາເຂົ້າ, ການຜະລິດ ຫຼື ການປະກອບ ແລະ ການຈໍາໜ່າຍ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ທ່ານລັດຖະມົນຕີວ່າການກະຊວງການເງິນອອກ  ຄໍາແນະນໍາ ສະບັບ ເລກທີ 4050/ກງ, ລົງວັນທີ 1 ທັນວາ 2015 ກ່ຽວກັບ ອາກອນຊົມໃຊ້ຍານພາຫະນະ ຄໍາແນະນໍາດັ່ງກ່າວໄດ້ກໍານົດກ່ຽວກັບ: ຍານພາຫະນະທີ່ຖືກຄິດໄລ່ຕາມອັດຕາອາກອນຊົມໃຊ້, ຍານພາຫະນະທີ່ບໍ່ຖືກຄິດໄລ່ຕາມອັດຕາອາກອນຊົມໃຊ້, ພື້ນຖານການຄິດໄລ່ອາກອນຊົມໃຊ້, ວິທີຄິດໄລ່ອາກອນຊົມໃຊ້ ສໍາລັບຍານພາຫະນະທີ່ນໍາເຂົ້າຈາກຕ່າງປະເທດ, ວິທີຄິດໄລ່ອາກອນຊົມໃຊ້ ສໍາລັບສິ້ນສ່ວນ ແລະ ເຄື່ອງອາໄຫຼ່ ທີ່ຜະລິດຢູ່ພາຍໃນປະເທດ, ການແຈ້ງອາກອນຊົມໃຊ້, ການມອບອາກອນ ແລະ ອື່ນໆ.

ການຈັດຕັ້ງປະຕິບັດຄໍາແນະນໍາສະບັບເລກທີ 4050/ກງ ແມ່ນເລີ່ມແຕ່ວັນທີ 1 ທັນວາ 2015 ເປັນຕົ້ນໄປ. ການນໍາເຂົ້າຍານພາຫະນະທຸກປະເພດ, ສິ້ນສ່ວນປະກອບ, ອາໄຫຼ່ປ່ຽນຖ່າຍຍານພາຫະນະແມ່ນໃຫ້ນໍາໃຊ້ລາຄາຊື້-ຂາຍຕົວຈິງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂອງກົົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ບົດແນະນໍາຂອງກະຊວງການເງິນ ສະບັບເລກທີ 1537/ກງ, ລົງວັນທີ 4 ມິຖຸນາ 2012.

ສໍາລັບ ແຈ້ງການຂອງກະຊວງການເງິນ ສະບັບເລກທີ 2320/ກງ, ລົງວັນທີ 22 ທັນວາ 2003 ແລະ ສະບັບເລກທີ 0325/ກງ ລົງວັນທີ 15 ກຸມພາ 2010 ແລະ ແຈ້ງການອື່ນໆທີ່ໄດ້ກໍານົດກ່ຽວກັບລາຄາກາງສໍາລັບການນໍາເຂົ້າຍານພາຫະນະ ທີ່ເປັນພື້ນຖານໃນການຄິດໄລ່ພາສີ-ອາກອນນໍາເຂົ້າ ແມ່ນຖືກລົບລ້າງ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.